ບ່ອນໃດມີສຽງແຄນ ບ່ອນນັ້ນມີຄົນລາວ ຊວນຮູ້ຈັກແຄນໃຫ້ຫຼາຍຂຶ້ນ ໃນງານສຳມະນາກັບອາລູນ້າ

ແບ່ງປັນ

ບ່ອນໃດມີສຽງແຄນ ບ່ອນນັ້ນມີຄົນລາວ ຊວນຮູ້ຈັກແຄນໃຫ້ຫຼາຍຂຶ້ນ ໃນງານສຳມະນາກັບອາລູນ້າ

ໂດຍ: Tonmai Phoutthasack Tonmai Phoutthasack
16 July 2026 0
AI Summarized

Key Takeaways:

  • ບ່ອນໃດມີສຽງແຄນ ບ່ອນນັ້ນມີຄົນລາວ, ຕາບໃດທີ່ສຽງແຄນຍັງດັງ ຄວາມເປັນລາວກໍຍັງຄົງຢູ່ສະເໝີ
  • ເພື່ອເປັນການຮ່ວມສະເຫຼີມສະຫຼອງສຽງດົນຕີອັນເປັນເອກະລັກ ແລະ ຮີດຄອງປະເພນີອັນງົດງາມນີ້, ຂໍເຊີນຊວນທຸກທ່ານ ມາຮ່ວມກັນສ້າງອີກໜຶ່ງຄ່ຳຄືນແຫ່ງຄວາມໝາຍ ໃນງານສຳມະນາແລກປ່ຽນຄວາມຮູ້ກ່ຽວກັບ “ແຄນ”.
  • ພາຍໃນງານ ທ່ານຈະໄດ້ພົບກັບການບອກເລົ່າເລື່ອງລາວ, ປະຫວັດຄວາມເປັນມາ, ຄວາມສຳຄັນ ແລະ ຄຸນຄ່າທາງຈິດໃຈທີ່ຝັງເລິກຢູ່ໃນເຄື່ອງດົນຕີຊະນິດນີ້
  • ງານດັ່ງກ່າວມີຈຸດປະສົງເພື່ອໃຫ້ພວກເຮົາໄດ້ພາກພູມໃຈໃນມໍລະດົກອັນລ້ຳຄ່າ ແລະ ພ້ອມກັນສືບສານສຽງແຄນ ຕະຫຼອດຈົນເຖິງຈິດວິນຍານຂອງຄວາມເປັນລາວ.
  • ນອກຈາກຄວາມຮູ້ພາຍໃນງານແລ້ວ ຍັງຈະມີການສະແດງສຸດພິເສດຈາກ ອາລູນ້າ ຖາວອນສຸກ ທີ່ຈະຖ່າຍທອດບົດເພງຈາກສຽງແຄນລາວໃຫ້ທຸກຄົນໄດ້ຟັງກັນໃນງານອີກດ້ວຍ.

ບ່ອນໃດມີສຽງແຄນ ບ່ອນນັ້ນມີຄົນລາວ, ຕາບໃດທີ່ສຽງແຄນຍັງດັງ ຄວາມເປັນລາວກໍຍັງຄົງຢູ່ສະເໝີ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສຽງດົນຕີອັນເປັນເອກະລັກ ແລະ ຮີດຄອງປະເພນີອັນງົດງາມນີ້, ຂໍເຊີນຊວນທຸກທ່ານ ບໍ່ວ່າຈະເປັນຊາວໜຸ່ມລຸ້ນໃໝ່, ນັກຮຽນຮູ້ ຫຼື ຜູ້ທີ່ຮັກໃນສິລະປະວັດທະນະທຳລາວ ມາຮ່ວມກັນສ້າງອີກໜຶ່ງຄ່ຳຄືນແຫ່ງຄວາມໝາຍ ໃນງານສຳມະນາແລກປ່ຽນຄວາມຮູ້ກ່ຽວກັບ “ແຄນ”.

ພາຍໃນງານ ທ່ານຈະໄດ້ພົບກັບການບອກເລົ່າເລື່ອງລາວ, ປະຫວັດຄວາມເປັນມາ, ຄວາມສຳຄັນ ແລະ ຄຸນຄ່າທາງຈິດໃຈທີ່ຝັງເລິກຢູ່ໃນເຄື່ອງດົນຕີຊະນິດນີ້ ເພື່ອໃຫ້ພວກເຮົາໄດ້ພາກພູມໃຈໃນມໍລະດົກອັນລ້ຳຄ່າ ແລະ ພ້ອມກັນສືບສານສຽງແຄນ ຕະຫຼອດຈົນເຖິງຈິດວິນຍານຂອງຄວາມເປັນລາວ.

ນອກຈາກຄວາມຮູ້ພາຍໃນງານແລ້ວ ຍັງຈະມີການສະແດງສຸດພິເສດຈາກ ອາລູນ້າ ຖາວອນສຸກ ທີ່ຈະຖ່າຍທອດບົດເພງຈາກສຽງແຄນລາວໃຫ້ທຸກຄົນໄດ້ຟັງກັນໃນງານອີກດ້ວຍ.

ງານຈັດວັນເສົາ, 18 ກໍລະກົດ 2026 ນີ້ ທີ່ ໂຮງຮູບເງົາ ລາວຈະເລີນ ນະຄອນໄກສອນ ແຂວງສະຫວັນນະເຂດ ງານເລີ່ມ 16.00ໂມງ ເປັນຕົ້ນໄປ

ອ່ານຕື່ມ:  ຈາກເດັກບ້ານນອກ ສູ່ການກ້າວຂ້າມຂີດຈຳກັດ ຂອງ ໝູແຮ໋ມ ເກດແກ້ວ ເທິງເວທີ Mister Universe Laos 2026

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.