Alita ສະມາຊິກຄົນລາວໃນວົງ AIKA ອີກໜຶ່ງຄວາມພູມໃຈໄດ້ເດບິວເປັນສິລະປິນຢູ່ປະເທດໄທ

ແບ່ງປັນ

Alita ສະມາຊິກຄົນລາວໃນວົງ AIKA ອີກໜຶ່ງຄວາມພູມໃຈໄດ້ເດບິວເປັນສິລະປິນຢູ່ປະເທດໄທ

21 July 2026 12

Alita ຫຼື Alita Alounsavath ເປັນຄົນທີ່ມີຄວາມໂດດເດັ່ນໃນການຮ້ອງເພງມາຕັ້ງແຕ່ນ້ອຍ, ຜ່ານປະສົບການປະກວດຢູ່ເວທີໃຫຍ່ໃນບ້ານເຮົາ ແລະ ເຄີຍມີຜົນງານເພງ ຕົ້ນໄມ້ທີ່ບໍ່ໄດ້ຫົດ (2022) ກັບ ໂລກອ້ອມຕົວ (2024) ທີ່ຮ່ວມຮ້ອງກັບ HORLOCK ສິລະປິນລາວຄຸນນະພາບອີກຄົນຂອງບ້ານເຮົາມາແລ້ວ ເຊິ່ງໃຜທີ່ເຄີຍໄດ້ຟັງຕ້ອງຂໍບອກວ່າຕອນນັ້ນຕ້ອງມີແອບເສຍນ້ຳຕາກັບເພງຂອງພວກເຂົາມາບໍ່ຫຼາຍກໍໜ້ອຍແຫຼະ.

ສິ່ງທີ່ເຮັດໃຫ້ຮູ້ສຶກພູມໃຈເລີຍກໍຄື ຈາກມື້ນັ້ນທີ່ໄດ້ຟັງເພງ ຈົນຮອດມື້ນີ້ລາວສາມາດເຮັດຕາມຄວາມຝັນໄດ້ສຳເລັດ ແລະ ເປີດໂຕເປັນສິລະປິນແບບເຕັມໂຕຢູ່ປະເທດໄທ ຖືວ່າເປັນການເດີນຕາມຮອຍຮຸ່ນເອື້ອຍຄື ແຮນນ່າ 4EVE ເລີຍກໍວ່າໄດ້.

ປັດຈຸບັນ, Alita ໄດ້ເດບິວໃນເພງ ເກມນີ້ກຳລັງຈະເດີນ ຫຼື เกมส์นี้กำลังจะเดิน (Game On) ທີ່ມີສະມາຊິກອີກໜຶ່ງຄົນຄື Marisa ເຊິ່ງທັງສອງຄົນມາຈາກ Projext52.

Alita ແລະ Marisa ພວກເຂົາທັງສອງ ເດບິວໃນຊື່ AIKA ເຊິ່ງເພງເປີດໂຕຂອງພວກເຂົາກໍມາພ້ອມກັບແນວຄອນເຊັບສຸດໜ້າຮັກ ເພາະໄດ້ເລົ່າເຖິງຄວາມຮັກທີ່ບໍ່ຕ້ອງມານັ່ງຖ້າໃຫ້ຟ້າລິຂິດ ແຕ່ເລືອກທີ່ຈະວາງແຜນ ແລະ ລິຂິດຄວາມຮັກດ້ວຍໂຕເອງແບບນຽນໆ.

ພວກເຮົາທຸກຄົນມາໃຫ້ກຳລັງໃຈ Alita ແລະ ວົງ AIKA ນຳກັນເດີ ເຂົ້າໄປຟັງເພງຂອງລາວກັນຫຼາຍໆ ຮັບຮອງລະວັງຖືກກັບດັກຄວາມໜ້າຮັກຂອງທັງສອງສາວແນ່ນອນ.

ອ່ານຕື່ມ:  ໄວ້ອາໄລໃຫ້ກັບຄວາມຮັກເພື່ອບອກລາຄວາມເສົ້າ ຊວນແຕ່ງ Black Outfit ໃນ Sunday night ກັບເພງ BLACK SUNDAY

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.