ຈາກໜ້າໃໝ່ໃນວົງການສູ່ຕົວແທນລະດັບປະເທດ ພາຮູ້ຈັກ ເຈມ ວິລະວົງ Mister Universe ເມືອງຈັນທະບູລີ

ພາບລັກພາຍນອກທີ່ເບິ່ງຄືງຽບໆ ນິ້ງໆ ແຕ່ໃຜຈະຮູ້ວ່າພາຍໃຕ້ຄວາມນິ້ງນັ້ນ ພັດເຕັມໄປດ້ວຍພະລັງງານບວກທີ່ເຫຼືອລົ້ນ! ມື້ນີ້ເຮົາຈະພາທຸກຄົນໄປທຳຄວາມຮູ້ຈັກກັບໜຸ່ມຫຼໍ່ອະນາຄົດໄກ “ເຈມ – ວິລະວົງ ຄຳພູວົງ” ໄວ 26 ປີ ຕົວແທນຈາກ ເມືອງຈັນທະບູລີ ທີ່ຫາກໍຮຽນຈົບໝາດໆຈາກ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລ Hanoi University of Civil Engineering (ປະເທດຫວຽດນາມ). ມື້ນີ້ ລາວພ້ອມແລ້ວທີ່ຈະມາກ້າວຂ້າມຂີດຈຳກັດຂອງຕົນເອງ ໃນເວທີ Mister Universe Laos.
ເຈມ ນິຍາມຕົນເອງວ່າເປັນຄົນງ່າຍໆ ທີ່ມັກຮຽນຮູ້ສິ່ງໃໝ່ໆ ແລະ ໃສ່ໃຈເຕັມຮ້ອຍກັບທຸກບົດບາດທີ່ໄດ້ຮັບ. ເຖິງບຸກຄະລິກພາຍນອກອາດຈະເບິ່ງຄືນິ້ງໆ ແຕ່ຖ້າໄດ້ຮູ້ຈັກແທ້ໆ ຈະຮູ້ວ່າລາວເປັນຄົນທີ່ມີພະລັງເຫຼືອລົ້ນ ແລະ ພ້ອມລຸຍກັບທຸກສະຖານະການ.

ຈຸດເດັ່ນທີ່ເປັນເອກະລັກຂອງລາວຄື “ພະລັງງານບວກ ແລະ ຄວາມຍືດຫຍຸ່ນ”. ເຈມ ປຽບຕົນເອງຄືກັບ “ນໍ້າທີ່ບໍ່ເຄີຍເຕັມແກ້ວ” ພ້ອມທີ່ຈະຮຽນຮູ້ ແລະ ປັບຕົວເຂົ້າກັບທຸກສະຖານະການໄດ້ຢ່າງວ່ອງໄວ. ບໍ່ວ່າຈະຕ້ອງປະເຊີນກັບຄວາມກົດດັນຮູບແບບໃດ ລາວກໍສາມາດປ່ຽນມັນໃຫ້ກາຍເປັນຮອຍຍິ້ມ ແລະ ເປັນພະລັງຂັບເຄື່ອນໃຫ້ກັບຄົນອ້ອມຂ້າງໄດ້ສະເໝີ.
ໃນຊ່ວງເວລາຫວ່າງ ເຈມ ມັກຈະໃຊ້ເວລາໄປກັບການຟັງເພງ, ເບິ່ງໜັງ ໃນມຸມສະຫງົບໆ ເພື່ອທົບທວນຕົນເອງ. ລາວໃຫ້ຄວາມສຳຄັນກັບການໃຊ້ເວລາທີ່ມີຄຸນຄ່າຮ່ວມກັບຄອບຄົວ ເພາະສຳລັບລາວ ການໄດ້ແບ່ງປັນຮອຍຍິ້ມໃຫ້ຄົນຮັກ ຄືຄວາມສຸກທີ່ຍິ່ງໃຫຍ່. ນອກຈາກນັ້ນ ການຫຼິ້ນເກມ ແລະ ອອກໄປຖ່າຍຮູບຕາມຄາເຟ່ ກໍເປັນການ “ຣີເຊັດ” (Reset) ພະລັງງານ ເພື່ອໃຫ້ພ້ອມກັບໄປລຸຍງານ ແລະ ການຮຽນດ້ວຍໄອເດຍສ້າງສັນໃໝ່ໆ.

ສິ່ງທີ່ລາວຫຼົງໄຫຼມັກຈະປ່ຽນໄປຕາມແຕ່ລະຊ່ວງເວລາ. ໃນຕອນຮຽນ ລາວມັກອອກໄປຫາແຮງບັນດານໃຈໃນການອອກແບບສະຖາປັດຕະຍະກຳ ແຕ່ໃນຊ່ວງການປະກວດນີ້ ລາວໂຟກັສໄປທີ່ການອອກກຳລັງກາຍ, ຝຶກທັກສະການເວົ້າ ແລະ ການຍ່າງແບບ. ແຕ່ມີໜຶ່ງງານອະດິເລກທີ່ຫຼາຍຄົນອາດຄາດບໍ່ເຖິງ ຄືລາວມັກເຂົ້າຄລີນິກເພື່ອດູແລຜິວພັນໜ້າຕາເປັນປະຈຳ! ເຊິ່ງເຈມ ໄດ້ໃຫ້ທັດສະນະທີ່ໜ້າສົນໃຈໄວ້ວ່າ:
ໂລກມັກຈະໃຈດີກັບເຮົາສະເໝີ ເມື່ອເຮົາເບິ່ງດີ ເພາະມັນຄືໃບເບີກທາງສຳລັບຫຼາຍໆຢ່າງ. ແຕ່ເຖິງແນວນັ້ນ ນ້ອງກໍບໍ່ຢາກໃຫ້ທຸກຄົນຍຶດຕິດແຕ່ຄວາມສົມບູນແບບພາຍນອກ ເພາະທ້າຍທີ່ສຸດ ຄວາມງາມພາຍໃນຕ່າງຫາກຄືສິ່ງທີ່ຍືນຍົງ.
ໂດຍມີ “ແມ່” ເປັນບຸກຄົນຕົ້ນແບບ ທີ່ຄອຍສອນໃຫ້ລາວຮູ້ຈັກຄວາມຮັກ, ຄວາມເມດຕາ ແລະ ຄວາມອົດທົນ ຜ່ານການໃຊ້ຊີວິດຂອງເພິ່ນເອງ.
ເຖິງແມ່ນວ່າ ເຈມ ຈະຍັງບໍ່ເຄີຍມີປະສົບການໃນວົງການບັນເທີງມາກ່ອນເລີຍ ແຕ່ສິ່ງທ້າທາຍທີ່ຍິ່ງໃຫຍ່ທີ່ສຸດສຳລັບລາວໃນຕອນນີ້ຄື “ການກ້າວຂ້າມຂີດຈຳກັດຂອງຕົນເອງ” ປ່ຽນຄວາມບໍ່ພ້ອມ ໃຫ້ກາຍເປັນຄວາມພ້ອມ ທີ່ຈະມາຢືນຢູ່ເທິງເວທີລະດັບປະເທດ.

ເຫດຜົນສຳຄັນທີ່ເຮັດໃຫ້ລາວຕັດສິນໃຈປະກວດ ຄືການຢາກເປັນຕົວແທນໄວໜຸ່ມລາວ ໄປຢືນຢູ່ເທິງເວທີສາກົນໃຫ້ຄົນລາວໄດ້ພາກພູມໃຈ. ການປະກວດຄັ້ງນີ້ ຖືເປັນຈຸດປ່ຽນຊີວິດທີ່ສຳຄັນ ທີ່ປ່ຽນຈາກການຍ່າງຕາມຄວາມຝັນ ມາເປັນການແບກຮັບຄວາມຮັບຜິດຊອບໃນການເປັນກະບອກສຽງໃຫ້ກັບສັງຄົມ. ເຈມ ຢາກໃຊ້ທຸກວິນາທີໃນການປະກວດ ເພື່ອພິສູດຄຸນຄ່າຂອງໄວໜຸ່ມລາວ ທີ່ພ້ອມຈະໃຊ້ພະລັງຄິດບວກ ແລະ ຄວາມອ່ອນນ້ອມຖ່ອມຕົນ ເຂົ້າມາຂັບເຄື່ອນສ້າງສັນສັງຄົມໃຫ້ງົດງາມ ແລະ ເທົ່າທຽມ.
ການລົງທຶນທີ່ບໍ່ເຄີຍຂາດທຶນ ຄືການລົງທຶນກັບຕົນເອງ
ຫາກໄດ້ຮັບຕຳແໜ່ງ, ເຈມ ຕັ້ງໃຈຈະໃຊ້ເວທີນີ້ ເປັນກະບອກສຽງຊົງພະລັງໃນການຂັບເຄື່ອນໃຫ້ໄວໜຸ່ມລາວ ຫັນມາ “ລົງທຶນກັບຕົນເອງ” ໂດຍສະເພາະດ້ານ ສຸຂະພາບຈິດ ແລະ ການສຶກສາ.
ຕະຫຼອດໄລຍະເວລາການກຽມຕົວ ລາວໄດ້ຮຽນຮູ້ທີ່ຈະໂອບກອດທຸກຄວາມບໍ່ສົມບູນແບບ ປ່ຽນຄວາມອ່ອນແອໃຫ້ກາຍເປັນຄວາມກ້າຫານ. ສິ່ງທີ່ລາວຢາກພິສູດໃຫ້ທຸກຄົນເຫັນຜ່ານເວທີນີ້ ຄືການເຮັດໃຫ້ໂລກຮັບຮູ້ວ່າ ໄວໜຸ່ມລາວບໍ່ໄດ້ມີພຽງແຕ່ຄວາມອ່ອນນ້ອມຖ່ອມຕົນ ແຕ່ຍັງເຕັມໄປດ້ວຍສັກກະຍະພາບ, ຄວາມຄິດສ້າງສັນ ແລະ ພະລັງທີ່ຈະຂັບເຄື່ອນສັງຄົມໃຫ້ເຕີບໂຕຢ່າງຍືນຍົງ.

ໃນມຸມມອງຂອງເຈມ ຄວາມເປັນສຸພາບບຸລຸດໃນຍຸກປັດຈຸບັນ ມີຄວາມໝາຍທີ່ເລິກເຊິ່ງຫຼາຍ:
ສຸພາບບຸລຸດ ບໍ່ໄດ້ວັດກັນທີ່ເຄື່ອງແຕ່ງກາຍ, ຖານະ ຫຼື ຊື່ສຽງ. ແຕ່ມັນຄື ການໃຫ້ກຽດ, ການເຄົາລົບຄວາມເທົ່າທຽມ ແລະ ການມີຄວາມຮັບຜິດຊອບຕໍ່ສັງຄົມ. ຄືຜູ້ທີ່ໃຊ້ຄວາມເຂັ້ມແຂງຂອງຕົນເອງ ເພື່ອສ້າງພື້ນທີ່ທີ່ປອດໄພ ແລະ ມອບພະລັງບວກໃຫ້ກັບຄົນອ້ອມຂ້າງ.
ກ່ອນຈາກກັນ, ໜຸ່ມຈັນທະບູລີຄົນນີ້ ໄດ້ຝາກຂໍ້ຄວາມເຖິງເຍົາວະຊົນ ແລະ ທຸກຄົນທີ່ກຳລັງໄລ່ຕາມຄວາມຝັນໄວ້ຢ່າງໜ້າຄິດວ່າ:
ຢ່າປ່ອຍໃຫ້ຄວາມຢ້ານ ຫຼື ຄຳຕັດສິນຂອງຄົນອື່ນ ມາຢຸດຢັ້ງພະລັງ ແລະ ຄວາມເຊື່ອໝັ້ນໃນຕົວເຈົ້າ ເພາະເຈົ້າ ຄືຜູ້ກຳນົດອະນາຄົດຂອງຕົວເຈົ້າເອງ.
ຢ່າລືມສົ່ງແຮງເຊຍ ແລະ ກຳລັງໃຈໃຫ້ກັບ “ເຈມ – ວິລະວົງ ຄຳພູວົງ” Mister Universe Chanthabouly ຊາຍໜຸ່ມຜູ້ມາພ້ອມກັບພະລັງບວກ ແລະ ແຮງບັນດານໃຈທີ່ເຕັມປ່ຽມ ໃຫ້ສາມາດກ້າວໄປສູ່ຈຸດສູງສຸດໃນເວທີ Mister Universe Laos ປີນີ້ໄປພ້ອມໆກັນ!
