ເປີດໃຈ ທອງວັນ Mister Universe ຜົ້ງສາລີ ກັບການກ້າວຂ້າມບາດແຜທາງຈິດໃຈສູ່ເສັ້ນທາງໃໝ່ທີ່ເຮົາເລືອກເອງ

ແບ່ງປັນ

ເປີດໃຈ ທອງວັນ Mister Universe ຜົ້ງສາລີ ກັບການກ້າວຂ້າມບາດແຜທາງຈິດໃຈສູ່ເສັ້ນທາງໃໝ່ທີ່ເຮົາເລືອກເອງ

ໂດຍ: Tonmai Phoutthasack Tonmai Phoutthasack
23 July 2026 12
AI Summarized

Key Takeaways:

  • ທອງ - ທອງວັນ ແດງວິລະເສນ, ຕົວແທນ Mister Universe Laos 2023 ຈາກແຂວງຜົ້ງສາລີ, ເປັນນັກຂ່າວ ແລະ ຄູສອນພາສາອັງກິດ, ພ້ອມດ້ວຍຄຸນລັກສະນະທີ່ໂດດເດັ່ນຄື ຄວາມອົດທົນ, ຄວາມເຂັ້ມແຂງ ແລະ ວິໄສທັດ.
  • ລາວມີຄວາມສົນໃຈໃນວິທະຍາສາດ, ດາລາສາດ, ສຸຂະພາບຈິດ ແລະ ຝັນຢາກທ່ອງທ່ຽວໃນຂອບຈັກກະວານ, ພ້ອມທັງແນະນຳວິທີບຳບັດຈິດໃຈດ້ວຍການຍ່າງຕີນເປົ່າເທິງຫຍ້າ.
  • ປະສົບການໃນອະດີດທີ່ພູມໃຈທີ່ສຸດຄື ການເປັນນັກຮຽນເກັ່ງລະດັບຊາດ ສາຍພາສາລາວ-ວັນນະຄະດີ, ເຊິ່ງໄດ້ທຶນການສຶກສາ ແລະ ເປັນຈຸດປ່ຽນສຳຄັນໃນຊີວິດ.
  • ເຄີຍຜ່ານບົດທົດສອບທາງຈິດໃຈຢ່າງໜັກໜ່ວງ, ລວມເຖິງການຖືກກົດຂີ່ ແລະ ດູຖູກ, ແຕ່ໄດ້ຮຽນຮູ້ທີ່ຈະຮັກຕົນເອງ ແລະ ກ້າວຜ່ານຈຸດນັ້ນມາໄດ້.
  • ເປົ້າໝາຍຫຼັງໄດ້ຮັບຕຳແໜ່ງຄືການເປັນກະບອກສຽງດ້ານສຸຂະພາບຈິດ, ສືບຕໍ່ໂຄງການອາສາສະໝັກເພື່ອມອບທຶນການສຶກສາໃຫ້ເດັກດ້ອຍໂອກາດ ແລະ ສົ່ງເສີມການສຶກສາ.

ຫາກເວົ້າເຖິງດິນແດນເໜືອສຸດຂອງປະເທດລາວ ຫຼາຍຄົນຄົງນຶກເຖິງທຳມະຊາດທີ່ງົດງາມ ແລະ ອາກາດທີ່ໜາວເຢັນ. ແຕ່ສຳລັບເວທີ Mister Universe Laos ປີນີ້ ດິນແດນແຫ່ງນັ້ນໄດ້ສົ່ງຕົວແທນຊາຍໜຸ່ມທີ່ເຕັມໄປດ້ວຍຄວາມອົບອຸ່ນ, ຄວາມເຂັ້ມແຂງ ແລະ ວິໄສທັດທີ່ເລິກເຊິ່ງເຂົ້າຮ່ວມຊິງໄຊ. ເຮົາກຳລັງເວົ້າເຖິງ “ທອງ – ທອງວັນ ແດງວິລະເສນ” ຊາຍໜຸ່ມໄວ 24 ປີ ຕົວແທນຈາກ ແຂວງຜົ້ງສາລີ ຜູ້ທີ່ພົກພາເອົາບົດຮຽນຊີວິດອັນລໍ້າຄ່າ ແລະ ຄວາມມຸ່ງໝັ້ນອັນແຮງກ້າ ມາກ້າວເດີນເທິງເສັ້ນທາງແຫ່ງດວງດາວ.

ອ່ານຕື່ມ:  ໂອກາດບໍ່ມີໄວ້ໃຫ້ຄົນຢ້ານ ຮູ້ຈັກ ດີໂດ້ ລັດທະພອນ ໜຸ່ມບາເທນເດີໄວ 19 ປີ ຕົວແທນແຂວງອັດຕະປື Mister Universe Laos 2026

ພາຍໃຕ້ຮອຍຍິ້ມທີ່ເປັນມິດ ແລະ ບຸກຄະລິກທີ່ເຂົ້າຫາຄົນງ່າຍ ໃຜຈະຮູ້ວ່າຊາຍໜຸ່ມຄົນນີ້ເຄີຍຜ່ານເລື່ອງລາວທີ່ໜັກໜ່ວງມາຫຼາຍສໍ່າໃດ. ມື້ນີ້ ມ່ວນຈະພາທຸກຄົນໄປເຈາະເລິກເຖິງຕົວຕົນ, ແນວຄິດ ແລະ ການເຕີບໂຕຂອງໜຸ່ມຄົນນີ້ໄປພ້ອມໆກັນ.

ປັດຈຸບັນ ທອງວັນ ເຮັດວຽກເປັນນັກຂຽນຂ່າວຢູ່ທີ່ສະຖານີແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ແລະ ຍັງແບ່ງເວລາໄປເປັນຄູສອນພາສາອັງກິດໃຫ້ກັບເດັກນ້ອຍ. ລາວນິຍາມຕົນເອງວ່າເປັນຄົນທີ່ “ອົດທົນເກັ່ງຫຼາຍ” ເຊິ່ງບາງຄັ້ງເຖິງຈະເຈັບປວດ ຫຼື ເຈີເລື່ອງໜັກໜ່ວງສໍ່າໃດ ກໍເລືອກທີ່ຈະເກັບໄວ້ຄົນດຽວ ເພາະບໍ່ຢາກໃຫ້ຄົນອ້ອມຂ້າງຕ້ອງມາເປັນຫ່ວງ.

ຂຶ້ນຊື່ວ່າເປັນເດັກຕ່າງແຂວງທີ່ເຂົ້າມາສູ້ຊີວິດແລ້ວ ບົດຮຽນສຳຄັນທີ່ສຸດທີ່ເຮົາມີຄື ການແບກເອົາຄວາມອົດທົນມາເຕັມໆເລີຍ.

ໃນດ້ານໄລຟ໌ສະຕາຍ ທອງ ເປັນຄົນທີ່ໃຊ້ຊີວິດງ່າຍໆ, ຕິດດິນ ແລະ ບໍ່ໄດ້ຫ່ວງຫຼໍ່ຫຍັງຫຼາຍ ເພາະລາວເຕີບໃຫຍ່ມາຈາກເຂດນອກ ທີ່ສອນໃຫ້ລາວຮູ້ຈັກການປັບຕົວເຂົ້າກັບທຸກສະຖານະການ. ສ່ວນຄວາມສາມາດພິເສດນອກຈາກຈະເຕັ້ນໄດ້ແລ້ວ ລາວຍັງມີສະເໜ່ທີ່ຫາໄດ້ຍາກໃນຍຸກນີ້ ນັ້ນກໍຄື “ການຂຽນໜັງສືງາມ” ແລະ ຍັງມີທັກສະດ້ານການເວົ້າ ຫຼື ການໂຕ້ວາທີ ທີ່ເກັບກ່ຽວປະສົບການມາແລ້ວຫຼາຍເວທີອີກດ້ວຍ.

ນອກເໜືອຈາກການເຮັດວຽກ ສິ່ງທີ່ທອງຫຼົງໄຫຼທີ່ສຸດ ກັບເປັນເລື່ອງຂອງ “ວິທະຍາສາດ ແລະ ດາຣາສາດ”. ລາວມັກອ່ານຂ່າວກ່ຽວກັບວິທະຍາສາດສຸຂະພາບ ແລະ ມີຄວາມຝັນແບບລໍ້າໆວ່າ ຢາກລອງທ່ອງທ່ຽວໄປໃນຂອບຈັກກະວານເໜືອຈິນຕະນາການເບິ່ງຈັກຄັ້ງ.

ແຕ່ສິ່ງທີ່ເປັນງານອະດິເລກສຸດແປກ ແຕ່ມີປະໂຫຍດມະຫາສານທີ່ລາວຢາກແນະນຳໃຫ້ທຸກຄົນລອງເຮັດຕາມ ກໍຄື “ການຍ່າງຕີນເປົ່າຢຽບຫຍ້າ ແລະ ພື້ນດິນ”.

ມັນຊ່ວຍບຳບັດຈິດໃຈໃຫ້ເຊົາຄຽດໄດ້ແທ້ໆ ເຊິ່ງທາງວິທະຍາສາດກໍໄດ້ມີການວິໄຈອອກມາແລ້ວວ່າ ມັນໄດ້ຜົນລັບທີ່ດີໃນການບຳບັດຄວາມຄຽດ ຢາກໃຫ້ທຸກຄົນລອງໄປເຮັດເບິ່ງເດີ້

ຄວາມສົນໃຈເລື່ອງສຸຂະພາບຈິດຂອງລາວ ຍັງລວມໄປເຖິງການມັກຟັງ Podcast ກ່ຽວກັບຈິດຕະບຳບັດ ເພາະໜຶ່ງໃນຄວາມຝັນສູງສຸດຂອງລາວຄື ການໄດ້ເປັນນັກຈິດຕະບຳບັດ ເພື່ອໃຫ້ຄຳປຶກສາແກ່ຜູ້ທີ່ກຳລັງປະເຊີນກັບບັນຫາສຸຂະພາບຈິດ.

ຫາກຍ້ອນກັບໄປເບິ່ງຜົນງານທີ່ຜ່ານມາ ສິ່ງທີ່ເຮັດໃຫ້ລາວພາກພູມໃຈທີ່ສຸດໃນຊີວິດ ບໍ່ແມ່ນເລື່ອງຂອງໜ້າຕາ ແຕ່ແມ່ນ “ການເສັງນັກຮຽນເກັ່ງລະດັບຊາດ ໄດ້ໃນສາຍພາສາລາວ-ວັນນະຄະດີ”. ຜົນງານນີ້ຄືຈຸດປ່ຽນຄັ້ງຍິ່ງໃຫຍ່ ທີ່ມອບໂອກາດໃຫ້ເດັກຕ່າງແຂວງຄົນໜຶ່ງ ໄດ້ຮັບທຶນການສຶກສາໃນລະດັບມັດທະຍົມປາຍ ຈົນກ້າວເຂົ້າສູ່ຮົ້ວມະຫາວິທະຍາໄລ.

ແຕ່ໃນຂະນະດຽວກັນ, ສິ່ງທ້າທາຍທີ່ໜັກໜ່ວງທີ່ສຸດທີ່ລາວເຄີຍຜ່ານມາໄດ້ ກັບເປັນເລື່ອງຂອງ “ບາດແຜທາງຈິດໃຈ”. ທອງວັນ ເຄີຍຖືກສັງຄົມອ້ອມຂ້າງກົດຂີ່, ດູຖູກ ແລະ ຖືກຫັກຫຼັງ ຈົນເຄີຍມີຄວາມຄິດຢາກຈົບຊີວິດຕົນເອງ. ແຕ່ໃນທ້າຍທີ່ສຸດ ແນວຄິດທີ່ວ່າ “ລົ້ມໄດ້ ກໍຕ້ອງລຸກໃຫ້ເປັນ” ໄດ້ດຶງລາວຂຶ້ນມາຈາກຄວາມມືດມົນນັ້ນ.

ຂ້ອຍໄດ້ກັບມາທົບທວນ ຮຽນຮູ້ ແລະ ຮັບຟັງຕົນເອງ ຈົນຮູ້ສຶກຮັກຕົວເອງຫຼາຍຂຶ້ນ. ເພາະຕົວຂ້ອຍເອງມີພຽງໜຶ່ງດຽວໃນຈັກກະວານ ຖ້າຄົນທີ່ດູຖູກຂ້ອຍມີພຽງຄົນດຽວ ຕົວຂ້ອຍກໍມີຄົນດຽວຄືກັນ ທີ່ຕ້ອງຮັກສາໄວ້ໃຫ້ດີທີ່ສຸດ.

ການມາຢືນຢູ່ເທິງເວທີນີ້ ລາວຈຶ່ງຢາກພິສູດໃຫ້ຄົນທີ່ເຄີຍດູຖູກລາວໃນມື້ນັ້ນໄດ້ເຫັນວ່າ: “ມື້ນີ້ ຂ້ອຍບໍ່ແມ່ນຄົນເກົ່າອີກແລ້ວ”.

ທອງວັນ ຮຽນຈົບມາຈາກ ສາຍພົວພັນສາກົນ (International Relations), ເຫດຜົນຫຼັກທີ່ລາວເຂົ້າປະກວດ Mister Universe Laos ຈຶ່ງເປັນການນຳໃຊ້ທັກສະການທູດ ແລະ ສິລະປະການເຈລະຈາທີ່ເຄີຍຮຽນມາ ເພື່ອກາຍເປັນທູດວັດທະນະທຳທີ່ດີທີ່ສຸດໃຫ້ກັບກອງປະກວດ ແລະ ປະເທດຊາດໃນເວທີສາກົນ.

ອ່ານຕື່ມ:  ປາກເຊ (ຈະ) ປ່ຽນຊື່? ຢ້ອນຮອຍ "ສະບາຍດີ 2" ໜັງຮັກໃນຕຳນານທີ່ເຮັດໃຫ້ເຮົາຫຼົງຮັກເມືອງນີ້

ໂດຍມີບຸກຄົນຕົ້ນແບບ 3 ຄົນທີ່ເປັນແຮງບັນດານໃຈໃຫ້ລາວພັດທະນາຕົນເອງຄື: ທ່ານ ພິທາ ລິມຈະເລີນຣັດ, ອ້າຍບັອບບີ້ ຍຸບພະລັດ ເພັດທານີ ແລະ ໝູ່ສະນິດຂອງລາວ ກິໂນ ວົງສຳພັນ. ທັງສາມຄົນນີ້ຄືແຮງຊຸກຍູ້ໃຫ້ລາວຕັ້ງໃຈຝຶກຝົນພາສາອັງກິດ ແລະ ມີຄວາມຝັນຢາກໄປສຶກສາຕໍ່ຕ່າງປະເທດ.

ຫາກໄດ້ຮັບຕຳແໜ່ງ, ທອງວັນ ຕັ້ງເປົ້າທີ່ຈະເປັນກະບອກສຽງໃນເລື່ອງສຸຂະພາບຈິດໃຫ້ກັບໄວໜຸ່ມ ແລະ ສິ່ງສຳຄັນຄື ການສືບຕໍ່ໂຄງການອາສາສະໝັກທີ່ລາວກຳລັງເຮັດຢູ່ ເພື່ອມອບທຶນການສຶກສາໃຫ້ແກ່ເດັກນ້ອຍດ້ອຍໂອກາດໃນລາວ ໃຫ້ໄດ້ຮັບໂອກາດຄືກັບທີ່ລາວເຄີຍໄດ້ຮັບ.

ແລະ ຍັງມີໂຄງການທີ່ເຄີຍເຮັດກັບອົງການ ADRF Laos ເປັນໂຄງການແປນິທານພາສາອັງກິດເປັນພາສາລາວໃຫ້ເດັກນ້ອຍ, ໂຄງການ Warm heart Warm Body ເປັນໂຄງການລະດົມທຶນເພື່ອຊື້ເຄື່ອງກັນໜາວໃຫ້ເດັກນ້ອຍດ້ອຍໂອກາດຢູ່ພູຄູນ ຫຼວງພະບາງ, ໂຄງການສານຝັນເພື່ອນ້ອງ ລະດົມທຶນເພື່ອສົ່ງເສີມທຶນການສຶກສາໃຫ້ເດັກ ແລະ ໂຄງການສອນໜັງສື ແຕ່ລະໂຄງການແມ່ນເນັ້ນສົ່ງເສີມເດັກດ້ອຍໂອກາດ ຢູ່ເມືອງພູຄູນ ແຂວງຫຼວງພະບາງ ເປັນເມືອງໜາວເປັນພິເສດ ເດັກນ້ອຍຕ້ອງການຄວາມຊ່ວຍເຫຼືອ

ສຳລັບຊາຍໜຸ່ມຜູ້ຜ່ານໂລກມາຫຼາຍມຸມຄົນນີ້, ຄວາມເປັນ “ສຸພາບບຸລຸດ” ຄືເລື່ອງຂອງຫົວໃຈ ແລະ ການປະຕິບັດ:

ສຸພາບບຸລຸດ ຄືບຸກຄົນທີ່ມີຄວາມເຫັນອົກເຫັນໃຈຕໍ່ຜູ້ອື່ນ, ຮູ້ຈັກຜ່ອນສັ້ນຜ່ອນຍາວ. ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ໃຫຍ່ ກໍຕ້ອງຮູ້ຈັກໃຫ້ກຽດ, ເຄົາລົບນັບຖືກັນ ແລະ ບໍ່ໄປດ້ອຍຄ່າຄົນອື່ນ.

ກ່ອນຈາກກັນ, ທອງວັນ ໄດ້ຝາກຂໍ້ຄວາມເຖິງເຍົາວະຊົນ ແລະ ຄົນທີ່ກຳລັງໄລ່ຕາມຄວາມຝັນ ດ້ວຍປະໂຫຍກທີ່ປຸກພະລັງວ່າ:

ລົງມືເຮັດດຽວນີ້ເລີຍ! ບໍ່ຕ້ອງລໍຖ້າມື້ຕໍ່ໄປ ເພາະອະນາຄົດເປັນສິ່ງທີ່ບໍ່ແນ່ນອນ ເຮົາອາດຈະບໍ່ມີໂອກາດໄດ້ເຮັດມັນອີກກໍເປັນໄປໄດ້. ຈົ່ງລົງມືເຮັດຢ່າງເຕັມທີ່ ບໍ່ວ່າຜົນຈະອອກມາໄດ້ ຫຼື ບໍ່ໄດ້ ເຈົ້າຈະພູມໃຈໃນຕົວເອງຢ່າງແນ່ນອນ.

ເປັນແນວໃດແດ່ກັບເລື່ອງລາວຂອງ “ທອງວັນ” ຕົວແທນຈາກແຂວງຜົ້ງສາລີ? ມາຮອດນີ້ ໜຸ່ມເໜືອສຸດຄົນນີ້ຂໍຝາກເນື້ອຝາກຕົວໄວ້ໃນອ້ອມອົກອ້ອມໃຈຂອງແຟນໆທຸກຄົນ ພ້ອມສັນຍາວ່າຈະເຮັດໃຫ້ເຕັມທີ່ໃນທຸກໆຮອບການແຂ່ງຂັນ. ຢ່າລືມສົ່ງແຮງເຊຍ ແລະ ກຳລັງໃຈໃຫ້ກັບ ທອງວັນ ແລະ ຜູ້ເຂົ້າປະກວດທັງ 26 ຄົນ ຕົວແທນຈາກ 18 ແຂວງ ແລະ 8 ຕົວເມືອງພິເສດແດ່ເດີ້… ຮັບຮອງວ່າ Mister Universe Laos ປີນີ້ ມີເຊີໄພຣສ໌ແນ່ນອນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.