ອີພີນີ້ລີໂນ່ MVP ສ່ວນຄົນອື່ນກັບໄປໂບກໂລຊັ່ນຢູ່ບ້ານກັບ FACE of LAOS EP.4

ແບ່ງປັນ

ອີພີນີ້ລີໂນ່ MVP ສ່ວນຄົນອື່ນກັບໄປໂບກໂລຊັ່ນຢູ່ບ້ານກັບ FACE of LAOS EP.4

ໂດຍ: Tonmai Phoutthasack Tonmai Phoutthasack
21 July 2026 0

ຮ້ອນແຮງກວ່າອາກາດກໍຕ້ອງຍົກໃຫ້ກັບລາຍການ FACE of LAOS ທີ່ເດີນທາງມາເຖິງ EP.4 ແລ້ວ! ບອກເລີຍວ່າອີພີນີ້ມີຄົນມົງລົງ ແລະ ມີຄົນກຽມເກັບກະເປົາກັບບ້ານໄປໂບກໂລຊັ່ນດ່ວນໆ ເພາະແຄມເປນລ່າສຸດ “Glow on the Go Runway Challenge” ທີ່ໄດ້ຕົວຊ່ວຍເພີ່ມຄວາມປັງຢ່າງ Vaseline Gluta Hya ມາເປັນສະປອນເຊີຫຼັກນັ້ນ ບອກເລີຍວ່າເດືອດສຸດໆ!

ສຳລັບຮອບນີ້ ງານຍ່າງສັບໆ ສວຍໆ ຢ່າງດຽວອາດຈະບໍ່ພໍ ເພາະຜູ້ເຂົ້າແຂ່ງຂັນຕ້ອງງັດເອົາອິນເນີ ແລະ ທັກສະການພຣີເຊັນສິນຄ້າແບບເປັນທີມອອກມາແຂ່ງກັນ ໂດຍຖືກແບ່ງອອກເປັນ 4 ທີມ ກັບ 4 ໂຈດທີ່ຕ້ອງຕີບົດໃຫ້ແຕກ:

  • ທີມ Sexy: ທີ່ຕ້ອງງັດຄວາມແຊບ ໂຊຄວາມຢົວະ ດຶງດູດທຸກສາຍຕາເທິງຣັນເວ.
  • ທີມ Working: ມາໃນລຸກອັອຟຟິດສຸດສະມາດ ເຮັດວຽກເກັ່ງແຕ່ຜິວຕ້ອງເປ໊ະ.
  • ທີມ Active: ສາຍລຸຍ ສາຍກິລາ ທີ່ພ້ອມສຳລັບທຸກກິດຈະກຳ.
  • ທີມ Party: ສາຍທ່ຽວທີ່ຕ້ອງອອກລວດລາຍແດນສ໌ ແບບກິນຂາດ.

ບອກເລີຍວ່າງານນີ້ບໍ່ມີໃຜຍອມໃຜ ຟາດໄດ້ແມ່ນຟາດ! ໃຜອ່ອມກຽມຕຸບໄດ້ເລີຍ ເພາະແຕ່ລະທີມຄືງັດໄມ້ຕາຍມາຂ້າກັນເທິງຣັນເວແບບສຸດລິດ.ມາຕິດຕາມນຳກັນວ່າ ທີມໃດຈະໂຊຜິວປັງ ເດີນຊ່ຳ ເປ໊ະທຸກມຸມກ້ອງ? ແລະ ທີມໃດຈະອ່ອມ ຜິວແຫ້ງ ເດີນມອມຈົນກຳມະການເຖິງກັບຕ້ອງກຸມຫົວ?

ໃຜທີ່ຍັງບໍ່ໄດ້ເບິ່ງ ບອກເລີຍວ່າພາດແຮງ! ຮີບກົດເຂົ້າໄປເບິ່ງດ່ວນໆ ຖ້າບໍ່ຢາກລົມກັບໝູ່ບໍ່ຮູ້ເລື່ອງ!

ອ່ານຕື່ມ:  ຈາກເດັກນ້ອຍສູ້ຊີວິດ ສູ່ເວທີລະດັບປະເທດ ຮູ້ຈັກ ເຍ່ຍລໍ່ ໜຸ່ມຊຽງຂວາງກັບຄວາມຝັນໃນ Mister Universe Laos

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.