ເຄີຍສົງໄສບໍ່ວ່າ ເພັດ ແລະ ພອຍ ຕ່າງກັນແນວໃດ ເປັນຫຍັງໂລກແຟຊັ່ນຈຶ່ງເລືອກໃຊ້ບໍ່ຄືກັນ?

ແບ່ງປັນ

ເຄີຍສົງໄສບໍ່ວ່າ ເພັດ ແລະ ພອຍ ຕ່າງກັນແນວໃດ ເປັນຫຍັງໂລກແຟຊັ່ນຈຶ່ງເລືອກໃຊ້ບໍ່ຄືກັນ?

ໂດຍ: Tonmai Phoutthasack Tonmai Phoutthasack
22 July 2026 11

ເວລາເຮົາເບິ່ງແຟຊັ່ນໂຊ, ງານພົມແດງ ຫຼື ແມ່ນແຕ່ເວທີປະກວດນາງງາມ ເປັນຫຍັງເຄື່ອງປະດັບຢ່າງ “ເພັດ” ແລະ “ພອຍ” ຈຶ່ງເປັນອາວຸດລັບທີ່ຂາດບໍ່ໄດ້? ທັງຄູ່ເປັນອັນຍະມະນີທີ່ລ້ຳຄ່າຄືກັນ, ກຳເນີດຈາກໃຕ້ເປືອກໂລກຄືກັນ, ແຕ່ເວລາທີ່ນຳມາຈັບຄູ່ ເຂົ້າກັບເສື້ອຜ້າ ພັດໃຫ້ “ຄວາມຮູ້ສຶກ” ແລະ “ການເລົ່າເລື່ອງ” ທີ່ແຕກຕ່າງກັນຢ່າງສິ້ນເຊີງ. ມື້ນີ້ ມ່ວນຈະມາຖອດລະຫັດພາບລວມຄວາມງາມ ຂອງເຄື່ອງປະດັບທັງສອງແບບນີ້ກັນ.

ໃນມິຕິຂອງແຟຊັ່ນ, ທັງເພັດ ແລະ ພອຍ ມີໜ້າທີ່ຫຼັກທີ່ຄືກັນທຸກປະການ ນັ້ນກໍຄືການເປັນຈຸດດຶງດູດສາຍຕາ ແລະ ທີ່ສຳຄັນທີ່ສຸດຄືພວກມັນ “ຫຼິ້ນແສງໄດ້ດີຫຼາຍ”. ລອງຈິນຕະນາການເຖິງການຖ່າຍພາບຖ່າຍບຸກຄົນ ທາງແຟຊັ່ນທີ່ຈັດແສງແບບເນັ້ນເງົາຄລາສສິກ ຫຼື ຕອນທີ່ນາງແບບຍ່າງຮັບແສງສາດງາມໆຊ່ວງ Golden Hour, ບໍ່ວ່າຢູ່ເທິງຄໍຈະໃສ່ເພັດ ຫຼື ພອຍ, ອັນຍະມະນີທັງຄູ່ຈະເຮັດໜ້າທີ່ “ຮັບແສງແລ້ວສະທ້ອນກັບ” ເຂົ້າຫາກ້ອງ, ສ້າງປະກາຍແວວວາວທີ່ຊ່ວຍຍົກລະດັບອໍຣ່າຂອງໃບໜ້າ ແລະ ການແຕ່ງໜ້າໃຫ້ເບິ່ງໂດດເດັ່ນທະລຸກ້ອງອອກມາທັນທີ.

ເຖິງຈະມັກແສງຄືກັນ, ແຕ່ວິທີການເຮັດວຽກປະສານກັບ “ສີເສື້ອຜ້າ” ແລະ “ອາລົມຂອງຮູບລັກສະນະ” ນັ້ນ ແມ່ນແຕກຕ່າງກັນຢ່າງສິ້ນເຊີງ.

ເພັດ (Diamond): The Ultimate Neutral ງາມຫຼູຫຼາ ເຂົ້າໄດ້ກັບທຸກສິ່ງເທິງໂລກ

ເປັນຕົວແທນຂອງຄວາມຫຼູຫຼາ, ຄລາສສິກ ແລະ ເຂົ້າໄດ້ກັບທຸກສິ່ງ. ເພັດຈະຊ່ວຍ “ຍົກລະດັບ” ການແຕ່ງຕົວໃຫ້ເບິ່ງແພງຂຶ້ນ ໂດຍບໍ່ຍາດຄວາມໂດດເດັ່ນຈາກຊຸດເຊັ່ນ: ນາງງາມ Miss Universe ມັກໃສ່ຕຸ້ມຫູເພັດກັບຊຸດລາຕີ ຫຼື ການໃຊ້ສາຍຄໍເພັດເພື່ອຫຼຸດຄວາມລາຍຕາຂອງຊຸດແຟຊັ່ນ.

ແຫຼ່ງກຳເນີດຂອງເພັດບໍ່ຄ່ອຍມີຜົນຕໍ່ລາຄາ ຂໍພຽງງາມຕາມເກນ 4Cs ມັນກໍຈະເປັນຕົວແທນຂອງ “ມາດຕະຖານຄວາມງາມແບບສາກົນ” ທີ່ລົງທຶນໄດ້ ເພາະມີມາດຕະຖານລາຄາກາງລະດັບໂລກ.

ເພັດປຽບເໝືອນຜ້າໃບສີຂາວທີ່ສະຫວ່າງທີ່ສຸດ, ມັນບໍ່ມີສີມາກວນໃຈ. ດັ່ງນັ້ນ, ເພັດຈຶ່ງເປັນທາງເລືອກທີ່ປອດໄພໃນການ “ຍົກລະດັບ” ການແຕ່ງຕົວໃຫ້ເບິ່ງຫຼູຫຼາໄດ້ແບບບໍ່ຕ້ອງຄິດຫຼາຍ, ເວລາສວມໃສ່ຈະໃຫ້ພາບລັກ ແລະ ຄວາມຮູ້ສຶກທີ່ຫຼູຫຼາ, ຄລາສສິກ, ເປັນທາງການ ແລະ ສະຫງ່າງາມຕະຫຼອດການ.

ສັງເກດບໍ່ວ່າ ໃນການປະກວດຮອບຊຸດລາຕີ – Evening Gown ຂອງເວທີລະດັບໂລກຢ່າງ Miss Universe, ນາງງາມຫຼາຍກວ່າ 80% ເລືອກໃສ່ຕຸ້ມຫູເພັດລະຍ້າ. ນັ້ນກໍຍ້ອນວ່າເພັດຈະບໍ່ໄປຂັດກັບສີຂອງຊຸດລາຕີ, ບໍ່ວ່າຊຸດຈະປັກເຫຼື້ອມສີທອງແດງ, ສີນ້ຳເງິນສົດ ຫຼື ສີຂາວສະອາດຕາ, ເພັດຈະເຮັດໜ້າທີ່ພຽງແຕ່ສົ່ງປະກາຍໄຟ ໃຫ້ໜ້ານາງງາມເບິ່ງສະຫວ່າງຂຶ້ນ ໂດຍບໍ່ຍາດຄວາມໂດດເດັ່ນຈາກລາຍລະອຽດຂອງຊຸດທີ່ຕັດຫຍິບມາຢ່າງປານີດ.

ຫຼືຈະເປັນລຸກພົມແດງຂອງແຟຊັ່ນໄອຄອນຢ່າງ Zendaya ຫຼື Dua Lipa. ເວລາງານໃດທີ່ພວກນາງໃສ່ຊຸດກະໂປ່ງທີ່ມີການຕັດຫຍິບແປກຕາ ຫຼື ຜ້າທີ່ມີລວດລາຍຫຼາຍ, ນັກອອກແບບສະຕາຍມັກຈະຫຼຸດຄວາມລາຍຕາລົງ ດ້ວຍໂຊກເກີ ເພັດລ້ວນຈາກແບຣນດັງຢ່າງ Bulgari ຫຼື Tiffany & Co. ເພື່ອໃຫ້ລວມໆແລ້ວເບິ່ງງາມສະຫງ່າຢ່າງລົງຕົວ.

ພອຍ (Colored Gemstones): The Storyteller ເລົ່າເລື່ອງລາວຜ່ານສີສັນ

ເປັນຕົວແທນຂອງຄວາມມ່ວນຊື່ນ, ເອກະລັກ ແລະ ການເລົ່າເລື່ອງ. ພອຍຖືກໃຊ້ເພື່ອສ້າງຄວາມກົງກັນຂ້າມ ຫຼື Contrast ທີ່ສື່ເຖິງພະລັງຄວາມໝັ້ນໃຈເຊັ່ນ: ຊຸດຣາຕີນາງງາມ Miss Grand ມັກໃຊ້ພອຍສີສົດມາເຮັດເປັນຊຸດ, ໄອເທັມເຄື່ອງປະດັບແຟຊັ່ນ Y2K ທີ່ເນັ້ນພອຍສີສັນ ຫຼື ການໃຊ້ພອຍທ້ອງຖິ່ນເພື່ອຊຸກຍູ້ Soft Power.

ພອຍປຽບເໝືອນງານສິລະປະທີ່ບໍ່ມີລາຄາກາງ. ມູນຄ່າຂຶ້ນກັບຄວາມງາມ, ຄວາມຫາຍາກ ແລະ ຄວາມພໍໃຈ. ແຫຼ່ງກຳເນີດແມ່ນຫົວໃຈສຳຄັນທີ່ເຮັດໃຫ້ພອຍມີເລື່ອງເລົ່າໃຫ້ເວົ້າເຖິງໄດ້ຢ່າງເລິກເຊິ່ງ.

ພອຍຄືຄວາມມ່ວນຊື່ນ ມັນຄືສິລະປະຂອງການຫຼິ້ນກັບຄູ່ສີ, ພອຍແຕ່ລະສີມີເລື່ອງລາວໃນຕົວເອງ. ນັກອອກແບບມັກຈະໃຊ້ພອຍເພື່ອສື່ສານໃຫ້ເຫັນຊັດເຈນວ່າ ການແຕ່ງຕົວໃນມື້ນັ້ນຕ້ອງການຈະສື່ເຖິງຫຍັງ? ດັ່ງນັ້ນ ເວລາສວມໃສ່ຈຶ່ງໃຫ້ພາບລັກ ແລະ ຄວາມຮູ້ສຶກທີ່ມີຊີວິດຊີວາ, ມີເອກະລັກສະເພາະຕົວ ແລະ ໜ້າຄົ້ນຫາ.

ສົມມຸດວ່າເຮົາກຳລັງເຮັດຊຸດແຟຊັ່ນທີ່ໃສ່ຊຸດຜ້າໄໝພື້ນເມືອງ ຫຼື ຜ້າຕຳ່ທີ່ມີເອກະລັກ, ຖ້າເຮົາຈັບຄູ່ກັບພອຍ ຫຼື ອັນຍະມະນີສີຕ່າງໆ ທີ່ມີແຫຼ່ງກຳເນີດຈາກທ້ອງຖິ່ນນັ້ນ, ມັນຄື Soft Power ທາງແຟຊັ່ນ ທີ່ສາມາດເລົ່າເລື່ອງລາວທາງວັດທະນະທຳໄດ້ຢ່າງແນບນຽນ. ຫຼື ຖ້າເບິ່ງໃນເວທີປະກວດຢ່າງ Miss Grand International ທີ່ເນັ້ນຄວາມມ່ວນຊື່ນ ແລະ ເອກະລັກທີ່ຊັດເຈນ, ເຮົາມັກຈະເຫັນນາງງາມເລືອກໃຊ້ພອຍສີແດງ (ທັບທິມ) ຫຼື ມໍຣະກົດເສັ້ນໃຫຍ່ໆ ເພື່ອສ້າງຄວາມ Contrast ກັບສີຊຸດ ຫຼື ເອົາມາຄຸມໂທນເພື່ອໃຫ້ເບິ່ງມີພະລັງແບບຜູ້ຍິງທີ່ຊົງພະລັງ.

ແຫວນໝັ້ນແຊັບໄຟ (Sapphire) ສີນ້ຳເງິນອ້ອມເພັດລະດັບຕຳນານຂອງເຈົ້າຍິງໄດອານາ (ທີ່ສົ່ງທອດມາເຖິງ ເຄດ ມິດເດິນຕັນ), ແຫວນວົງນີ້ໃຊ້ຄວາມລຸ່ມເລິກຂອງແຊັບໄຟ ເພື່ອສື່ເຖິງຄວາມຄລາສສິກທີ່ເບິ່ງແລ້ວບໍ່ຈຳເຈ. ຫຼື ການແຕ່ງຕົວສະຕາຍ Y2K ທີ່ກັບມານິຍົມອີກຄັ້ງ, ປັດຈຸບັນ ໄວລຸ້ນສາຍແຟຊັ່ນນິຍົມໃສ່ແຫວນ ຫຼື ສາຍຄໍທີ່ເປັນພອຍສີສົດໃສ (Chunky Colorful Gemstones) ຫຼາຍກວ່າເພັດ ເພາະມັນເບິ່ງມ່ວນ ແລະ ສະແດງຄວາມເປັນຕົວເອງອອກມາໄດ້ແຈ້ງກວ່າ.

ຖ້າມື້ນີ້ເຈົ້າຕ້ອງການເຮັດໃຫ້ການແຕ່ງຕົວສົມບູນແບບ ເບິ່ງງາມສະຫງ່າລະດັບສາກົນ, ຫຼູຫຼາ ແລະ ເຂົ້າກັນໄດ້ກັບຊຸດທຸກສີເທິງໂລກ “ເພັດ” ຄືຄຳຕອບທີ່ຖືກຕ້ອງທີ່ສຸດ! ແຕ່ຖ້າເຈົ້າຮູ້ສຶກວ່າການແຕ່ງຕົວມື້ນີ້ມັນລຽບງ່າຍເກີນໄປ, ຢາກຈະເພີ່ມລູກຫຼິ້ນ, ເລົ່າເລື່ອງລາວ ຫຼື ສະແດງເອກະລັກຄວາມໝັ້ນໃຈຜ່ານຄູ່ສີທີ່ໂດດເດັ່ນ “ພອຍ” ຈະເປັນໝູ່ສະໜິດທີ່ເຮັດໃຫ້ການແຕ່ງຕົວຂອງເຈົ້າມ່ວນຂຶ້ນອີກຫຼາຍເທົ່າເລີຍ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.