“ກ່ອງກ່ອຍ” ກາຍເປັນໜັງລາວເລື່ອງທຳອິດທີ່ກວາດລາຍໄດ້ ແລະ ຍອດຜູ້ເບິ່ງຫຼາຍທີ່ສຸດໃນປະຫວັດສາດ

ຫຼັງຈາກທີ່ເຂົ້າສາຍໃນໂຮງຮູບເງົາຢູ່ໃນລາວ ແລະ ໄທ ຕັ້ງແຕ່ວັນທີ 16 ກໍລະກົດ 2026 ເປັນຕົ້ນມາ, ໜັງລາວເລື່ອງ “ກ່ອງກ່ອຍ” (Wrecked) ຕອນນີ້ກາຍເປັນໜັງລາວທີ່ກວາດລາຍໄດ້ ແລະ ຍອດຜູ້ເຂົ້າຊົມຫຼາຍທີ່ສຸດໃນປະຫວັດສາດຂອງລາວເປັນທີ່ຮຽບຮ້ອຍແລ້ວ.
ຂໍ້ມູນຫຼ້າສຸດເມື່ອວັນທີ 23 ກໍລະກົດ 2026, ກ່ອງກ່ອຍ ມີຍອດລາຍໄດ້ສະສົມຫຼາຍກວ່າ 833 ລ້ານກີບ ແລະ ມີຜູ້ເຂົ້າຊົມແລ້ວຫຼາຍກວ່າ 10,000 ຄົນ.
ສ່ວນຍອດລາຍໄດ້ຈາກຕະຫຼາດໃນຝັ່ງປະເທດໄທ ຫຼັງສາຍໄດ້ 3 ມື້ ກໍສາມາດຂຶ້ນສູ່ອັນດັບ 5 ຂອງ Box Office ໄທ ດ້ວຍລາຍໄດ້ 1.9 ລ້ານບາດ.
ນອກຈາກຜົນຕອບຮັບທີ່ດີໃນແງ່ຂອງລາຍໄດ້ແລ້ວ, ໜັງລາວເລື່ອງນີ້ຍັງມີສະຖິຕິອື່ນໆອີກທີ່ໜ້າສົນໃຈ ເຊິ່ງ Muan ໄດ້ຮັບຂໍ້ມູນນີ້ຈາກທາງຜູ້ຜະລິດ ແລະ ນຳເອົາມາຝາກທຸກໆຄົນ:
- ການເຂົ້າສາຍແບບຫຼາຍປະເທດ: ກ່ອງກ່ອຍ ເປັນໜັງລາວເລື່ອງທຳອິດທີ່ໄດ້ເຂົ້າສາຍໃນໂຮງຮູບເງົາຫຼາຍກວ່າ 165 ແຫ່ງທົ່ວໂລກ ໃນຮູບແບບ Commercial Release ບໍ່ແມ່ນງານເທດສະການຮູບເງົາ.
- ເປັນໜັງລາວເລື່ອງທຳອິດທີ່ໃຊ້ລະບົບສຽງ 7.1 Surround ເພີ່ມຄວາມຫຼອນແບບຮອບທິດທາງ.
- ເຂົ້າສາຍຫຼາຍກວ່າ 4 ປະເທດ: ເປັນຮູບເງົາລາວເລື່ອງທຳອິດທີ່ໄດ້ສາຍໃນໂຮງຮູບເງົາຫຼາຍກວ່າ 4 ປະເທດໄລ່ເລ່ຍກັນ ເຊັ່ນ: ລາວ, ໄທ, ມຽນມາ, ອົດສະຕຣາລີ ແລະ ຈະຂະຫຍາຍໄປປະເທດອື່ນໆອີກ ລວມທັງສະຕຣີມມິງ.
- ສິ່ງທີ່ສຳຄັນທີ່ສຸດແມ່ນ “ກ່ອງກ່ອຍ” ໄດ້ຊ່ວຍຈຸດປະກາຍໄຟ ແລະ ປຸກລະດົມຄວາມຕັ້ງໃຈໃຫ້ກັບສິລະປິນຮຸ່ນໃໝ່ ແລະ ຄົນເຮັດໜັງລາວ ຢາກລຸກຂຶ້ນມາສ້າງຜົນງານ ແລະ ຜະລິດຮູບເງົາລາວທີ່ມີຄຸນນະພາບອອກມາສູ່ສາຍຕາຊາວໂລກໃຫ້ຫຼາຍຂຶ້ນ.
ສິ່ງເຫຼົ່ານີ້ເປັນການພິສູດໃຫ້ເຫັນວ່າ ຖ້າວົງການຮູບເງົາລາວໄດ້ຮັບການສະໜັບສະໜຸນ ແລະ ຍົກລະດັບມາດຕະຖານໃນການສ້າງ, ຜົນງານສີມືຄົນລາວກໍສາມາດກ້າວຂຶ້ນໄປຢືນຢູ່ໃນເວທີສາກົນ ແລະ ມັດໃຈຄົນເບິ່ງທົ່ວໂລກໄດ້.
ໃຜທີ່ຍັງບໍ່ທັນໄດ້ໄປພິສູດຄວາມຫຼອນ ແລະ ຢາກຮ່ວມເປັນສ່ວນໜຶ່ງໃນປະຫວັດສາດໜ້າໃໝ່ນີ້, ຢ່າລືມໄປເບິ່ງກັນໃນໂຮງຮູບເງົາເດີ.