ຢ່າບອກໃດວ່າຈະບໍ່ຫຼິ້ນເທຣນນີ້? ຟັງຊ້ຳກັນບໍ່ຢຸດກັບເພງ Hashtag ຈາກ ZiXNA ft The-Earth

Key Takeaways:
- ZiXNA ແລະ The-Earth ໄດ້ສ້າງໄວຣັລອີກຄັ້ງກັບເພງ Hashtag ເຊິ່ງພວກເຂົາໄດ້ຖ່າຍທອດເລື່ອງລາວຜ່ານຕົວຕົນໄດ້ຊັດເຈນຫຼາຍກັບເພງນີ້.
- ເພງນີ້ແມ່ນໃຫ້ອາລົມຂອງເພງມີຄວາມຂີ້ຫຼິ້ນ ແຕ່ແຝງໄປດ້ວຍຄວາມໝັ່ນໃຈແບບມີສະໄຕລ໌ ພວກເຂົາໄດ້ຍົກໃຊ້ຄຳສະແລງຕາມແບບແນວເພງຮິບຮັອບ.
- ເນັ້ນຄວາມສະໜຸກສະໜານ ດ້ວຍຈັງຫວະທີ່ເຕັ້ນງ່າຍ ປະກອບກັບແຣັບເທ່ໆຂອງ ZiXNA ແລະ ຕັດດ້ວຍແຣັບທຸ່ມຕ່ຳຂອງ The-Earth.
- ເນື້ອຫາຂອງເພງກໍເຮັດໃຫ້ຄຸ້ນຕິດຫູ ດ້ວຍການໃຊ້ສິ່ງທີ່ຢູ່ໃກ້ຕົວເຮົາເອົາມາເວົ້າ ລວມເຖິງພຶດຕິກຳການໃຊ້ງານ ແລະ ການເປັນຕົ້ນແບບທີ່ສາມາດເປັນຜູ້ນຳເທຣນໃນໂລກໂຊຊຽວມີເດຍ.
- ເພງນີ້ມີກະແສມາເລື້ອຍໆ ຈົນບັນດາສິລະປິນ - Influencer ທັງລາວ ແລະໄທ ນຳໄປຫຼິ້ນໃນໂຊຊຽວມີເດຍຂອງພວກເຂົາ.
ມ່ວນຊວນຟັງ ຕ້ອງຂໍບອກວ່າ ເວລານີ້ບໍ່ມີໃຜບໍ່ຮູ້ຈັກພວກເຂົາ ZiXNA ແລະ The-Earth ໄດ້ສ້າງໄວຣັລອີກຄັ້ງກັບເພງ Hashtag ເຊິ່ງພວກເຂົາໄດ້ຖ່າຍທອດເລື່ອງລາວຜ່ານຕົວຕົນໄດ້ຊັດເຈນຫຼາຍກັບເພງນີ້ ເພາະພໍໄດ້ຟັງແລ້ວກໍຮູ້ເລີຍວ່າມີຄວາມໝັ້ນໃຈ, ມີໄລຟ໌ສະໄຕລ໌ທີ່ໂດດເດັ່ນ ແລະ ການເລືອກໃຊ້ຄຳທີ່ໄວຮຸ່ນມັກລົມກັນໃນເພງ.
ເພງນີ້ແມ່ນໃຫ້ອາລົມຂອງເພງມີຄວາມຂີ້ຫຼິ້ນ ແຕ່ແຝງໄປດ້ວຍຄວາມໝັ່ນໃຈແບບມີສະໄຕລ໌ ພວກເຂົາໄດ້ຍົກໃຊ້ຄຳສະແລງຕາມແບບແນວເພງຮິບຮັອບ ເພື່ອສື່ເຖິງຄວາມເຂັ້ມຂຸ້ນ, ຄວາມເກັ່ງ ຫຼື ຄວາມເທ່ໃນແບບທີ່ຫາຕົວຈັບຍາກ.
ທີ່ເນັ້ນຄວາມສະໜຸກສະໜານ ດ້ວຍຈັງຫວະທີ່ເຕັ້ນງ່າຍໂດຍບໍ່ຕ້ອງຄິດຫຍັງໃຫ້ຫຼາຍ, ປະກອບກັບແຣັບເທ່ໆໂທນສຽງສູງຂອງ ZiXNA ແລະ ຕັດດ້ວຍແຣັບໂທນສຽງທຸ່ມຕ່ຳຂອງ The-Earth ທີ່ເຮັດໃຫ້ເພງມີຄວາມກົມກ່ອມ ທີ່ສະແດງອອກເຖິງຄວາມໝັ້ນໃຈໃນໂຕເອງທີ່ສາມາດສົ່ງຕໍ່ພະລັງງານດີໆສູ່ຄົນຟັງ.
ເນື້ອຫາຂອງເພງກໍເຮັດໃຫ້ຄຸ້ນຕິດຫູ ດ້ວຍການໃຊ້ສິ່ງທີ່ຢູ່ໃກ້ຕົວເຮົາເອົາມາເວົ້າ ລວມເຖິງພຶດຕິກຳການໃຊ້ງານ ແລະ ການເປັນຕົ້ນແບບທີ່ສາມາດເປັນຜູ້ນຳເທຣນໃນໂລກໂຊຊຽວມີເດຍ ເຊິ່ງມີການຢ້ຳຊ້ຳໆໃຫ້ຄົນຟັງມາມ່ວນໄປກັບການເຕັ້ນ, ກົດໄລ້, ກົດແຊຣ໌ ພ້ອມຕິດແຮສແທັກອັນເປັນເອກະລັກຂອງເພງ.
ມ່ວນຊວນຟັງ ຮູ້ສຶກວ່າເປັນເພງທີ່ມີການສື່ສານເຖິງກຸ່ມຄົນຟັງໄດ້ດີ ແລະ ມີການ Hook ແບບກົງໄປກົງມາທີ່ເນັ້ນຄຳວ່າ Hashtag ເຮັດໃຫ້ເຮົາເຫັນເຖິງຄວາມພະຍາຍາມໃນການສ້າງແຮງດຶງດູດ ແລະ ການສ້າງຕົວຕົນໃຫ້ສາມາດຈຶ່ໄດ້ຂຶ້ນໃຈເລີຍ.
ຕ້ອງບອກວ່າເພງນີ້ຍັງມີກະແສມາເລື້ອຍໆ ຈົນບັນດາສິລະປິນ – Influencer ທັງລາວ ແລະໄທ ນຳໄປຫຼິ້ນໃນໂຊຊຽວມີເດຍຂອງພວກເຂົາ ທຸກຄົນຢ່າລືມໄປຟັງກັນເດີ.