ທຸກຄົນເຄີຍເຈິກັນແມ່ນບໍ່? ກັບປະໂຫຍກທີ່ຂຶ້ນຕົ້ນດ້ວຍຄຳເວົ້າທີ່ວ່າ ອັນນີ້ເວົ້າເພາະຫວັງດີໃດ… ແຕ່ພໍເວົ້າຈົບແທນທີ່ຈະໄດ້ຂໍ້ຄິດໄປປັບປຸງຕົວເອງກັບຮູ້ສຶກດິ່ງ ໝົດຄວາມໝັ້ນໃຈ ແລະ ເຈັບແສບໄປຮອດຫົວໃຈ.
ຖ້າເຄີຍເຈິແບບນີ້ ທຸກຄົນຢ່າຟ້າວໂທດຕົວເອງ ເພາະຄຳເວົ້າເຫຼົ່ານັ້ນອາດບໍ່ແມ່ນການແນະນຳ ແຕ່ມັນຄື Toxic Criticism ຫຼື ຄຳຕິທີ່ເປັນພິດ ທີ່ມາໃນຄາບຂອງຄວາມຫວັງດີ.
ບາງເທື່ອເວລາທີ່ຫຼາຍຄົນໄດ້ຍິນກໍບໍ່ຄ່ອຍຈະເຂົ້າໃຈມັນດອກ ຄິດແຕ່ໂທດຕົວເອງວ່າເຮົາເອງທີ່ຍັງດີບໍ່ພໍ ແຕ່ກໍປັບປຸງ ແລະ ຄິດວ່ານີ້ສິ່ງທີ່ເຮັດກໍດີຂຶ້ນເລື້ອຍໆ ແຕ່ກັບພໍເຮັດໄປເທົ່າໃດກໍຍັງບໍ່ພໍ ຈຶ່ງເກີດຕັ້ງຄຳຖາມວ່າເພດານ ຫຼື ມາດຕະຖານມັນວັດກັນຢູ່ບ່ອນໃດ?
Muan RelationTip ຄິດວ່າມັນດີແລ້ວທີ່ທຸກຄົນເກີດການຕັ້ງຄຳຖາມໃນໃຈ ແລະ ຄົ້ນພົບມັນ ພວກເຮົາມາລອງແບ່ງປັນ ແລະ ສຶກສາໄປນຳກັນດີກວ່າ ເຮົາຈະປັບໃຊ້ການບອກຕິແນວໃດ ບໍ່ໃຫ້ກາຍເປັນຢາພິດທຳລາຍຄວາມຮູ້ສຶກກັນ.
ຄິດວ່າທຸກຄົນຄົງຢາກຈະຮູ້ແລ້ວວ່າ ພວກຄຳຕິແບບໃດທີ່ເຮົາຄວນຟັງ ແລະ ແບບໃດທີ່ຄວນ “ໂຍນຖິ້ມ” ໄປໄດ້ເລີຍ ບອກເລີຍວ່າບົດຄວາມນີ້ຈົບ ຈະຮູ້ສຶກປົດລັອກບາງສິ່ງບາງຢ່າງໃນໃຈກັນແນ່ນອນ.
Toxic Criticism ແມ່ນຫຍັງ?
Toxic Criticism ເວົ້າໃຫ້ເຂົ້າໃຈງ່າຍໆເລີຍກໍຄື ມັນແມ່ນ ຄຳຕິທີ່ຄົນເວົ້າບໍ່ໄດ້ຕັ້ງໃຈຈະຊ່ວຍໃຫ້ເຮົາດີຂຶ້ນ ເຊິ່ງເຈດຕະນາຂອງການຕິມັນຄືການລະບາຍອາລົມ, ໃຊ້ຄຳເວົ້າໂຈມຕີຢາກໃຫ້ເຮົາຮູ້ສຶກອັບອາຍ ແລະ ເຈັບປວດ, ໝົດຄຸນຄ່າໃນຕົວເອງ, ຢາກຢູ່ເໜືອກວ່າເຮົາ ຫຼື ການພະຍາຍາມຄວບຄຸມ ເທົ່ານັ້ນເອງ.
ສັນຍານເຕືອນແບບໃດທີ່ເອີ້ນວ່າ ຄຳຕິແບບເປັນພິດ?
ໃຫ້ທຸກຄົນລອງສັງເກດເດີ ຖ້າເຈິຄຳເວົ້າທີ່ມີລັກສະນະແບບນີ້ໃຫ້ຮູ້ໄວ້ເລີຍວ່າມັນຄືພິດ.
- ໂຈມຕີຕົວບຸກຄົນ (Personal Attack) ບໍ່ໄດ້ເວົ້າເຖິງວຽກ, ແຕ່ລາມໄປທີ່ຕົວຕົນຄື ເຈົ້າເຮັດບໍ່ໄດ້ດອກ ຫຼື ເຈົ້າມີຄວາມສາມາດບໍ່ພໍ
- ໃຊ້ອາລົມ ແລະ ຄຳເວົ້າຮຸນແຮງທີ່ໃຊ້ຄຳສຽດສີ, ຄຳດ່າ ຫຼື ການເວົ້າເກີນຈິງ ແລະ ບໍ່ຄິດຟັງຄວາມຄິດເຫັນໃດໆເລີຍ ເຮັດຜິດແນວນີ້ຕະຫຼອດ ຫຼື ຖ້າເປັນຂ້ອຍຈະບໍ່ເຮັດແບບເຈົ້າ.
- ມີແຕ່ຄຳຕິ ແຕ່ບໍ່ມີທາງອອກໃຫ້ເລີຍ ແຖມຍັງມີແຕ່ການຕັດສິນທັນທີໂດຍບໍ່ຄິດດີໆ ແລະ ຕຳໜິ ແຕ່ພໍຖາມວ່າຄວນເຮັດແນວໃດຕໍ່ ກັບມິດບໍ່ມີຄຳແນະນຳຫຍັງດີໆໃຫ້ເລີຍ.
- ມີແຜນແຝງທຸກຄັ້ງທີ່ມີຄຳຕິ ເພາະການເວົ້າແຕ່ລະເທື່ອນັ້ນກໍເພື່ອເຮັດໃຫ້ເຮົາເສຍຄວາມໝັ້ນໃຈ, ຕ້ອງການຄວບຄຸມ, ຢາກໃຫ້ເພິ່ງພາ ແລະ ເຄົາລົບເຂົາຫຼາຍຂຶ້ນ.
ວິທີຮັບມື ເມື່ອຕ້ອງເຈິຄຳເວົ້າເປັນພິດ
ຖ້າສະຖານະການມັນຫຼີກລ້ຽງບໍ່ໄດ້ ວິທີປ້ອງກັນໃຈໂຕເອງທີ່ດີທີ່ສຸດຄືໃຫ້ທຸກຄົນລອງເຮັດເບິ່ງຕາມ 4 ວິທີຮັບມື ເມື່ອຕ້ອງເຈິຄຳເວົ້າເປັນພິດ.
1. ແຍກຄຸນຄ່າເຮົາອອກຈາກຄຳເວົ້າເຂົາ: ໃຫ້ທຸກຄົນເຂົ້າໃຈກ່ອນວ່າ ຄຳເວົ້າທີ່ເປັນພິດມັນສະທ້ອນ “ອະຄະຕິ ແລະ ອາລົມຂອງຜູ້ເວົ້າ” ຫຼາຍກວ່າ “ຄວາມເປັນຈິງຂອງໂຕເຮົາ”.
2. ຕັ້ງສະຕິ ຢ່າຟ້າວຮ້ອນໃສ່: ຖ້າເຈິສະຖານະການນັ້ນໃຫ້ຕັ້ງສະຕິ, ການຕອບໂຕ້ດ້ວຍອາລົມຈະຍິ່ງເຂົ້າທາງຂອງຜູ້ເວົ້າ ແລະ ເຮັດໃຫ້ເລື່ອງລາວລຸກລາມ.
3. ກຳນົດຂອບເຂດ: ຖ້າເປັນຄົນໃກ້ຊິດໃຫ້ບອກໄປກົງໆເລີຍວ່າ “ຄຳເວົ້າແບບນີ້, ຮູ້ສຶກບໍ່ມັກ-ບໍ່ສະບາຍໃຈ ແລະ ມັນບໍ່ໄດ້ຊ່ວຍໃຫ້ຄວາມສຳພັນ ຫຼື ວຽກດີຂຶ້ນເລີຍ”.
4. ບໍ່ຕ້ອງສົນໃຈ (Ignore): ຖ້າບອກແລ້ວຍັງຄືເກົ່າ ໃຫ້ເລືອກທີ່ຈະບໍ່ສົນໃຈຄຳຕິທີ່ບໍມີສາລະ ຫຼື ມາຈາກຄົນທີ່ບໍ່ໄດ້ມີຄວາມສຳຄັນໃນຊີວິດ ການປ່ອຍຜ່ານ ຄືເກາະປ້ອງກັນທີ່ດີທີ່ສຸດສຳລັບສຸຂະພາບຈິດເຮົາ.
Muan RelationTip ຢາກບອກກັບທຸກຄົນວ່າ ຊີວິດເຮົາມັນສັ້ນເກີນກວ່າຈະເອົາຄວາມຮູ້ສຶກໄປຜູກໄວ້ກັບຄຳເວົ້າເປັນພິດຂອງຄົນອື່ນເດີ.
ເລືອກເປີດຮັບພຽງ ຄຳຕິຊົມທີ່ສ້າງສັນ ເພື່ອເອົາມາພັດທະນາໂຕເອງ ແລະ ຮຽນຮູ້ທີ່ຈະ ປ່ອຍວາງກັບຄຳເວົ້າທີ່ເປັນພິດ ເພື່ອປົກປ້ອງຮັກສາສຸຂະພາບຈິດ ແລະ ຄວາມສຸກຂອງໂຕເຮົາເອງດີກວ່າ.