ຖອດບົດຮຽນຈາກ 140 ປີ ສູ່ຍຸກ AI: ການວາງມາດຕະຖານໃໝ່ຂອງ Coca-Cola
Key Takeaways:
- Coca-Cola updated its 2026 brand guidelines to make the brand more authentically "Coca-Cola" by doubling down on iconic assets instead of creating a new logo.
- Design agency JKR amplified core elements—like the Spencerian Script, Dynamic Ribbon, and Arden Square—for instant global recognition.
Coca-Cola ແບຣນທີ່ມີອາຍຸ 140 ປີ ລຸກຂຶ້ນມາປັບມາດຕະຖານແບຣນໃໝ່ທົ່ວໂລກ ຫຼື ໃນວົງການການຕະຫຼາດເອີ້ນວ່າແບຣນໄກດ໌ລາຍ (Brand Guideline) ໃນປີ 2026… ບໍ່ແມ່ນການເຮັດໂລໂກ້ໃໝ່ ແຕ່ເປັນຄວາມພະຍາຍາມໃນການເຮັດໃຫ້
Coca-Cola ເປັນ Coca-Cola ຫຼາຍຍິ່ງຂຶ້ນ
Coca-Cola has been given a complete design overhaul by Jones Knowles Ritchie, amplifying the brand’s most iconic assets. The brief was simple: “Make Coca-Cola more Coca-Cola.”
“ອິຫຍັງນິ?” ເປີດຫົວເລື່ອງມາ ຜູ້ອ່ານກໍຄົງຈະອຸທານໃນໃຈຄືກັບຜູ້ຂຽນ… ດຽວເຮົາໄປທຳຄວາມເຂົ້າໃຈນຳກັນວ່າແບຣນລະດັບນີ້ເຂົາກຳລັງຄິດຫຍັງຢູ່

ໝາຍເຫດ: ບົດນີ້ຂ້ອນຂ້າງຈະມີຄຳສັບເຕັກນິກໃນສາຍອອກແບບ ແລະ ສາຍການຕະຫຼາດຫຼາຍສົມຄວນ ແຕ່ຜູ້ຂຽນຈະພະຍາຍາມແປເປັນພາສາລາວປະກອບໄປນຳເດີ
ບົດຮຽນຈາກການຍົກລະດັບຈຸດເດັ່ນ (ສັບເຕັກນິກພວກເຮົາເອີ້ນວ່າ Visual Identity System ຫຼື ລະບົບເອກະລັກທາງສາຍຕາ) ຂອງ Coca-Cola ທີ່ຮ່ວມມືກັບບໍລິສັດອອກແບບລະດັບໂລກຄື Jones Knowles Ritchie (JKR) (ຜົນງານ Burger King, Yahoo, KFC, Walmart, Mozilla…etc.) ໃນ 200 ກວ່າປະເທດ ໂດຍມີແງ່ມຸມທາງກົນລະຍຸດທີ່ນັກທຸລະກິດ, ນັກອອກແບບ ແລະ ນັກການຕະຫຼາດຄວນນຳມາເປັນກໍລະນີສຶກສາ


📌 3 ບົດຮຽນທາງກົນລະຍຸດຈາກ Coca-Cola
ເມື່ອແບຣນມັນຂະຫຍາຍໄປທົ່ວໂລກ, ພາບລັກ ແລະ ການອອກແບບກັນມັກຈະຄ່ອຍໆ ພ້ຽນໄປເລື້ອຍໆ ຕາມແຕ່ລະທີມແຕ່ລະບ່ອນຈະຕີລາຄາໃຫ້ຄວາມເຫັນກັນໄປ, ຍິ່ງດົນໄປການອອກແບບທີ່ຜິດພ້ຽນກໍແຊກຊຶມຢູ່ໃນປ້າຍໂຄສະນາ ຢູ່ຕາມຈຸດຕ່າງແບບບໍ່ຮູ້ໂຕ.
1. ແກ້ໄຂ “ຄວາມພ້ຽນຂອງການອອກແບບ”
ແທນທີ່ຈະພະຍາຍາມຮື້ການອອກແບບໃໝ່ໝົດ, Coca-Cola ເລືອກເພີ່ມນ້ຳໜັກໃຫ້ອົງປະກອບເອກະລັກຫຼັກ (Distinctive Brand Assets) ທີ່ຜູ້ຄົນຈື່ໄດ້ດີຢູ່ແລ້ວໃຫ້ກັບມາໂດດເດັ່ນເຊັ່ນ:
- ດຶງໂຕໜັງສືຊື່ແບຣນລວງຕັ້ງທີ່ຂຽນວ່າ “Cola-Cola” ກັບມາຢູ່ເທິງກະປ໋ອງຄືນ.
- ເນັ້ນການຈັດວາງຕົວອັກສອນການຂຽນແບບ Spencerian Script, ແຖບຄື້ນທີ່ເອີ້ນວ່າ Dynamic Ribbon, ແລະ ຂອບແດງທີ່ມີຊື່ວ່າ Arden Square ໃຫ້ຢູ່ໃນແຖວໜ້າຂອງການອອກແບບທຸກຈຸດ (Touchpoint).


👉 ບົດຮຽນ: ຄຸນຄ່າຂອງແບຣນ (Brand Equity) ທີ່ແຂງແກ່ນໃນກໍລະນີນີ້ ບໍ່ແມ່ນເກີດຈາກການປ່ຽນໂລໂກ້ ປ່ຽນໂສມໜ້າໄປເລື້ອຍໆ, ແຕ່ເກີດຈາກການຫຼຸດຜ່ອນ, ການຕັດຮອນເອົາຄວາມລັງເລໃນໃຈລູກຄ້າ, ຕັດສິ່ງທີ່ມັນສັບສົນອອກ, ເພື່ອໃຫ້ຜູ້ບໍລິໂພກຈົດຈຳ ແລະ ເລືອກໄດ້ທັນທີຕອນຢູ່ຊັ້ນວາງຂາຍເຄື່ອງ.
2. ວາງໂຄງສ້າງແບຣນຍ່ອຍໃຫ້ຊັດເຈນ
ໃນກໍລະນີຂອງ Coke Zero Sugar ທີ່ເປັນແບຣນຍ່ອຍກໍໄດ້ມີການປັບເຊັ່ນກັນ, ເຂົາເຈົ້າເລືອກຂະຫຍາຍໂຕໜັງສື “Zero Sugar” ໃຫ້ໃຫຍ່ຂຶ້ນ, ປັບຝາຂວດເປັນສີດຳ ແລະ ໃຊ້ແຖບຄື້ນສີດຳເທິງກະປ໋ອງ.
👉 ບົດຮຽນ: ແບຣນຍ່ອຍທີ່ດີ ຕ້ອງມີຕົວຕົນທີ່ໂດດເດັ່ນເປັນຂອງໂຕເອງ ໂດຍທີ່ຍັງຢູ່ພາຍໃຕ້ແບຣນຫຼັກ (Masterbrand) ຢ່າງກົມກືນ ແລະ ບໍ່ສ້າງຄວາມສັບສົນໃຫ້ຜູ້ບໍລິໂພກ.


3. ໃຊ້ AI ເພື່ອກຳກັບມາດຕະຖານ, ບໍ່ແມ່ນໃຫ້ມາຄິດສ້າງສັນແທນ
ຈຸດສຳຄັນຄັ້ງນີ້ຄືການໃຊ້ເຄື່ອງມື AI ທີ່ພັດທະນາຂຶ້ນພາຍໃນອົງກອນ ຊື່ວ່າ Design Intelligence (Project Fizzion) ທີ່ຖືກເຝິກດ້ວຍຄັງຂໍ້ມູນຜົນງານຂອງ Coca-Cola ເອງເພື່ອໃຫ້ທີມງານ, ພັນທະມິດ ຫຼື ເອເຈັນຊີການຕະຫຼາດທົ່ວໂລກທີ່ເຮັດວຽກນຳເຂົາເຈົ້າ ດຶງອົງປະກອບໄປໃຊ້ໄດ້ຢ່າງຖືກຕ້ອງຕາມ ມາດຕະຖານ ແລະ ມີຄວາມ ສອດຄ່ອງກັນ (Consistency) ເຖິງວ່າເວລາຈະຜ່ານໄປ ໂດຍການຕັດສິນໃຈສ່ວນບຸກຄົນໃນແຕ່ລະຄັ້ງໃຫ້ໜ້ອຍລົງ ຈະໄດ້ເຊົາຖຽງກັນວ່າ ງານອອກແບບນັ້ນຖືກຕ້ອງຕາມບໍລິສັດແມ່ລະບໍ່, ແລ້ວເອົາເວລາໄປສຸມໃສ່ໃນຄວາມຄິດສ້າງສັນ, ການວິເຄາະຄິດຄົ້ນໄອເດຍ ໃນການເລົ່າເລື່ອງໃຫ້ດີຂຶ້ນ.
👉 ບົດຮຽນ: ນີ້ຄືຕົວຢ່າງການໃຊ້ AI ຢ່າງຖືກທິດທາງໃນອົງກອນ: ເອົາ AI ມາເຝົ້າລະວັງມາດຕະຖານແບຣນ ແລະ ຫຼຸດຜ່ອນວຽກຊ້ຳຊາກ ເພື່ອໃຫ້ທີມຄຣີເອທີບມີເວລາໄປສ້າງສັນ ໄປໂຟກັດກັບການເລົ່າເລື່ອງຂອງແບຣນ.


“ເມື່ອເຈົ້າເປັນແບຣນອາຍຸ 140 ປີ ທີ່ມີຂາຍໃນທຸກຕະຫຼາດ, ຄວາມບໍ່ສອດຄ່ອງເລັກໆ ນ້ອຍໆ ມັກຈະຄ່ອຍໆ ແຊກຊຶມເຂົ້າມາ. ແບຣນທີ່ຢູ່ໃນຫົວຂອງຜູ້ຄົນ ແລະ ແບຣນທີ່ເປັນຢູ່ ຈຶ່ງຄ່ອຍໆ ພ້ຽນອອກຈາກກັນ.” — Tosh Hall, ປະທານເຈົ້າໜ້າທີ່ຝ່າຍສ້າງສັນລະດັບໂລກ (Chief Creative Officer) ຂອງ JKR
“When you’re 140 years old, operating across every market, small inconsistencies creep in. The brand in people’s heads and the brand as it actually exists can drift apart.”— Tosh Hall, Global CCO ຂອງ JKR
💡 ຂໍ້ຄິດສຳລັບນັກວາງກົນລະຍຸດ:
ການປັບປຸງແບຣນທີ່ມີພະລັງແທ້ ບາງຄັ້ງບໍ່ແມ່ນການພະຍາຍາມສ້າງແຕ່ “ສິ່ງໃໝ່” ແຕ່ແມ່ນການດຶງ “ສິ່ງທີ່ຢູ່ໃນຫົວຂອງຜູ້ບໍລິໂພກ” ກັບມາໃຫ້ກົງກັນກັບ “ສິ່ງທີ່ແບຣນສະແດງອອກ” ໃຫ້ເຂັ້ມແຂງ ແລະ ສອດຄ່ອງກັນໃຫ້ຫຼາຍທີ່ສຸດ.
- ຢ່າຖິ້ມເອກະລັກ Distinctive Assets ໂດຍບໍ່ຈຳເປັນ: ກ່ອນຈະປັບປຸງຫຍັງ ຫຼື ໄປປ່ຽນ Guideline ຫຍັງ, ຕ້ອງຮູ້ກ່ອນວ່າ ເອກະລັກດຽວທີ່ລູກຄ້າຈົດຈຳ ຂອງເຮົາຄືຫຍັງ ແລ້ວເພີ່ມນ້ຳໜັກໃຫ້ມັນ.
- ຄວາມຕໍ່ເນື່ອງ ຫຼື Consistency ຄືຫົວໃຈຂອງແບຣນ: ສິນຄ້າດຽວກັນ ຖ້າສະແດງອອກບໍ່ຄືກັນໃນແຕ່ລະຊ່ອງທາງ, ຄຸນຄ່າຂອງແບຣນຈະຄ່ອຍໆ ຫຼຸດລົງຕາມການເວລາ.
- ການວາງລະບົບການອອກແບບທີ່ດີ Systematization = Creative ມີອິດສະຫຼະທີ່ຈະຄິດ: ການວາງລະບົບ Brand System ແລະ ເຄື່ອງມືທີ່ຊັດເຈນ ຈະຊ່ວຍໃຫ້ທີມງານເຮັດວຽກໄດ້ໄວຂຶ້ນ ໂດຍບໍ່ຫຼຸດມາດຕະຖານ.
Credits:
- One Iconic Brand. One Iconic Look. Coca-Cola® Sharpens Its Identity Under One Bold Visual System
- Coca-Cola Unveils a New Global Brand Identity – PRINT Magazine
- Coca-Cola’s new global identity: ‘make Coca-Cola more Coca-Cola’ | Famous Campaigns
- Coca-Cola Unveils Newly Refreshed Global Visual Identity System – DIELINE
- Coca-Cola gets new look that makes it even “more Coca-Cola” | Creative Bloq