ຮູ້ຈັກ ດີ່ດີ້ ລັດທະພົນ ວ່າທີ່ນັກສຶກສາການລົດໄຟ ຕົວແທນແຂວງອຸດົມໄຊ ຜູ້ມີຫົວໃຈຮັກສັງຄົມ ແລະ ສຽງດົນຕີ

ແບ່ງປັນ

ຮູ້ຈັກ ດີ່ດີ້ ລັດທະພົນ ວ່າທີ່ນັກສຶກສາການລົດໄຟ ຕົວແທນແຂວງອຸດົມໄຊ ຜູ້ມີຫົວໃຈຮັກສັງຄົມ ແລະ ສຽງດົນຕີ

ໂດຍ: Tonmai Phoutthasack Tonmai Phoutthasack
22 July 2026 10

ຖ້າເວົ້າເຖິງເດັກໜຸ່ມໃນໄວ 18 ປີ ຫຼາຍຄົນອາດຈະນຶກເຖິງຊ່ວງເວລາແຫ່ງການຄົ້ນຫາຕົວເອງ ແລະ ການໃຊ້ຊີວິດໄວລຸ້ນໃຫ້ເຕັມທີ່. ແຕ່ສຳລັບ “ດີ່ດີ້ – ລັດທະພົນ ສີລິຈັນໂທ” ໜຸ່ມນ້ອຍຈາກນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຮັບໂອກາດເປັນຕົວແທນ ແຂວງອຸດົມໄຊ ໃນເວທີ Mister Universe Laos ປີນີ້ ລາວກັບມີເລື່ອງລາວຊີວິດທີ່ເຕັມໄປດ້ວຍປະສົບການທີ່ໜ້າທຶ່ງ ທັງການເປັນນັກດົນຕີລະດັບຊາດ ແລະ ການເປັນຈິດອາສາຊ່ວຍເຫຼືອສັງຄົມ.

ມື້ນີ້ ມ່ວນຈະພາທຸກຄົນໄປສຳຜັດກັບພະລັງງານບວກ ແລະ ທຳຄວາມຮູ້ຈັກກັບຕົວຕົນຂອງໜຸ່ມນ້ອຍຮອຍຍິ້ມມີສະເໜ່ຄົນນີ້ ທີ່ພ້ອມຈະພິສູດໃຫ້ເຫັນວ່າ ອາຍຸເປັນພຽງໂຕເລກ ຖ້າຫາກເຮົາມີຄວາມກ້າ ແລະ ຄວາມຕັ້ງໃຈທີ່ແຮງກ້າພໍ!

ປັດຈຸບັນ ດີ່ດີ້ ກຳລັງສຶກສາຢູ່ທີ່ ວິທະຍາໄລເຕັກນິກວິຊາຊີບ ການລົດໄຟ ແລະ ໃຊ້ເວລາວ່າງຫຼັງເລີກຮຽນເຮັດວຽກພາດທາມ (Part-time) ຢູ່ໂຮງແຮມ ເພື່ອຝຶກຝົນປະສົບການຊີວິດ.

ໃນເລື່ອງຂອງບຸກຄະລິກ ດີ່ດີ້ ຂໍນິຍາມຕົນເອງວ່າ ເປັນຄົນເວົ້າງ່າຍ, ຫົວງ່າຍ, ເຟຣນລີ ແລະ ສາມາດເຂົ້າກັບທຸກຄົນໄດ້ດີ. ຈຸດເດັ່ນຂອງລາວຄືການເວົ້າຈາທີ່ເປັນກັນເອງ ນິໄສຂີ້ຫຼິ້ນມັກສ້າງສຽງຫົວ ແລະ ທີ່ສຳຄັນຄືມີຄວາມໝັ້ນໃຈໃນການແຕ່ງກາຍ ເຊິ່ງໄລຟ໌ສະຕາຍຂອງລາວມັກຈະນຸ່ງເຄື່ອງທຳມະດາຊິວໆ ແຕ່ເບິ່ງສຸພາບຮຽບຮ້ອຍ. ສິ່ງທີ່ໜ້າປະທັບໃຈທີ່ສຸດໃນຕົວໜຸ່ມນ້ອຍຄົນນີ້ ຄືລາວມັກຈະເປັນຄົນທີ່ຄອຍສ້າງພະລັງບວກ (Positive Energy) ໃຫ້ກັບຄົນອ້ອມຂ້າງຢູ່ສະເໝີ.

ນອກຈາກຄວາມສາມາດໃນການຫຼິ້ນກິລາທັງ ບານເຕະ, ບານສົ່ງ ແລະ ກະຕໍ້ແລ້ວ ດີ່ດີ້ ຍັງມີພອນສະຫວັນທາງດ້ານສຽງເພງ ແລະ ສຽງດົນຕີ. ງານອະດິເລກທີ່ລາວຫຼົງໄຫຼທີ່ສຸດຄືການຫຼິ້ນດົນຕີ ແລະ ຮ້ອງເພງ ແຕ່ໃຜຈະຮູ້ວ່າ ພອນສະຫວັນນີ້ແຫຼະ ທີ່ພາລາວກ້າວໄປສູ່ຄວາມພາກພູມໃຈອັນຍິ່ງໃຫຍ່ໃນຊີວິດ!

ອ່ານຕື່ມ:  ເລີ່ມຕົ້ນຈາກສູນແລ້ວແນວໃດ? ແມ່ນຫຍັງຄືເບື້ອງຫຼັງທີ່ພາ ເຄ ແສງອາທິດ ກ້າວຂຶ້ນເວທີ Mister Universe Laos?

ໜຶ່ງໃນຜົນງານທີ່ຫຼາຍຄົນອາດຈະຄາດບໍ່ເຖິງສຳລັບເດັກໜຸ່ມໄວ 18 ປີຄົນນີ້ຄື: ລາວເຄີຍໄດ້ຮັບກຽດຮ່ວມສະແດງດົນຕີຕາເວັນຕົກ ໃນງານກອງປະຊຸມສຸດຍອດອາຊຽນ (ASEAN Summit) ທີ່ຜ່ານມາ ເຊິ່ງຖືເປັນການຮັບໃຊ້ຊາດ ແລະ ເປັນປະສົບການລະດັບຊາດທີ່ລາວຈະບໍ່ມີວັນລືມ.

ບໍ່ພຽງແຕ່ເປັນນັກດົນຕີທີ່ມີພອນສະຫວັນ ດີ່ດີ້ ຍັງເປັນໄວໜຸ່ມທີ່ມີຫົວໃຈຮັກທຳມະຊາດ ແລະ ມັກຊ່ວຍເຫຼືອສັງຄົມ. ລາວເຄີຍລົງພື້ນທີ່ຮ່ວມກັບທີມກູ້ໄພ ເພື່ອຊ່ວຍເຫຼືອໃນເຫດການໄຟໄໝ້ປ່າທີ່ ພູພະນັງ ແລະ ວັງວຽງ ມາແລ້ວ! ເຊິ່ງການໄດ້ລົງມືຊ່ວຍເຫຼືອສັງຄົມໃນສະຖານະການແທ້ ກາຍເປັນໜຶ່ງໃນສິ່ງທ້າທາຍທີ່ຍິ່ງໃຫຍ່ທີ່ລາວສາມາດກ້າວຜ່ານມັນມາໄດ້.

ເມື່ອຖາມເຖິງບຸກຄົນທີ່ເປັນແຮງບັນດານໃຈ (Idol), ດີ່ດີ້ ຕອບຢ່າງພູມໃຈວ່າ ບຸກຄົນທຳອິດຄື “ແມ່” ຜູ້ທີ່ຢູ່ເບື້ອງຫຼັງທຸກຢ່າງ ຄອຍຊັບພອດ, ສັ່ງສອນ ແລະ ອະທິບາຍເລື່ອງລາວຕ່າງໆໃນຊີວິດໃຫ້ສະເໝີ. ສ່ວນອີກຄົນໜຶ່ງຄື “ອ້າຍບອບບີ້” ຍ້ອນຊື່ນຊົມໃນຄວາມກ້າຫານ, ຄວາມພະຍາຍາມ, ຄວາມເປັນຜູ້ນຳ ແລະ ທັກສະການສື່ສານທີ່ເປັນເອກະລັກ.

ເຫດຜົນສຳຄັນທີ່ ດີ່ດີ້ ຕັດສິນໃຈກ້າວຂຶ້ນມາປະກວດໃນເວທີ Mister Universe Laos ກໍເພາະມອງວ່າ ນີ້ຄືເວທີທີ່ຍິ່ງໃຫຍ່ ແລະ ເປີດໂອກາດໃຫ້ກັບຄົນທີ່ຍັງບໍ່ມີປະສົບການ ຫຼື ຄົນທີ່ບໍ່ກ້າສະແດງອອກ ໄດ້ມາໂຊສັກກະຍະພາບ. ລາວຢາກພິສູດໃຫ້ໂລກໄດ້ເຫັນວ່າ “ຄົນລາວກໍມີດີບໍ່ແພ້ປະເທດໃດໃນໂລກ.”

ຫາກໄດ້ຮັບຕຳແໜ່ງ, ດີ່ດີ້ ມີເປົ້າໝາຍທີ່ຊັດເຈນວ່າ ຢາກໃຊ້ເວທີນີ້ເປັນກະບອກສຽງໃນການສົ່ງຕໍ່ການຊ່ວຍເຫຼືອສັງຄົມ, ການອະນຸລັກທຳມະຊາດ ແລະ ທີ່ສຳຄັນຄື “ການໃຊ້ສຽງເພື່ອຄວາມເປັນທຳຂອງປະຊາຊົນ”. ລາວຢາກພິສູດໃຫ້ຜູ້ຄົນເຫັນວ່າ:

ການທີ່ເດັກນ້ອຍຄົນໜຶ່ງຈະມາຢືນຢູ່ຈຸດນີ້ໄດ້ ມັນບໍ່ແມ່ນເລື່ອງງ່າຍ. ແຕ່ຖ້າທຸກຄົນພະຍາຍາມ ແລະ ກ້າທີ່ຈະລົງມືເຮັດ ຜົນສຳເລັດກໍຢູ່ບໍ່ໄກ.

ສຳລັບ ດີ່ດີ້ ຄຳວ່າ “ສຸພາບບຸລຸດ” ໃນຍຸກປັດຈຸບັນ ມີຄວາມໝາຍທີ່ເລິກເຊິ່ງ ແລະ ໜ້າສົນໃຈຫຼາຍ ລາວນິຍາມມັນໄວ້ວ່າ:

ສຸພາບບຸລຸດ ບໍ່ແມ່ນຄົນທີ່ເກັ່ງກວ່າຄົນອື່ນ ແຕ່ແມ່ນຄົນທີ່ຮູ້ຈັກຄວບຄຸມຕົນເອງ ແລະ ຮູ້ຈັກໃຫ້ກຽດຄົນອື່ນເປັນ.

ກ່ອນຈາກກັນ, ໜຸ່ມນ້ອຍຕົວແທນແຂວງອຸດົມໄຊ ໄດ້ຝາກຂໍ້ຄວາມເຖິງເຍົາວະຊົນ ແລະ ທຸກຄົນທີ່ກຳລັງໄລ່ຕາມຄວາມຝັນວ່າ:

ຢາກໃຫ້ທຸກຄົນຕັ້ງໃຈ, ກ້າທີ່ຈະເຮັດ, ກ້າທີ່ຈະພິສູດຕົນເອງ ເພາະທຸກຄົນລ້ວນແຕ່ມີຄວາມສາມາດບໍ່ຕ່າງກັນ.

ຂໍສຽງເຊຍ ແລະ ກຳລັງໃຈຈາກແຟນໆການປະກວດທຸກຄົນ ສົ່ງໃຫ້ກັບ “ດີ່ດີ້ – ລັດທະພົນ ສີລິຈັນໂທ” Mister Universe Oudomxay ໄວໜຸ່ມຮຸ່ນໃໝ່ທີ່ເຕັມໄປດ້ວຍພະລັງງານບວກຄົນນີ້! ມາລຸ້ນນຳກັນວ່າ ຄວາມກ້າ ແລະ ຄວາມສາມາດທີ່ຫຼາກຫຼາຍຂອງລາວ ຈະສ້າງຄວາມອະລັງການເທິງເວທີປີນີ້ໄດ້ໂດດເດັ່ນສໍ່າໃດ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.