Month: May 2026

43 ບົດຄວາມ

ປ່ຽນມື້ທີ່ເມື່ອຍລ້າ ປ່ອຍຈິດໃຈໃຫ້ຟູຄືນໃໝ່ກັບ 3 ເອນິເມະສຳລັບສາຍຮີລໃຈ

ເມື່ອຍບໍ່ກັບໂລກທີ່ວຸ່ນວາຍ? ລອງມາໂອບກອດຈິດໃຈດ້ວຍ 3 ເລື່ອງລາວສຸດພິເສດ ທີ່ຈະຊ່ວຍປ່ອຍວາງຄວາມຄຽດ ແລ້ວເຂົ້າໄປຢູ່ໃນໂລກຂອງມິດຕະພາບ ແລະ ຈິນຕະນາການ ທີ່ເບິ່ງແລ້ວຈະເຮັດໃຫ້ຍິ້ມໄດ້.

ເພາະສຽງຫົວໃຈຂອງເຈົ້າສຳຄັນທີ່ສຸດ “ຈຸດພັກໃຈ” ໂດຍເຂື່ອນ ດາໄນ ພື້ນທີ່ຮິລໃຈທີ່ເຮົາຢາກໃຫ້ໝູ່ທຸກຄົນໄດ້ຮູ້ຈັກ

ເມື່ອຍບໍ່? ມາພັກໃຈກັບ "ຈຸດພັກໃຈ" ພື້ນທີ່ປອດໄພໂດຍ ເຂື່ອນ ດາໄນ ທີ່ຢາກໃຫ້ທຸກຄົນໄດ້ລອງແວ່ມາຟັງສຽງຫົວໃຈຂອງໂຕເອງ

The Devil Wears Prada 2: ເບິ່ງຈົບແລ້ວຮູ້ສຶກມີໄຟ! ຢາກລຸກຂຶ້ນມາສູ້ກັບວຽກໃນມື້ທີ່ໂລກປ່ຽນແປງໄວ

ຄວາມຮູ້ສຶກຫຼັງເບິ່ງ The Devil Wears Prada 2 ພາກຕໍ່ທີ່ສົມການລໍຄອຍ 20 ປີ. ການປັບຕົວຈາກສື່ສິ່ງພິມສູ່ດິຈິຕອລ ແລະ ແຮງບັນດານໃຈໃນການເຮັດວຽກທີ່ຄົນຮຸ່ນໃໝ່ຕ້ອງເບິ່ງ.

“ບໍ່ເປີດໃຈ” ຫຼື “ບໍ່ກ້າສ່ຽງ”? ພາສຳຫຼວດກຳແພງທາງໃຈທີ່ຂັ້ນກາງລະຫວ່າງຄົນລາວກັບໜັງລາວ

ບົດຄວາມເຫັນ ສຳຫຼວດວ່າເປັນຫຍັງຄົນລາວຈຶ່ງບໍ່ເບິ່ງໜັງລາວ? ຈາກພາບຈຳໃນອະດີດ ສູ່ກົນໄກປ້ອງກັນຄວາມຜິດຫວັງໃນປັດຈຸບັນ ພ້ອມທາງອອກເພື່ອໃຫ້ຮູບເງົາລາວກັບມານັ່ງໃນໃຈຜູ້ຊົມອີກຄັ້ງ.

ຈາກເດັກໄຮ້ສັນຊາດສູ່ເຈົ້າຂອງມຸງກຸດ “ນ້ຳເຜິ້ງ ການທີຣາ” Miss World Thailand 2026

ທຸກຄົນຮູ້ບໍ່ວ່າຜູ້ຊະນະ Miss World Thailand ປີນີ້ປະຫວັດນັ້ນເພິ່ນບໍ່ທຳມະດາ. ນັ້ນກໍຄື “ນ້ຳເຜິ້ງ ການທີຣາ ເຕຊະພັດທະຣະທະນາກຸນ” (MWT 15) ທີ່ຫາກໍຄວ້າມຸງກຸດໄດ້ສົດໆຮ້ອນໆ. ບອກເລີຍວ່າ “ງາມສົມມຸງ” ແຖມມີເລື່ອງລາວທີ່ອ່ານແລ້ວຕ້ອງມີນ້ຳຕາຊຶມແນ່ນອນ. ນ້ຳເຜິ້ງ ສາວໃນອາຍຸ 25 ປີ ເຕີບໃຫຍ່ມາໃນຄອບຄົວຊົນເຜົ່າໄຕໃຫຍ່ຂອງຊຽງຮາຍ.  ເຊື່ອບໍ່ວ່າ ນາງເຄີຍເປັນ “ເດັກໄຮ້ສັນຊາດ”...

ຫຼືບາງເທື່ອເຮົາທຸກຄົນກໍຄື “ເມດູຊ່າ” ຜູ້ທີ່ສ້າງຄຳສາບຂຶ້ນມາເພື່ອປົກປ້ອງຫົວໃຈຕົວເອງ

ບັງເອີນໄດ້ເລື່ອນໄປຟັງເລື່ອງຂອງ ເມດູຊ່າ ຢູ່ແອັບບ້ານແດງແບບບໍ່ໄດ້ຕັ້ງໃຈ ເຊິ່ງມັນກໍເປັນເລື່ອງທີ່ເຮົາເຄີຍໄດ້ຍິນມາແຕ່ນ້ອຍ ແຕ່ພັດແປກດີເນາະທີ່ພໍເຮົາໃຫຍ່ຂຶ້ນ, ເລື່ອງລາວເດີມໆທີ່ເຮົາເຄີຍຮູ້ຈັກ ກັບໃຫ້ຄວາມຮູ້ສຶກທີ່ຕ່າງໄປຈາກເກົ່າຢ່າງສິ້ນເຊີງ. ຕອນນ້ອຍໆ ເຮົາໃຫຍ່ມາພ້ອມກັບພາບຈຳວ່າລາວຄື “ຜີສາດ” ຜູ້ຍິງທີ່ມີຜົມເປັນງູ, ໜ້າຕາເປັນຕາຢ້ານ, ພ້ອມຄຳສາບທີ່ໃຜສົບຕາກໍຕ້ອງກາຍເປັນຫິນ. ແຕ່ມື້ນີ້ໃນມື້ທີ່ເຮົາໃຫຍ່ຂຶ້ນມາ ເຮົາກັບພົບວ່າ ພາຍໃຕ້ເລື່ອງເລົ່າເຫຼົ່ານັ້ນ ລາວເອງກໍເຄີຍເປັນພຽງມະນຸດທຳມະດາຄົນໜຶ່ງ, ທີ່ເຄີຍງົດງາມ, ເຄີຍເຕັມໄປດ້ວຍຄວາມສັດທາ, ເຄີຍໃຊ້ຊີວິດຄືກັບຄົນທົ່ວໄປ ຈົນມື້ໜຶ່ງໂລກໄດ້ທຳຮ້າຍລາວຢ່າງໂຫດຮ້າຍ ແຕ່ແທນທີ່ໂລກຈະໃຫ້ຄວາມຍຸຕິທຳ ແລະ...

ແກງໜໍ່ໄມ້, ຕະຫຼາດສົດ ແລະ ຄວາມສຸກທີ່ເກືອບຖືກລືມ: ຊີວິດເຮົາມັນໜ້າເບື່ອແທ້ບໍ? ຫຼື ເຮົາພຽງແຕ່ ‘ຟ້າວ’ ຈົນລືມແນມເບິ່ງມັນ?

ມີມື້ໜຶ່ງ ຂ້ອຍນັ່ງເລື່ອນຟີດເຟສບຸກໄປແບບບໍ່ມີເປົ້າໝາຍ ແລ້ວເຫັນໂພສຊີວິດດີໆທີ່ລົງຕົວຂອງຫຼາຍໆຄົນ ແລ້ວກໍກັບມາເບິ່ງໂຕເອງ ສ້ຽງຄວາມຄິດໜຶ່ງກໍຜຸດຂຶ້ນມາໃນຫົວວ່າ ຊີວິດເຂົາຄືດີແທ້ ໃນຂະນະທີ່ເຮົາຕື່ນມາ, ໄປວຽກ, ກັບບ້ານ, ກິນເຂົ້າ, ເຂົ້ານອນ ວົນໄປໃນແຕ່ລະມື້. ວົງຈອນແບບນີ້ມັນເຮັດໃຫ້ອົດຄິດບໍ່ໄດ້ວ່າ ຊີວິດເຮົາມັນຕັນເທົ່ານີ້ບໍ ມັນຄືບໍ່ມີຫຍັງໜ້າສົນໃຈເລີຍ. ແຕ່ແລ້ວຄວາມຄິດນີ້ຂອງຂ້ອຍກໍປ່ຽນໄປ ພຽງເພາະວ່າຂ້ອຍໄປຕະຫຼາດແຫ່ງໜຶ່ງທີ່ໄກຈາກບ້ານອອກໄປ. ທີ່ໄປທີ່ມາຂອງການໄປຕະຫຼາດນີ້ເກີດຈາກການທີ່ຂ້ອຍ ແລະ ໝູ່ນັດກັນກິນເຂົ້າ ແຕ່ບໍ່ຢາກໄປກິນຢູ່ຮ້ານ ເລີຍເລືອກຊື້ເຄື່ອງໄປແຕ່ງກິນຢູ່ເຮືອນໝູ່ຄົນໜຶ່ງແທນ. ແທນທີ່ຈະເຂົ້າໄປເລືອກຊື້ເຄື່ອງຕາກແອເຢັນໆໃນຊູເປີມາເກັດ...

ຮັກຕ່າງໄວໃຜວ່າບໍ່ດີ ເປີດມຸມມອງທາງຈິດຕະວິທະຍາ ແລະ ເຄັດລັບຫຼຸດຊ່ອງຫວ່າງໃຫ້ຮັກຍືນຍາວ

ສົງໄສບໍ່ວ່າຮັກຕ່າງໄວຜິດຫຼືບໍ່? ຊວນຖອດບົດຮຽນທາງຈິດຕະວິທະຍາ ພ້ອມເຄັດລັບການປັບຕົວ ແລະ ການຮັບມືກັບສາຍຕາສັງຄົມ ເພື່ອໃຫ້ຄວາມຮັກທີ່ແຕກຕ່າງກາຍເປັນຄວາມຮັກທີ່ເຕີບໃຫຍ່ໄປພ້ອມກັນ.

ຫຼາຍກວ່າຊຸດຍ່າງພົມແດງ ທີ່ມາຊຸດ Met Gala ຂອງ Sabrina Carpenter

ຕອນທຳອິດຫຼາຍຄົນອາດຈະເບິ່ງວ່າເປັນພຽງຊຸດພົມແດງທີ່ງາມຊຸດໜຶ່ງ ແຕ່ຄວາມຈິງແລ້ວ ຊຸດນີ້ຂອງ Sabrina ຄືການເອົາ “ປະຫວັດສາດຮູບເງົາຮໍລີວູດ” ມາພັນໄວ້ອ້ອມຕົວ. ຊຸດນີ້ເປັນຜົນງານສັ່ງຕັດພິເສດຈາກ Dior ໂດຍ Jonathan Anderson ດີໄຊເນີຕົວທັອບແຫ່ງຍຸກ ທີ່ຂຶ້ນຊື່ເລື່ອງການເຮັດ “ເສື້ອຜ້າໃຫ້ມີເລື່ອງເລົ່າ” ເປັນຫຼາຍກວ່າພຽງແຕ່ເຮັດໃຫ້ຊຸດນັ້ນອອກມາງາມ. ຖ້າໃຜຢູ່ສາຍແຟຊັນຈະຮູ້ເລີຍວ່າ Jonathan Anderson ບໍ່ແມ່ນສາຍເຮັດຊຸດ glam ເດີນພົມແດງທຳມະດາ ເພາະລາວຄືຄົນທີ່ມັກຈັບເອົາຄວາມ...

ຮູບເງົາສັ້ນຄືຫຍັງ? ເປັນຫຍັງຕ້ອງໄປເບິ່ງ ລ້ານຊ້າງຊິເນ.໑ ຍົກທັບຂຶ້ນຈໍໃຫຍ່ 8 ຮູບເງົາສັ້ນສີມືໄວໜຸ່ມລາວ

ລ້ານຊ້າງຊິເນ.໑ (LanXang Cine Vol.1) ໂປຣເຈັກພິເສດທີ່ລວມເອົາ 8 ຮູບເງົາສັ້ນ 8 ລົດຊາດ ຈາກຜູ້ກຳກັບໄວໜຸ່ມລາວມາສາຍເທິງຈໍໃຫຍ່. ຮວມສະໜັບສະໜຸນຜົນງານຄົນລາວ ແລະ ເປີດມຸມມອງໃໝ່ໆໄປນຳກັນໄດ້ແລ້ວມື້ນີ້ຢູ່ໂຮງຮູບເງົາ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.