The Devil Wears Prada 2: ເບິ່ງຈົບແລ້ວຮູ້ສຶກມີໄຟ! ຢາກລຸກຂຶ້ນມາສູ້ກັບວຽກໃນມື້ທີ່ໂລກປ່ຽນແປງໄວ

ແບ່ງປັນ

The Devil Wears Prada 2: ເບິ່ງຈົບແລ້ວຮູ້ສຶກມີໄຟ! ຢາກລຸກຂຶ້ນມາສູ້ກັບວຽກໃນມື້ທີ່ໂລກປ່ຽນແປງໄວ

11 May 2026 1

ສິ່ງທີ່ຢາກເລົ່າກໍຄື ມັນເປັນຄວາມຮູ້ສຶກທີ່ປະຫຼາດ ແລະ ພິເສດໃນເວລາດຽວກັນ ເມື່ອຂ້ອຍຍ່າງເຂົ້າໄປໃນໂຮງໜັງເພື່ອເບິ່ງ The Devil Wears Prada 2 ແລ້ວພົບວ່າ ໝົດໂຮງມີແຕ່ຂ້ອຍຄົນດຽວ.

ຟີວເໝົາໂຮງແບບບໍ່ໄດ້ຕັ້ງໃຈນີ້ ເຮັດໃຫ້ຂ້ອຍມີສະມາທິຈົດຈໍ່ກັບໜັງໄດ້ແບບເຕັມທີ່ ແຕ່ໃນໃຈເລິກໆກະຢາກມີໝູ່ນັ່ງເບິ່ງນຳຢູ່ໃດ (ດີແຕ່ບໍ່ແມ່ນໜັງຜີ ຮາໆ)

ທຳອິດທີ່ເຫັນຂ່າວວ່າໜັງເລື່ອງນີ້ຈະເຂົ້າສາຍໃນລາວ ກໍອົດຕົກໃຈບໍ່ໄດ້ວ່າ “ມາແທ້ຫວາ? ເຂົ້າສາຍແທ້ບໍ?” ແລະ ແນ່ນອນວ່າ ຄຳຕອບໃນໃຈຄື ຕ້ອງໄປເບິ່ງໃຫ້ໄດ້ ເພາະນີ້ຄືພາກຕໍ່ຂອງໜັງໃນຕຳນານທີ່ເຮົາລໍຄອຍມາເກືອບ 20 ປີ!

ຈາກຍຸກ “ເຈ້ຍ” ສູ່ໂລກ “ດິຈິຕອລ” ທີ່ເລົ່າເລື່ອງການປ່ຽນຜ່ານທີ່ເຈັບປວດ… ແຕ່ຈຳເປັນ

ໃນພາກທຳອິດ, ເຮົາເຫັນຍຸກທີ່ສື່ສິ່ງພິມຍັງຮຸ່ງເຮືອງ ຄົນຍັງຖືວາລະສານເປັນຫົວໆ. ແຕ່ມາໃນພາກນີ້, ໜັງພາເຮົາໄປເບິ່ງການປ່ຽນແປງຂອງພຶດຕິກຳຜູ້ບໍລິໂພກທີ່ຫັນໄປຫາສື່ອອນລາຍຢ່າງເຕັມຕົວ ບໍ່ວ່າຈະເປັນການອ່ານບົດຄວາມໃນເວັບໄຊ ຫຼື ການເບິ່ງເນື້ອຫາທີ່ເປັນວິດີໂອ.

ວາລະສານແຟຊັນຍັກໃຫຍ່ແບບ Runway ພາຍໃຕ້ການຄຸມບັງຫຽນຂອງ ມິແຣນດາ ພຣິສລີ (Miranda Priestly) ທີ່ນຳສະແດງໂດຍ Meryl Streep ໂຕແມ່ຜູ້ຊົງອິດທິພົນ ທີ່ເຄີຍກຳນົດທິດທາງໂລກວ່າ ຄວນແຕ່ງໂຕແນວໃດ ກໍຕ້ອງປະເຊີນກັບຈຸດປ່ຽນຄັ້ງໃຫຍ່. ມັນບໍ່ແມ່ນພຽງການລາຍງານເລື່ອງແຟຊັນອີກຕໍ່ໄປ ແຕ່ມັນຄືການເອົາຕົວລອດໃນຍຸກທີ່ທຸກຢ່າງໄວໄປໝົດ.

ໃນຖານະທີ່ຂ້ອຍເອງກໍເຮັດວຽກໃນແວດວົງເນື້ອຫາດິຈິຕອລ (ເຖິງວ່າຈະບໍ່ໄດ້ເລີ່ມມາຈາກຍຸກສື່ສິ່ງພິມໂດຍກົງ), ແຕ່ ກໍຮູ້ສຶກເຂົ້າເຖິງເລື່ອງລາວການເຮັດວຽກໃນໜັງເລື່ອງນີ້ຫຼາຍເລີຍ. ມັນເຮັດໃຫ້ເຮົາເຫັນພາບການປ່ຽນຜ່ານທີ່ເກີດຂຶ້ນແທ້ໃນໂລກການເຮັດວຽກປັດຈຸບັນ.

ຫົວໃຈສຳຄັນຂອງສິ່ງທີ່ໜັງຢາກບອກ ແມ່ນ ການປັບຕົວ ຫຼື ການພໍສໍ່ານີ້?

ໜັງສື່ສານຢ່າງຊັດເຈນວ່າ ຫົວໃຈຂອງມັນຄື ການປ່ຽນແປງ ແລະ ການປັບຕົວ. ມັນເປັນເລື່ອງຍາກສຳລັບຄົນທີ່ເຄີຍຢືນຢູ່ຈຸດສູງສຸດ ແລະ ຮັກສາຄວາມຮຸ່ງເຮືອງມາໄດ້ຍາວນານແບບ Miranda ທີ່ຈະຕ້ອງຍອມຮັບສິ່ງໃໝ່ໆ.

ອ່ານຕື່ມ:  ຕົວແມ່ຄຳແບັກ! The Devil Wears Prada 2 ຮູບເງົາທີ່ຄົນເຮັດວຽກເບິ່ງແລ້ວຕ້ອງອິນ

ທາງເລືອກໃນໜັງມີພຽງ 2 ທາງຄື ຈະໄປຕໍ່ ຫຼື ຈະພໍສໍ່ານີ້? ເມື່ອ Miranda ເລືອກທີ່ຈະໄປຕໍ່, ສິ່ງທີ່ຕາມມາຄືການຖືກທົດສອບຢ່າງໜັກ ບໍ່ວ່າຈະເປັນການຮັບມືກັບຂ່າວເສຍຫາຍທີ່ສ້າງຜົນກະທົບໂດຍກົງກັບຄວາມໜ້າເຊື່ອຖືຂອງວາລະສານ, ການຖືກຄວບຄຸມໂດຍສະປອນເຊີ ຫຼື ການຕ້ອງແລ່ນຕາມກະແສອອນລາຍຈົນເກືອບເສຍໂຕຕົນ. ມັນສະທ້ອນໃຫ້ເຫັນວ່າ ຖ້າເຮົາຈັດການບໍ່ດີພໍ, ນາຍທຶນ ແລະ ກະແສ ອາດຈະກືນກິນຈຸດຢືນຂອງເຮົາໄປໄດ້ງ່າຍໆ.

ນອກຈາກນັ້ນ ກໍຍັງມີເລື່ອງຂອງການປ່ຽນຜ່ານຂອງຜູ້ບໍລິຫານທີ່ມີວິໄສທັດ ຫຼື ແນວຄິດບໍ່ກົງກັນ ເຊິ່ງມັນສົ່ງຜົນກະທົບໂດຍກົງຕໍ່ການເຮັດວຽກຂອງຜູ້ທີ່ຢູ່ທາງລຸ່ມ.

ແຕ່ສິ່ງທີ່ເຮັດໃຫ້ຂ້ອຍປະທັບໃຈທີ່ສຸດຄືປະໂຫຍກທີ່ Miranda ເວົ້າວ່າ: “I just… love my job”. ມັນເຕືອນສະຕິເຮົາວ່າ ການປ່ຽນແປງບໍ່ແມ່ນສິ່ງທີ່ໜ້າຢ້ານ ຕາບໃດທີ່ເຮົາຍັງຢຶດຖືໃນການເຮັດສິ່ງທີ່ມີຄວາມໝາຍ ແລະ ຍັງຮັກໃນສິ່ງທີ່ເຮັດຢູ່.

ພາກຕໍ່ທີ່ເປັນຫຼາຍກວ່າການຫາກິນກັບຊື່ສຽງຂອງພາກເກົ່າ

ສິ່ງທີ່ໜ້າຍົກຍ້ອງສຳລັບ The Devil Wears Prada 2 ຄືມັນບໍ່ແມ່ນໜັງພາກຕໍ່ທີ່ເຮັດອອກມາແບບສົ່ງໆ ເພື່ອຫວັງເອົາຊື່ສຽງເກົ່າມາຫາກິນ. ແຕ່ມັນຖືກຄິດ, ຂຽນບົດ ແລະ ສ້າງອອກມາຢ່າງມີຄວາມໝາຍ. ມັນມີຈິດວິນຍານຂອງຄົນເຮັດໜັງທີ່ຢາກສົ່ງມອບສິ່ງດີໆ ໃຫ້ຜູ້ເບິ່ງແທ້ໆ.

ຫຼັງເບິ່ງຈົບ, ຂ້ອຍໄດ້ແຮງບັນດານໃຈແບບເຕັມປ່ຽມ ຢາກລຸກຂຶ້ນມາຂຽນ, ຢາກເລົ່າເລື່ອງລາວທີ່ມີຄຸນຄ່າ ໂດຍໃຊ້ຄວາມຮູ້ສຶກຂອງມະນຸດແທ້ໆ ບໍ່ແມ່ນພຽງການໂຍນໃຫ້ AI ຂຽນໃຫ້ແບບທີ່ມັນບໍ່ເຄີຍໄດ້ດື່ມດໍ່າກັບເນື້ອຫາທີ່ມັນຜະລິດຊ້ຳ.

ແລ້ວມັນຄຸ້ມຄ່າບໍທີ່ຈະໄປເບິ່ງ?

ຖ້າເຈົ້າບໍ່ໄດ້ເຮັດວຽກສາຍສື່ ຫຼື ແຟຊັນ ຈະອິນບໍ? ຂ້ອຍຕອບໄດ້ເລີຍວ່າຄຸ້ມແນ່ນອນ ເພາະວ່າການສະແດງຂອງ Meryl Streep ແລະ Anne Hathaway ຍັງຄົງສວຍງາມ ແລະ ຊົງພະລັງຄືເກົ່າ ແຕ່ໄດ້ເຫັນເຂົາເຈົ້າໃນບົດບາດທີ່ເຕີບໃຫຍ່ຂຶ້ນຕາມໄວ.

ນອກຈາກນັ້ນ ເສື້ອຜ້າໜ້າຜົມກໍຖືວ່າຈັດເຕັມ ລວມເຖິງ ໂລເຄຊັນງາມໆ ຈາກນິວຢອກ ສູ່ ມິລານ ທີ່ເຮັດໃຫ້ເຮົາຈ້ອງຈໍແບບບໍ່ວາງຕາ. ພິເສດແມ່ນ ການປາກົດຕົວຂອງ Lady Gaga ທີ່ມາເພີ່ມສີສັນໃຫ້ໜັງເລີດຂຶ້ນໄປອີກ.

ອ່ານຕື່ມ:  ມາຣີຍາກັບຄຳຖາມທີ່ຄ້າງຄາໃຈສູ່ຄຳຕອບຈາກ Meryl Streep ແລະ Anne Hathaway

ສະຫຼຸບ: ນີ້ຄືໜັງທີ່ຄົນເຮັດວຽກທຸກຄົນຄວນເບິ່ງ ບໍ່ວ່າເຈົ້າຈະຢູ່ໃນວົງການໃດກໍຕາມ. ມັນຄືຈົດໝາຍຮັກເຖິງຄົນທີ່ຮັກໃນວຽກທີ່ເຮັດ ແລະ ພ້ອມທີ່ຈະເຕີບໂຕໄປກັບໂລກທີ່ປ່ຽນແປງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.