ຫຼາຍກວ່າຊຸດຍ່າງພົມແດງ ທີ່ມາຊຸດ Met Gala ຂອງ Sabrina Carpenter

ແບ່ງປັນ

ຫຼາຍກວ່າຊຸດຍ່າງພົມແດງ ທີ່ມາຊຸດ Met Gala ຂອງ Sabrina Carpenter

ໂດຍ: Tonmai Phoutthasack Tonmai Phoutthasack
07 May 2026 11

ຕອນທຳອິດຫຼາຍຄົນອາດຈະເບິ່ງວ່າເປັນພຽງຊຸດພົມແດງທີ່ງາມຊຸດໜຶ່ງ ແຕ່ຄວາມຈິງແລ້ວ ຊຸດນີ້ຂອງ Sabrina ຄືການເອົາ “ປະຫວັດສາດຮູບເງົາຮໍລີວູດ” ມາພັນໄວ້ອ້ອມຕົວ.


ຊຸດນີ້ເປັນຜົນງານສັ່ງຕັດພິເສດຈາກ Dior ໂດຍ Jonathan Anderson ດີໄຊເນີຕົວທັອບແຫ່ງຍຸກ ທີ່ຂຶ້ນຊື່ເລື່ອງການເຮັດ “ເສື້ອຜ້າໃຫ້ມີເລື່ອງເລົ່າ” ເປັນຫຼາຍກວ່າພຽງແຕ່ເຮັດໃຫ້ຊຸດນັ້ນອອກມາງາມ.

ຖ້າໃຜຢູ່ສາຍແຟຊັນຈະຮູ້ເລີຍວ່າ Jonathan Anderson ບໍ່ແມ່ນສາຍເຮັດຊຸດ glam ເດີນພົມແດງທຳມະດາ ເພາະລາວຄືຄົນທີ່ມັກຈັບເອົາຄວາມ art, cinema, pop culture ຫຼື ອັນໃດທີ່ເບິ່ງຄືວ່າຈະເອົາມາເຮັດແຟຊັນບໍ່ໄດ້ ມາເຮັດໃຫ້ກາຍເປັນງານ conceptual fashion ແບບທີ່ຄົນເບິ່ງຕ້ອງຢຸດເບິ່ງແລ້ວຕີຄວາມໝາຍຕໍ່.

ແລ້ວ Jonathan Anderson ແມ່ນໃຜ?

ລາວຄືດີໄຊເນີຊາວໄອແລນເໜືອ ຜູ້ກໍ່ຕັ້ງແບຣນ JW Anderson, ເປັນອະດີດ Creative Director ຂອງ LOEWE ທີ່ໂດດເດັ່ນຫຼາຍໃນເລື່ອງການປະສົມປະສານ “ສິລະປະ + ງານຄຣາຟ (Craft) + ວັດທະນະທຳປັອບ”, ມີສະໄຕລ໌ທີ່ເປັນເອກະລັກໂດຍມັກຫຼິ້ນກັບຄວາມ surreal (ເໜືອຈິງ), gender-fluid ແລະ ການຈັບເອົາເຄື່ອງຂອງທຳມະດາມາເຮັດໃຫ້ກາຍເປັນແຟຊັນທີ່ມີແນວຄິດລ້ຳສະໄໝ ແລະ ລາວຍັງເປັນດີໄຊເນີທີ່ມັກເຮັດໃຫ້ “ເສື້ອຜ້າມີ narrative (ການເລົ່າເລື່ອງ)” ຫຼາຍກວ່າແຕ່ງາມເພື່ອຍ່າງພົມແດງ.

ເຊິ່ງແນວຄິດຂອງ Jonathan Anderson ມັນກົງກັບຕີມ (Theme) ປີນີ້ຂອງ Met Gala ຫຼາຍ ເພາະຕີມຄື “Fashion Is Art” ແລະ ນິທັດສະການ (Exhibition) ໃຊ້ຊື່ວ່າ “Costume Art” ທີ່ເວົ້າເຖິງແຟຊັນໃນຖານະງານສິລະປະ ບໍ່ແມ່ນແຄ່ເຄື່ອງນຸ່ງຖື.

ອ່ານຕື່ມ:  ໂອຕ໌ກູຕູຣ໌ ສິລະປະການຕັດຫຍິບຊຸດຊັ້ນສູງທີ່ໃຜໆກໍຢາກຄອບຄອງ

ສິ່ງທີ່ເຮັດໃຫ້ລຸກນີ້ມີສະເໜ່ຫຼາຍຂຶ້ນ ຄືແຮງບັນດານໃຈທີ່ໄດ້ມາຈາກຮູບເງົາຄລາສສິກເລື່ອງ “Sabrina” ຂອງ Audrey Hepburn ເຊິ່ງເປັນໜັງທີ່ມີຄວາມສຳຄັນຕໍ່ໂລກແຟຊັນຫຼາຍ ເພາະເປັນໜຶ່ງໃນຜົນງານທີ່ເຮັດໃຫ້ Audrey ກາຍເປັນ fashion icon ລະດັບຕຳນານ ແລະ ໜັງເລື່ອງນີ້ຍັງເຄີຍໄດ້ຮັບລາງວັນ Oscar ສາຂາ Costume Design ອີກດ້ວຍ.

ແມ່ນແລ້ວ… Sabrina Carpenter ໃສ່ຊຸດທີ່ມາຈາກຮູບເງົາທີ່ມີຊື່ວ່າ “Sabrina”

ແຄ່ຈຸດນີ້ກໍເລີ່ມເຫັນຄວາມສະຫຼາດແລ້ວ ເພາະ Jonathan ເອົາ “ຊື່ຂອງ Sabrina Carpenter” ໄປເຊື່ອມໂຍງກັບ “ປະຫວັດສາດ Hollywood” ຈົນເກີດເປັນຊຸດທີ່ເປັນທັງການ, ໃຫ້ກຽດ ແລະ ການສະທ້ອນຕົວຕົນຂອງ Sabrina ໄປພ້ອມໆ ກັນ.


ສິ່ງທີ່ໜ້າອັດສະຈັນແມ່ນລາຍລະອຽດຂອງຊຸດ:

ໂດຍຕົວຊຸດເດຣສ໌ ຖືກພັນດ້ວຍແຖບຟິມຂະໜາດ 35mm ທີ່ປະດັບດ້ວຍຄຣິສຕັລທັງຊຸດ ແລະ ຖ້າຊູມເຂົ້າໄປຈະເຫັນພາບນິ້ງຂອງ Humphrey Bogart ແລະ William Holden ສອງນັກສະແດງນຳຈາກໜັງເລື່ອງ Sabrina ຢູ່ເທິງຟິມນັ້ນນຳ, ມັນຈຶ່ງບໍ່ແມ່ນພຽງແຕ່ “ຊຸດໜັງ” ແຕ່ມັນຄືກັບວ່າ Sabrina ກຳລັງ “ສວມໃສ່ປະຫວັດສາດຮູບເງົາ” ຢູ່ແທ້ໆ ແລະ ຟິມທີ່ຖືກປະດັບຄຣິສຕັລກໍເຮັດໃຫ້ເບິ່ງຄືກັບ “ຮູບເງົາທີ່ເປັ່ງປະກາຍ”.

ເຊິ່ງສື່ສານອອກມາວ່າ “Cinema wrapped around a pop star.(ຮູບເງົາທີ່ພັນຢູ່ອ້ອມຕົວປັອບສະຕາ)”.


ຫຼາຍຄົນເບິ່ງວ່າລຸກນີ້ກຳລັງສື່ສານວ່າ Sabrina Carpenter ບໍ່ໄດ້ເປັນພຽງແຄ່ pop star ສາຍໄວຣັລ (Viral) ອີກຕໍ່ໄປ ແຕ່ກຳລັງຖືກຍົກລະດັບເຂົ້າສູ່ພາບຈຳແບບ “movie star” ຍຸກໃໝ່. ການໃຊ້ “ຟິມ” ມາແທນຜ້າ ແມ່ນມີຄວາມໝາຍທາງສັນຍະລັກ (Symbolism) ຫຼາຍຢ່າງ

ອ່ານຕື່ມ:  10 ໄອເທັມໄວລຸ້ນ Gen Z ທີ່ຕ້ອງມີຕິດໂຕ

ແຟຊັນກໍຄືກັບໜັງ ມັນເປັນສິ່ງທີ່ບັນທຶກຊ່ວງເວລາຂອງແຕ່ລະຍຸກສະໄໝເອົາໄວ້.

ຊີວິດຂອງ Celebrity ຍຸກນີ້ຄືກັບຖືກບັນທຶກໄວ້ຕະຫຼອດເວລາ ຕິດຢູ່ເທິງແຖບຟິມທີ່ຄົນທັງໂລກກຳລັງຈັບຈ້ອງ.


ນັ້ນຄືເຫດຜົນທີ່ເຮັດໃຫ້ຊຸດນີ້ຖືກຍົກໃຫ້ເປັນໜຶ່ງໃນຊຸດທີ່ ມີຄວາມເປັນຮູບເງົາ ທີ່ສຸດຂອງ Met Gala ປີນີ້.

Jonathan Anderson ບໍ່ໄດ້ຈັບເອົາ Old Hollywood ມາເຮັດເປັນຄວາມຊົງຈຳ (nostalgia) ທີ່ງາມໆເທົ່ານັ້ນ ແຕ່ລາວເອົາຄວາມຄລາສສິກຂອງ Audrey Hepburn ມາປະທະກັບພະລັງ hyper-pop ຂອງ Sabrina Carpenter ຈົນເກີດເປັນພາບຂອງ “ໄອຄອນຍຸກໃໝ່” ທີ່ທັງງົດງາມ, ໂມເດິນ ແລະ ເຕັມໄປດ້ວຍເລື່ອງລາວໃນເວລາອັນດຽວກັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.