“ບໍ່ເປີດໃຈ” ຫຼື “ບໍ່ກ້າສ່ຽງ”? ພາສຳຫຼວດກຳແພງທາງໃຈທີ່ຂັ້ນກາງລະຫວ່າງຄົນລາວກັບໜັງລາວ

[OPINION]
ລອງຈິນຕະນາການນຳກັນເຖິງບັນຍາກາດໜ້າໂຮງໜັງໃນມື້ທີ່ໜັງຟອມຍັກຈາກຮໍລິວູດ ຫຼື ໜັງຄອນເສີດ K-Pop ເຂົ້າສາຍ, ເຮົາຈະເຫັນພາບຝູງຊົນບຽດກັນຊື້ປີ້ຢ່າງຟົດຟື້ນ ບາງຄົນກໍຍອມຈອງລ່ວງໜ້າເປັນອາທິດເພື່ອໃຫ້ໄດ້ບ່ອນນັ່ງໃນຮອບທຳອິດ. ແຕ່ໃນທາງກົງກັນຂ້າມ ເມື່ອມີໜັງລາວປາກົດເຂົ້າໃນໂປຣແກຣມສາຍ ບັນຍາກາດຊໍ້າພັດງຽບເຫງົາ ຈົນໄດ້ຍິນສຽງແອໃນໂຖງທາງຍ່າງຂອງໂຮງໜັງ.
ຄວາມແຕກຕ່າງທີ່ສຸດຂົ້ວນີ້ ນຳໄປສູ່ຄຳຖາມທີ່ເຕັມໄປດ້ວຍຄວາມສົງໄສ ແລະ ເຈືອປົນຄວາມນ້ອຍໃຈວ່າ “ເປັນຫຍັງຄົນລາວຈຶ່ງບໍ່ເປີດໃຈເບິ່ງໜັງລາວ?”. ໃນຖານະທີ່ເປັນທັງຜູ້ເບິ່ງໜັງ ແລະ ນັກການຕະຫຼາດ, ຂ້ອຍຄິດວ່າການທີ່ເຮົາຈະດ່ວນສະຫຼຸບວ່າຄົນບ້ານເຮົາ “ບໍ່ເປີດໃຈ” ນັ້ນ ເປັນການເບິ່ງທີ່ຜິວເຜີນເກີນໄປ ຫຼື ບໍ່? ຫຼື ມັນອາດຈະມີກຳແພງໃນຈິດໃຈທີ່ແໜ້ນໜາ ແລະ ຊັບຊ້ອນຂັ້ນກາງຢູ່?
ເຊິ່ງຖ້າເປັນແບບນັ້ນ, ຖ້າວ່າເຮົາບໍ່ເລີ່ມທຸບກຳແພງນີ້ຕັ້ງແຕ່ຮາກເຫງົ້າ, ເຮົາຈະບໍ່ມີມື້ເຂົ້າໃຈເລີຍວ່າ ເປັນຫຍັງຫົວໃຈຂອງຜູ້ເບິ່ງຈຶ່ງຍັງບໍ່ສາມາດເດີນທາງໄປຮອດຈໍຍັກຂອງໜັງບ້ານໂຕເອງໄດ້.
ຢ້ອນຮອຍອະດີດ… ຈາກຍຸກຄຳສູ່ພາບຈຳທີ່ປ່ຽນໄປ
ເພື່ອທີ່ຈະເຂົ້າໃຈເລື່ອງນີ້, ຂ້ອຍຢາກພາກັບໄປຍັງຍຸກກ່ອນ ທີ່ການໄປໂຮງໜັງເປັນການສະທ້ອນເຖິງໄລຟ໌ສະໄຕລ໌ ແລະ ຄວາມທັນສະໄໝຂອງຍຸກກ່ອນປີ 1975. ພໍ່ແມ່ຂອງຂ້ອຍເຄີຍເລົ່າສູ່ຟັງວ່າ ເຂົາເຈົ້າເຄີຍໄປອອກເດດກັນໂດຍຊວນກັນໄປເບິ່ງໜັງໃນໂຮງ, ລວມເຖິງໃນນິຍາຍທີ່ອີງຈາກເລື່ອງແທ້ແບບ “ໂຮງຮູບເງົາ” ທີ່ມີເຊັດຕິ້ງເປັນແຂວງສະຫວັນນະເຂດ ທີ່ຍຸກນັ້ນມີໂຮງໜັງດັງຢ່າງ ລາວຈະເລີນຣາມາ ທີ່ຜູ້ຄົນຕ່າງກໍຈູງມືກັນໄປເສບສິລະປະການສະແດງທີ່ມາຈາກທົ່ວທຸກມຸມໂລກ. ຈາກພາບແບບກວ້າງໆນີ້ຈະເຫັນວ່າ ຄົນລາວເຮົາບໍ່ໄດ້ປິດໃຈທີ່ຈະເສບຜົນງານໜັງມາຕັ້ງແຕ່ໃດແລ້ວ.
ແຕ່ຫຼັງຈາກປີ 1975, ແວດລ້ອມທາງການເມືອງໄດ້ປ່ຽນໄປ ໜັງກໍປ່ຽນເປັນເຄື່ອງມືໃນການປຸກລະດົມແນວຄິດ. ໜັງທີ່ສ້າງຂຶ້ນໃນຍຸກນັ້ນຈຶ່ງມີເນື້ອໃນທີ່ກ່ຽວຂ້ອງກັບເລື່ອງລາວການປະຕິວັດ ໂດຍມີໜັງຍາວລະດັບຕຳນານສອງເລື່ອງເປັນຕົວຢ່າງຄື: ກອງພັນທີສອງ ແລະ ບົວແດງ. ແຕ່ໃນມຸມຂອງຜູ້ເບິ່ງ ໂດຍສະເພາະຄົນຮຸ່ນໃໝ່ ມັນໄດ້ສ້າງພາບຈຳທີ່ຝັງຮາກເລິກໃນຫົວວ່າ ໜັງລາວຕ້ອງເຄັ່ງຄຽດ, ເປັນໜັງການເມືອງ ຫຼື ເປັນພຽງແຕ່ໜັງທີ່ສອດແຊກຄະຕິສອນໃຈ.
ໃນຂະນະທີ່ໂລກພາຍນອກກຳລັງພັດທະນາການເລົ່າເລື່ອງແບບບັນເທີງ ຫຼື Commercial Cinema ໄປຢ່າງກ້າວກະໂດດ, ແຕ່ຮູບເງົາລາວເຮົາຊໍ້າພັດຂາດຊ່ວງໃນການພັດທະນາດ້ານຄວາມຫຼາກຫຼາຍໃນຊ່ວງນັ້ນ. ເມື່ອເວລາຜ່ານໄປຫຼາຍທົດສະວັດ, ຜູ້ເບິ່ງຮຸ່ນໃໝ່ທີ່ເຕີບໃຫຍ່ມາພ້ອມກັບມາດຕະຖານໜັງຮໍລິວູດ ຫຼື K-Pop ຈຶ່ງເລີ່ມຮູ້ສຶກວ່າ ໜັງບ້ານໂຕເອງບໍ່ຕອບໂຈດຄວາມຕ້ອງການດ້ານຄວາມບັນເທີງທີ່ເຂົາເຈົ້າຊອກຫາ.
ການປັບຕົວ ແລະ ສັກກະຍະພາບເທິງເວທີສາກົນ
ມາຮອດຊຸມປີ 2000 ເຮົາຈຶ່ງເລີ່ມເຫັນໜັງເອກະຊົນ ຫຼື ໜັງຮ່ວມທຶນກັບຕ່າງປະເທດ ເຊິ່ງໃນຍຸກນີ້ມີຫຼາຍເລື່ອງທີ່ມີຜົນຕອບຮັບທີ່ດີ ແລະ ເປັນທີ່ຈົດຈຳເຊັ່ນ: ສະບາຍດີຫຼວງພະບາງ (2008), ປາຍທາງ (2012), ຈັນທະລີ (2012) ລວມທັງ ຮັກອີ່ຫຼີ (2014) ເຊິ່ງເລີ່ມມີຄວາມຫຼາກຫຼາຍໃນເນື້ອເລື່ອງຂຶ້ນກວ່າແຕ່ກ່ອນ.
ແຕ່ທີ່ໂດດເດັ່ນແມ່ນ ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ ຮູບເງົາລາວເຮົາມີຄວາມຫຼາກຫຼາຍດ້ານເນື້ອຫາ ແລະ ເລີ່ມໄປປາກົດຕົວໃນເວທີລະດັບໂລກຫຼາຍຂຶ້ນ ສະແດງເຖິງສັກກະຍະພາບຂອງນັກສ້າງຮູບເງົາລາວ ເຊັ່ນ:
- ຫົງຫາມເຕົ່າ (2017): ຮູບເງົາຕະຫຼົກທີ່ໄດ້ຮັບຜົນຕອບຮັບເປັນຢ່າງດີໃນບ້ານເຮົາ.
- ນ້ອງຮັກ (2016): ຮູບເງົາລາວເລື່ອງທຳອິດທີ່ໄດ້ຖືກສົ່ງຊື່ເຂົ້າຊີງລາງວັນ Oscar ສາຂາຮູບເງົາພາສາຕ່າງປະເທດ.
- The Long Walk (2019): ໜັງແນວ Sci-Fi ເລື່ອງທຳອິດຂອງລາວທີ່ໄດ້ໄປສາຍໃນເທສະການຮູບເງົາເວນິສ ແລະ ເປັນໜັງເລື່ອງທຳອິດຂອງລາວທີ່ໄດ້ເຂົ້າສາຍໃນ Netflix.
- ສັນຍານ (2023): ໜັງແນວເລິກລັບ–ລະທຶກຂວັນ ທີ່ກາຍເປັນຮູບເງົາລາວທີ່ໄດ້ຮັບລາງວັນ ແລະ ເດີນສາຍຕາມເທດສະການຮູບເງົານານາຊາດໃນຫຼາຍປະເທດ.
ຄວາມຈິງທີ່ວ່າ ໜັງລາວມີສັກກະຍະພາບລະດັບທີ່ໄດ້ຮັບສຽງຕົບມືຈາກຄົນທົ່ວໂລກ ແຕ່ຊໍ້າພັດປະເຊີນກັບຕັ່ງນັ່ງທີ່ວ່າງໃນບ້ານຕົວເອງ ອາດຈະເປັນຫຼັກຖານສຳຄັນທີ່ຢືນຢັນວ່າ ບັນຫາບໍ່ໄດ້ຢູ່ທີ່ສີມືຂອງນັກສ້າງ ແຕ່ຢູ່ທີ່ລະບົບນິເວດ ແລະ ກຳແພງໃນໃຈຂອງຜູ້ເບິ່ງທີ່ຍັງບໍ່ຖືກພັງທະລາຍລົງ.
ກົນໄກປ້ອງກັນຄວາມຜິດຫວັງ
ເຮົາມາເບິ່ງກັນວ່າ ແມ່ນຫຍັງຄືສິ່ງທີ່ເກີດຂຶ້ນໃນໃຈຂອງຜູ້ເບິ່ງຕໍ່ກັບການເລືອກໜັງລາວເວລາໄປໂຮງ. ປະເດັນໜຶ່ງທີ່ເຮົາເບິ່ງຂ້າມແມ່ນ ຄວາມຄຸ້ມຄ່າ. ຫຼາຍຄົນອາດຈະເບິ່ງວ່າຄົນລາວອະຄະຕິ ແຕ່ຖ້າເຮົາລອງເບິ່ງດ້ວຍຄວາມເຫັນອົກເຫັນໃຈ ເຮົາຈະເຫັນເຖິງ ກົນໄກປ້ອງກັນຄວາມຜິດຫວັງ (Risk Protection Mechanism) ຂອງເຂົາເຈົ້າ.
ຜູ້ເບິ່ງຫຼາຍຄົນເຄີຍມີປະສົບການທີ່ບໍ່ປະທັບໃຈໃນອະດີດ ບໍ່ວ່າຈະເປັນບົດຮູບເງົາທີ່ອ່ອນ, ການສະແດງທີ່ຍັງບໍ່ເຖິງຂັ້ນ, ບົດເວົ້າທີ່ບໍ່ເປັນທຳມະຊາດ ຫຼື ເຕັກນິກພາບທີ່ຍັງບໍ່ສົມບູນ. ເມື່ອເຮົາຕ້ອງຈ່າຍປີ້ໜັງໃນລາຄາທີ່ເທົ່າກັບໜັງຮໍລິວູດທີ່ລົງທຶນຫຼາຍຮ້ອຍລ້ານໂດລາ ປະຕິເສດບໍ່ໄດ້ວ່າ ມັນເກີດການປຽບທຽບໂດຍອັດຕະໂນມັດ.
ການທີ່ເຂົາເຈົ້າບໍ່ເລືອກເບິ່ງໜັງລາວ ໃນບາງຄັ້ງມັນບໍ່ໄດ້ແປວ່າເຂົາເຈົ້າອະຄະຕິ, ບໍ່ຮັກຊາດ ຫຼື ບໍ່ສະໜັບສະໜູນຄົນລາວນຳກັນ, ແຕ່ເຂົາເຈົ້າພຽງແຕ່ບໍ່ກ້າສ່ຽງກັບເງິນ ແລະ ເວລາທີ່ມີຈຳກັດ.
ນີ້ຄືຄວາມເຈັບປວດຈາກການຖືກເຮັດໃຫ້ຜິດຫວັງຊໍ້າໆ ຈົນເກີດເປັນກຳແພງທີ່ມີຊື່ວ່າ “ຄວາມບໍ່ເຊື່ອໝັ້ນ” ຂຶ້ນມາ. ບວກກັບນັບຕັ້ງແຕ່ປີ 2025 ເປັນຕົ້ນມາ ຮູບເງົາຍາວຂອງລາວທີ່ເຂົ້າສາຍໃນໂຮງມີໜ້ອຍຈົນໜ້າໃຈຫາຍ ເນື່ອງຈາກຜູ້ສ້າງຕ້ອງແບກຮັບຄວາມສ່ຽງຈາກຕົ້ນທຶນໃນການສ້າງທີ່ສູງ. ຄວາມບໍ່ຕໍ່ເນື່ອງນີ້ເອງທີ່ເຮັດໃຫ້ຜູ້ຊົມຂາດການຈື່ຈຳ ແລະ ນິໄສການເບິ່ງໜັງລາວຈຶ່ງບໍ່ເກີດຂຶ້ນ.
ຖ້າຈະທຽບໃຫ້ເຫັນພາບ: ຫາກໜັງລາວຄືຮ້ານອາຫານ, ແຕ່ຮ້ານນີ້ເປີດປະຕູຕ້ອນຮັບລູກຄ້າພຽງປີລະ 1-2 ຄັ້ງ, ເຮົາຈະຍັງນຶກເຖິງຮ້ານນີ້ເປັນອັນດັບທຳອິດເວລາຫິວ ຫຼື ບໍ່?
ແຕ່ທ່າມກາງວິກິດນີ້, ໂປຣເຈັກຮູບເງົາສັ້ນແບບ LanXang Cine Vol.1 ເຊິ່ງຮວມເອົາໜັງສັ້ນ 8 ເລື່ອງ ຈາກ 8 ຜູ້ກຳກັບລາວ ເຂົ້າສາຍໃນໂຮງຮູບເງົາເປັນໜັງຍາວ ຖືວ່າເປັນການປັບຕົວທີ່ໜ້າສົນໃຈ. ມັນຄືການສ້າງຄວາມຕໍ່ເນື່ອງ ເພື່ອໃຫ້ຜູ້ຊົມຈົດຈຳ ແລະ ກອບກູ້ນິໄສການເບິ່ງໜັງລາວໃຫ້ກັບມາອີກຄັ້ງ.

ທາງອອກສູ່ອະນາຄົດ ຄື ການສ້າງ ຄວາມເຊື່ອໝັ້ນ ແລະ ການເຂົ້າເຖິງ
ຂ້ອຍຄິດວ່າ ການຈະເຮັດໃຫ້ໜັງລາວກັບມານັ່ງໃນໃຈຜູ້ເບິ່ງໄດ້ແທ້ໆ ເຮົາບໍ່ສາມາດໃຊ້ພຽງແຕ່ຄວາມອີ່ດູສົງສານ ຫຼື ກະແສຮັກຊາດມາຂັບເຄື່ອນໄດ້ຕະຫຼອດໄປ. ສິ່ງທີ່ເຮົາຕ້ອງສ້າງຄືນໃໝ່ ແມ່ນ ຄວາມເຊື່ອໝັ້ນ ແລະ ການເຂົ້າເຖິງ. ແລ້ວເຮົາເຮັດແບບໃດໄດ້ແນ່ນັ້ນ ຂ້ອຍຢາກແຊຣ໌ບາງຈຸດຕາມທັດສະນະຂອງຂ້ອຍເອງ.
1. ພະລັງຂອງການຕະຫຼາດ
ໜັງທີ່ເປັນກະແສໄດ້ ແລະ ຖືກກ່າວເຖິງຫຼາຍ ມັກຈະມີການວາງແຜນການສື່ສານກັບສັງຄົມວົງກວ້າງທີ່ດີ. ຍົກຕົວຢ່າງ ໜັງໄທ ເຊັ່ນ ຫຼານແມ່ຕູ້ (2024), ເຂົາເຈົ້າມີການວາງແຜນການສື່ສານຕັ້ງແຕ່ເລີ່ມໂປຣເຈັກ, ກ່ອນສາຍ, ລະຫວ່າງສາຍ ແລະ ຫຼັງສາຍ ເພື່ອສ້າງໃຫ້ຜູ້ເບິ່ງຜູກພັນ ແລະ ຢາກມີສ່ວນຮ່ວມ.
ຖ້າມີການເຮັດການຕະຫຼາດທີ່ເປັນລະບົບ ມັນຈະເພີ່ມໂອກາດທີ່ຈະປ່ຽນຈາກຜູ້ເບິ່ງທົ່ວໄປ ໃຫ້ມາເປັນຜູ້ລໍຖ້າເບິ່ງໜັງ. ໃຫ້ລອງຄິດພາບວ່າ ໜັງຂອງເຮົາກໍຄືກັບເມນູອາຫານໃນຮ້ານ ທີ່ເຮົາຈະນຳສະເໜີແນວໃດໃຫ້ລູກຄ້າຢາກກິນ.
2. ນັກສະແດງທີ່ເປັນ “ແມ່ເຫຼັກ”
ຖືທີ່ເຮົາເວົ້າໄປນັ້ນແຫຼະວ່າ ນັກສ້າງຮູບເງົາລາວມີຂອງ ແຕ່ນັກສະແດງໃນໜັງເລື່ອງນັ້ນກໍເປັນອີກສິ່ງໜຶ່ງທີ່ສົ່ງຜົນເຊັ່ນກັນຕໍ່ການຕັດສິນໃຈເລືອກເບິ່ງໜັງ.
ສິ່ງໜຶ່ງທີ່ເຮົາເຫັນໄດ້ຈາກໜັງຕ່າງປະເທດແມ່ນ ການເລືອກນັກສະແດງທີ່ມີທັກສະ Method Acting ທີ່ແຂງແຮງ ທີ່ເຮັດໃຫ້ເຮົາເຊື່ອໃນຕົວລະຄອນຢ່າງສະໜິດໃຈ ໂດຍບໍ່ມີພາບລັກຂອງຂອງເຂົາເຈົ້າເຫຼືອຢູ່. ເມື່ອນັກສະແດງມີສີມືເປັນທີ່ຍອມຮັບ ເຂົາເຈົ້າຈະກາຍເປັນ Trust Brand ທີ່ດຶງດູດໃຫ້ຄົນຍອມຈ່າຍເງິນຊື້ປີ້ ຕັ້ງແຕ່ຍັງບໍ່ເຫັນຕົວຢ່າງໜັງ ເພາະເຊື່ອໝັ້ນໃນຄຸນນະພາບການສະແດງຂອງເຂົາເຈົ້າ.
3. ທະລາຍຂໍ້ຈຳກັດດ້ານພື້ນທີ່
ໃນທົ່ວປະເທດລາວມີໂຮງໜັງທີ່ສາຍເປັນປົກກະຕິບໍ່ຮອດ 10 ແຫ່ງ, ເຮັດໃຫ້ຄົນສ່ວນໃຫຍ່ບໍ່ສາມາດເຂົ້າເຖິງໜັງລາວໄດ້.
ການມີ Streaming Platform ຂອງລາວເອງ ຫຼື ການຮ່ວມມືກັບແພລດຟອມລະດັບໂລກ ຈະກາຍເປັນຈຸດປ່ຽນທີ່ສຳຄັນ. ຕອນນີ້ອາດຈະຍັງບໍ່ມີ ແຕ່ຂ້ອຍໄດ້ຍິນມາແວ່ວໆວ່າ ກຳລັງມີຜູ້ທີ່ພັດທະນາມັນຂຶ້ນມາຢູ່.
ມັນບໍ່ແມ່ນພຽງແຕ່ຊ່ອງທາງສາຍໜັງເທົ່ານັ້ນ, ແຕ່ມັນຄື ຄັງເກັບມ້ຽນດິຈິຕອລ ທີ່ຊ່ວຍໃຫ້ໜັງລາວມີຊີວິດຍາວນານຂຶ້ນ, ສ້າງລາຍໄດ້ຕໍ່ເນື່ອງ ແລະ ບັນທຶກປະຫວັດສາດແວດວົງຮູບເງົາລາວໃຫ້ຄົງຢູ່ຕະຫຼອດໄປໃນໂລກອອນລາຍ.

… ທຸບກຳແພງເພື່ອການເລີ່ມຕົ້ນໃໝ່
ຂ້ອຍຄິດວ່າ ເຖິງວ່າໃນປີ 2026 ວົງການໜັງລາວຈະເບິ່ງຄືວ່າກຳລັງກ້າວຍ່າງຢ່າງຊ້າໆ ທ່າມກາງພາຍຸຮອບດ້ານ ແຕ່ການມີຢູ່ຂອງໂປຣເຈັກຢ່າງ Lanxang Cine Vol.1 ຄືສັນຍານວ່າ ໄຟແຫ່ງຄວາມຫວັງຍັງບໍ່ມອດດັບ.
ກຳແພງທາງໃຈທີ່ສະສົມມາຍາວນານບໍ່ໄດ້ຖືກສ້າງຂຶ້ນໃນມື້ດຽວສັນໃດ, ມັນກໍຈະບໍ່ຫາຍຕົວໄປພຽງເພາະເຮົາໃຊ້ຄຳວ່າ “ຮັກຊາດ” ມາບີບບັງຄັບຜູ້ຊົມສັນນັ້ນ. ຜູ້ສ້າງຕ້ອງກ້າຫານທີ່ຈະເລົ່າເລື່ອງທີ່ໃໝ່ ແລະ ຫຼາກຫຼາຍ ພ້ອມທັງໃຊ້ກົນລະຍຸດຕ່າງໆທາງດ້ານການຕະຫຼາດເຂົ້າຊ່ວຍຢ່າງເປັນລະບົບ. ການສະໜັບສະໜຸນດ້ວຍນະໂຍບາຍທີ່ເປັນຮູບປະທຳຈາກພາກລັດກໍເປັນສິ່ງທີ່ຈຳເປັນ
ສ່ວນຜູ້ຊົມຄືໝູ່ເຮົາເຈົ້າຂ້ອຍ… ຫາກເຮົາເຫັນເຖິງຄວາມຕັ້ງໃຈຈິງທີ່ປະກົດຢູ່ເທິງຈໍ, ການລອງ ເປີດໃຈ ອີກຈັກຄັ້ງ ອາດເປັນຈຸດເລີ່ມຕົ້ນຂອງການພັງທະລາຍກຳແພງທີ່ຍິ່ງໃຫຍ່ທີ່ສຸດລົງ.
ເພາະໃນທີ່ສຸດແລ້ວ ບໍ່ມີໃຜຈະເລົ່າເລື່ອງຂອງຄົນລາວໄດ້ດີ ແລະ ເຂົ້າເຖິງໃຈໄປກວ່າຄົນລາວດ້ວຍກັນເອງ… ເຈົ້າເດ, ຄິດຄືກັນບໍ່?