ໃນໂລກທີ່ແສນວຸ່ນວາຍ, ບາງເທື່ອງສິ່ງທີ່ເຮົາຕ້ອງການທີ່ສຸດອາດບໍ່ແມ່ນຊັບສິນເງິນຄຳ ແຕ່ເປັນ ຄວາມຮັກ ແລະ ຄວາມເຂົ້າໃຈ ຈາກໃຜຈັກຄົນ.
ມື້ນີ້ Muan Scoop ຈະພາທຸກຄົນໄປຮູ້ຈັກກັບມຸມມອງຊີວິດຂອງ Pataradanai Setsuwan ຫຼື ເຂື່ອນ ດາໄນ (KOEN DANAI) ບຸກຄົນທີ່ກາຍເປັນໄອຄອນ (Icon) ແຫ່ງການສົ່ງຕໍ່ພະລັງບວກ ແລະ ແຮງບັນດານໃຈໃຫ້ກັບຜູ້ຄົນໃນສັງຄົມ.
ຈາກອະດີດສິລະປິນບອຍແບນຊື່ດັງສູ່ບົດບາດຂອງນັກຈິດບຳບັດ ເຂື່ອນ ດາໄນ ເຮັດໃຫ້ເຮົາເຫັນວ່າ ຄວາມຮັກຄືພື້ນຖານທີ່ແສນອົບອຸ່ນ ແລະ ສຳຄັນທີ່ສຸດຂອງຊີວິດ. ຄວາມຮັກນັ້ນມີຢູ່ທຸກບ່ອນອ້ອມຕົວເຮົາບໍ່ວ່າຈະເປັນ ຄວາມຮັກມາຈາກຄອບຄົວ, ໝູ່ເພື່ອນ, ຄົນຮັກ ຫຼື ພຽງແຕ່ຊ່ວງເວລາເລັກໆນ້ອຍໆຂອງຄວາມເມດຕາໃຈດີຈາກຄົນແປກໜ້າທີ່ເຮົາພົບໃນແຕ່ລະມື້.
ມັນເປັນເລື່ອງປົກກະຕິທີ່ມະນຸດເຮົາຈະສະແຫວງຫາຄວາມຮັກໃນທຸກຮູບແບບເພື່ອມາເຕີມເຕັມຈິດໃຈ. ແຕ່ສິ່ງທີ່ ເຂື່ອນ ດາໄນ ເນັ້ນຢ້ຳ ແລະ ພະຍາຍາມສື່ສານກັບສັງຄົມສະເໝີມາກໍຄື ທ່າມກາງການຊອກຫາຄວາມຮັກຈາກໂລກພາຍນອກ ທຸກຄົນຢ່າລືມຄວາມຮັກອີກປະເພດໜຶ່ງທີ່ເຮົາມັກເບິ່ງຂ້າມ ທັງທີ່ມັນເປັນຄວາມຮັກທີ່ຍິ່ງໃຫຍ່ ແລະ ດີທີ່ສຸດ ນັ້ນຄື ການຮັກຕົນເອງ (Self-love).
ເຂື່ອນ ດາໄນ ນັກຈິດບຳບັດ ແລະ ເຈົ້າຂອງແຄມເປນ “ຈຸດພັກໃຈ”
Pataradanai Setsuwan ຫຼື ເຂື່ອນ ດາໄນ (KOEN DANAI), ເກີດວັນທີ 22 ມັງກອນ 1992. ລາວຄືບຸກຄົນທີ່ຫຼາຍຄົນຄຸ້ນໜ້າຄຸ້ນຕາໃນຖານະອະດີດສິລະປິນບອຍແບນຊື່ດັງ K-OTIC (2007).
ປັດຈຸບັນ, ລາວຍັງໄດ້ເຮັດອີກຫຼາກຫຼາຍບົດບາດທັງການເປັນ ນັກສະແດງ, ສິລະປິນ, ນັກຈິດບຳບັດ (Psychotherapist) ແລະ ເຈົ້າຂອງແຄມເປນ “ຈຸດພັກໃຈ” ທີ່ສ້າງພື້ນທີ່ປອດໄພໃຫ້ກັບຫົວໃຈຂອງທຸກຄົນ. ລາວຖືວ່າເປັນບຸກຄົນທີ່ມີອິດທິພົນໃນການຂັບເຄື່ອນສັງຄົມທີ່ກ່ຽວຂ້ອງກັບເລື່ອງສຸຂະພາບຈິດ ແລະ ຍັງເປັນຜູ້ບຸກເບີກການເຄື່ອນໄຫວດ້ານສິດທິມະນຸດ ແລະ LGBTQ+ ໃນໄທ.
ຫຼາຍຄົນອາດສົງໄສວ່າ ເປັນຫຍັງສິລະປິນທີ່ປະສົບຄວາມສຳເລັດລະດັບແຖວໜ້າ ຈຶ່ງຕັດສິນໃຈມຸ່ງໜ້າສູ່ສາຍຈິດຕະວິທະຍາ? ເຊິ່ງຄຳຕອບນັ້ນມັນເຊື່ອງຢູ່ໃນປະສົບການທີ່ຜ່ານມາຂອງ ເຂື່ອນ ດາໄນ ທີ່ລາວໄດ້ຮຽນຮູ້ເຖິງແຮງກົດດັນ, ການຖືກຕັ້ງຄຳຖາມຈາກສັງຄົມ ແລະ ການສະແຫວງຫາໂຕຕົນທ່າມກາງສາຍຕາຂອງຜູ້ຄົນຫຼາກຫຼາຍ.
ບົດຮຽນເຫຼົ່ານີ້ເອງທີ່ກາຍເປັນແຮງບັນດານໃຈໃຫ້ລາວຢາກເຂົ້າໃຈກົນໄກຂອງຈິດໃຈຢ່າງເລິກເຊິ່ງ.
ຈຸດເລີ່ມຕົ້ນໃນວົງການບັນເທີງ
K-OTIC ໄດ້ເດບິວໃນປີ 2007, ເຂື່ອນ ໄດ້ເປີດຕົວຢ່າງເປັນທາງການໃນຖານະ 1 ໃນ 5 ສະມາຊິກຂອງວົງ ແລະ ວົງນີ້ກໍມີຈຸດເດັ່ນທີ່ບໍ່ຄືໃຜ ເພາະເປັນວົງທີ່ລວມເອົາຄວາມຫຼາກຫຼາຍຂອງການໃຊ້ພາສາ 3 ເຊື້ອຊາດຄື ໄທ, ເກົາຫຼີ ແລະ ຍີ່ປຸ່ນ ມາຮວມກັນໄດ້ຢ່າງລົງໂຕ.
ວົງກໍຖືວ່າປະສົບຄວາມສຳເລັດຫຼາຍ ແລະ ເປັນກຸ່ມສິລະປິນທີ່ສາມາດກຳນົດເທຣນ (Trends) ໃນຍຸກນັ້ນເລີຍກໍວ່າໄດ້ ເຊິ່ງ ເຂື່ອນ ດາໄນ ເປັນສະມາຊິກທີ່ມີຄາແຣັກເຕີ (Character) ທີ່ໂດດເດັ່ນດ້ວຍຮອຍຍິ້ມ, ມີຄວາມສົດໃສຂີ້ຫຼິ້ນ, ເປັນຄົນທີ່ມີພະລັງງານບວກສູງ ຈຶ່ງມັກສ້າງຮອຍຍິ້ມໃຫ້ທັງໝູ່ໃນວົງ ແລະ ແຟນຄລັບ ເຮັດໃຫ້ລາວມີຖານແຟນຄລັບເປັນຈຳນວນຫຼາຍທັງໃນໄທ ແລະ ປະເທດເພື່ອນບ້ານ.
ການສຶກສາ ແລະ ເສັ້ນທາງສູ່ນັກຈິດບຳບັດ
ຫຼັງຈາກວົງ K-OTIC ໄດ້ປະກາດຍຸບລົງໃນປີ 2012 ສະມາຊິກແຕ່ລະຄົນກໍແຍກຍ້າຍກັນໄປຕາມເສັ້ນທາງຂອງຕົນເອງ. ນອກຈາກການເປັນແບບຢ່າງທີ່ດີໃນການເປັນສິລະປິນທີ່ປະສົບຄວາມສຳເລັດແລ້ວ ແລະ ເລື່ອງການສຶກສາລາວກໍບໍ່ຖິ້ມ.
ເຂື່ອນ ດາໄນ ມີເອື້ອຍທີ່ຕ້ອງໄດ້ດູແລ ເພາະເປັນອໍທິສຕິກ (Autistic). ລາວໄດ້ຮຽນຮູ້ ແລະ ເຂົ້າໃຈອາການຂອງຄົນເປັນອໍທິສຕິກຕັ້ງແຕ່ຍັງນ້ອຍ. ຍິ່ງໄປກວ່ານັ້ນ, ຕໍ່ມາແມ່ຂອງລາວກໍໄດ້ຮັບການວິນິດໄສວ່າເປັນໂລກໄບໂພລ່າ (Bipolar) ນັ້ນໝາຍຄວາມວ່າລາວຖືກອ້ອມຮອບດ້ວຍເວດລ້ອມຜູ້ທີ່ມີບັນຫາດ້ານສຸຂະພາບຈິດມາໂດຍຕະຫຼອດ.
ທັງໝົດນີ້ໄດ້ຫຼໍ່ຫຼອມມຸມມອງຂອງລາວທີ່ມີຕໍ່ສຸຂະພາບຈິດ, ລາວເລີ່ມຄົ້ນຄວ້າ ແລະ ເຂົ້າໃຈວ່າສິ່ງນີ້ມີຄວາມສຳຄັນພຽງໃດ ໂດຍສະເພາະໃນຍຸກທີ່ເລື່ອງສຸຂະພາບຈິດຍັງບໍ່ທັນຖືກເວົ້າເຖິງຢ່າງກວ້າງຂວາງ. ມັນໄດ້ກາຍເປັນຈຸດປ່ຽນ ທີ່ລາວໄດ້ຮັບປະສົບການໂດຍກົງກັບບັນຫາທີ່ລາວໄດ້ເຈິ ແລະ ສຳຜັດເຖິງນັ້ນວ່າການມີຄວາມຮູ້ ແລະ ການສະໜັບສະໜຸນດ້ານສຸຂະພາບຈິດນັ້ນສຳຄັນພຽງໃດ.

ພາບ: koendanai
ເສັ້ນທາງນັ້ນເອງທີ່ເຮັດໃຫ້ ເຂື່ອນ ດາໄນ ໄດ້ຫັນໄປໃຫ້ຄວາມສຳຄັນກັບການສຶກສາຢ່າງຈິງຈັງ, ລາວຈົບປະລິນຍາຕີ ດ້ານການໂຮງແຮມຈາກ Stamford International University ແລະ ຕໍ່ມາໃນປີ 2016, ລາວຕັດສິນໃຈປ່ຽນເປົ້າໝາຍຊີວິດ ແລະ ໄປສຶກສາຕໍ່ໃນລະດັບປະລິນຍາໂທສາຂາ ຈິດຕະວິທະຍາປະຍຸກ (Applied Psychology) ທີ່ Middlesex University ທີ່ ລອນດອນ ໃນປີ 2017.
ປັດຈຸບັນ, ເຂື່ອນ ດາໄນ ເປັນນັກຈິດຕະວິທະຍາການປຶກສາ (Counselling Psychologist) ທີ່ເນັ້ນການໃຫ້ຄຳປຶກສາ, ສ້າງຄວາມເຂົ້າໃຈໃນເລື່ອງສຸຂະພາບຈິດ, ເປັນນັກບຳບັດທີ່ຊ່ວຍເຫຼືອຜູ້ຄົນທີ່ມີບັນຫາທາງອາລົມ ຫຼື ຕ້ອງການຄວາມເຂົ້າໃຈໃນຕົນເອງ.
ການຮຽນຮູ້ຄຸນຄ່າໃນໂຕເອງຂອງ ເຂື່ອນ ດາໄນ
ໃນຊ່ວງເວລາທີ່ ເຂື່ອນ ດາໄນ ອາໄສຢູ່ທີ່ ລອນດອນ, ລາວໄດ້ມີໂອກາດສຳຫຼວດຊີວິດຂອງໂຕເອງໃຫ້ເລິກເຊິ່ງກວ່າເກົ່າ ລວມເຖິງເລື່ອງເພດ ແລະ ການເລືອກເສື້ອຜ້າ. ເຮັດໃຫ້ເຂົ້າໃຈວ່າ “ຖ້າຮູ້ສຶກຢາກເປັນຜູ້ຊາຍໃນມື້ໃດ ລາວກໍຈະໃສ່ຊຸດຜູ້ຊາຍ ແຕ່ໃນມື້ທີ່ລາວຮູ້ສຶກຢາກເປັນຜູ້ຍິງ ກໍຈະແຕ່ງໜ້າ ຫຼື ນຸ່ງຊຸດກະໂປງ.
ລາວເປີດຮັບທຸກຢ່າງດ້ວຍການນຸ່ງເສື້ອຜ້າແບບບໍ່ມີເພດ (Genderless) ໂດຍບໍ່ຈຳກັດຕາມບັນທັດຖານທາງເພດແບບເກົ່າ ເຖິງວ່າຕອນນັ້ນຈະໄດ້ຮັບຄຳວິຈານໃນທາງລົບຈາກຄົນໃນໂຊຊຽວ ແຕ່ ເຂື່ອນ ດາໄນ ກໍຮູ້ດີວ່າການເປັນໂຕເອງ ແລະ ການຍອມຮັບໃນສິ່ງທີ່ລາວເປັນນັ້ນມີຄຸນຄ່າຫຼາຍກວ່າ.
ການເດີນທາງຄັ້ງນີ້, ເຮັດໃຫ້ ເຂື່ອນ ດາໄນ ຕ້ອງການການໄດ້ຮັບການສະໜັບສະໜຸນຈາກຊຸມຊົນ ຫຼື ໃຜກໍຕາມທີ່ກຳລັງຕໍ່ສູ້ກັບການຮັກຕົນເອງ ແລະ ພາລະກິດຂອງ ເຂື່ອນ ກໍຄືການຊ່ວຍໃຫ້ທຸກຄົນຄົ້ນພົບຄຸນຄ່າຂອງໂຕເອງຄືກັນກັບທີ່ລາວເຮັດ ແລະ ໃຊ້ຊີວິດຢ່າງມີຄວາມສຸກໂດຍການໂອບກອດໂຕຕົນທີ່ແທ້ຈິງຂອງພວກເຂົາ.
Muan Scoop ຫວັງວ່າເລື່ອງລາວຂອງ ເຂື່ອນ ດາໄນ ຈະຊ່ວຍຈຸດປະກາຍໃຫ້ທຸກຄົນກັບມາສຳຫຼວດຫົວໃຈຂອງໂຕເອງອີກຄັ້ງ. ໃນວັນທີ່ເຮົາກຳລັງອ່ອນແອ ຢ່າລືມແນມເບິ່ງໃນແວ່ນແລ້ວບອກຮັກ ຄົນໃນນັ້ນ ໃຫ້ຫຼາຍໆ ເພາະການຮັກໂຕເອງຄືຈຸດເລີ່ມຕົ້ນຂອງຄວາມສຸກຂອງເຮົາ.

ໄວໆນີ້, ເຂື່ອນ ດາໄນ ກໍໄດ້ຮັບເຊີນມາໃນງານ WELL & Friends Fest 2026 ງານກ່ຽວກັບ ສຸຂະພາບຈິດ ແລະ ສິລະປະ ທີ່ໄດ້ລວມເອົາແຂກສຸດພິເສດທີ່ມີຄວາມຮູ້ກ່ຽວກັບສຸຂະພາບຈິດມາຮວມກັນ ເພື່ອແບ່ງປັນປະສົບການທີ່ໜ້າປະທັບໃຈໃຫ້ແກ່ຜູ້ເຂົ້າຮ່ວມງານທຸກໆຄົນ.
ພົບກັນວັນທີ 23 ພຶດສະພາ 2026, ເວລາ 09:00 – 18:00 ໂມງ ທີ່ ສູນບູໂດ ລາວ-ຢີ່ປຸ່ນ, ນະຄອນຫຼວງວຽງຈັນ.