ປ່ຽນມື້ທີ່ເມື່ອຍລ້າ ປ່ອຍຈິດໃຈໃຫ້ຟູຄືນໃໝ່ກັບ 3 ເອນິເມະສຳລັບສາຍຮີລໃຈ

ແບ່ງປັນ

ປ່ຽນມື້ທີ່ເມື່ອຍລ້າ ປ່ອຍຈິດໃຈໃຫ້ຟູຄືນໃໝ່ກັບ 3 ເອນິເມະສຳລັບສາຍຮີລໃຈ

12 May 2026 10

Highlights

  • ຈາກຄວາມໂດດດ່ຽວ ສູ່ການຍອມຮັບໂຕເອງ ແລະ ມິດຕະພາບທີ່ບໍ່ມີພົມແດນລະຫວ່າງ “ມະນຸດ” ແລະ “ສິ່ງລຶກລັບ” ໃນເລື່ອງ Natsume’s Book of Friends.
  • ເລື່ອງ Campfire Cooking in Another World ສາຍຊິລທີ່ມັກຄວາມຜ່ອນຄາຍກັບການເຮັດອາຫານທີ່ເຫັນແລ້ວຕ້ອງຫິວຕາມ ແລະ ຄວາມໜ້າຮັກຂອງສັດລ້ຽງ.
  • Kusunoki’s Garden of Gods ແມ່ນສອນໃຫ້ເຮົາຮຽນຮູ້ການໃຊ້ຊີວິດໃຫ້ຊ້າລົງ, ໃສ່ໃຈກັບສິ່ງເລັກໆນ້ອຍໆອ້ອມໂຕ ຜ່ານຄວາມງາມຂອງທຳມະຊາດ ແລະ ວັດທະນະທຳທີ່ລະມຸນຕາຂອງຍີ່ປຸ່ນ.


ບາງເທື່ອທີ່ເຮົາເມື່ອຍ… ເຮົາກໍພຽງແຕ່ຢາກອ້ອມກອດຈິດໃຈ ແລະ ກັບໄປເປັນເດັກນ້ອຍອີກຄັ້ງ, ຢາກຊອກຫາບ່ອນພັກຜ່ອນທາງຄວາມຮູ້ສຶກ ແລ້ວປ່ອຍວາງຄວາມຄຽດ ເພື່ອເຂົ້າໄປຢູ່ໃນໂລກທີ່ເຕັມໄປດ້ວຍມິດຕະພາບ, ຂອງແຊບໆ ແລະ ພາບທຳມະຊາດງາມໆທີ່ແສນສະຫງົບ ໃນໂລກຂອງຈິນຕະນາການ.

ມື້ນີ້ ມ່ວນຊວນເບິ່ງໄດ້ລວບລວມ 3 ເລື່ອງລາວສຸດພິເສດ ທີ່ຈະພາທຸກຄົນໄປສຳຜັດກັບຄວາມອົບອຸ່ນໃນຮູບແບບທີ່ຕ່າງກັນ ແຕ່ຮັບຮອງວ່າເບິ່ງແລ້ວຈະເຮັດໃຫ້ເຮົາຍິ້ມໄດ້ຢ່າງແນ່ນອນ. 

Natsume’s Book of Friends

ແມ່ນເລື່ອງລາວທີ່ເຮັດໃຫ້ອົບອຸ່ນຫົວໃຈ ແຕ່ກໍແຝງໄປດ້ວຍຄວາມເຫງົາ ແລະ ເລື່ອງນີ້ຍັງເປັນຕຳນານຂອງສາຍຮີລໃຈທີ່ສາຍເອນິເມຕ້ອງຮູ້ຈັກ.

ເລີ່ມເລື່ອງທຳອິດແມ່ນເກີດຈາກທີ່ ນັດສືເມະ ທາກາຊິ (Natsume Takashi) ເດັກໜຸ່ມມັດທະຍົມປາຍທີ່ມີຄວາມສາມາດພິເສດຄື “ການເບິ່ງເຫັນ Yokai ຫຼື ພາສາລາວຮູ້ຈັກກັນດີຄື ພວກຜີສາດ-ວິນຍານ” ເຊິ່ງເປັນມໍລະດົກຕົກທອດເປັນປຶ້ມ “ບັນທຶກສະຫາຍ (Yuujinchou)” ຈາກຍ່າຂອງລາວທີ່ຊື່ວ່າ ເຣໂກະ (Reiko). 

ອ່ານຕື່ມ:  ຈາກການ Bully ສູ່ການໃຫ້ອະໄພ A Silent Voice ສອນໃຫ້ເຮົາເຂົ້າໃຈຄົນອື່ນຫຼາຍຂຶ້ນ

“ບັນທຶກສະຫາຍ” ບໍ່ແມ່ນປຶ້ມທຳມະດາ ແຕ່ມັນແມ່ນປຶ້ມທີ່ລວມ “ລາຍຊື່” ຂອງຜີສາດທີ່ຍ່າຂອງລາວເຄີຍເອົາຊະນະມາໄດ້ ໃຜກໍຕາມທີ່ມີຊື່ໃນປຶ້ມເຫຼັ້ມນີ້ ຈະຕ້ອງຕົກເປັນຂ້າຮັບໃຊ້ຂອງຜູ້ທີ່ຖືຄອງປຶ້ມ. ນັດສຶເມະ ຈຶ່ງຕັດສິນໃຈທີ່ຈະຄືນຊື່ໃຫ້ພວກເຂົາໂດຍມີ “ອາຈານນຽນໂກ້ (ແມວໂຕຕຸ້ຍທີ່ເປັນສັດອະສູນ) ” ຄອຍປົກປ້ອງ.

ເຖິງວ່າເລື່ອງນີ້ຈະເປັນເລື່ອງຜີ ແຕ່ມັນບໍ່ເປັນຕາຢ້ານເລີຍ ເພາະເລື່ອງແມ່ນເນັ້ນເລົ່າກ່ຽວກັບຄວາມໂດດດ່ຽວ, ຄວາມອົບອຸ່ນຂອງມິດພາບ ແລະ ການຍອມຮັບໃນສິ່ງທີ່ເຮົາເປັນ. ເບິ່ງແລ້ວຈະຮູ້ສຶກອຶ່ມໃຈ ແລະ ບາງຕອນກໍເຮັດໃຫ້ຕ້ອງເສຍນ້ຳຕາ.

ປັດຈຸບັນ, ມີທັງໝົດ 7 ພາກ (Seasons) ສາມາດເບິ່ງໄດ້ທີ່ Netflix ເລີຍ.

Campfire Cooking in Another World with My Absurd Skill

ເລື່ອງນີ້ເໝາະສຳລັບຄົນທີ່ຢາກເບິ່ງຫຍັງທີ່ “ເບົາສະໝອງ” ທີ່ສຸດ. ເປັນເອນິເມຊັ່ນແນວຕ່າງໂລກທີ່ເນັ້ນຄວາມຜ່ອນຄາຍ ແລະ ການເຮັດອາຫານທີ່ເປັນເອກະລັກ.

ເລື່ອງລາວໄດ້ເລົ່າເຖິງ “ມຸໂຄດາ ສຶໂຢຊິ (Mukoda Tsuyoshi)” ພະນັກງານບໍລິສັດທຳມະດາທີ່ຖືກອັນເຊີນໄປຕ່າງໂລກພ້ອມກັບຜູ້ກ້າອີກ 3 ຄົນ ເພື່ອມາກອບກູ້ອານາຈັກ.

ແຕ່ໃນຂະນະທີ່ຄົນອື່ນໆໄດ້ຮັບພະລັງການຕໍ່ສູ້ທີ່ສຸດຍອດ ແຕ່ລາວບໍ່ມີພະລັງຕໍ່ສູ້, ມຸໂຄດາ ໄດ້ຮັບສະກິລທີ່ເບິ່ງຄືວ່າໄຮ້ປະໂຫຍດທີ່ຊື່ວ່າ “ຊັອບປິ້ງອອນລາຍ (Online Grocery)”.

ເມື່ອເຫັນວ່າສະກິລຂອງໂຕເອງບໍ່ເໝາະກັບການອອກຮົບ ແລະ ກະສັດທີ່ປົກຄອງເບິ່ງຄືວ່າມີເຈດຕະນາບໍ່ດີ, ມຸໂຄດາ ຈຶ່ງຕັດສິນໃຈຂໍຖອນໂຕ ເພື່ອອອກເດີນທາງດ້ວຍໂຕເອງ ເຊິ່ງຄວາມຈິງແລ້ວ ສະກິລນີ້ມີຄວາມພິເສດຫຼາຍຄືລາວສາມາດສັ່ງຊື້ເຄື່ອງປຸງ, ວັດຖຸດິບ ແລະ ສິນຄ້າທັນສະໄໝຈາກໂລກເກົ່າທີ່ເຄິຍຢູ່ (ປະເທດຍີ່ປຸ່ນ) ມາໄດ້ໄວແບບທັນທີ.

ຍ້ອນສີມືການເຮັດອາຫານທີ່ແຊບເກີນໄປ ເຮັດໃຫ້ເຟລ (Fel) ໝາປ່າສັດອະສູນໃນຕຳນານທີ່ຊົງພະລັງໃນຕຳນານ ແລະ ຊຸຍ (Sui)  ສະໄລມ໌ນ້ອຍສຸດໜ້າຮັກ ຍອມມາເປັນສັດລ້ຽງເພື່ອແລກກັບການໄດ້ກິນອາຫານແຊບໆສິມືລາວ.

ອ່ານຕື່ມ:  ເອນິເມຊັ່ນອົບອຸ່ນຫົວໃຈສຸດໂຣແມນຕິກ ຊວນຫົວໃຈຟູກັບເລື່ອງ Kimini Todoke

ເປັນເອນິເມຊັ່ນສຸດຮີລໃຈ ບໍ່ມີດຣາມ່າໜັກໆ, ບໍ່ມີຕົວຮ້າຍທີ່ເປັນຕາຢ້ານ ມີແຕ່ຄວາມໜ້າຮັກຂອງສັດລ້ຽງ ແລະ ພາບອາຫານທີ່ເຮັດໃຫ້ເຮົາຫິວຕາມ ມັນເປັນຫຍັງທີ່ຊ່ວຍເຮັດໃຫ້ໄດ້ພັກຜ່ອນສະໝອງແທ້ໆ.

ມີທັງໝົດ 2 ພາກ (Seasons) ສາມາດເບິ່ງໄດ້ທີ່ Netflix.

Kusunoki’s Garden of Gods

ເລື່ອງນີ້ມາໃນແນວຄວາມເຊື່ອ, ວັດທະນະທຳຂອງຍີ່ປຸ່ນ ແລະ ການເບິ່ງແຍງຈິດໃຈຜ່ານສະຖານທີ່. ເລື່ອງລາວເລີ່ມຕົ້ນທີ່ ຄຸສຸນໂນກິ (Kusunoki) ເດັກໜຸ່ມຜູ້ທີ່ມີຄວາມສາມາດພິເສດໃນການເບິ່ງເຫັນ “ເທບພະເຈົ້າ (Kami-sama)” ແລະ ສິ່ງລີ້ລັບຕ່າງໆ

ຍ້ອນຄວາມສາມາດນີ້, ເຮັດໃຫ້ຊີວິດຂອງລາວບໍ່ຄືກັບຄົນທົ່ວໄປ ເພາະມັກຈະຖືກດຶງດູດເອົາເລື່ອງລາວແປກໆ ເຂົ້າມາຫາໂຕເອງສະເໝີ.

ຄຸສຶໂນກິ ໄດ້ຍ້າຍໄປຢູ່ບ້ານເກົ່າໃນຊົນນະບົດເພື່ອເບິ່ງແຍງສວນ ແລະ ເຮືອນໄມ້ທີ່ສືບທອດມາ. ບ່ອນນັ້ນບໍ່ແມ່ນເຮືອນທຳມະດາ ແລະ ລາວໄດ້ກາຍມາເປັນຜູ້ເບິ່ງແຍງ “ສວນຂອງເທບພະເຈົ້າ” ເຊິ່ງເປັນສະຖານທີ່ສັກສິດທີ່ເຊື່ອມຕໍ່ລະຫວ່າງໂລກມະນຸດ ແລະ ໂລກຂອງເທບ.

ລາວຕ້ອງໄດ້ຮຽນຮູ້ທີ່ຈະຢູ່ຮ່ວມກັບສິ່ງສັກສິດ, ຄອຍຮັບໃຊ້-ດູແລ, ແກ້ໄຂບັນຫາຕ່າງໆໃຫ້ກັບບັນດາເທບພະເຈົ້າທີ່ແວ່ເວຽນມາ  ແລະ ຟື້ນຟູສວນໃຫ້ກັບມາສວຍງາມແບບເກົ່າອີກຄັ້ງ

ງານພາບແມ່ນດີແຮງ ພ້ອມທັງມີຄວາມລະມຸນ ແລະ ເນັ້ນບັນຍາກາດທຳມະຊາດໃນຊົນນະບົດຂອງຍີ່ປຸ່ນ ເຊິ່ງເລື່ອງນີ້ມັນສອນໃຫ້ເຮົາຮູ້ສຶກວ່າການໃຊ້ຊີວິດແບບຊ້າລົງ (Slow Life), ການລອງໃສ່ໃຈກັບລາຍລະອຽດເລັກໆນ້ອຍໆອ້ອມໂຕ ມັນເຮັດໃຫ້ເຂົ້າໃຈເຖິງຄຸນຄ່າຂອງການເບິ່ງແຍງຮັກສາສິ່ງທີ່ສຳຄັນ.

ປັດຈຸບັນມີ 6 ຕອນ (Episode), ສາມາດເບິ່ງໄດ້ທີ່ trueid.net ເລີຍ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.