ຮູບເງົາສັ້ນຄືຫຍັງ? ເປັນຫຍັງຕ້ອງໄປເບິ່ງ ລ້ານຊ້າງຊິເນ.໑ ຍົກທັບຂຶ້ນຈໍໃຫຍ່ 8 ຮູບເງົາສັ້ນຝີມືໄວໜຸ່ມລາວ

Highlights
- ເປີດປະສົບການເບິ່ງຮູບເງົາສັ້ນ 8 ເລື່ອງ 8 ແນວຄິດ ມາໄວ້ໃນຮອບດຽວ ໂດຍຝີມືຜູ້ກຳກັບທີ່ຜ່ານການຄັດເລືອກຈາກເວທີ ລ້ານຊ້າງຮູບເງົາສັ້ນ ຄັ້ງທີ 5.
- ຍົກລະດັບມາດຕະຖານຮູບເງົາສັ້ນລາວໃຫ້ໄປໄກກວ່າເກົ່າ ດ້ວຍການນຳມາສາຍໃນໂຮງຮູບເງົາເຕັມຮູບແບບສຳຜັດປະສົບການທີ່ໜ້າປະທັບໃຈທັງພາບ ແລະ ສຽງ.
- ຮວມພິສູດຄວາມສາມາດ ແລະ ເບິ່ງມຸມມອງການເລົ່າເລື່ອງຂອງໄວໜຸ່ມລາວທີ່ສ້າງສັນຜົນງານຄຸນນະພາບອອກມາໃຫ້ຄົນລາວໄດ້ຊົມກັນ.
ທຸກຄົນສົງໄສກັນບໍວ່າໃນບ້ານເຮົານັ້ນ ກໍມີຜູ້ສ້າງຮູບເງົາຢູ່ຫວາ? ເພາະເວລາຍ່າງເຂົ້າໂຮງຮູບເງົາເທື່ອໃດກໍຈະມີແຕ່ໂພສເຕີ (Poster )ຮູບເງົາຕ່າງປະເທດເຕັມໄປໝົດ ເຊິ່ງທີ່ຜ່ານມາກໍມີຜົນງານຄົນລາວຢູ່ບໍ່ເທົ່າໃດເລື່ອງ ແລະ ໃນໃຈກໍຢາກທີ່ຈະເຫັນຮູບເງົາຂອງບ້ານເຮົາມີແປະໄວ້ຫຼາຍໆເລື່ອງແດ່.
ມ່ວນຊວນເບິ່ງ ຈຶ່ງຢາກພາທຸກຄົນໄປສຳຜັດເຖິງວົງການຮູບເງົາສັ້ນຂອງບ້ານເຮົາ ແລະ ນີ້ກໍແມ່ນອີກໜຶ່ງຈຸດເລີ່ມຕົ້ນທີ່ດີ ເພາະ ລ້ານຊ້າງຊິເນ.໑ (LanXang Cine Vol.1) ໂປຣເຈັກ (Project) ສຸດພິເສດທີ່ໄດ້ຍົກລະດັບຜົນງານຮູບເງົາສັ້ນຈາກເວທີປະກວດຂຶ້ນສູ່ຈໍໂຮງຮູບເງົາ ທີ່ທຸກຄົນສາມາດເຂົ້າໄປເບິ່ງໄດ້ແລ້ວ.
ມັນຄືຫຍັງ? ເປັນຫຍັງຕ້ອງໄປເບິ່ງ, ທຸກຄົນລອງນຶກພາບຕາມ ມ່ວນຊວນເບິ່ງ ເດີວ່າປົກກະຕິເຮົາໄປເບິ່ງຮູບເງົາເລື່ອງໜຶ່ງກໍຈະມີແນວໜຶ່ງໄປເລີຍແມ່ນບໍ່? ແຕ່ ລ້ານຊ້າງຊິເນ.໑ ໄດ້ນຳເອົາຮູບເງົາສັ້ນ 8 ເລື່ອງ 8 ລົດຊາດ ຈາກ ຜູ້ກຳກັບໄວໜຸ່ມລາວມາໄວ້ໃນຮອບດຽວ.

ພາບ: LanXang Shorts – ຮູບເງົາສັ້ນລ້ານຊ້າງ
ພວກເຂົາເຫຼົ່ານີ້, ແມ່ນໄດ້ຜ່ານການຄັດເລືອກຈາກງານປະກວດຮູບເງົາສັ້ນລ້ານຊ້າງ ຄັ້ງທີ 5 ມາລວມເປັນເລື່ອງດຽວກັນ ແລະ ຖືກສາຍອີກຄັ້ງຢູ່ຈໍໃຫຍ່ຂອງໂຮງຮູບເງົາ.
ສິ່ງທີ່ໜ້າຕື່ນເຕັ້ນ ແລະ ໜ້າສົນໃຈໄປກວ່ານັ້ນຄືທຸກຄົນສາມາດໄປເບິ່ງນຳກັນໄດ້ແລ້ວ, ໃຜທີ່ຢາກສະໜັບສະໜຸນ ແລະ ຊົມຜົນງານຂອງໄວໜຸ່ມລາວນີ້ຄືໂອກາດທີ່ດີເລີຍທີ່ເຮົາຈະໄດ້ເຫັນມຸມມອງໃໝ່ໆຂອງໄວໜຸ່ມລາວວ່າເຂົາເຈົ້າຄິດແນວໃດຈຶ່ງສາມາດສ້າງສັນອອກມາເປັນຜົນງານທີ່ດີເດັ່ນນີ້ໄດ້.
ລວມລາຍຊື່ຮູບເງົາ 8 ເລື່ອງສັ້ນ ຈາກ 8 ກຳກັບ
Holding the light – ໂອບກອດແສງສຸດທ້າຍ

ກຳກັບໂດຍ: ທັນວາ ກຸນລະວົງ
ນຳສະແດງໂດຍ: ປະກອນຄຳ ບົວເຫຼັກ ແລະ ພິລະດາ ພົມມະແສງ
ໂບ ຜູ້ເປັນເອື້ອຍ ພະຍາຍາມປົກປິດອາການຕາໃກ້ເສື່ອມຂອງຕົນເອງ ເບັ້ນ ຜູ້ເປັນນ້ອງ ເມື່ອໄດ້ຮູ້ຄວາມຈິງກໍພະຍາຍາມທີ່ຈະເຂົ້າຫາ ແລະ ເບິ່ງແຍງຢ່າງໃກ້ຊິດ ຈາກຄວາມສຳພັນທີ່ຫ່າງເຫີນກໍຄ່ອຍໆຖືກຢຽວຢາ… ດ້ວຍຄວາມຊົງຈຳທີ່ທັງສອງເຄີຍມີຮ່ວມກັນ.

ກຳກັບໂດຍ: ໂດລາ ມົງຄຸນຄຳ
ນຳສະແດງໂດຍ: ຕຸ໋ມ ສະບາຫຼວງ, ສອນມາລາ ສົມບູນ ແລະ ແສງອາລຸນ ບົວລະວົງ
ເລື່ອງລາວຂອງຄະນະ ໝໍລຳ-ໝໍແຄນ ທີ່ຕ້ອງໜີເອົາຕົວລອດຈາກຄວາມຂັດແຍ້ງຂອງສັງຄົມ, ດ້ວຍຄວາມສັດທາ ແລະ ຄວາມຮັກຕໍ່ວັດທະນະທຳ ພວກເຂົາພະຍາຍາມໃຫ້ຜູ້ສືບທອດລອດຊີວິດໃນເຫດການຄັ້ງນີ້, ອັນເປັນສາເຫດເຮັດໃຫ້ທຸກຄົນຕົກຢູ່ໃນສະພາວະກືນບໍ່ໄດ້ ຄາຍບໍ່ອອກ.
Do Not Call Me Dad – ຫ້າມເອີ້ນຂ້ອຍວ່າພໍ່

ກຳກັບໂດຍ: ແສງພະຈັນ ເທບສຸວັນ ແລະ ວິລະພົງ ສີຈັນທອງທິບ
ນຳສະແດງໂດຍ: ພາສຸກ ສີປະເສີດ
ເດັກອາຍຸ 17 ປີ ທີ່ຖືກໂຊກຊາຕາຫຼິ້ນຕະຫຼົກນຳ ແລະ ຕ້ອງການລ່າລາຍເຊັນຈາກພໍ່ ເພື່ອສານຕໍ່ຄວາມຝັນອັນຍິ່ງໃຫຍ່ໄປພ້ອມກັນກັບຄອບຄົວທີ່ແຕກສະຫຼາຍ. ຊວນມາພິສູດດ້ວຍເຈົ້າເອງ ກັບເລື່ອງລາວຄວາມຕະຫຼົກທີ່ມີເອກະລັກ ບໍ່ຄືໃຜ.

ກຳກັບໂດຍ: ສົມພາວົງ ມີທາຮັກ
ຄວບຄຸມການຜະລິດໂດຍ: ໜອມວິໄລ ຈັນທະວົງ
ນຳສະແດງໂດຍ: ສົມສຸກ ຈັນທະວີໄຊ, ບຸດເທວາ ຄຳດີ ແລະ ມິດປະຊາ ບຸດສະວົງ
ຊາຍຄົນໜຶ່ງຜູ້ຜິດຫວັງກັບຄວາມຮັກທີ່ຕ້ອງການເລີ່ມຕົ້ນໃໝ່ກັບໃຜຈັກຄົນ, ລາວໄດ້ແອບມັກຜູ້ຍິງຄົນໜຶ່ງຢູ່ຫ້ອງຮຽນ ແລະ ວາງແຜນທີ່ຈະຂໍລາວເປັນແຟນໃນມື້ Countdown, ແຕ່ໜ້າເສຍດາຍທີ່ລາວຕ້ອງຖືກປະຕິເສດອີກຄັ້ງ ແຕ່ໂຊກດີທີ່ລາວຍັງມີໝູ່ຮູ້ໃຈທີ່ຄອຍໃຫ້ກຳລັງໃຈໃນເວລາທີ່ມີບັນຫາ.

ກຳກັບໂດຍ: ວິໄລພອນ ໄຊຍະລາດ ແລະ ພັນທະນາລີ ພົມແກ້ວ
ຄວບຄຸມການຜະລິດໂດຍ: ນ້ຳເຜິ້ງ ສີລາປຣານີ
ນຳສະແດງໂດຍ: ວັດທະນັດ ປ້ອງຄຳດີ, ປະພັດສອນ ເພັດສາວົງ, ຊົມພູ້ ວົງຄຳພອນ, ວິດຊະຍາ ຈຸນລະມຸນຕຣີ, ແສງດາຣາ ກ້ຽວສຸວັດ, ມາລິສາ ຈິດຕະວົງ, ນ້ຳເຜິ້ງ ສີລາປຣານີ, ໂຊກໄຊ ອິນລະວົງສາ, ວະນິດຊາ ສີສົມພູ ແລະ ທິບພາວັນ ສຸລິຍະແສງ
ທີ່ໂຮງຮຽນແຫ່ງໜຶ່ງ… ມີນັກຮຽນຄົນໜຶ່ງຫາຍຕົວໄປຢ່າງປິດສະໜາ ຈົນໝູ່ເພື່ອນສົງໄສກັນວ່າມັນຕ້ອງກ່ຽວຂ້ອງກັບເລື່ອງເລົ່າບາງຢ່າງໃນໂຮງຮຽນ ແລ້ວພວກເຂົາກໍເຈິກັບເຫດການທີ່ບໍ່ຄາດຄິດ.
HAPPY BIRTHDAY TO ME – ພອນວັນເກີດ

ກຳກັບໂດຍ: ພະນັດດາ ພົມມະນີ
ຄວບຄຸມການຜະລິດໂດຍ: ສາລິກາ ໄຊສົງຄາມ
ນຳສະແດງໂດຍ: ພູວະນັດ ດວງພະຈັນ, ອອນພາດີ ບຸນມີໄຊ ແລະ ປາລະມີ ວໍລະສຸກ
ມີເດັກໜຸ່ມຄົນໜຶ່ງອາຍຸ 20 ປີ, ໃນມື້ໜຶ່ງວັນເກີດລາວກໍໄດ້ວົນກັບມາອີກຄັ້ງ ແຕ່ປີນີ້ລາວໄດ້ຂໍພອນກັບທຽນວັນເກີດລາວຢູ່ 3 ຂໍ້ ທັງທີ່ບໍ່ຮູ້ວ່າມັນຈະເປັນຈິງຫຼືບໍ່, ລາວພຽງແຕ່ຢາກໄດ້ໃຊ້ພອນ 3 ຂໍ້ນັ້ນທີ່ທຳມະດາໃນມື້ທີ່ພິເສດກັບຄົນສຳຄັນຂອງລາວ. ລອງມາເອົາໃຈຊ່ວຍລາວເບິ່ງວ່າເດັກຊາຍຄົນນີ້ຈະເຮັດພອນທັງ 3 ຂໍ້ຂອງລາວໄດ້ບໍ່ ແລ້ວຄົນທີ່ສຳຄັນຂອງລາວຈະແມ່ນໃຜ?

ກຳກັບໂດຍ: ພິສິດໄຊ ແສງວົງສັກ
ນຳສະແດງໂດຍ: ມົງກຸດເພັດ ຫານຊະນະ ແລະ ໂຊກໄຊ ພັນນະລາດ
ເລື່ອງລາວຂອງຄູ່ຮັກຄູ່ໜຶ່ງ ເມື່ອແຟນສາວຜູ້ຕາບອດໄດ້ອະທິຖານຂໍພອນວັນເກີດວ່າ ຢາກໄປຫວຽດນາມຈັກຄັ້ງໜຶ່ງໃນຊີວິດ ແຕ່ດ້ວຍງົບທີ່ຍັງບໍ່ພຽງພໍ, ແຟນຂອງນາງຜູ້ຢາກເຮັດໃຫ້ຄວາມຝັງດັ່ງກ່າວເປັນຈິງ ຈຶ່ງໄດ້ຕັດສິນໃຈລົງມືເຮັດຫຍັງບາງຢ່າງເພື່ອໃຫ້ນາງໄດ້ສົມຫວັງ.
Blitzness Craft – ຢຸດທະການສາຍຟ້າແລ໊ບ

ກຳກັບໂດຍ: ພຸດສະດາ ຈັນທະມະນີ
ນຳສະແດງໂດຍ: ສອງທັນວາ ບັນນາວົງ, ອານັນ ແກ້ວດວງວິຈິດ ແລະ ທະວິເສດ ແກ້ວພິລາ
ອານົນ ເດັກຊາຍທຳມະດາທີ່ຖືກດຶງໃຫ້ໄປພົວພັນກັບການປົດໜີ້ອັນວາຍປ່ວງຂອງ ປ້ຽວ ໝູ່ສະໜິດຂອງລາວທີ່ໄດ້ໄປມີເລື່ອງກັບພວກປ່ອຍກູ້ນອກລະບົບຈົນເຮັດໃຫ້ເກີດເລື່ອງລາວທີ່ທັງສອງຕ້ອງພາກັນປົດໜີ້ນີ້ໃຫ້ຈົ່ງໄດ້ ເພາະວ່າເລື່ອງນີ້ມີ ຫົວ ຂອງພວກເຂົາທັງສອງເປັນເດີມພັນ.