ຈາກເດັກໄຮ້ສັນຊາດສູ່ເຈົ້າຂອງມຸງກຸດ “ນ້ຳເຜິ້ງ ການທີຣາ” Miss World Thailand 2026

ແບ່ງປັນ

ຈາກເດັກໄຮ້ສັນຊາດສູ່ເຈົ້າຂອງມຸງກຸດ “ນ້ຳເຜິ້ງ ການທີຣາ” Miss World Thailand 2026

ໂດຍ: Tonmai Phoutthasack Tonmai Phoutthasack
11 May 2026 40

ທຸກຄົນຮູ້ບໍ່ວ່າຜູ້ຊະນະ Miss World Thailand ປີນີ້ປະຫວັດນັ້ນເພິ່ນບໍ່ທຳມະດາ. ນັ້ນກໍຄື “ນ້ຳເຜິ້ງ ການທີຣາ ເຕຊະພັດທະຣະທະນາກຸນ” (MWT 15) ທີ່ຫາກໍຄວ້າມຸງກຸດໄດ້ສົດໆຮ້ອນໆ. ບອກເລີຍວ່າ “ງາມສົມມຸງ” ແຖມມີເລື່ອງລາວທີ່ອ່ານແລ້ວຕ້ອງມີນ້ຳຕາຊຶມແນ່ນອນ.

ນ້ຳເຜິ້ງ ສາວໃນອາຍຸ 25 ປີ ເຕີບໃຫຍ່ມາໃນຄອບຄົວຊົນເຜົ່າໄຕໃຫຍ່ຂອງຊຽງຮາຍ.  ເຊື່ອບໍ່ວ່າ ນາງເຄີຍເປັນ “ເດັກໄຮ້ສັນຊາດ” ມາກ່ອນ. ໃນປີ 2019 ນາງເຄີຍໄດ້ຮັບຄັດເລືອກເປັນຕົວແທນເຍົາວະຊົນໄທໄປແຂ່ງຂັນໂຄງງານວິທະຍາສາດລະດັບໂລກທີ່ສະຫະລັດອາເມຣິກາ ແຕ່ພັດມີບັນຫາເລື່ອງວີຊ່າ(ຍ້ອນເລື່ອງສັນຊາດນັ້ນແຫຼະ) ເຮັດໃຫ້ບໍ່ໄດ້ໄປ.

ເຖິງຈະພາດໂອກາດໃນການເດີນທາງ, ແຕ່ນ້ຳເຜິ້ງ ແລະ ໝູ່ເພື່ອນກໍບໍ່ຍັງຄົງພະຍາຍາມຢູ່ເລື່ອຍມາ ໄດ້ສົ່ງໂຄງງານ “ການພັດທະນາສານເຄືອບເມັດພັນອຸ້ມນ້ຳຈາກຢາງໄມ້ໃນທ້ອງຖິ່ນ” ເຂົ້າປະກວດ ຈົນສາມາດຄວ້າລາງວັນ Special Award ຈາກ USAID ໃນດ້ານຄວາມຊ່ວຍເຫຼືອດ້ານມະນຸດສະທຳມາໄດ້ສຳເລັດ. 

ນອກຈາກຈະງາມແລ້ວ ຍັງຮຽນຈົບຈາກຄະນະເຕັກນິກການແພດ ມະຫາວິທະຍາໄລຊຽງໃໝ່. ສະໄໝຮຽນກໍບໍ່ແມ່ນທຳມະດາ ເປັນເຖິງປະທານສະໂມສອນນັກສຶກສາ. ແລະ ປະຈຸບັນກໍເຮັດວຽກເປັນນັກເຕັກນິກການແພດອີກ.

ອີກໜຶ່ງເຫດຜົນທີ່ເຮັດໃຫ້ນ້ຳເຜິ້ງ ເໝາະສົມມົງທີ່ສຸດກັບເວທີ Miss World ກໍຄືໂຄງການ “Dare to Dream” ທີ່ເພິ່ນເຮັດເພື່ອຊ່ວຍເຫຼືອເດັກນ້ອຍໄຮ້ສັນຊາດໃຫ້ໄດ້ຮຽນໜັງສື. ເພິ່ນມຸ່ງໝັ້ນຫຼາຍ ຈົນໄດ້ໄປນັ່ງປະຊຸມຮ່ວມກັບຕົວແທນຈາກ 16 ປະເທດ ແລະ UNHCR ເພື່ອຊ່ວຍແກ້ໄຂບັນຫາເລື່ອງສັນຊາດໃນລະດັບອາຊີເລີຍ.

ກ່ອນຈະມາມົງຢູ່ເວທີນີ້ ນ້ຳເຜິ້ງກໍເຄີຍຜ່ານເວທີ Miss Universe Thailand 2023 ມາກ່ອນ (ຕອນນັ້ນເປັນຕົວແທນຊຽງໃໝ່). ການກັບມາຄັ້ງນີ້ ນ້ຳເຜິ້ງພິສູດໃຫ້ເຫັນແລ້ວວ່າ ຄວາມພະຍາຍາມບໍ່ເຄີຍຖິ້ມໃຜ ແລະ ຕອນນີ້ເພິ່ນກໍພ້ອມແລ້ວທີ່ຈະໄປສູ້ຕໍ່ຢູ່ເວທີໂລກແລ້ວ ທີ່ປະເທດຫວຽດນາມ.

“ຕົ້ນທຶນຊີວິດຄົນເຮົາອາດຈະບໍ່ເທົ່າກັນ ແຕ່ຄວາມຝັນມີສິດເທົ່າກັນສະເໝີ”.

ຈາກເດັກສາວ ທີ່ຄັ້ງໜຶ່ງເຄີຍຖືກກຳແພງເລື່ອງສັນຊາດກີດກັ້ນໂອກາດຈົນເກືອບຈະຖິ້ມຄວາມຝັນ. ແຕ່ມື້ນີ້ ໄດ້ພິສູດໃຫ້ເຫັນແລ້ວວ່າ “ສັນຊາດ” ບໍ່ແມ່ນເຄື່ອງວັດແທກ “ຄຸນຄ່າ” ຂອງຄວາມເປັນຄົນ ແລະ ອຸປະສັກກໍເປັນພຽງບົດທົດສອບທີ່ເຮັດໃຫ້ມຸງກຸດໃນມື້ນີ້ສວຍງາມກວ່າເກົ່າ.

ນ້ຳເຜິ້ງບໍ່ໄດ້ສູ້ເພື່ອແຕ່ຕົວເອງ, ແຕ່ສູ້ເພື່ອເປັນ “ແສງສະຫວ່າງ” ໃຫ້ກັບເດັກນ້ອຍອີກຫຼາຍພັນຄົນທີ່ກຳລັງຕິດຢູ່ໃນເງົາຂອງການໄຮ້ຕົວຕົນ, ຢ່າໃຫ້ໃຜມາບອກວ່າ “ເຈົ້າເຮັດບໍ່ໄດ້” ເພາະຖ້າຫາກເຮົາກ້າທີ່ຈະຝັນ ແລະ ລົງມືເຮັດຢ່າງສຸດກຳລັງ, ຈັກມື້ໜຶ່ງ ໂລກຈະຕ້ອງຢຸດຟັງ ແລະ ເປີດເສັ້ນທາງໃຫ້ກັບພວກເຮົາເອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.