ຮັກຕ່າງໄວໃຜວ່າບໍ່ດີ? ເປີດມຸມມອງທາງຈິດຕະວິທະຍາ ແລະ ເຄັດລັບຫຼຸດຊ່ອງຫວ່າງໃຫ້ຮັກຍືນຍາວ

ແບ່ງປັນ

ຮັກຕ່າງໄວໃຜວ່າບໍ່ດີ? ເປີດມຸມມອງທາງຈິດຕະວິທະຍາ ແລະ ເຄັດລັບຫຼຸດຊ່ອງຫວ່າງໃຫ້ຮັກຍືນຍາວ

07 May 2026 2

Highlights

  • ເຂົ້າໃຈມຸມມອງຈິດຕະວິທະຍາວ່າຄວາມຮັກຄື Emotional Connection ທີ່ຢູ່ເໜືອເລື່ອງອາຍຸ ຕາບໃດທີ່ທັງສອງຝ່າຍໃຫ້ກຽດ ແລະ ມີວຸດທິພາວະຮ່ວມກັນ.
  • ປ່ຽນ Generation Gap ໃຫ້ກາຍເປັນການເຕີມເຕັມລະຫວ່າງຄວາມໝັ້ນຄົງຂອງຜູ້ໃຫຍ່ ແລະ ພະລັງບວກຂອງຄົນຮຸ່ນໃໝ່.
  • ການນຳໃຊ້ Active Listening ແລະ ການຕັ້ງເປົ້າໝາຍຊີວິດ (Life Goals) ໃຫ້ກົງກັນ ເພື່ອປະຄັບປະຄອງຄວາມສຳພັນໃຫ້ກ້າວຜ່ານສິ່ງທ້າທາຍ.


ໃຜເປັນແດ່? ບາງເທື່ອກໍໄດ້ແຕ່ຄິດ ແລະ ກໍສົງໄສ ແຕ່ກໍຍັງບໍ່ສາມາດຫາຄຳຕອບໄດ້ວ່າ ມັນຜິດບໍ່? ທີ່ເຮົາຮັກຄົນອາຍຸຫ່າງກັນ ແລະ ເປັນຫຍັງເວລາເຫັນຄູ່ຮັກທີ່ມີອາຍຸທີ່ຫ່າງກັນຫຼາຍ ຈຶ່ງຕ້ອງຕົກເປັນປະເດັ່ນຂອງສັງຄົມທັງໆທີ່ບໍ່ໄດ້ເຮັດຫຍັງຜິດເລີຍ ພວກເຂົາພຽງແຕ່ຮັກກັນເທົ່ານັ້ນເອງ.

ເອົາແທ້ໆ, ເປັນເລື່ອງທີ່ສາມາດເກີດຂຶ້ນໄດ້ກັບທຸກຄົນ ແລະ ເລື່ອງແບບນີ້ເຮົາມັກຈະເຫັນກັນມາທຸກຍຸກ-ທຸກສະໄໝ ຈົນບາງເທື່ອກໍເຮັດໃຫ້ຄົນທີ່ກຳລັງຕົກຢູ່ສະຖານະການນີ້ມີຄວາມວິຕົກກັງວົນ ແລະ ຢ້ານສາຍຕາຄົນອ້ອມຂ້າງຫຼາຍເກີນໄປຈົນເຮັດໃຫ້ຄວາມສຳພັນພວກເຂົາເປັນພິດ.

ມື້ນີ້, Muan RelationTips ຈະຊວນທຸກຄົນມາຖອດບົດຮຽນເລື່ອງນີ້ ເພື່ອໃຫ້ເຂົ້າໃຈກັນຫຼາຍຂຶ້ນ ແລະ ມາແລກປ່ຽນຄວາມຄິດເຫັນກັນໃນແບບສ້າງສັນກັນດີກວ່າ.

ເພາະໃນເລື່ອງຄວາມຮັກ-ຄວາມສຳພັນ ມັນກໍມີເລື່ອງທີ່ເຮັດໃຫ້ຕ້ອງຕໍ່ສູ້ ແລະ ປັບໂຕກັນຢູ່ແລ້ວ ບໍ່ວ່າຈະເປັນເລື່ອງ ອາຍຸ, ຄວາມຄິດ ແລະ ຄວາມຫ່າງລະວ່າງໄວ ອາດຈະເຮັດໃຫ້ຫຼາຍຄູ່ຕ້ອງພົບກັບສິ່ງທ້າທາຍກັບຢູ່ສະເໝີ.

ນັກຈິດຕະວິທະຍາຫຼາຍທ່ານໃຫ້ຄວາມເຫັນວ່າ ໂຕເລກອາຍຸ ບໍ່ໄດ້ເປັນຕົວຊີ້ວັດຄວາມສຳເລັດຂອງຄວາມຮັກເທົ່າກັບ ເປົ້າໝາຍຊີວິດທີ່ກົງກັນ (Shared Life Goals) ແຕ່ຖ້າເຮົາເຂົ້າໃຈວິທີການປັບໂຕ ເຊິ່ງຮັກຕ່າງໄວນີ້ແຫຼະ, ຈະເປັນຄວາມຮັກທີ່ເຕັມໄປດ້ວຍການຮຽນຮູ້ ແລະ ເຕີບໃຫຍ່ໄປພ້ອມກັນ.

ອ່ານຕື່ມ:  ຂໍໂທດດ້ວຍຄວາມຈິງໃຈດີບ່ອນໃດ? ຮູ້ຈັກສິລະປະການສ້ອມແຊມຄວາມສຳພັນ ແລະ ການຮັກສາໃຈ

ຄວາມຮັກບໍ່ມີຜິດ ຫຼື ຖືກ (ຖ້າຢູ່ພາຍໃຕ້ຄວາມຖືກຕ້ອງ)

ໃນທາງຈິດຕະວິທະຍາ, ຄວາມຮັກແມ່ນເລື່ອງຂອງ Emotional Connection ຫຼື ການເຊື່ອມຕໍ່ທາງອາລົມ. ຕາບໃດທີ່ທັງສອງຝ່າຍເປັນຜູ້ໃຫຍ່ (Consenting Adults), ມີຄວາມພ້ອມທາງວຸດທິພາວະ, ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ, ອາຍຸແມ່ນພຽງແຕ່ໂຕເລກ ທີ່ບອກປະສົບການຊີວິດ ແຕ່ບໍ່ໄດ້ເປັນໂຕກຳນົດຄຸນຄ່າຂອງຄວາມຮັກ.

ຢຸດສົນໃຈສາຍຕາຄົນອ້ອມຂ້າງ ແລະ ສັງຄົມ

ມະນຸດເປັນສັດສັງຄົມ, ເຮົາຈຶ່ງມັກກັງວົນກັບ Social Norms ຫຼື ບັນທັດຖານຂອງສັງຄົມ. ບາງວັດທະນະທຳອາດຈະເບິ່ງວ່າຄວາມຫ່າງກັນຫຼາຍເກີນໄປເປັນເລື່ອງຜິດປົກກະຕິ ເຊິ່ງຄວາມກັງວົນນີ້ມັກຈະເກີດຈາກ Fear of Judgment (ຄວາມຢ້ານທີ່ຈະຖືກຕັດສິນ).

ຖ້າເຮົາເອົາແຕ່ໃຊ້ຊີວິດຕາມຄວາມຕ້ອງການຂອງຄົນອື່ນ ເຮົາອາດຈະພາດໂອກາດທີ່ຈະພົບຄວາມສຸກທີ່ເປັນຂອງໂຕເອງໄດ້.

ຂໍ້ດີຂອງຄວາມຮັກຕ່າງໄວ

ອີງຕາມທິດສະດີບາງສ່ວນຈາກທີ່ Muan RelationTips ໄດ້ສະຫຼຸບມາ, ຄູ່ຮັກທີ່ອາຍຸຫ່າງກັນມັກຈະມີຄວາມສົມດຸນ (Complementary) ແລະ ສ້າງຄວາມສົດຊື່ນໃຈ.

ເພາະຄົນທີ່ໃຫຍ່ກວ່າ, ພວກເຂົາຈະມີຄວາມໝັ້ນຄົງທາງອາລົມ ແລະ ການເງິນ ເຊິ່ງຝ່າຍທີ່ນ້ອຍກວ່າມັກຈະນຳເອົາພະລັງງານທີ່ເປັນບວກ ແລະ ຄວາມຄິດສ້າງສັນໃໝ່ໆເຂົ້າມາໃນຊີວິດຄູ່ທັງສອງ. ເວົ້າລວມແລ້ວ ທັງສອງຝ່າຍໄດ້ແລກປ່ຽນສິ່ງທີ່ແຕກຕ່າງກັນ ເຮັດໃຫ້ເກີດການເຕີບໃຫຍ່ (Personal Growth).

ການຮັບມືກັບຊ່ອງວ່າງລະຫວ່າງໄວ

ເລື່ອງຊ່ອງວ່າງລະຫວ່າງໄວເປັນເລື່ອງທີ່ເຮົາຕ້ອງເຂົ້າໃຈ ແລະ ຍອມຮັບວ່າ ຄົນທີ່ເກີດຕ່າງຍຸກກັນ ກໍຕ້ອງມີ ຊຸດປະສົບການ ທີ່ຕ່າງກັນແນ່ນອນຢູ່ແລ້ວ ເຊິ່ງມັນລວມເຖິງທັດສະນະຄະຕິຄື ຄົນອາຍຸຫຼາຍກວ່າອາດຈະມັກຄວາມໝັ້ນຄົງ ແຕ່ໃນຂະນະດຽວກັນ, ຄົນອາຍຸນ້ອຍກວ່າອາດຈະກຳລັງຢູ່ໃນຊ່ວງຂອງການຄົ້ນຫາຊີວິດຢູ່.

ການສື່ສານທີ່ຊັບຊ້ອນຫຼາຍເກີນໄປ, ອາດຈະເຮັດໃຫ້ເກີດການຜິດຖຽງ ແລະ ບໍ່ເຂົ້າໃຈກັນ ເພາະວິທີການຕີຄວາມໝາຍມັນກ່ຽວໂຍງກັບວິທີຄິດຂອງຄົນແຕ່ລະຍຸກ. ນັກຈິດຕະວິທະຍາ, ໄດ້ແນະນຳໃຫ້ໃຊ້ Active Listening (ການຟັງຢ່າງຕັ້ງໃຈ) ເພື່ອສ້າງ Common Ground (ຈຸດຮ່ວມ) ໃຫ້ສາມາດເຊື່ອມຫາກັນ.

ອ່ານຕື່ມ:  ຊູນໂຕກັນແລ້ວມັນຟິນ? ຮູ້ຈັກອາການເສບຕິດການສຳຜັດຈາກຄົນຮັກ

ເຄັດລັບການປະຄັບປະຄອງຄວາມສຳພັນ

ຫົວໃຈສຳຄັນບໍ່ແມ່ນເລື່ອງອາຍຸ ແຕ່ແມ່ນ Life Goals (ເປົ້າໝາຍຊີວິດ) ທີ່ກົງກັນ, ໃຫ້ລົມສ້າງຄວາມເຂົ້າໃຈວ່າແຕ່ລະຄົນມີຈັງຫວະຊີວິດທີ່ຕ່າງກັນ, ຕົກລົງກັນເລື່ອງອະນາຄົດເພື່ອການໃຊ້ຊີວິດ, ການໃຫ້ກຽດກັນ ແລະ ກັນ ໂດຍບໍ່ໃຊ້ຄວາມອາວຸໂສມາຂົ່ມຂູ່ ຫຼື ໃຊ້ຄວາມເປັນຄົນທີ່ນ້ອຍກວ່າມາເປັນຂໍ້ອ້າງໃນການບໍ່ຮັບຜິດຊອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.