ແກງໜໍ່ໄມ້, ຕະຫຼາດສົດ ແລະ ຄວາມສຸກທີ່ເກືອບຖືກລືມ: ຊີວິດເຮົາມັນໜ້າເບື່ອແທ້ບໍ? ຫຼື ເຮົາພຽງແຕ່ ‘ຟ້າວ’ ຈົນລືມແນມເບິ່ງມັນ?

ມີມື້ໜຶ່ງ ຂ້ອຍນັ່ງເລື່ອນຟີດເຟສບຸກໄປແບບບໍ່ມີເປົ້າໝາຍ ແລ້ວເຫັນໂພສຊີວິດດີໆທີ່ລົງຕົວຂອງຫຼາຍໆຄົນ ແລ້ວກໍກັບມາເບິ່ງໂຕເອງ ສ້ຽງຄວາມຄິດໜຶ່ງກໍຜຸດຂຶ້ນມາໃນຫົວວ່າ ຊີວິດເຂົາຄືດີແທ້ ໃນຂະນະທີ່ເຮົາຕື່ນມາ, ໄປວຽກ, ກັບບ້ານ, ກິນເຂົ້າ, ເຂົ້ານອນ ວົນໄປໃນແຕ່ລະມື້.
ວົງຈອນແບບນີ້ມັນເຮັດໃຫ້ອົດຄິດບໍ່ໄດ້ວ່າ ຊີວິດເຮົາມັນຕັນເທົ່ານີ້ບໍ ມັນຄືບໍ່ມີຫຍັງໜ້າສົນໃຈເລີຍ.
ແຕ່ແລ້ວຄວາມຄິດນີ້ຂອງຂ້ອຍກໍປ່ຽນໄປ ພຽງເພາະວ່າຂ້ອຍໄປຕະຫຼາດແຫ່ງໜຶ່ງທີ່ໄກຈາກບ້ານອອກໄປ.
ທີ່ໄປທີ່ມາຂອງການໄປຕະຫຼາດນີ້ເກີດຈາກການທີ່ຂ້ອຍ ແລະ ໝູ່ນັດກັນກິນເຂົ້າ ແຕ່ບໍ່ຢາກໄປກິນຢູ່ຮ້ານ ເລີຍເລືອກຊື້ເຄື່ອງໄປແຕ່ງກິນຢູ່ເຮືອນໝູ່ຄົນໜຶ່ງແທນ.
ແທນທີ່ຈະເຂົ້າໄປເລືອກຊື້ເຄື່ອງຕາກແອເຢັນໆໃນຊູເປີມາເກັດ ຂ້ອຍເລືອກທີ່ຈະໄປຕະຫຼາດສົດບ່ອນທີ່ບໍ່ເຄີຍໄປມາກ່ອນ ຈາກການຫາຂໍ້ມູນໃນ Google Maps.
ເຈົ້າເຊື່ອບໍວ່າ ໃນຄວາມວຸ່ນວາຍຂອງຕະຫຼາດນັ້ນ ມີຄວາມຜ່ອນຄາຍຢູ່ໃນນັ້ນ ມັນເຮັດໃຫ້ຮູ້ສຶກວ່າໂຕເອງໄດ້ຢຸດພັກ.
ຂ້ອຍຢືນເລືອກໜໍ່ໄມ້ ແລະ ຜັກຕ່າງໆເພື່ອນຳໄປປຸງເປັນແກງໜໍ່ໄມ້ຈາກສູດຂອງແມ່ຂ້ອຍ, ໄດ້ຍິນສຽງເວົ້າຈາຂອງແມ່ຄ້າດ້ວຍສຳນຽງທີ່ບໍ່ຄຸ້ນຫູແຕ່ຟັງແລ້ວເປັນກັນເອງ, ແມ່ຄ້າແຖມຜັກໃຫ້ໂດຍບໍ່ຄິດຄ່າ ພ້ອມທັງຍິ້ມຫົວໄປນຳ ແລະ ຂ້ອຍກໍຂອບໃຈ ແລະ ຍິ້ມຫົວຕອບກັບໄປ.
ສິ່ງເຫຼົ່ານີ້ມັນເຮັດໃຫ້ຂ້ອຍຄິດຂຶ້ນມາໄດ້ວ່າ ເອີ້ ເຮົາບໍ່ໄດ້ຍິ້ມຫົວແບບນີ້ມາດົນລະໃດເນາະ. ທີ່ຜ່ານມາເຮົາອາດຈະຟ້າວເກີນໄປຈົນບໍ່ເຄີຍສັງເກດຮອດສຽງເວົ້າ ຫຼື ສຽງຫົວຂອງຄົນແປກໜ້າ ຫຼື ບໍ່ເຄີຍສັງເກດຮອດສີສັນຂອງຜັກ-ໝາກໄມ້ຕ່າງໆເວລາໄປຊື້ເລີຍ.
ສຸດທ້າຍແລ້ວ ຄວາມໝາຍຂອງສິ່ງຕ່າງໆໃນຊີວິດຂອງເຮົາ ມັນອາດຈະບໍ່ໄດ້ໝາຍເຖິງສິ່ງທີ່ເວີ້ວັງຫຍັງ ແລະ ບໍ່ໄດ້ແມ່ນຮູບທີ່ເຮົາໂພສລົງໃນໂຊຊຽວແລ້ວມີຄົນກົດໃຈໃຫ້ເປັນພັນ.
ແຕ່ມັນອາດຈະເຊື່ອງຢູ່ໃນສິ່ງເລັກໆນ້ອຍໆທີ່ເຮົາເຈິໃນລະຫວ່າງວັນ ໃນບົດສົນທະນາທົ່ວໄປ, ໃນຮອຍຍິ້ມຂອງຄົນແປກໜ້າ, ໃນສິ່ງທີ່ເຮົາເຫັນລະຫວ່າງທາງ ຫຼື ແມ່ນແຕ່ການນັ່ງຫາຍໃຈໂງ່ໆເບິ່ງເມັດຝົນໄຫຼລົງຈາກຫຼັງຄາໃນມື້ທີ່ຝົນຕົກ.
ມັນຈະມີຄວາມໝາຍ ຫຼື ບໍ່ມີຄວາມໝາຍນັ້ນ… ມັນຂຶ້ນກັບວ່າ ເຮົາຢຸດສັງເກດມັນ ຫຼື ບໍ່ ເທົ່ານັ້ນເອງ.
ເພາະສຳລັບຂ້ອຍແລ້ວ ບໍ່ມີຫຍັງທີ່ນ້ອຍເກີນໄປ… ເກີນກວ່າທີ່ຈະມີຄວາມໝາຍ.