ຫຼືບາງເທື່ອເຮົາທຸກຄົນກໍຄື “ເມດູຊ່າ” ຜູ້ທີ່ສ້າງຄຳສາບຂຶ້ນມາເພື່ອປົກປ້ອງຫົວໃຈຕົວເອງ

ແບ່ງປັນ

ຫຼືບາງເທື່ອເຮົາທຸກຄົນກໍຄື “ເມດູຊ່າ” ຜູ້ທີ່ສ້າງຄຳສາບຂຶ້ນມາເພື່ອປົກປ້ອງຫົວໃຈຕົວເອງ

ໂດຍ: Tonmai Phoutthasack Tonmai Phoutthasack
08 May 2026 0
|
|
Facebook
X
WhatsApp

ບັງເອີນໄດ້ເລື່ອນໄປຟັງເລື່ອງຂອງ ເມດູຊ່າ ຢູ່ແອັບບ້ານແດງແບບບໍ່ໄດ້ຕັ້ງໃຈ ເຊິ່ງມັນກໍເປັນເລື່ອງທີ່ເຮົາເຄີຍໄດ້ຍິນມາແຕ່ນ້ອຍ ແຕ່ພັດແປກດີເນາະທີ່ພໍເຮົາໃຫຍ່ຂຶ້ນ, ເລື່ອງລາວເດີມໆທີ່ເຮົາເຄີຍຮູ້ຈັກ ກັບໃຫ້ຄວາມຮູ້ສຶກທີ່ຕ່າງໄປຈາກເກົ່າຢ່າງສິ້ນເຊີງ.

ຕອນນ້ອຍໆ ເຮົາໃຫຍ່ມາພ້ອມກັບພາບຈຳວ່າລາວຄື “ຜີສາດ” ຜູ້ຍິງທີ່ມີຜົມເປັນງູ, ໜ້າຕາເປັນຕາຢ້ານ, ພ້ອມຄຳສາບທີ່ໃຜສົບຕາກໍຕ້ອງກາຍເປັນຫິນ. ແຕ່ມື້ນີ້ໃນມື້ທີ່ເຮົາໃຫຍ່ຂຶ້ນມາ ເຮົາກັບພົບວ່າ ພາຍໃຕ້ເລື່ອງເລົ່າເຫຼົ່ານັ້ນ ລາວເອງກໍເຄີຍເປັນພຽງມະນຸດທຳມະດາຄົນໜຶ່ງ, ທີ່ເຄີຍງົດງາມ, ເຄີຍເຕັມໄປດ້ວຍຄວາມສັດທາ, ເຄີຍໃຊ້ຊີວິດຄືກັບຄົນທົ່ວໄປ ຈົນມື້ໜຶ່ງໂລກໄດ້ທຳຮ້າຍລາວຢ່າງໂຫດຮ້າຍ ແຕ່ແທນທີ່ໂລກຈະໃຫ້ຄວາມຍຸຕິທຳ ແລະ ລົງໂທດຄົນທີ່ເຮັດຜິດຕໍ່ລາວ ແຕ່ກັບຖືກຊ້ຳເຕີມດ້ວຍການລົງໂທດ ‘ຜູ້ຖືກກະທຳ’ ແບບລາວ ໃຫ້ກາຍເປັນສິ່ງທີ່ທຸກຄົນລັງກຽດ.

ນັບຕັ້ງແຕ່ນັ້ນມາ ເມດູຊ່າກໍກາຍສິ່ງທີ່ໃຜຕ່າງກໍບອກວ່າຄື ຜີສາດທີ່ຊົ່ວຮ້າຍ ກາຍເປັນຄົນທີ່ບໍ່ມີໃຜກ້າເຂົ້າໃກ້, ບໍ່ມີໃຜກ້າສົບຕາ, ຖ້າເບິ່ງອີກມຸມໜຶ່ງ ມັນກໍຄ້າຍຄືກັບຫຼາຍໆຄົນໃນໂລກນີ້ຄືກັນເນາະ ຄົນທີ່ເບິ່ງຄືເຢັນຊາ, ຄົນທີ່ມັກເວົ້າປະຊົດປະຊັນ ຫຼືຄົນທີ່ພະຍາຍາມຍູ້ທຸກຄົນທີ່ເຂົ້າຫາອອກໄປ, ບາງທີພວກເຂົາອາດຈະບໍ່ໄດ້ຢາກເຮັດແບບນັ້ນ ແຕ່ທຸກສິ່ງທີ່ເຄີຍຜ່ານເຂົ້າມາ ມັນສອນໃຫ້ຮູ້ວ່າ “ການເປີດໃຈນັ້ນອັນຕະລາຍ.” ບາງຄົນສ້າງກຳແພງດ້ວຍຄວາມງຽບ, ບາງຄົນໃຊ້ສຽງຫົວເປັນພາບບັງໜ້າ ແລະ ບາງຄົນກໍໃຊ້ຄຳເວົ້າທີ່ເຢັນຊາ ເປັນຄຳສາບເພື່ອປົກປ້ອງຄວາມອ່ອນແອຂ້າງໃນ ແລະ ເພື່ອບໍ່ໃຫ້ໃຜເຂົ້າມາທຳຮ້າຍໃຈໄດ້ອີກ.

ບາງເທື່ອຄຳສາບຂອງເມດູຊ່າ ບໍ່ແມ່ນແຕ່ການປ່ຽນຄົນອື່ນໃຫ້ເປັນຫິນ ແຕ່ມັນຍັງປ່ຽນຫົວໃຈຂອງລາວເອງໃຫ້ດ້ານຊາຈົນບໍ່ຮູ້ສຶກເຖິງຄວາມຮັກ. ບາງທີເຮົາເອງກໍອາດເປັນແບບນັ້ນ ຫຼາຍຄັ້ງທີ່ເຮົາໃຊ້ຄວາມເຢັນຊາເປັນເກາະປ້ອງກັນຕົວ ຈົນກາຍເປັນຄົນທີ່ໃຜກໍເຂົ້າບໍ່ເຖິງ. ສິ່ງທີ່ໜ້າຢ້ານກົວທີ່ສຸດ ບໍ່ແມ່ນການຖືກໂລກຕັດສິນວ່າເປັນຜີສາດ, ແຕ່ການທີ່ເຮົາຍອມຮັບ ຄຳຕັດສິນເຫຼົ່ານັ້ນມາເປັນຕົວຕົນຂອງເຮົາເອງ ໂດຍທີ່ເຮົາເຊື່ອວ່າເຮົາເກີດມາເພື່ອຢູ່ຄົນດຽວ ແລະ ບໍ່ມີຄ່າພໍທີ່ຈະໃຫ້ໃຜມາຮັກ. 

ສິ່ງທີ່ຕາຢ້ານກວ່າຄຳສາບຂອງເທບພະເຈົ້າ ຄື ຄຳສາບທີ່ເຮົາສ້າງມັນຂຶ້ນມາເອງ. ຖ້າມື້ນັ້ນໂລກໃຈດີກັບເມດູຊ່າແນ່ໜ້ອຍໜຶ່ງ, ລາວອາດຈະຍັງຄົງມີຮອບຍິ້ມທີ່ຈິງໃຈ ແລະ ໄດ້ໃຊ້ຊີວິດທີ່ເຕັມໄປດ້ວຍຄວາມຮັກຄືຄົນປົກກະຕິ ແຕ່ເມື່ອຊີວິດມອບບົດຮຽນທີ່ໂຫດຮ້າຍໃຫ້, ຄົນເຮົາຈຶ່ງເລີ່ມສ້າງກຳແພງຂຶ້ນມາປົກປ້ອງຕົນເອງໂດຍບໍ່ຮູ້ຕົວ, ຈົນມັນຄ່ອຍໆກັດກິນຕົວຕົນເດີມຂອງເຮົາໄປຢ່າງຊ້າໆຈົນ ເຮົາກາຍເປັນຄົນທີ່ແຂງກະດ້າງຄືຄຳສາບຫິນ ເພື່ອແລກກັບການທີ່ບໍ່ຕ້ອງຮູ້ສຶກເຈັບປວດອີກຕໍ່ໄປ. 

ເຮົາປ່ຽນຄວາມສົດໃສເປັນຄວາມງຽບ, ປ່ຽນຄວາມສັດທາເປັນຄວາມລະແວງ, ແຕ່ລຶກໆແລ້ວ, ພາຍໃຕ້ຄຳສາບເຫຼົ່ານັ້ນ, ເຮົາອາດຈະກຳລັງຕາມຫາໃຜຈັກຄົນທີ່ບໍ່ຢ້ານເຮົາທຳຮ້າຍ, ຄົນທີ່ພ້ອມຈະຢືນຢູ່ຂ້າງໆໃນວັນທີ່ເຮົາເປັນຄືເມດູຊ່າ ເພື່ອບອກກັບເຮົາວ່າ ‘ບໍ່ເປັນຫຍັງເດີ້, ເຈົ້າສົມຄວນທີ່ຈະໄດ້ຮັບຄວາມຮັກຄືກັບຄົນອື່ນໆ’. 

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.