ຈາກຄົນເຄີຍຢ້ານ... ສູ່ສິລະປິນທີ່ກ້າປົດລັອກຕົວເອງດ້ວຍຄວາມກ້າ ພະລັງຊັບພັອດຈາກໝູ່ຄູ່-ຄອບຄົວທີ່ພາ TWOMA ຂ້າມຜ່ານຄວາມກົດດັນຈົນມີເພງທຳອິດເປັນຂອງຕົນເອງ.
ເບື້ອງໜ້າທີ່ງົດງາມສະເໝີເທິງເວທີການປະກວດ ຫຼື ໜ້າຈໍສະແດງຜົນ ລ້ວນແລ້ວແຕ່ມີອົງປະກອບຫຼາຍຢ່າງທີ່ຮ້ອຍລຽງເຂົ້າກັນ ແລະ ໜຶ່ງໃນຈິກຊໍຊິ້ນສຳຄັນທີ່ຂາດບໍ່ໄດ້ກໍຄື “ຄົນທີ່ຢູ່ເບື້ອງຫຼັງ”. ມື້ນີ້ມ່ວນຈະພາທຸກຄົນມາຮູ້ຈັກກັບ ມອນລີ້ – ອາມອນ ຈັນທະສຸກ (Amone Chanthasouk) ຈາກອະດີດພະນັກງານອອຟຟິດ ທີ່ກ້າອອກນອກກອບມາແລ່ນຕາມຄວາມຝັນ ຈົນກາຍມາເປັນ ຊ່າງແຕ່ງໜ້າຄິວທອງ ແລະ ກ້າວຂຶ້ນແທ່ນເປັນເຖິງປະທານໂຄງການປະກວດ Mister Universe Laos....
BamBam GOT7 ບຸກເມືອງຄານຍ່າງພົມແດງ Cannes Film Festival 2026 ໃນຖານະນັກສະແດງໜັງ "ຄຳສາລະພາບຂອງໝໍຜີ" ຕີແຜ່ຄວາມຫຼອນ ແລະ ສິ່ງທີ່ເປັນຕາຢ້ານກວ່າຜີ ກໍຄືໃຈຄົນ.
ເປັນຫຍັງ? ຝົນຕົກແລ້ວເຮົາມັກຈະເຫງົາ ຫຼື ຢາກນອນມຸດຜ້າຫົ່ມຢູ່ຊື່ໆ. ມາຫາຄຳຕອບກ່ຽວກັບສຽງສີບົວທີ່ຈະປ່ຽນສຽງຝົນທີ່ເສົ້າໃຫ້ກາຍເປັນກອດທີ່ອົບອຸ່ນ, ເປັນພື້ນທີ່ປອດໄພສຳລັບເຈົ້າ ແລະ ຄົນສຳຄັນ.
ອ້າຍມາກຂໍເຂົ້າດ້ອມ Lilies! ສ່ອງ Playlist ງານ Meta Connect 2026 ທີ່ມີທັງ LISA ແລະ JENNIE ພ້ອມເພງເດືອດໆອີກຫຼາຍເພງ.
ລະຫວ່າງການເປີດ "ຮ້ານຂາຍເຝີ" ທີ່ຕ້ອງຮັບມືລູກຄ້າທຸກມື້ ກັບການເຮັດ "ໂຮງງານເສັ້ນເຝີ" ທີ່ປິດການຂາຍເທື່ອດຽວແຕ່ກິນຍາວ... ແບບໃດຄືສະໜາມທີ່ທ່ານພ້ອມຈະລົງຫຼິ້ນ? ມາທຳຄວາມເຂົ້າໃຈໂລກຂອງ B2B ແລະ B2C ແບບເຂົ້າໃຈງ່າຍ ພ້ອມວິເຄາະຂໍ້ດີ-ຂໍ້ເສຍກ່ອນຕັດສິນໃຈລົງທຶນ.
ເທດສະການໜັງເມືອງຄານວົນມາທຸກປີເຫັນເທື່ອໃດ ໃຈສັ່ນເທື່ອນັ້ນ ບໍ່ແມ່ນແຕ່ຢາກເບິ່ງໃດ໋ ແຕ່ຢາກໄປໄປຍ່າງຢູ່ບ່ອນນັ້ນຈັກເທື່ອ ໃຫ້ແສງແຟລສມັນສາດໃສ່ໜ້າຈັກເທື່ອ ແຕ່ພໍຖາມວ່າຊິໄປໄດ້ຈັ່ງໃດ? ກໍບໍ່ມີໃຜຮູ້ເລີຍເລີຍ.ແຕ່ມື້ນີ້ ເລີຍຊິມາເມົ້າໃຫ້ຟັງວ່າ ແທ້ຈິງແລ້ວຄົນທຳມະດາຄືເຮົາ ມີທາງໄປໄດ້ແທ້ບໍ່? ແລະ ຖ້າຊິໄປ ຕ້ອງເລີ່ມຈາກໃສ? ກ່ອນອື່ນ ຕ້ອງຮູ້ໄວ້ກ່ອນເລີຍວ່າ… ຄານ (Cannes) ບໍ່ແມ່ນງານທີ່ມີຂາຍປີ້ຢູ່ໜ້າງານ ບໍ່ມີການກົດບັດ ແລ້ວໄດ້ຍ່າງພົມແດງເລີຍ. ທຸກຄົນທີ່ຢືນຢູ່ບ່ອນນັ້ນລ້ວນແຕ່ມີ “ຕຳແໜ່ງ” ຂອງໂຕເອງໃນງານທັງນັ້ນ...
ຜົນງານ Hip-Hop x R&B ຟັງສະບາຍ ເກີດຈາກແຮງບັນດານໃຈໃນຮ້ານສັກ. ເມື່ອຄວາມງາມສຸດດຶງດູດຂອງສາວແວ່ນກາຍມາເປັນເພງທີ່ມີສະເໜ່ ໂດຍ LIL SMOKE ft. BUNLUNG & FRANK D-MAX.
ກາຍເປັນປະເດັນຮ້ອນທີ່ເຮັດໃຫ້ເຫຼົ່າແຟນຄລັບ ແລະ ຊາວເນັດຕ່າງກໍຕ້ອງຕົກໃຈໄປຕາມໆກັນ ເມື່ອທາງຕົ້ນສັງກັດຍັກໃຫຍ່ຢ່າງ A-List Talent Agency ໄດ້ອອກມາປະກາດຂ່າວສຳຄັນກ່ຽວກັບການປ່ຽນແປງສະມາຊິກພາຍໃນວົງເກີກຣຸບ (Girl Group) ທີ່ມາແຮງທີ່ສຸດວົງໜຶ່ງຂອງລາວຢ່າງ Fizche ຢ່າງເປັນທາງການ. ໃນວັນທີ 11 ພຶດສະພາ 2026 ທີ່ຜ່ານມາ, ທາງຄ້າຍ A-List ໄດ້ອອກຖະແຫຼງການ ໂດຍຢືນຢັນເຖິງການຍຸດຕິສັນຍາ ແລະ...
“ນັ້ນແມ່ນ Prada” ປະໂຫຍກຈາກປາກຂອງ Miranda Priestly ໃນປີ 2006 ຕົວລະຄອນຈາກ the devil wears Prada ກາຍເປັນປະໂຫຍດທີ່ປ່ຽນວິທີທີ່ໂລກເບິ່ງເສື້ອຜ້າໄປຕະຫຼອດການ. ແຕ່ຄຳຖາມທີ່ໜ້າສົນໃຈກວ່າການນັ້ນແມ່ນ ເປັນຫຍັງເກືອບ 20 ຜ່ານໄປ ຜູ້ຍິງຍັງຄົງຊອກຫາ Prada ຢູ່? ແລະເປັນຫຍັງໃນປີ 2026 ແບຣນນີ້ເຖິງບໍ່ໄດ້ເຖົ້າລົງເລີຍແມ້ແຕ່ນິດດຽວ?...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.