ນາງມານ = ຕົວແມ່! ເປັນຫຍັງ Prada ຈຶ່ງເປັນພາສາລັບຂອງຄວາມປັງທີ່ ‘ຕົວແມ່’ ເຂົາໃສ່ກັນ?

ແບ່ງປັນ

ນາງມານ = ຕົວແມ່! ເປັນຫຍັງ Prada ຈຶ່ງເປັນພາສາລັບຂອງຄວາມປັງທີ່ ‘ຕົວແມ່’ ເຂົາໃສ່ກັນ?

ໂດຍ: Tonmai Phoutthasack Tonmai Phoutthasack
12 May 2026 4

“ນັ້ນແມ່ນ Prada”

ປະໂຫຍກຈາກປາກຂອງ Miranda Priestly ໃນປີ 2006 ຕົວລະຄອນຈາກ the devil wears Prada ກາຍເປັນປະໂຫຍດທີ່ປ່ຽນວິທີທີ່ໂລກເບິ່ງເສື້ອຜ້າໄປຕະຫຼອດການ. ແຕ່ຄຳຖາມທີ່ໜ້າສົນໃຈກວ່າການນັ້ນແມ່ນ ເປັນຫຍັງເກືອບ 20 ຜ່ານໄປ ຜູ້ຍິງຍັງຄົງຊອກຫາ Prada ຢູ່? ແລະເປັນຫຍັງໃນປີ 2026 ແບຣນນີ້ເຖິງບໍ່ໄດ້ເຖົ້າລົງເລີຍແມ້ແຕ່ນິດດຽວ?

ຄຳຖາມທີ່ເບິ່ງຄືວ່າງ່າຍ ແຕ່ຕອບຍາກກວ່າທີ່ຄິດ.

ຖ້າເວົ້າກັນຕາມຈິງ ມີແບຣນຫູຫຼາອີກຮ້ອຍແບຣນໃນໂລກທີ່ລໍຖ້າໃຫ້ທຸກຄົນໄດ້ເລືອກ, ບໍ່ວ່າຈະເປັນ Chanel ທີ່ມີຄວາມໂຣແມນຕິກແບບຝຣັ່ງ, Hermès ທີ່ບອກເລົ່າເລື່ອງຜົນງານຝີມືຊັ້ນສູງ ຫຼື Louis Vuitton ທີ່ຄອງໃຈຄົນທົ່ວໂລກດ້ວຍໂລໂກ້ອັນໂດ່ງດັງ. ແລ້ວເປັນຫຍັງ? ຜູ້ຍິງທີ່ “ເຂົາຮູ້ກັນ ຫຼື ຕົວແມ່ຂອງແທ້” ເຖິງຍັງເລືອກ Prada?

ຄຳຕອບບໍ່ໄດ້ຢູ່ທີ່ລາຄາ, ບໍ່ໄດ້ຢູ່ທີ່ໂລໂກ້ ແລະ ບໍ່ໄດ້ຢູ່ທີ່ຄວາມຫູຫຼາທຳມະດາ. ແຕ່ຄຳຕອບແມ່ນຢູ່ທີ່ຕົວຕົນຂອງແບຣນ.

Miuccia Prada ບໍ່ແມ່ນນັກອອກແບບ ແຕ່ລາວຄື “ນັກປັດຊະຍາ”

Miuccia Prada ຜູ້ທີ່ຢູ່ເບື້ອງຫຼັງຈັກກະວານທັງໝົດນີ້ ເຊິ່ງລາວບໍ່ໄດ້ຈົບການສຶກສາດ້າແຟຊັນມາໂດຍກົງ ລາວຮຽນຈົບປະລິນຍາເອກດ້ານລັດຖະສາດ ຈາກ University of Milan ແລະ ໃຊ້ເວລາຫຼາຍປີເປັນນັກເຄື່ອນໄຫວເພື່ອສິດທິຜູ້ຍິງ ກ່ອນຈະກ້າວເຂົ້າມາຮັບຕໍ່ທຸລະກິດຂອງຄອບຄົວ.

ອ່ານຕື່ມ:  ແຟຊັ່ນລາວສະຫງ່າງາມລະດັບສາກົນ! ພາສ່ອງງານ Z Fashion Show Celebrity Night 2026

ຄວາມເປັນມາແບບນີ້ເຮັດໃຫ້ດີໄຊຂອງ Prada ບໍ່ຄືແບຣນໃດໃນໂລກ. ບໍ່ໄດ້ເນັ້ນຄວາມເຊັກຊີ່ເພື່ອເອົາໃຈໃຜ ແຕ່ເວົ້າເຖິງ “Ugly Chic” ການນຳສິ່ງທີ່ເບິ່ງແປກປະຫຼາດ, ບໍ່ເຂົ້າໝູ່ ຫຼື ເບິ່ງຄືວ່າ “ຂີ້ຮ້າຍ” ມາເຮັດໃຫ້ກາຍເປັນຄວາມສວຍງາມທີ່ຊົງພະລັງ.

“ຄຸນຄ່າຂອງຂ້ອຍຢູ່ທີ່ດີໄຊ ແລະ ມັນສະໝອງ ບໍ່ແມ່ນຢູ່ທີ່ຄວາມແພງຂອງວັດສະດຸພຽງຢ່າງດຽວ.”

ນັ້ນຄືເຫດຜົນທີ່ Prada ໃຊ້ ໄນລອນ ແລະ ພລາສຕິກ ມາເຮັດກະເປົາຫູຫຼາລາຄາຫຼັກແສນ ແລະ ຍັງເຮັດໃຫ້ຄົນທົ່ວໂລກຕ້ອງການມັນ. ມັນຄືການ “ຂະບົດ” ທີ່ມີຊັ້ນເຊີງຢ່າງແທ້ຈິງ.


ແລ້ວ Miranda Priestly ເຂົ້າມາກ່ຽວຂ້ອງຫຍັງ?

ຕົວລະຄອນໃນ The Devil Wears Prada ຄື “ຕົວແທນ” ທີ່ສົມບູນແບບທີ່ສຸດຂອງ Prada ໃນຈໍຮູບເງົາ. Miranda Priestly ຫົວໜ້າຕົວແມ່ທີ່ບໍ່ເຄີຍຕ້ອງດ່າດ້ວຍຄຳຍາບຄາຍ ພຽງແຕ່ໃຊ້ສາຍຕາ ແລະ ນ້ຳສຽງຮຽບໆ ທີ່ເຮັດໃຫ້ຄົນຟັງຕົວສັ່ນ. ນີ້ຄື DNA ຂອງ Prada ທີ່ບໍ່ມີໂລໂກ້ໃຫຍ່ໆ ຕິດໜ້າເອິກ ແຕ່ໃຊ້ Cutting ແລະ Texture ທີ່ບອກວ່າ “ຂ້ອຍຄືຕົວແມ່ຕົວຈິງ”.

ແລະ ນັ້ນຄືສິ່ງທີ່ Prada ຂາຍໃຫ້ຜູ້ຍິງໃນທຸກມື້ນີ້.

ລອງນຶກພາບສາກໃນໜັງທີ່ Miranda Priestly ຍ່າງເຂົ້າຫ້ອງປະຊຸມ. ກ່ອນທີ່ລາວຈະເວົ້າແມ່ນແຕ່ຄຳດຽວ ທຸກຢ່າງກໍຕ້ອງຢຸດລົງ, ສາຍຕາທຸກຄູ່ຈັບຈ້ອງ ແລະ ບາງຢ່າງໃນຫ້ອງນັ້ນກໍປ່ຽນໄປແລ້ວ, ບໍ່ແມ່ນຍ້ອນລາວຮ້ອງໂວຍວາຍ, ບໍ່ແມ່ນຍ້ອນລາວຂົ່ມຂູ່, ແຕ່ຍ້ອນທຸກຢ່າງທີ່ລາວເຮັດ ທຸກຢ່າງທີ່ລາວໃສ່ ບອກຄົນໃນຫ້ອງນັ້ນວ່າ “ຄົນນີ້ຮູ້ວ່າຕົນເອງແມ່ນໃຜ” ແລະ ນັ້ນຄືສິ່ງທີ່ Prada ຕັ້ງໃຈມາຕັ້ງແຕ່ຕົ້ນ.

ອ່ານຕື່ມ:  ຢາກເບິ່ງເປັນ "ລູກຜູ້ດີ" ຕ້ອງແຕ່ງໂຕແນວໃດ? Old Money Style ຄືຄຳຕອບ

ໂລໂກ້ສາມຫຼ່ຽມນ້ອຍໆ ທີ່ຢູ່ເທິງກະເປົາບໍ່ໄດ້ມີໄວ້ໃຫ້ຄົນທັງໂລກເຫັນ ມັນມີໄວ້ສຳລັບ “ຄົນທີ່ຮູ້” ເບິ່ງບາດດຽວກໍເຂົ້າໃຈກັນ ຄືກັບພາສາທີ່ບໍ່ຕ້ອງແປ. Miuccia ອອກແບບມັນມາແບບນີ້ຢ່າງຕັ້ງໃຈ ເພາະໃນໂລກທີ່ທຸກແບຣນແຂ່ງກັນ “ສົ່ງສຽງດັງ”, ລາວເລືອກທີ່ຈະ “ງຽບ” ແລະ ຍິ່ງງຽບເທົ່າໃດ ຄົນທີ່ໄດ້ຍິນກໍຍິ່ງຮູ້ສຶກວ່າຕົນເອງພິເສດເທົ່ານັ້ນ.

ແລະ ນັ້ນນຳໄປສູ່ສິ່ງທີ່ເລິກເຊິ່ງກວ່າພາບລັກ

ຜູ້ຍິງທີ່ນຸ່ງ Prada ໃນຊີວິດຈິງບໍ່ໄດ້ພະຍາຍາມຢາກເປັນຄື Miranda Priestly. ລາວບໍ່ໄດ້ຢາກເປັນ “ນາງຮ້າຍ”, ລາວແຄ່ຢາກເປັນຄົນທີ່ຍ່າງເຂົ້າຫ້ອງແລ້ວບໍ່ຕ້ອງພິສູດຕົນເອງກັບໃຜ. ເຊິ່ງມັນຕ່າງກັນຫຼາຍ ແລະ Prada ເຂົ້າໃຈຄວາມຕ່າງນັ້ນ.

ແບຣນນີ້ບອກໂລກສະເໝີວ່າ: ຜູ້ຍິງຂອງພວກເຮົາບໍ່ໄດ້ມີຄ່າເພາະສິ່ງທີ່ນຸ່ງຢູ່ຂ້າງນອກ ແຕ່ເພາະສິ່ງທີ່ຄິດຢູ່ຂ້າງໃນ. ເສື້ອຜ້າພຽງແຕ່ເຮັດໃຫ້ໂລກເຫັນສິ່ງນັ້ນທີ່ຢູ່ພາຍໃນນັ້ນຊັດເຈນຂຶ້ນເທົ່ານັ້ນເອງ.


ແລ້ວໃນປີ 2026 Prada ກັບ GenZ?

ຂໍ້ມູນໃນປີ 2025-2026 ລະບຸວ່າ ລາຍໄດ້ຫຼາຍກວ່າ 55% ຂອງ Prada ມາຈາກກຸ່ມ Millennials ແລະ Gen Z. ຕົວເລກນີ້ບອກຫຍັງບາງຢ່າງທີ່ຊັດເຈນຫຼາຍ: ແບຣນນີ້ບໍ່ໄດ້ຖືກເບິ່ງວ່າ “ເກົ່າ”, ແຕ່ຖືກເບິ່ງວ່າ “ສະຫຼາດ ແລະ ລ້ຳສະໄໝ”.

  1. Re-Nylon Project ການນຳຂີ້ເຫຍື້ອພລາສຕິກຈາກມະຫາສະໝຸດມາຜະລິດເປັນກະເປົາ ແລະ ເສື້ອຜ້າ. ນີ້ບໍ່ແມ່ນແຄ່ການຕະຫຼາດ, ແຕ່ມັນຕອບໂຈດຄວາມຍືນຍົງທີ່ຄົນລຸ້ນໃໝ່ໃຫ້ຄວາມສຳຄັນ ແລະ ຍິ່ງຕອກຢ້ຳປັດຊະຍາເດີມທີ່ວ່າ “ຄຸນຄ່າບໍ່ໄດ້ຂຶ້ນຢູ່ກັບວັດສະດຸ”.
  2. Prada Beauty ເປັນການບຸກຕະຫຼາດຄວາມງາມດ້ວຍດີໄຊທີ່ເບິ່ງ Minimal ແລະ Tech-forward ເຮັດໃຫ້ຄົນລຸ້ນໃໝ່ເຂົ້າເຖິງຈັກກະວານຂອງແບຣນໄດ້ງ່າຍຂຶ້ນ.
  3. ທິດທາງດີໄຊປີ 2026 ພາຍໃຕ້ການເຮັດວຽກຮ່ວມກັນຂອງ Miuccia Prada ແລະ Raf Simons ໄດ້ນຳເອົາ Sharp & Streamlined Silhouettes ກັບມາ. ຖິ້ມຄວາມ Oversized ອອກໄປ ແລ້ວຫັນມາເນັ້ນຄັດຕິ່ງ (Cutting) ທີ່ນຽນ ເຮັດໃຫ້ຜູ້ສວມໃສ່ເບິ່ງເປັນ “Modern Professional” ທີ່ບໍ່ເຄີຍເບິ່ງເຊີຍແມ່ນແຕ່ວິນາທີດຽວ.
ອ່ານຕື່ມ:  Runway vs Catwalk ຕ່າງກັນແນວໃດ ອະທິບາຍງ່າຍໆ ສາຍແຟຊັ່ນຄວນຮູ້!

ພາບລັກ “ຜູ້ຍິງຂອງ Prada” ປ່ຽນໄປ?

ໃນໜັງປີ 2006 ພາບຂອງ Miranda Priestly ຄື “ອຳນາດທີ່ເຢັນຊາ ແລະ ໜ້າເກງຂາມ” ເປັນຜູ້ຍິງທີ່ສຳເລັດໂດຍຕ້ອງແລກດ້ວຍຄວາມເປັນມະນຸດບາງສ່ວນ.

ແຕ່ “ຜູ້ຍິງຂອງ Prada” ໃນປີ 2026 ຊັບຊ້ອນກວ່ານັ້ນຫຼາຍ, ຍັງຄົງມີອຳນາດ ແຕ່ບໍ່ຈຳເປັນຕ້ອງເຢັນຊາ, ສະຫຼາດ ແຕ່ບໍ່ຕ້ອງໂດດດ່ຽວ ແລະ ທີ່ສຳຄັນທີ່ສຸດ ເສື້ອຜ້ານຸ່ງເຄື່ອງເພື່ອຕົນເອງ ບໍ່ແມ່ນເພື່ອດຶງດູດສາຍຕາໃຜ ແລະ ບໍ່ຈຳເປັນຕ້ອງພິສູດຕົນເອງກັບໃຜທັງນັ້ນ.

Prada ບໍ່ໄດ້ເຮັດໃຫ້ເຈົ້າເບິ່ງເປັນຜູ້ໃຫຍ່ທີ່ໜ້າເບື່ອ ແລະ ບໍ່ໄດ້ສັນຍາວ່າຍິງເຮັດໃຫ້ເຈົ້າເປັນນາງມານຮ້າຍໃນໜັງ. ມັນແຄ່ບອກວ່າ: “ຖ້າເຈົ້າພ້ອມທີ່ຈະເປັນ Version ທີ່ດີທີ່ສຸດຂອງຕົນເອງ ພວກເຮົາຂໍເປັນພາບລັກໃຫ້ເຈົ້າເອງ.”

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.