Highlights
- ຊວນເຂົ້າໃຈຄວາມໝາຍຊື່ TWOMA ກັບ AKA ທີ່ສະທ້ອນຕົວຕົນຄວາມເປັນສິລະປິນຂອງລາວ
- TWOMA ຕໍ່ສູ້ກັບຄວາມກົດດັນຂອງໂຕເອງ, ພ້ອມການກ້າວຂ້າມຜ່ານດ້ວຍການຝຶກຝົນ ແລະ ພະລັງຊັບພັອດຈາກຄົນຮອບຂ້າງ
- ເວທີໃນຝັນທີ່ຢາກໃຫ້ທຸກຄົນໄປຢືນຮ້ອງເພງນຳກັນ ແລະ ມຸມມອງການພັດທະນາໂຕເອງໃຫ້ເກັ່ງຂຶ້ນໃນທຸກດ້ານຂອງ TWOMA
ໃຜທີ່ກຳລັງກັງວົນ ແລະ ຢ້ານກັບສິ່ງທີ່ເຮັດຢູ່… ແລ້ວກຳລັງຊອກຫາແຮງບັນດານໃຈໃນການແລ່ນຕາມຫາຕົວຕົນຂອງໂຕເອງ ມື້ນີ້ Muan TheInterview ຈະພາທຸກຄົນໄປຮູ້ຈັກ TWOMA ສິລະປິນຈາກ Highbros ກັບເບື້ອງຫຼັງການກ້າທີ່ຈະປົດລັອກ ແລະ ເຂົ້າໃຈຕົວເອງ ເພື່ອກ້າວຂ້າມຜ່ານຄວາມກົດດັນທີ່ມີຢູ່.
ສິ່ງທີ່ເປັນກຳແພງໃຈຂອງ TWOMA ຄ່ອຍໆຖືກພັງທະລາຍດ້ວຍກຳລັງໃຈຈາກເອື້ອຍຂອງລາວ ແລະ ໝູ່ເພື່ອນທີ່ເຂົ້າໃຈໃນສິ່ງທີ່ມັກ ແລະ ໄດ້ຊ່ວຍສະໜັບສະໜຸນຈົນລາວມີເພງທຳອິດເປັນຂອງຕົວເອງ.
ຊື່ທີ່ສະທ້ອນຕົວຕົນໄດ້ດີທີ່ສຸດ
TWOMA ຫຼື ອາລິສະມັນ ມະໂນລົມ (Alisamun Manolom) ແຣັບເປີໜຸ່ມໄວ 27 ປີ, ຮຽນຈົບສາຂາ ການທ່ອງທ່ຽວ ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ.
ຊື່ TWOMA ແມ່ນ AKA ຫຼື ຊື່ທີ່ໃຊ້ເອີ້ນໃນວົງການທີ່ເກີດຈາກການເອົາ ຊື່ຫຼິ້ນ, ຊື່ແທ້ ແລະ ນາມສະກຸນ ມາຖອດລະຫັດແລ້ວປະກອບໃໝ່ ຈົນກາຍເປັນເອກະລັກທີ່ສະທ້ອນຄວາມເປັນສິລະປິນຂອງ TWOMA ອອກມາໄດ້ແບບກົມກ່ອມທີ່ສຸດ. ການຕັ້ງຊື່ນີ້ໄດ້ຜ່ານການຄິດຢ່າງລະອຽດ ໂດຍ TWOMA ໄດ້ດຶງໂຕສະກົດມາຈາກຊື່ແທ້ທີ່ເປັນພາສາອັງກິດ ເຊິ່ງໄດ້ເລົ່າໃຫ້ Muan TheInterview ຟັງວ່າ:
“ຄວາມໝາຍຂອງຊື່ຂ້ອຍບໍ່ແນ່ໃຈວ່າທຸກຄົນຈະເຂົ້າໃຈ ຫຼື ວ່າມັນຈະສົມເຫດ-ສົມຜົນບໍ່ ເພາະທຳອິດເລີຍຂ້ອຍໄດ້ນຳຊື່ຫຼິ້ນ MUN ມາບວກປະສົມເຂົ້າກັບນາມສະກຸນ MANOLOM ແລະ ເພີ່ມຊື່ແທ້ອີກ ALISAMUN ລວມກັນໄດ້ 2MA ກໍເລີຍມາປັບໃຫ້ເປັນ TWOMA ຫຼື TWOMA Highbros ນັ້ນເອງ”.
TWOMA ເປັນຊື່ທີ່ຂ້ອຍໃຊ້ເພື່ອສະທ້ອນຄວາມເປັນຕົວເອງ ເພາະມັນຈື່ງ່າຍ ແລະ ສື່ເຖິງຕົວຕົນຂອງຂ້ອຍໃນດ້ານດົນຕີ ເຊິ່ງໃນຖານະແຣັບເປີ, ຂ້ອຍມັກເລົ່າເລື່ອງຈາກຊີວິດຈິງ ແລະ ຄວາມຮູ້ສຶກຂອງຂ້ອຍແທ້ໆຜ່ານເນື້ອເພງ.
ເສົ້ນທາງການກ້າວເຂົ້າໃນວົງການເພງ Hip-Hop
ບາງເທື່ອເຮົາກໍບໍ່ຮູ້ດອກວ່າເຮົາມັກຫຍັງແທ້ໆຈົນກວ່າຈະໄດ້ລອງເຮັດມັນເບິ່ງ ເຊິ່ງ TWOMA ກໍເປັນໜຶ່ງໃນນັ້ນ. ຈຸດເລີ່ມຕົ້ນຂອງລາວໃນວົງການ Hip-Hop ມັນເລີ່ມຈາກໂອກາດທີ່ໄດ້ລອງເຮັດເພງ ແຕ່ສິ່ງທີ່ເຮັດໃຫ້ລາວຕັດສິນໃຈວ່າ ນີ້ແຫຼະຄືທາງຂອງເຮົາ ແລະ ສິ່ງທີ່ເຮັດໃຫ້ລາວມີຄວາມສຸກຄືຄວາມຮູ້ສຶກຕອນທີ່ໄດ້ປ່ອຍຄວາມຄິດທີ່ຢູ່ໃນຫົວອອກມາເປັນເນື້ອເພງ.

ທີ່ສຳຄັນ, ເລື່ອງນີ້ຈະເກີດຂຶ້ນບໍ່ໄດ້ເລີຍຖ້າຂາດແຮງໃຈທີ່ດີ ແລະ TWOMA ໂຊກດີທີ່ມີເອື້ອຍຢ່າງ SALUNA ທີ່ຄອຍຊຸກຍູ້, ມີໝູ່ຄູ່ທີ່ເຂົ້າໃຈໃນສິ່ງທີ່ລາວຢາກສື່ສານ.
ລາວເລົ່າໃຫ້ Muan TheInterview ຟັງແບບເປີດໃຈວ່າ: “ພໍໄດ້ເຮັດເພງ, ມັນເຮັດໃຫ້ຂ້ອຍກ້າລອງສິ່ງໃໝ່ໆ ແລະ ກ້າເລົ່າຄວາມຄິດຂອງໂຕເອງອອກໄປແບບທີ່ບໍ່ເຄີຍເປັນມາກ່ອນ”.
ສິ່ງທີ່ເປັນຕາຢ້ານທີ່ສຸດຄື “ຄວາມກົດດັນ” ຂອງໂຕເຮົາເອງ
ໃຜທີ່ກຳລັງທໍ້ ຫຼື ກົດດັນກັບສິ່ງທີ່ເຮັດຢູ່ ລອງມາຟັງວິທີຄິດຂອງ TWOMA ເພາະບົດຮຽນຊີວິດຂອງລາວອາດຈະກາຍເປັນກຳລັງໃຈດີໆໃຫ້ເຮົາເລີຍກໍໄດ້.
ໃນໄລຍະທີ່ TWOMA ກຳລັງຟອມໂຕຝຶກຊ້ອມເພື່ອຈະກ້າວຂຶ້ນມາເປັນສິລະປິນ ສິ່ງທີ່ຍາກທີ່ສຸດທີ່ລາວຕ້ອງຂ້າມຜ່ານບໍ່ແມ່ນຄຳເວົ້າຂອງຄົນອື່ນເລີຍ ແຕ່ມັນຄື ຄວາມກົດດັນຂອງຕົວເອງ ແລະ ການພະຍາຍາມພັດທະນາໃຫ້ດີຂຶ້ນຕະຫຼອດເວລາ.
ມັນເປັນຄວາມຮູ້ສຶກທີ່ໜັກໜ່ວງຫຼາຍ, Muan TheInterview ກໍສົງໄສວ່າລາວຜ່ານມັນມາໄດ້ແນວໃດ? ເຊິ່ງ TWOMA ເລືອກທີ່ຈະບໍ່ແບກມັນໄວ້ຄົນດຽວ ແລະ ໃຊ້ເວລາທັງໝົດໄປກັບການຝຶກຝົນ, ເອົາໂຕເອງໄປຢູ່ກັບຄວາມຮັກຂອງຄົນທີ່ຄອຍສະໜັບສະໜຸນ ແລະ ນີ້ຄືກຸນແຈທີ່ພາລາວຍ່າງຜ່ານມັນມາໄດ້.
ໃນທີ່ສຸດ, ຄວາມພະຍາຍາມກໍອອກຜົນ TWOMA ໄດ້ເລົ່າເຖິງຄວາມປະທັບໃຈໃຫ້ເຮົາຟັງວ່າ:
“ການມີເພງທຳອິດໃນຖານະສິລະປິນຂອງ Highbros ມັນເປັນຄວາມຮູ້ສຶກທີ່ຂ້ອຍຕື່ນເຕັ້ນຫຼາຍ, ເປັນກ້າວໃຫຍ່ໃນຊີວິດຂອງຂ້ອຍເລີຍ ເພາະ Remy ກໍບິນມາແຕ່ໄກຈາກ UAS ເພື່ອມາຊຸກດັນວົງການເພງລາວ ແລະ ຂ້ອຍກໍດີໃຈທີ່ Highbros ຄອຍສະໜັບສະໜຸນ ແລະ ເຊື່ອໃນຕົວຂ້ອຍ” TWOMA ເລົ່າຄວາມປະທັບໃຈ.

ສະເໜ່ທີ່ເປັນເອກະລັກໃນການຮ້ອງ-ແຣັບ
ຖ້າຖາມວ່າແມ່ນຫຍັງຄືອາວຸດລັບທີ່ເຮັດໃຫ້ເພງຂອງ TWOMA ມີສະເໜ່ຈົນຕ້ອງຢຸດຟັງ? ບອກເລີຍວ່າ ມັນຄືຄວາມສາມາດໃນການອອກແບບເພງ ໂດຍການເອົາ Melody (ທຳນອງ) ມາປະສົມກັບ Rap ຈັງຫວະເທ້ໆແລ້ວໃສ່ຄວາມຮູ້ສຶກເຂົ້າໄປ ມັນເລີຍກາຍເປັນລົດຊາດໃໝ່ທີ່ມີເອກະລັກສະເພາະຕົວແບບ TWOMA.
ລະຫວ່າງຕົວຕົນຂອງລາວທີ່ເປັນ ສິລະປິນ ກັບ ຄົນທຳມະດາ, ກໍມີມຸມທີ່ແຕກຕ່າງກັນສຸດໆ ເພາະເວລາຫວ່າງຂອງລາວຄື ການນັ່ງຟັງເພງ, ເບິ່ງໜັງ ຫຼື ການຢູ່ງຽບໆຄົນດຽວ ເພື່ອເກັບພະລັງງານ ແລະ ຊອກຫາໄອເດຍໃໝ່ໆ (ແຕ່ເອົາແທ້ໆ, ໄລຍະນີ້ລາວລຸຍງານໜັກຈົນແທບບໍ່ມີເວລາຫວ່າງເລີຍ ດຸໝັ່ນສຸດໆ).
ສິ່ງທີ່ຢາກເປັນ ແລະ ເວທີໃນຝັນທີ່ຢາກໄປສະແດງຫຼາຍທີ່ສຸດ
ສຳລັບ TWOMA ແລ້ວ, ພາບຝັນຂອງລາວມັນຊັດເຈນ ແລະ ມີພະລັງຫຼາຍ. ເວທີໃນຝັນທີ່ລາວຢາກໄປສະແດງຫຼາຍທີ່ສຸດຄືການໄດ້ຂຶ້ນໄປຢືນຢູ່ເທິງ Music Festival ໃຫຍ່ໆ ແລ້ວແນມລົງມາເຫັນພາບທຸກຄົນ ບໍ່ວ່າຈະເປັນແຟນເພງ, ຄອບຄົວ ຫຼື ໝູ່ເພື່ອນ ທີ່ຄອຍຊັບພັອດກັນມາ ພ້ອມໃຈກັນຮ້ອງເພງຂອງລາວໄປນຳກັນ.
TWOMA ບອກວ່າ “ຢາກໃຫ້ມື້ນັ້ນເປັນມື້ທີ່ມ່ວນທີ່ສຸດ, ມີຄວາມສຸກທີ່ສຸດ ແລະ ກາຍເປັນຄວາມຊົງຈຳທີ່ທັງຂ້ອຍ ແລະ ທຸກຄົນຈະບໍ່ມີວັນລືມມັນເລີຍ”.

ກ້າວຕໍ່ໄປທີ່ທ້າທາຍຂອງ TWOMA
ສິ່ງທີ່ໜ້າຕື່ນເຕັ້ນທີ່ສຸດຂອງການຕັ້ງເປົ້າໝາຍ, ບໍ່ແມ່ນການທີ່ເຮົາຮູ້ວ່າເຮົາຊິໄປຮອດໃສ ແຕ່ມັນຄືການທີ່ເຮົາຮູ້ວ່າເຮົາຈະເກັ່ງຂຶ້ນກວ່າເກົ່າຂະໜາດໃດໃນທຸກໆມື້ ເຊິ່ງນີ້ແມ່ນສິ່ງທີ່ Muan TheInterview ລອງຖາມກັບ TWOMA ວ່າໄດ້ເບິ່ງເຫັນຕົວເອງໃນອະນາຄົດໄວ້ແບບໃດ ແລະ ລາວກໍເລົ່າໃຫ້ຟັງວ່າ:
“ໃນອີກ 1-2 ປີ ທາງໜ້າ, ຂ້ອຍຢາກເຫັນໂຕເອງເຕີບໂຕຂຶ້ນທັງດ້ານວົງການເພງ, ຜົນງານ ແລະ ຄຸນນະພາບຂອງດົນຕີ, ຢາກຮ່ວມງານກັບສິລະປິນທີ່ຂ້ອຍເຄົາລົບ ແລະ ມັກຜົນງານຂອງເຂົາ ຢາກໃຫ້ທຸກຄົນລໍຖ້າຕິດຕາມຕອນຕໍ່ໄປ”.
ລົມກັນມາຮອດຕອນນີ້, Muan TheInterview ເຊື່ອວ່າທຸກຄົນຄົງຈະໄດ້ເຫັນຕົວຕົນ, ຄວາມຄິດ ແລະ ຫົວໃຈທີ່ຮັກໃນດົນຕີຂອງ TWOMA ຫຼາຍຂຶ້ນແລ້ວ. ຈາກເດັກໜຸ່ມທີ່ເຄີຍກົດດັນໂຕເອງ ໃນມື້ນີ້ລາວພ້ອມແລ້ວທີ່ຈະກ້າວເດີນໄປໃນເສັ້ນທາງສາຍນີ້ຢ່າງເຕັມຕົວ.

TWOMA ໄດ້ຝາກຄຳຂອບໃຈເຖິງທຸກຄົນທີ່ຍ່າງຄຽງຂ້າງລາວວ່າ
“ສຸດທ້າຍນີ້, ຂ້ອຍຢາກຂໍຂອບໃຈ ຄອບຄົວ, ອ້າຍເອື້ອຍນ້ອງ, ໝູ່ເພື່ອນທຸກຄົນຫຼາຍໆ ທີ່ຄອຍຕິດຕາມ ແລະ ສະໜັບສະໜຸນຂ້ອຍມາຕະຫຼອດ. ຂອບໃຈ Highbros ທີ່ມອບໂອກາດດີໆ ແລະ ກຳລັງໃຈດີໆ… ທຸກກຳລັງໃຈມັນມີຄວາມໝາຍຫຼາຍ ແລະ ຂ້ອຍຈະຕັ້ງໃຈເຮັດຜົນງານດີໆອອກມາໃຫ້ທຸກຄົນໄດ້ຟັງຕໍ່ໄປເດີ”
ໃຜທີ່ຮູ້ສຶກຕິດໃຈໃນສະເໜ່ການຂອງ TWOMA, ສາມາດເຂົ້າໄປກົດຊັບພັອດ ແລະ ຕິດຕາມຜົນງານຂອງລາວໄດ້ທີ່ YouTube: Highbros Entertainment ເລີຍເດີ.