ຫຼືວ່າ ອ້າຍມາກ ເປັນ LILIE? ສ່ອງ Playlist ສຸດເດືອດທີ່ Mark Zuckerberg ຈະໃຊ້ໃນງານ Connect 2026

ຕື່ນເຊົ້າມາ ຖ້າໃຜໄດ້ເລື່ອນຟີດ Facebook ແລ້ວເຫັນໂພສຂອງ ອ້າຍມາກ (Mark Zuckerberg) ກໍຄືຊິມີສະດຸ້ງກັນແດ່ລະ ເພາະແທນທີ່ລາວຈະມາເວົ້າເລື່ອງທີ່ເຂົ້າໃຈຍາກໆ ຫຼື ເລື່ອງໂລກສະເໝືອນແບບຊີຣຽສຕາມສະໄຕລ໌ລາວ, ແຕ່ລາວດັນມາແຊຣ໌ Playlist ທີ່ຈະໃຊ້ໃນງານ Meta Connect 2026 ເຊິ່ງຈະຈັດຂຶ້ນໃນເດືອນກັນຍາ 2026 ນີ້.
ເບິ່ງຈາກລາຍຊື່ເພງແລ້ວ ລາວກໍຖືກແຊວວ່າ ຫຼື ວ່າອ້າຍມາກຈະເປັນ Lilie? ແລະ Lilie ກໍແມ່ນຊື່ດ້ອມຂອງສາວ LISA ນັ້ນເອງ.
ສິ່ງທີ່ເຮັດໃຫ້ຊາວເນັດ (ໂດຍສະເພາະເຮົາໆ ເຫຼົ່າແຟນຄລັບຝັ່ງເອເຊຍ) ສະດຸດຕາແມ່ນ ໃນ 5 ເພງທີ່ລາວແຄັບໜ້າຈໍມາໃຫ້ເບິ່ງນັ້ນ ມັນມີຊື່ຂອງ LISA ແລະ JENNIE ຢູ່ພ້ອມ.

ເຮົາມາເບິ່ງກັນວ່າ ຫູຂອງມະຫາເສດຖີລະດັບໂລກ ຜູ້ກໍ່ຕັ້ງ Facebook ທີ່ໝູ່ເຮົາເຈົ້າຂ້ອຍຕິດກັນງອມແງມ ແບບອ້າຍມາກ ລາວຟັງຫຍັງແດ່:
- Born Again – LISA feat. Doja Cat & RAYE: ເພງນີ້ຄືເດືອດສຸດ! ບໍ່ແປກໃຈທີ່ອ້າຍມາກຈະມັກ.
- Harder, Better, Faster, Stronger – Daft Punk: ເພງນີ້ຄື Base ຂອງຊາວ Dev ເລີຍແຫລະ.
- Say Hello – Jack Harlow: ມາແນວຊິລໆ ແຕ່ມີສະໄຕລ໌.
- Dracula (JENNIE Remix) – Tame Impala, JENNIE: ອັນນີ້ຄື ທີ່ສຸດ! ໃຜຈະຄິດວ່າອ້າຍມາກຈະຟັງ Remix ສຸດເທ້ຂອງເຈນນີ່.
- Feeling This – blink-182: ປິດທ້າຍດ້ວຍຄວາມ Rock ແບບຍຸກ 2000s ທີ່ຄິດຮອດ.
ເຫັນ Playlist ແລ້ວຮູ້ສຶກເລີຍວ່າ ອ້າຍມາກກໍຄືຊິເປັນ Lilies ຫຼື ບໍ່ກໍ BLINK ຄືກັບເຮົານີ້ລະ! (ໃຜຈະໄປຕ້ານພະລັງສາວໄທ ແລະ ເກົາຫຼີໄດ້ເນາະ?)
ແລ້ວງານ Meta Connect 2026 ມັນແມ່ນງານຫຍັງ?
ສຳລັບໃຜທີ່ບໍ່ແມ່ນສາຍເທັກ, ໃຫ້ຄິດພາບຕາມວ່າ ງານນີ້ຄື ງານປ່ອຍຂອງ ປະຈຳປີຂອງ Meta ທີ່ເປັນເຈົ້າຂອງ Facebook, Instagram, WhatsApp ແລະ Threads. ມັນຄືເວທີທີ່ອ້າຍມາກຈະມາໂຊວິໄສທັດໃໝ່ໆ ບໍ່ວ່າຈະເປັນເລື່ອງ AI ທີ່ສະຫຼາດຂຶ້ນ, ແວ່ນຕາ VR/AR ຮຸ່ນໃໝ່ ໄປຈົນຮອດການອັບເດດໂລກ Metaverse ທີ່ລາວພະຍາຍາມປັ້ນມາຕະຫຼອດ. ເວົ້າງ່າຍໆແມ່ນງານທີ່ບອກວ່າ ອະນາຄົດຂອງເຮົາຈະເປັນແນວໃດ ນັ້ນເອງ.
ເຮົາຄິດວ່າ ປີນີ້ອ້າຍມາກຄືຊິ Vibe ດີເປັນພິເສດ ເພາະເບິ່ງຈາກ Playlist ແລ້ວ ງານ Connect 2026 ນີ້ໜ້າຈະມ່ວນ ແລະ ທັນສະໄໝຂຶ້ນກວ່າເກົ່າແນ່ນອນ.
ແນວໃດກໍຕາມ, ໃຜທີ່ຢາກຮູ້ວ່າລົດນິຍົມການຟັງເພງຂອງເຈົ້າພໍ່ Meta ຈະກົງກັບເຮົາປານໃດ ກໍລອງຕາມໄປຟັງໃນ Spotify ໄດ້ເດີ້. ສ່ວນໃຜທີ່ຢາກຮູ້ວ່າໃນງານລາວຈະປ່ອຍ Gadget ຫຍັງໃໝ່ໆອອກມາ ໄວ້ Muan ຈະມາອັບເດດໃຫ້ຟັງຄືເກົ່ານີ້ລະ (ແຕ່ອັບເດດຢູ່ Gadzila ພຸ້ນເດີ).