ສ້າງທຸລະກິດໃຫ້ເປັນ ‘ເສົາຫຼັກ’ ທີ່ຮ້ານອື່ນຂາດບໍ່ໄດ້, ນີ້ແຫຼະທີ່ເອີ້ນວ່າ B2B Model

ແບ່ງປັນ

ສ້າງທຸລະກິດໃຫ້ເປັນ ‘ເສົາຫຼັກ’ ທີ່ຮ້ານອື່ນຂາດບໍ່ໄດ້, ນີ້ແຫຼະທີ່ເອີ້ນວ່າ B2B Model

ໂດຍ: Johnny Sayasane Johnny Sayasane
13 May 2026 25
ສະຫຼຸບຄວາມ (TL;DR)
- B2B (Business-to-Business) ຄື: ທຸລະກິດທີ່ຂາຍສິນຄ້າ ຫຼື ບໍລິການ ໃຫ້ກັບ "ທຸລະກິດອື່ນ" ເພື່ອນຳໄປໃຊ້ສ້າງກຳໄລຕໍ່ ເນັ້ນການຊື້ຈຳນວນຫຼາຍ ແລະ ການສັນຍາໄລຍະຍາວ.
- B2C (Business-to-Consumer) ຄື: ທຸລະກິດທີ່ຂາຍສິນຄ້າ ຫຼື ບໍລິການ ໃຫ້ກັບ "ຜູ້ບໍລິໂພກທົ່ວໄປ" ໂດຍກົງ ເພື່ອຊື້ໄປໃຊ້ ຫຼື ກິນເອງ ເນັ້ນການເຮັດການຕະຫຼາດເພື່ອດຶງດູດຄົນຈຳນວນຫຼາຍ.

ຖ້າເຈົ້າເປີດຮ້ານຂາຍເຝີ ເຮັດເປັນຖ້ວຍໃຫ້ຄົນຍ່າງກາຍໄປມາຊື້ກິນ = ອັນນີ້ ບໍ່ແມ່ນ B2B.

ແຕ່ຖ້າເຈົ້າ ເຮັດໂຮງງານຜະລິດເສັ້ນເຝີ ແລ້ວເອົາໄປສົ່ງຂາຍໃຫ້ຮ້ານຂາຍເຝີຕ່າງໆ ໃຫ້ເຂົາໄປລວກຂາຍຕໍ່ = ອັນນີ້ແຫຼະຄື B2B.

ສິນຄ້າ ການບໍລິການທຸກຢ່າງທີ່ເຈົ້າໃຊ້ໃນມື້ນີ້ ມີທຸລະກິດປະເພດໜຶ່ງທີ່ໄດ້ກຳໄລກ່ອນໝູ່ສະເໝີ ໂດຍທີ່ເຈົ້າອາດບໍ່ເຄີຍຮູ້ຈັກຊື່ບໍລິສັດພວກເຂົາເລີຍ… ໃນວົງການເຮັດທຸລະກິດ ເຮົາເອີ້ນຜູ້ຢູ່ເບື້ອງຫຼັງເຫຼົ່ານີ້ວ່າ B2B.

ເວລາເວົ້າເຖິງການເຮັດທຸລະກິດ, ເຮົາມັກຈະນຶກພາບການເປີດຮ້ານ, ການໄລຟ໌ສົດຂາຍເຄື່ອງ, ລົມກັບລູກຄ້າ ຫຼື ການເຮັດແບຣນໃຫ້ຄົນຮູ້ຈັກຫຼາຍໆ. ນັ້ນຄືການເຮັດທຸລະກິດແບບ B2C (ຂາຍໃຫ້ຄົນທົ່ວໄປ). ແຕ່ໃນໂລກທຸລະກິດຍັງມີອີກເກມໜຶ່ງທີ່ບໍ່ຄ່ອຍເປັນກະແສ, ມັກຈະເປັນເບື້ອງຫຼັງ ແຕ່ເປັນຜູ້ສະໜອງໃຫ້ກັບທຸລະກິດອື່ນ ຫຼື ທີ່ເອີ້ນວ່າ B2B (ຂາຍໃຫ້ທຸລະກິດນຳກັນ).

ທັງສອງແບບມີເອກະລັກ ມີຂໍ້ດີຂໍ້ເສຍແຕກຕ່າງກັນ ແລະ ແນ່ນອນວ່າໃຊ້ກົນລະຍຸດໃນການຊອກຫາລູກຄ້າທີ່ແຕກຕ່າງກັນ.

B2B (Business-to-Business) ເວົ້າພາສາບ້ານໆກໍຄື “ທຸລະກິດ ຂາຍໃຫ້ ທຸລະກິດ”. ມັນຄືການທີ່ເຮົາບໍ່ໄດ້ຂາຍເຄື່ອງໃຫ້ຄົນຊື້ໄປໃຊ້ເອງ ຫຼື ກິນເອງ, ແຕ່ເຮົາຂາຍເຄື່ອງໃຫ້ “ເຈົ້າຂອງກິດຈະການອື່ນ” ເພື່ອໃຫ້ເຂົາເຈົ້າເອົາໄປເຮັດທຸລະກິດສ້າງກຳໄລຕໍ່.

ຖ້າໃຜທີ່ເຄີຍຕິດຕາມຂ້ອຍມາດົນ ອາດຈະພໍຮູ້ວ່ານອກຈາກເປັນ CEO ຂອງ ມ່ວນ (Muan.la / Muan.Space) ແລ້ວ, ຂ້ອຍເອງກໍຮ່ວມກໍ່ຕັ້ງເຮັດທຸລະກິດທັງສອງຮູບແບບ (BIZGITAL Company Limited ທີ່ມີແຕ່ລູກຄ້າອົງກອນ ແລະ LOCA Technology ທີ່ມີລູກຄ້າເປັນຜູ້ໃຊ້ບໍລິການແທັກຊີອອນລາຍ/ສາກລົດໄຟຟ້າ) ກໍລ້ວນຜ່ານຈຸດທີ່ຕ້ອງມານັ່ງປວດຫົວກັບການແຂ່ງຂັນໃນຕະຫຼາດ ແລະ ປວດຫົວກັບການຈັດລະບົບເພື່ອຕອບສະໜອງລູກຄ້າແບບທຸລະກິດ.

ອ່ານຕື່ມ:  ຖອດລະຫັດ ຈາກ 3 CEO: ມີຫຍັງທີ່ຕ້ອງຮູ້ ຖ້າຢາກເຮັດທຸລະກິດ FINTECH ໃນລາວ?

ຕະຫຼອດໄລຍະເວລາທີ່ຂ້ອຍໄດ້ລົມກັບຜູ້ປະກອບການໜ້າໃໝ່ຫຼາຍໆ ຄົນ ໂດຍສະເພາະງານ Startup, ງານພົບປະທຸລະກິດຕ່າງໆ, ຄຳຖາມຍອດຮິດທີ່ຂ້ອຍມັກຈະຖືກຖາມ ຫຼື ໄດ້ຍິນຈາກຊ່ວງ Q&A ເກືອບທຸກເວທີຢູ່ສະເໝີຄືໄປໃນລັກສະນະດຽວກັນຄື ‘ເຮັດທຸລະກິດຫຍັງຈຶ່ງຈະລວຍໄວ?’ ເຊິ່ງຈາກການທີ່ຂ້ອຍໄດ້ປະສົບພົບເຈິກັບໂຕເອງ ແລະ ທັງຈາກການສຶກສາ ບວກກັບການສັງເກດເຫັນວົງຈອນຂອງທັງທຸລະກິດທີ່ລົ້ມ ແລະ ທີ່ລອດຕະຫຼອດສິບກວ່າປີຜ່ານມາ ຂ້ອຍພົບວ່າຍັງມີມູມຂອງທຸລະກິດຫຼາຍອັນທີ່ຄົນເບິ່ງຂ້າມ ແລະ ຮີບຟ້າວໂດດໄປເລື່ອງຂາຍເຄື່ອງເລີຍ.

ທຸລະກິດ B2B ກັບ B2C ແມ່ນຫຍັງ? ປຽບທຽບຄວາມແຕກຕ່າງ ແບບພາສາບ້ານໆ ເຂົ້າໃຈງ່າຍ

ລອງນຶກພາບຕາມໄປນຳກັນ ເພື່ອໃຫ້ເຫັນພາບ:

ເສັ້ນທາງແບບ B2C (Business-to-Consumer)

ເຈົ້າເປີດຮ້ານເຝີ, ເຈົ້າສ້າງແບຣນຂອງຮ້ານໃຫ້ມີຊື່ສຽງ ມີຄຸນນະພາບ ລູກຄ້າໃຜໄດ້ມາກິນກໍ່ຕ່າງຕິດໃຈ ແລະ ກາຍເປັນລູກຄ້າປະຈຳ. ເຈົ້າເປີດອີກ 5 ສາຂາ, ແຕ່ລະສາຂາ ມີລູກຄ້າເຂົ້າຮ້ານເລື້ອຍໆ ເພາະ ເຈົ້າກໍເຮັດການຕະຫຼາດຢ່າງສະໝ່ຳສະເໝີ.

  • ຂໍ້ດີຄືເຈົ້າ ຈະມີ ກະແສເງິນສົດ (Cash-flow) ໝູນວຽນທຸກມື້, ໄດ້ສ້າງແບຣນຂອງຮ້ານທີ່ມີຄົນຮັກຫຼວງຫຼາຍ. ຖ້າຕອນໃດມີໂປຣໂມຊັນ ຍອດຂາຍກໍສູງຂຶ້ນແບບກ້າວກະໂດດພຽງຂ້າມຄືນ.
  • ແຕ່ຂໍ້ເສຍຄື ເຈົ້າຈະມີຄູ່ແຂ່ງຮ້ານອື່ນໆ ທີ່ກໍກຳລັງທະຍອຍຂົນໂປຣໂມຊັນ ພັດທະນາສູດ ພັດທະນາແບຣນມາແຂ່ງໄດ້ເຊັ່ນກັນ ຫຼື ຖ້າເດີນເກມການຕະຫຼາດພາດ ເກີດສະພາວະ “​ໄຟໄໝ້ເລົ້າເຂົ້າ – Backfire” ລູກຄ້າຫາຍໄດ້ງ່າຍໆ ໃນພິບຕາ ຕ້ອງເອົາໃຈລູກຄ້າຫຼັກຮ້ອຍຫຼັກພັນໃນແຕ່ລະມື້ລະວັນ. ຍັງບໍ່ນັບວ່າ ຖ້າເກີດເຫດບໍ່ຄາດຄິດເຊັ່ນ: ວິກິດການແຜ່ເຊື້ອພະຍາດຄື ໂຄວິດ19, ໄພທຳມະຊາດ, ຟ້າຝົນບໍ່ເປັນໃຈ ລ້ວນແຕ່ກະທົບກັບກະແສເງິນສົດທັງນັ້ນ.

ເສັ້ນທາງແບບ B2B

ເຈົ້າບໍ່ໄດ້ເປີດຮ້ານເຝີ, ແຕ່ເຈົ້າເລືອກເຮັດເສັ້ນເຝິສົ່ງໃຫ້ຮ້ານອື່ນແທນ. ເຈົ້າໝົກໝຸ້ນຢູ່ກັບການເຮັດແນວໃດຈະໃຫ້ເສັ້ນເຝີແຊບທີ່ສຸດ ຮັກສາໄວ້ດົນທີ່ສຸດ ໃຊ້ວັດທຸດິບທີ່ດີ ມີຄຸນນະພາບຄົງທີ່ ແລະ ສາມາດສະໜອງໃຫ້ກັບຮ້ານໄດ້ໃນໄລຍະຍາວ. ເມື່ອເຈົ້າມີສະມາທິ ສາມາດໂຟກັສໃນເລື່ອງດຽວ ເຈົ້າສາມາດສ້າງຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ສາມາດຄວບຄຸມຕົ້ນທຶນໄດ້ລະດັບໜຶ່ງ

  • ຂໍ້ດີຄື ເຈົ້າບໍ່ຕ້ອງປວດຫົວກັບການໃຫ້ບໍລິການລູກຄ້າລາຍວັນ, ສາມາດປິດການຂາຍເທື່ອດຽວ ແຕ່ມີຍອດສັ່ງຊື້ປະຈຳທຸກເດືອນຈົນໄປຮອດໝົດປີ.
  • ແຕ່ຂໍ້ເສຍກໍໜັກໜ່ວງບໍ່ຕ່າງກັນ ຄືກວ່າຈະສາມາດປິດການຂາຍເທື່ອໜຶ່ງ ຕ້ອງໃຊ້ເວລາດົນ ກວ່າຮ້ານຈະເຊື່ອໃຈ ກວ່າຮ້ານຈະໝັ້ນໃຈ ແລະ ຖ້າມື້ໜຶ່ງລູກຄ້າເຈົ້າໃຫຍ່ຂອງເຈົ້າປ່ຽນໃຈໄປຊື້ຶ້ກັບໂຮງງານທີ່ຜະລິດເສັ້ນເຝີໂຮງອື່ນ ເພາະເຈົ້າເລີ່ມບໍ່ສາມາດຮັກສາຄຸນນະພາບໄດ້ຄືເກົ່າ ຫຼື ເຈົ້າອື່ນມີນະວັດຕະກຳໃໝ່ທີ່ສາມາດຫຼຸດຕົ້ນທຶນໄດ້ດີກວ່າ ແບບນີ້ທຸລະກິດຂອງເຈົ້າກໍອາດຈະລົ້ມໄດ້ເຊັ່ນກັນ.
ອ່ານຕື່ມ:  AI ສຸດຍອດທ່າແຮງຊ່ວຍວຽກ ຈາກບົດລາຍງານຂອງ McKinsey 2025

ໂອເຄຊັ້ນມາສະຫຼຸບກັນເບິ່ງວ່າ ເຈົ້າເໝາະກັບແບບໃດ

ຖ້າເຈົ້າມັກຫຼິ້ນກັບພຶດຕິກຳຜູ້ບໍລິໂພກ, ມັກການຕະຫຼາດປັ່ນໆ, ມັກສ້າງກະແສ (ທີ່ດີ) ແລະ ຕ້ອງການເງິນສົດທີ່ໝູນໄວ… B2C ຄືສະໜາມທີ່ເຈົ້າໜ້າຈະມັກ ແລະ ມ່ວນໄປກັບມັນໄດ້ໃນແຕ່ລະວັນ.ຄືສະໜາມທີ່ເຈົ້າໜ້າຈະມັກ ແລະ ມ່ວນໄປກັບມັນໄດ້ໃນແຕ່ລະວັນ.

ແຕ່ຖ້າເຈົ້າພັດເປັນຄົນມັກເລື່ອງລະບົບ, ມັກແກ້ບັນຫາໃຫ້ທຸລະກິດອື່ນ, ມັກການຕໍ່ລອງເຈລະຈາ ແລະ ສາມາດອົດທົນລໍຖ້າການປິດຍອດທີ່ເປັນລາຍຮັບກ້ອນໃຫຍ່ໄດ້… B2B ອາດຈະເປັນສະໜາມທີ່ເຈົ້າຈະໄດ້ສະແດງຄວາມສາມາດທີ່ແທ້ຈິງກໍເປັນໄດ້.ອາດຈະເປັນສະໜາມທີ່ເຈົ້າຈະໄດ້ສະແດງຄວາມສາມາດທີ່ແທ້ຈິງກໍເປັນໄດ້.

ເອົາເປັນວ່າ ກ່ອນຈະລົງມືເຮັດທຸລະກິດຫຍັງກໍຕາມ ສິ່ງສຳຄັນບໍ່ແມ່ນວ່າ ​”ເຮັດຫຍັງລວຍກວ່າກັນ” ແຕ່ເປັນການຖາມໂຕເອງວ່າ “ເຈົ້າພ້ອມຈະເມື່ອຍແບບໃດ” ຫຼາຍກວ່າ

ເພາະບໍ່ວ່າເຮົາຈະເຮັດຫຍັງກໍເມື່ອຍໝົດຫັ້ນລະ ກວ່າຈະໄດ້ມາແຕ່ລະກີບບໍ່ແມ່ນເລື່ອງງ່າຍ ພຽງແຕ່ວ່າ ເຮົາເມື່ອຍແລ້ວ “ມ່ວນ” ໄປກັບມັນໄດ້ ມັນຈຶ່ງຈະເກັບກິນໄດ້ໃນໄລຍະຍາວ.

ໂລກຂອງທຸລະກິດບໍ່ໄດ້ມີແຕ່ 2 ແບບນີ້ຕາຍໂຕ ນອກຈາກ B2B, B2C ແລ້ວ ມັນຍັງມີກົນລະຍຸດສະເພາະໃຫ້ກັບ B2B2C, C2C… ຂຶ້ນກັບຄວາມຖະໜັດຂອງໃຜລາວ.

ແລ້ວເຈົ້າເດ ອ່ານຈົບແລ້ວຄິດວ່າຕົນເອງເປັນສາຍ B2B ຫຼື B2C? ຄອມເມນບອກກັນແດ່ເດີ! ຂໍໃຫ້ທຸກຄົນ “ມ່ວນ” ໄປກັບການເຮັດໃນສິ່ງທີ່ໂຕເອງມັກ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.