ຝົນຕົກເຈົ້າເສົ້າບໍ່? ໄດ້ຍິນສຽງຝົນເທື່ອໃດກໍກາຍເປັນຄົນຂີ້ເຫງົາ ແລະ ຢາກໄດ້ກອດອຸ່ນໆຫຼາຍກວ່າປົກກະຕິ

ແບ່ງປັນ

ຝົນຕົກເຈົ້າເສົ້າບໍ່? ໄດ້ຍິນສຽງຝົນເທື່ອໃດກໍກາຍເປັນຄົນຂີ້ເຫງົາ ແລະ ຢາກໄດ້ກອດອຸ່ນໆຫຼາຍກວ່າປົກກະຕິ

13 May 2026 39

ເຄີຍສົງໄສບໍ່? ເປັນຫຍັງພໍຝົນເລີ່ມຕົກໜັກໆໃສ່ຫຼັງຄາ, ບາງເທື່ອເຈົ້າກໍຮູ້ສຶກ ຂີ້ຄ້ານ ແບບບອກບໍ່ຖືກ ຢາກນອນຢູ່ຊື່ໆ, ບໍ່ຢາກເຮັດຫຍັງ ຢາກຖິ້ມທຸກຢ່າງ ແລ້ວນອນມຸດຜ້າຫົ່ມຢູ່ຊື່ໆ ໂດຍບໍ່ຕ້ອງຄິດເລື່ອງໃດໆໃຫ້ປວດຫົວ ແລະ ໃນມື້ທີ່ຝົນຕົກ, ທຸກຄວາມຮູ້ສຶກມັນມັກຈະແລ່ນມາກອງກັນຢູ່ບ່ອນດຽວ.

ແຕ່ໃນຄວາມງຽບນັ້ນ… ບາງເທື່ອກໍມີ ຄວາມເຫງົາ ຈົນຢາກມີໃຜຈັກຄົນມານັ່ງຢູ່ຂ້າງໆ ຫຼື ຢາກກອດໃຜຈັກຄົນໃຫ້ອຸ່ນຂຶ້ນ ຫຼື ມີ ພື້ນທີ່ປອດໄພ ໃຫ້ຫົວໃຈໄດ້ພັກຜ່ອນແທ້ໆ.

ຖ້າເຈົ້າເຄີຍເປັນແບບນີ້ຄືກັນມາລອງປ່ຽນສຽງຝົນທີ່ເຮັດໃຫ້ເສົ້າໃຫ້ກາຍເປັນສຽງທີ່ຟັງແລ້ວຮູ້ສຶກວ່າສະບາຍໃຈ ແລະ ສຳຜັດກອດທີ່ອົບອຸ່ນດ້ວຍ 3 ວິທີງ່າຍໆນີ້ກັນ.

ປ່ຽນສຽງຝົນໃຫ້ເປັນ “ຜ້າມ່ານສຽງ”

ໃນທາງຈິດຕະວິທະຍາ, ສຽງຝົນ ມີຊື່ເອີ້ນວ່າເປັນ ສຽງສີບົວ ທີ່ຊ່ວຍຫຼຸດຄວາມກັງວົນ, ຄວາມຄຽດ ແລະ ສຽງວຸ່ນວາຍຈາກສິ່ງລົບກວນພາຍນອກເຮັດໃຫ້ມີສະມາທິ ແລະ ຜ່ອນຄາຍ.

ແທນທີ່ຈະປ່ອຍໃຫ້ໃຈລອຍໄປກັບຄວາມເສົ້າ ພວກເຮົາລອງມາເປີດໃຈຟັງສຽງຝົນແລ້ວຄິດວ່າມັນຄື ຜ້າມ່ານທີ່ກຳລັງກັນຄວາມວຸ່ນວາຍອອກໄປ ເພື່ອໃຫ້ເຈົ້າໄດ້ຢູ່ກັບຕົນເອງແທ້ໆ ເຊິ່ງມັນຈະຊ່ວຍໃຫ້ສະໝອງເຮົາຟື້ນຟູພະລັງງານໄດ້ໄວຂຶ້ນຫຼາຍ.

ໃຊ້ພະລັງແຫ່ງການກອດ

ຄວາມເຫງົາໃນມື້ຝົນຕົກ ແກ້ໄດ້ດ້ວຍການສ້າງຄວາມອົບອຸ່ນທີ່ສົ່ງພະລັງບວກໃຫ້ຈິດໃຈ ເຊິ່ງການກອດບໍ່ໄດ້ຈຳກັດແຕ່ກັບຄົນຮັກເທົ່ານັ້ນເດີ. ແຕ່ເຮົາຍັງສາມາດຮັກສາຄວາມສຳພັນກັບສິ່ງອ້ອມຕົວເຮົາຄື ຄອບຄົວ, ສັດລ້ຽງ ຫຼື ກັບຕົນເອງ ກໍໄດ້.

ຖືວ່າຝົນຕົກແມ່ນເວລາຂອງການພັກຜ່ອນ, ລອງວາງມືຖື ແລ້ວນັ່ງເບິ່ງ ຫຼື ນັ່ງຟັງສຽງຝົນ ລົມປຶກສາກັນກັບຄົນທີ່ຮັກເພື່ອແລກປ່ຽນຄວາມຄິດ, ກອດກັນເພື່ອສ້າງຄວາມເຂົ້າໃຈ ຫຼື ຈະກອດນ້ອງໝາ-ນ້ອງແມວ ໃນມື້ຝົນຕົກ ກໍຈະຊ່ວຍຫຼັ່ງຮໍໂມນແຫ່ງຄວາມສຸກ.

ອ່ານຕື່ມ:  ລົມກັນເກືອບຕາຍສຸດທ້າຍບໍ່ໄດ້ເປັນຫຍັງກັນ ຍ້ອນຫຍັງຈຶ່ງເປັນແບບນີ້?

ແຕ່ຖ້າເຮົາຢູ່ຄົນດຽວ, ການກອດໝອນຂ້າງອຸ່ນໆ ຫຼື ຫໍ່ໂຕດ້ວຍຜ້າຫົ່ມນຸ້ມໆ ກໍຊ່ວຍໃຫ້ສະໝອງຮູ້ສຶກປອດໄພໄດ້ຄືກັນເດີ.

ປ່ຽນຄວາມຂີ້ຄ້ານໃຫ້ເປັນການຮັກສາໃຈ

ຢ່າຮູ້ສຶກຜິດທີ່ຢາກນອນຢູ່ຊື່ໆໃນມື້ຝົນຕົກ, ໃຫ້ຄິດວ່າທຳມະຊາດກຳລັງບັງຄັບໃຫ້ເຮົາພັກຜ່ອນ. ລອງຈູດທຽນຫອມ, ຈິບນ້ຳອຸ່ນໆ ຫຼື ຟັງເພງເບົາໆ ປ່ຽນບັນຍາກາດທີ່ເຄີຍເສົ້າ ໃຫ້ກາຍເປັນ Home Spa ນ້ອຍໆໃນຫ້ອງເຈົ້າເອງ.

“ກອດທີ່ອົບອຸ່ນ” ຈາກຄົນສຳຄັນຂອງເຮົາມັນຈະຊ່ວຍໃຫ້ມື້ທີ່ຮູ້ສຶກບໍ່ດີ ກາຍເປັນມື້ທີ່ອົບອຸ່ນ ແລະ ພິເສດຂຶ້ນມາ ຕໍ່ຈາກນີ້ໃຫ້ສຽງຝົນຕົກກາຍເປັນອີກສິ່ງໜຶ່ງທີ່ຄ່ອຍໂອບກອດຫົວໃຈເຈົ້າໃຫ້ຜ່ອນຄາຍເດີ.🤍

ແລ້ວທຸກຄົນເດ, ມື້ຝົນຕົກແບບນີ້ ມັກກອດໃຜ ຫຼື ກອດຫຍັງທີ່ສຸດ?

ທີ່ມາsleepfoundation.org

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.