ກາຍເປັນປະເດັນຮ້ອນທີ່ເຮັດໃຫ້ເຫຼົ່າແຟນຄລັບ ແລະ ຊາວເນັດຕ່າງກໍຕ້ອງຕົກໃຈໄປຕາມໆກັນ ເມື່ອທາງຕົ້ນສັງກັດຍັກໃຫຍ່ຢ່າງ A-List Talent Agency ໄດ້ອອກມາປະກາດຂ່າວສຳຄັນກ່ຽວກັບການປ່ຽນແປງສະມາຊິກພາຍໃນວົງເກີກຣຸບ (Girl Group) ທີ່ມາແຮງທີ່ສຸດວົງໜຶ່ງຂອງລາວຢ່າງ Fizche ຢ່າງເປັນທາງການ.
ໃນວັນທີ 11 ພຶດສະພາ 2026 ທີ່ຜ່ານມາ, ທາງຄ້າຍ A-List ໄດ້ອອກຖະແຫຼງການ ໂດຍຢືນຢັນເຖິງການຍຸດຕິສັນຍາ ແລະ ບົດບາດຂອງ Alicia ໜຶ່ງໃນສະມາຊິກຂອງວົງ Fizche. ເຊິ່ງການປະກາດຄັ້ງນີ້ມີຜົນບັງຄັບໃຊ້ທັນທີ ໂດຍລະບຸວ່າ Alicia ຈະງົດຮັບທຸກບົດບາດ ແລະ ທຸກກິດຈະກຳໃນວົງການບັນເທີງພາຍໃຕ້ການເບິ່ງແຍງຂອງສັງກັດໃນທຸກກໍລະນີ.
ຫາກຍ້ອນກັບໄປເບິ່ງເສັ້ນທາງຂອງວົງ Fizche, ພວກເຂົາຖືເປັນກຸ່ມສິລະປິນຍິງທີ່ສ້າງສີສັນໃຫ້ກັບວົງການເພງລາວຢ່າງຫຼວງຫຼາຍ. ໂດຍສະເພາະໃນປີ 2025 ທີ່ຜ່ານມາ ກັບຜົນງານເພງ “ເສຍອາການ” (Lost Control) ທີ່ສ້າງປາກົດການດ້ວຍຍອດການເຂົ້າຊົມໃນ YouTube ສູງເຖິງ 4 ແສນວິວ ເຊິ່ງຖືວ່າເປັນຕົວເລກທີ່ໜ້າຊື່ນຊົມສຳລັບສິລະປິນກຸ່ມໃໝ່ໃນບ້ານເຮົາ ແລະ ເຮັດໃຫ້ຊື່ຂອງ Fizche ກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງ.
ເຖິງວ່າຈະມີຂ່າວການແຍກທາງທີ່ໜ້າເສຍດາຍ, ແຕ່ທາງຄ້າຍ ແລະ ສິລະປິນກໍບໍ່ໄດ້ຈາກໄປໂດຍບໍ່ມີການອຳລາ. ເພື່ອເປັນການສົ່ງທ້າຍຄວາມຊົງຈຳທີ່ດີຮ່ວມກັນ, Alicia ແລະ ສະມາຊິກທັງໝົດໄດ້ຕຽມປ່ອຍຜົນງານເພງໃໝ່ທີ່ມີຊື່ວ່າ “ເກັ່ງແຕ່ປາກ” ໃນທ້າຍເດືອນພຶດສະພາ 2026 ນີ້. ເຊິ່ງເພງນີ້ຈະເປັນຜົນງານສຸດທ້າຍທີ່ພວກເຮົາຈະໄດ້ເຫັນພາບສະມາຊິກຄົບທັງ 6 ຄົນ ແລະ ສ້າງສັນຜົນງານຮ່ວມກັນເປັນຄັ້ງສຸດທ້າຍ.
ຫຼັງຈາກການປ່ຽນແປງຄັ້ງໃຫຍ່ນີ້, ວົງ Fizche ຈະຍັງຄົງເດີນໜ້າຕໍ່ໄປດ້ວຍສະມາຊິກ 5 ຄົນ ທີ່ເຕັມໄປດ້ວຍຄວາມສາມາດ ປະກອບມີ: Piano, Namfon, Liza, Koung ແລະ Boung. ເຖິງວ່າຈະເຫຼືອສະມາຊິກໜ້ອຍລົງ, ແຕ່ຄວາມມຸ່ງໝັ້ນທີ່ຈະຜັກດັນວົງການລາວໃຫ້ກ້າວໄກສູ່ລະດັບສາກົນນັ້ນຍັງຄົງເຕັມປ່ຽມ.
ບົດບາດໃໝ່ຂອງທັງ 5 ສາວຈະເປັນແນວໃດ? ແລະ ເພງ “ເກັ່ງແຕ່ປາກ” ຈະໃດ? ມາຮ່ວມສົ່ງກຳລັງໃຈໃຫ້ກັບທຸກຄົນ ແລະ ຕິດຕາມຜົນງານຂອງພວກເຂົາໄປນຳກັນ!
