ເມືອງຄານແຕກແນ່! BamBam GOT7 ພາໜັງ “ຄຳສາລະພາບຂອງໝໍຜີ” ໄປສ້າງຄວາມຫຼອນໄກລະດັບໂລກ

ແບ່ງປັນ

ເມືອງຄານແຕກແນ່! BamBam GOT7 ພາໜັງ “ຄຳສາລະພາບຂອງໝໍຜີ” ໄປສ້າງຄວາມຫຼອນໄກລະດັບໂລກ

14 May 2026 15

Highlights

  • BamBam ກັບບົດບາດໃໝ່ທີ່ໂລກຕ້ອງຈື່ ເພາະຮ່ວມຍ່າງພົມແດງໃນຖານະນັກສະແດງໜັງຈາກໄທທີ່ດຶງສາຍຕາສື່ທົ່ວໂລກໃນງານເມືອງຄານປີ 2026 ນີ້
  • ເລື່ອງລາວສຸດຫຼອນທີ່ວິທະຍາສາດຕອບບໍ່ໄດ້ ເມື່ອໝໍຜີຕ້ອງມາເຈີຄະດີປະຫຼາດ ພ້ອມກັບຄວາມລັບດຳມືດໃນໃຈທີ່ປິດໄວ້ບໍ່ຢູ່
  • Soft Power ໄທທີ່ໄປໄກກວ່າໜັງຜີທີ່ຕີແຜ່ເລື່ອງກິເລດ ແລະ ການຫຼອກລວງພາຍໃຕ້ຜ້າມ່ານຂອງຄວາມສັກສິດທີ່ອ່ານແລ້ວຕ້ອງມີຂົນລຸກ


ທຸກຄົນປີນີ້, ວົງການໜັງອາຊຽນເຮົາຄືມາຄັກແທ້ ໂດຍສະເພາະງານ ເທດສະການໜັງເມືອງຄານ Cannes Film Festival 2026 ທີ່ກຳລັງເປັນກະແສຢູ່ຕອນນີ້. ແຕ່ທີ່ເຮັດໃຫ້ໂລກໂຊຊຽວແຕກຕື່ນສຸດໆ ກໍຄືການຈະໄດ້ປາກົດຕົວຂອງ BamBam GOT7 ຢູ່ເທິງພົມແດງເມືອງຄານ.

ບອກເລີຍວ່ານົກນ້ອຍ (ຊື່ແຟນຄລັບ) ທັງຕື່ນເຕັ້ນດີໃຈ ແລະ ພູມໃຈແບບສຸດໆ ເພາະ BamBam (ແບມແບມ) ໄດ້ກ້າວເຂົ້າສູ່ສາຍການສະແດງ ແລະ ຈະໄດ້ເຫັນຜົນງານໃໝ່ໆຂອງລາວ.

ສຳລັບການຍ່າງພົມແດງທີ່ເມືອງຄານແບມແບມ ກໍໄປໃນຖານະນັກສະແດງໄທໃນເລື່ອງ ຄຳສາລະພາບຂອງໝໍຜີ Confessions of a Shaman ທີ່ກຳລັງຖືກຈັບຕາເບິ່ງສຸດໆໃນ Marché du Film ປີນີ້.

ໜັງ ຄຳສາລະພາບຂອງໝໍຜີ ໄດ້ສະແດງໃຫ້ເຫັນເຖິງ Soft Power ທີ່ໜ້າສົນໃຈຫຼາຍເພາະມາຫຼິ້ນກັບຄວາມເຊື່ອພື້ນບ້ານກ່ຽວກັບເລື່ອງລີ້ລັບທີ່ວິທະຍາສາດອະທິບາຍບໍ່ໄດ້. ໃນຍຸກທີ່ທຸກຢ່າງເປັນດິຈິຕອລ ແຕ່ຍັງມີໝໍຜີຄົນໜຶ່ງທີ່ກຳລັງພົບກັບວິກິດສັດທາ.

ລາວຕ້ອງໄປແກ້ໄຂຄະດີສຸດຫຼອນທີ່ວິທະຍາສາດຕອບບໍ່ໄດ້ ແຕ່ສິ່ງທີ່ເປັນໜ້າຢ້ານກວ່າຜີກໍຄື ຄວາມລັບດຳມືດ ທີ່ລາວເຄີຍເຮັດໄວ້ໃນອະດີດ. ໜັງເລື່ອງນີ້ບໍ່ໄດ້ມີດີແຕ່ເຮັດໃຫ້ຕື່ນຕົກໃຈ ຫຼື ຜີຫຼອກ, ແຕ່ມັນຕີແຜ່ເລື່ອງ ກິເລດ, ຄວາມເປັນມະນຸດ ແລະ ການຫຼອກລວງ ພາຍໃຕ້ຜ້າມ່ານຂອງຄວາມສັກສິດທີ່ເຮົາເຄີຍກາບໄຫວ້.

ເວົ້າລວມແລ້ວ, ເລື່ອງນີ້ຈະເຮັດໃຫ້ເຮົາກັບມາເບິ່ງ “ຜີ” ແລະ “ຄົນ” ໃນມຸມທີ່ປ່ຽນໄປ ເພາະບາງເທື່ອສິ່ງທີ່ເປັນຕາໜ້າຢ້ານທີ່ສຸດ ອາດຈະບໍ່ແມ່ນສິ່ງທີ່ເຮົາເບິ່ງບໍ່ເຫັນ ແຕ່ແມ່ນ “ຄວາມຈິງ” ທີ່ເຮົາພະຍາຍາມປິດບັງໄວ້ນັ້ນເອງ.

ມ່ວນຊວນເບິ່ງ ຂໍປິດຈົບດ້ວຍຄວາມຫຼອນ ດຽວຕາມໄປສ່ອງຄວາມຫຼໍ່ BamBam ຢູ່ພົມແດງເມືອງຄານກ່ອນເດີ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.