ຢາກຍ່າງພົມແດງໃນເທດສະການຮູບເງົາເມືອງຄານຕ້ອງເຮັດຈັ່ງໃດ?

ແບ່ງປັນ

ຢາກຍ່າງພົມແດງໃນເທດສະການຮູບເງົາເມືອງຄານຕ້ອງເຮັດຈັ່ງໃດ?

ໂດຍ: Tonmai Phoutthasack Tonmai Phoutthasack
13 May 2026 19

ເທດສະການໜັງເມືອງຄານວົນມາທຸກປີເຫັນເທື່ອໃດ ໃຈສັ່ນເທື່ອນັ້ນ ບໍ່ແມ່ນແຕ່ຢາກເບິ່ງໃດ໋ ແຕ່ຢາກໄປໄປຍ່າງຢູ່ບ່ອນນັ້ນຈັກເທື່ອ ໃຫ້ແສງແຟລສມັນສາດໃສ່ໜ້າຈັກເທື່ອ ແຕ່ພໍຖາມວ່າຊິໄປໄດ້ຈັ່ງໃດ? ກໍບໍ່ມີໃຜຮູ້ເລີຍເລີຍ.
ແຕ່ມື້ນີ້ ເລີຍຊິມາເມົ້າໃຫ້ຟັງວ່າ ແທ້ຈິງແລ້ວຄົນທຳມະດາຄືເຮົາ ມີທາງໄປໄດ້ແທ້ບໍ່? ແລະ ຖ້າຊິໄປ ຕ້ອງເລີ່ມຈາກໃສ?

ກ່ອນອື່ນ ຕ້ອງຮູ້ໄວ້ກ່ອນເລີຍວ່າ… ຄານ (Cannes) ບໍ່ແມ່ນງານທີ່ມີຂາຍປີ້ຢູ່ໜ້າງານ ບໍ່ມີການກົດບັດ ແລ້ວໄດ້ຍ່າງພົມແດງເລີຍ. ທຸກຄົນທີ່ຢືນຢູ່ບ່ອນນັ້ນລ້ວນແຕ່ມີ “ຕຳແໜ່ງ” ຂອງໂຕເອງໃນງານທັງນັ້ນ ເຊິ່ງນັ້ນແຫຼະຄືຊ່ອງທາງທີ່ເຮົາຕ້ອງຊອກໃຫ້ເຫັນ!

ສາຍປັ້ນຄອນເທນ ແລະ ສື່

ສຳຫຼັບສາຍນີ້ກໍຕ້ອງສະໝັກຂໍບັດສື່ (Press Accreditation) ເພື່ອເຂົ້າໄປເຮັດຂ່າວໃນງານ ເຊິ່ງຟັງເບິ່ງຄືຍາກ ແຕ່ແທ້ຈິງແລ້ວເພິ່ນບໍ່ໄດ້ມີແຕ່ສຳນັກຂ່າວໃຫຍ່ທີ່ໄປໄດ້, ຄົນເຮັດບລັອກ (Blog), ຢູທູບ (YouTube) ຫຼື ເພຈທີ່ມີຄອນເທນຊັດເຈນ ກໍເຄີຍໄດ້ຮັບອະນຸມັດມາແລ້ວ. ແຕ່ສິ່ງທີ່ເຂົາເບິ່ງຄື ຜົນງານ ຫຼື ວຽກທີ່ເຮົາສ້າງສັນອອກມານັ້ນຈິງຈັງສ່ຳໃດ? ວິເຄາະໜັງ ຫຼື ແຟຊັນໄດ້ເລິກເຊິ່ງບໍ່? ຖ້າໂປຣໄຟລ໌ເຮົານ່າເຊື່ອຖື ໂອກາດມັນມີຢູ່ແທ້!

ສາຍອິນຟລູຯ (Influencer) ທີ່ແບຣນຢາກພາໄປ

ເຄີຍສົງໄສບໍ່ວ່າເປັນຫຍັງບາງຄົນບໍ່ໄດ້ສະແດງໜັງແຕ່ໄດ້ຍ່າງພົມແດງ? ຄຳຕອບຄື “ແບຣນພາໄປ” ເພາະສະປອນເຊີງານ ເຊັ່ນ: ແບຣນເຄື່ອງສຳອາງ ຫຼື ເຄື່ອງປະດັບລະດັບໂລກ ເຂົາມີໂຄຕ້າບັດເຊີນຂອງໂຕເອງ. ເຂົາຊິເລືອກຄົນທີ່ມີພາບລັກເຂົ້າກັບແບຣນ. ເສັ້ນທາງນີ້ບໍ່ໄດ້ຕ້ອງການຄົນທີ່ມີຜູ້ຕິດຕາມເປັນລ້ານ ແຕ່ຕ້ອງການຄວາມ “ຊັດເຈນ” ວ່າເຈົ້າແມ່ນໃຜ ແລະ ກຸ່ມຄົນທີ່ຕິດຕາມເຈົ້າແມ່ນກຸ່ມທີ່ແບຣນຢາກເຂົ້າຫາບໍ່.

ອ່ານຕື່ມ:  ມາເຊັກ Personal Color ກັບເຄັດລັບເລືອກໂທນສີຊຸດໃຫ້ເຂົ້າກັບສີຜິວທີ່ໃສ່ແລ້ວປັງ!

ສາຍຄົນເຮັດວຽກເບື້ອງຫຼັງ

ຄານມີໂຊນທີ່ຊື່ວ່າ Marché du Film ຫຼື “ຕະຫຼາດໜັງ” ເຊິ່ງເປີດໃຫ້ຄົນໃນວົງການຮູບເງົາເຂົ້າໄປຊື້ຂາຍລິຂະສິດກັນ. ໂຊນນີ້ “ຂາຍບັດ” ເລີຍ ບໍ່ຕ້ອງລໍໃຫ້ໃຜເຊີນ! ທີ່ໜ້າສົນໃຈຄື ບັດບາງລະດັບໃຫ້ສິດລຸ້ນປີ້ເຂົ້າເບິ່ງຮອບພຣີເມຍຕອນກາງຄືນນຳ ເຊິ່ງໝາຍຄວາມວ່າ… ນຸ່ງຊຸດລາຕີ ຫຼື ທັກຊິໂດ ແລ້ວຍ່າງພົມແດງເຂົ້າໂຮງໜັງໄດ້ແບບຖືກກົດລະບຽບທຸກຢ່າງ!

ເງິນແກ້ໄຂໄດ້ທຸກຢ່າງ

ໃນຊ່ວງງານຄານ ຈະມີງານການກຸສົນຈັດຄວບຄູ່ກັນໄປ ທີ່ດັງທີ່ສຸດແມ່ນງານ amfAR Gala ເຊິ່ງລວມດາລາລະດັບໂລກໄວ້ຫຼາຍທີ່ສຸດ. ງານນີ້ “ຂາຍບັດ” ເລີຍ! ລາຄາເລີ່ມຕົ້ນປະມານຫຼາຍແສນບາດ ໄປຈົນຮອດຫຼັກລ້ານ ແລກມາກັບດິນເນີສຸດຫູຫລາ ກະທົບໄຫຼ່ເຊເລັບ ແລະ ໄດ້ຍ່າງພົມແດງແບບເຕັມໆ. ຖ້າບັນຊີໂອເຄ ເສັ້ນທາງນີ້ຄືໄວທີ່ສຸດ!


ສະຫຼຸບແລ້ວຄານມັນບໍ່ໄດ້ໄກເກີນເອື້ອມໃດ໋ທຸກຄົນ! ແຄ່ຕ້ອງຊອກໃຫ້ເຫັນວ່າ ເຈົ້າຊິເຂົ້າໄປໃນຖານະ “ຫຍັງ” ແລ້ວປູທາງໄປບ່ອນນັ້ນ ໂອກາດມັນມີຢູ່ແທ້!

ວ່າແຕ່… ຖ້າປີໜ້າໄດ້ໄປແທ້ໆ ເຈົ້າຊິຊິໃສ່ຊຸດສີຫຍັງດີ? ສ່ວນຂ້ອຍຊິໄປປັ້ນບົດຄວາມເກັບພອດ ຫຼື ບໍ່ກໍເກັບເງິນກ່ອນເດີ້ ແລ້ວເຈີກັນຢູ່ງານເດີ້!

CANNES, FRANCE – MAY 15: Araya Hargate attends the “Dossier 137″ (Case 137)” red carpet at the 78th annual Cannes Film Festival at Palais des Festivals on May 15, 2025 in Cannes, France. (Photo by Daniele Venturelli/WireImage)

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.