ເບື້ອງຫຼັງທີ່ບໍ່ເຄີຍເລົ່າ ມອນລີ້ ອາມອນ ຊ່າງແຕ່ງໜ້າທີ່ວົງການນາງງາມຍອມຮັບ

ແບ່ງປັນ

ເບື້ອງຫຼັງທີ່ບໍ່ເຄີຍເລົ່າ ມອນລີ້ ອາມອນ ຊ່າງແຕ່ງໜ້າທີ່ວົງການນາງງາມຍອມຮັບ

ໂດຍ: Tonmai Phoutthasack Tonmai Phoutthasack
15 May 2026 14

ເບື້ອງໜ້າທີ່ງົດງາມສະເໝີເທິງເວທີການປະກວດ ຫຼື ໜ້າຈໍສະແດງຜົນ ລ້ວນແລ້ວແຕ່ມີອົງປະກອບຫຼາຍຢ່າງທີ່ຮ້ອຍລຽງເຂົ້າກັນ ແລະ ໜຶ່ງໃນຈິກຊໍຊິ້ນສຳຄັນທີ່ຂາດບໍ່ໄດ້ກໍຄື “ຄົນທີ່ຢູ່ເບື້ອງຫຼັງ”.

ມື້ນີ້ມ່ວນຈະພາທຸກຄົນມາຮູ້ຈັກກັບ ມອນລີ້ – ອາມອນ ຈັນທະສຸກ (Amone Chanthasouk) ຈາກອະດີດພະນັກງານອອຟຟິດ ທີ່ກ້າອອກນອກກອບມາແລ່ນຕາມຄວາມຝັນ ຈົນກາຍມາເປັນ ຊ່າງແຕ່ງໜ້າຄິວທອງ ແລະ ກ້າວຂຶ້ນແທ່ນເປັນເຖິງປະທານໂຄງການປະກວດ Mister Universe Laos.

ເສັ້ນທາງນີ້ບໍ່ໄດ້ໂຣຍດ້ວຍກີບກຸຫຼາບ ແຕ່ເຕັມໄປດ້ວຍຄວາມມຸ່ງໝັ້ນ, ຢາດເຫື່ອ ແລະ ຄວາມຮັກຢ່າງແທ້ຈິງ.


ຈາກຄວາມມັກໃນໄວເດັກ ສູ່ການຕັດສິນໃຈຄັ້ງໃຫຍ່

ກ່ອນຈະມາຈັບແປງແຕ່ງໜ້າເປັນອາຊີບຫຼັກຄືທຸກມື້ນີ້ ມອນລີ້ ເຄີຍເປັນພະນັກງານອອບຟິດມາກ່ອນ ທີ່ເຮັດວຽກກ່ຽວກັບການຈັດອີເວັ້ນ, ເປັນພິທີກອນ ແລະ ເຮັດວຽກຢູ່ເບື້ອງຫຼັງມາໂດຍຕະຫຼອດ. ດ້ວຍຄວາມທີ່ເປັນຄົນມັກວົງການບັນເທີງ ມັກສວາຍ ມັກງາມມາຕັ້ງແຕ່ນ້ອຍ ຈຶ່ງກາຍເປັນແຮງຊຸກຍູ້ໃຫ້ຕັດສິນໃຈຄັ້ງສຳຄັນ ຄືການ “ລາອອກຈາກວຽກປະຈຳ” ເພື່ອມາຮຽນຄອຣ໌ສແຕ່ງໜ້າ ແລະ ເຮັດຜົມຢ່າງຈິງຈັງ.

ຄວາມຕັ້ງໃຈນັ້ນເລີ່ມອອກດອກອອກຜົນ ເມື່ອມີໂອກາດໄດ້ແຕ່ງໜ້າໃຫ້ກັບຄົນທີ່ມີຊື່ສຽງໃນສັງຄົມ ເຮັດໃຫ້ຜົນງານເລີ່ມເປັນທີ່ຮູ້ຈັກ. ຄວາມສາມາດທີ່ໂດດເດັ່ນໄປເຕະຕາຜູ້ໃຫຍ່ໃນວົງການບັນເທີງ ຈຶ່ງໄດ້ຮັບການຊັກຊວນໃຫ້ເຂົ້າມາເປັນຊ່າງແຕ່ງໜ້າໃຫ້ກັບເວທີປະກວດນາງງາມ ແລະ ຊາຍງາມໃນເວລາຕໍ່ມາ.

ຍ້ອນກັບໄປໃນປີ 2017, ມອນລີ້ ໄດ້ມີໂອກາດຊ່ວຍແຕ່ງໜ້າໃຫ້ນາງງາມເວທີ ນາງສາວລາວ ເປັນເວລາເຖິງ 3 ປີ. ທີ່ນັ້ນເອງທີ່ເຮັດໃຫ້ໄດ້ພົບກັບຜູ້ໃຫຍ່ໃຈດີຄື ອ້າຍຕ້າ ເອເພັກ ທີ່ເລັງເຫັນເຖິງສັກກະຍະພາບ ແລະ ໄດ້ເຊີນມອນລີ້ມາຮ່ວມເປັນຫົວໜ້າທີມ Make-up ໃຫ້ກັບກອງປະກວດ Miss Universe Laos 2021. ໂອກາດຄັ້ງນັ້ນເປັນຈຸດປ່ຽນສຳຄັນທີ່ເຮັດໃຫ້ຊື່ຂອງ “ມອນລີ້” ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ແລະ ໄດ້ຮ່ວມງານກັບກອງປະກວດລະດັບປະເທດມາຕະຫຼອດຈົນຮອດປັດຈຸບັນ.

ເອົາຊະນະໃຈລູກຄ້າ ແລະ ເອົາຊະນະໃຈຕົນເອງ

ຖາມວ່າເສັ້ນທາງນີ້ຍາກບໍ? ມອນລີ້ ຍອມຮັບວ່າ ສິ່ງທີ່ຍາກທີ່ສຸດໃນການເປັນຊ່າງແຕ່ງບໍ່ແມ່ນເຕັກນິກ ແຕ່ແມ່ນ “ການເອົາຊະນະໃຈກຸ່ມລູກຄ້າ” ເພື່ອໃຫ້ພວກເຂົາຍອມຮັບໃນຜົນງານຂອງເຮົາ. ນອກຈາກນັ້ນ, ສິ່ງທີ່ທ້າທາຍທີ່ສຸດຄືການຕ້ອງຝຶກຝົນ ແລະ ພັດທະນາຕົນເອງໃຫ້ທັນເທຣນ (Trend) ໃໝ່ໆຢູ່ສະເໝີ ເຊິ່ງມັນຕ້ອງໃຊ້ຄວາມອົດທົນ ແລະ ຄວາມເປັນມືອາຊີບສູງຫຼາຍ.

“ຫຼາຍຄັ້ງທີ່ຮູ້ສຶກທໍ້ແທ້ຈົນຢາກຖິ້ມອາຊີບນີ້ໄປເລີຍກໍມີ ແຕ່ກໍໄດ້ກຳລັງໃຈຈາກໝູ່ເພື່ອນ ແລະ ຜູ້ໃຫຍ່ທີ່ຄອຍຊັບພອດ. ເຮົາຍ້ອນກັບໄປເບິ່ງວ່າມື້ທີ່ເລີ່ມຕົ້ນມັນຍາກປານໃດ ກວ່າຈະມາຮອດມື້ນີ້ໄດ້… ມັນເລີຍເຮັດໃຫ້ເຮົາມີແຮງສູ້ຕໍ່.”

ເມື່ອເວົ້າເຖິງຜົນງານທີ່ປະທັບໃຈ ແລະ ຍັງຈື່ຈຳບໍ່ເຄີຍລືມ, ມອນລີ້ ຍົກໃຫ້ເປັນການແຕ່ງໜ້າໃຫ້ກັບ ຄຣິສຕີນ້າ ລາຊາສິມມາ (Miss Universe Laos) ໃນການຮ່ວມເດີນທາງໄປຖ່າຍວິດີໂອສົ່ງກອງປະກວດໃຫຍ່ ແລະ ການຮ່ວມຂະບວນຍ່າງແຫ່. ພາບຄວາມງົດງາມໃນມື້ນັ້ນ ເຮັດໃຫ້ທຸກຄົນໄດ້ເຫັນເຖິງຝີມືຂອງມອນລີ້ຢ່າງຈະແຈ້ງ ທັງເບື້ອງໜ້າທີ່ສວຍງາມ ແລະ ຄວາມຕັ້ງໃຈຢູ່ເບື້ອງຫຼັງ ແລະ ເຮັດໃຫ້ທຸກຄົນຮູ້ແທ້ໆວ່າ “ມອນລີ້ແມ່ນໃຜ”.

ອ່ານຕື່ມ:  CLOZER ຈະກັບມາອີກຄັ້ງກັບ "CRUSH ME" ຊິງເກິນໃໝ່ທີ່ຈະເຮັດໃຫ້ຫົວໃຈເຈົ້າເຕັ້ນແຮງກວ່າເກົ່າ

ສຳຫຼັບບມອນລີ້ແລ້ວ, ເບື້ອງໜ້າທີ່ງົດງາມສະເໝີຂອງນາງງາມ ຫຼື ຊາຍງາມ ແມ່ນເກີດຈາກຫຼາຍສ່ວນປະກອບເຂົ້າກັນ. ໃນຖານະທີ່ເປັນ “ຄົນປັ້ນ” ຫຼື ຜູ້ຢູ່ເບື້ອງຫຼັງ, ສິ່ງສຳຄັນຄື “ຕ້ອງມີຄວາມເຂົ້າໃຈໃນຕົວຕົນຂອງເຂົາເຈົ້າ”. ເຮົາບໍ່ໄດ້ເປັນພຽງຊ່າງແຕ່ງໜ້າ, ແຕ່ຍັງເປັນທີ່ປຶກສາທີ່ຄອຍໃຫ້ແນວທາງ ແລະ ຊັບພອດເພື່ອຊຸກຍູ້ ແລະ ໃຫ້ພວກເຂົ້າຍ່າງໄປຮອດຮອດຝັ່ງຝັນຫຼືຈຸດທີ່ປະສົບຜົນສຳເລັດ.

ບໍ່ຢຸດພັດທະນາ ກັບເປົ້າໝາຍ “Go Inter”

ເຖິງແມ່ນວ່າໃນປັດຈຸບັນຈະຖືວ່າປະສົບຜົນສຳເລັດໃນລະດັບໜຶ່ງແລ້ວ ແຕ່ມອລລີ້ເຊື່ອວ່າຄວາມສຳເລັດບໍ່ມີຈຸດສິ້ນສຸດ. ເປົ້າໝາຍຕໍ່ໄປຄືການສືບຕໍ່ສ້າງສັນຜົນງານໃນອາຊີບນີ້ ແລະ ຄວາມຝັນສູງສຸດຄືການ “Go Inter” ເພື່ອພິສູດໃຫ້ທຸກຄົນເຫັນວ່າ: ຊ່າງແຕ່ງໜ້າຄົນລາວກໍມີຄວາມສາມາດ ແລະ ສັກກະຍະພາບທີ່ທຽບເທົ່າໃນລະດັບສາກົນ.

ນອກຈາກງານ Make-up ແລ້ວ, ປັດຈຸບັນມອນລີ້ຍັງລຸຍໂປຣເຈັກໃຫຍ່ໃນຖານະ ປະທານໂຄງການປະກວດ Mister Universe Laos ເພື່ອເຟັ້ນຫາໜຸ່ມຫຼໍ່ຕົວແທນປະເທດໄປນຳສະເໜີໃນເວທີລະດັບສາກົນ ແລະ ສຳລັບໃຜທີ່ຢາກຮຽນຮູ້ເຕັກນິກຈາກມອລລີ້ໂດຍກົງ ກໍຕຽມຕົວໄວ້ໄດ້ເລີຍ ເພາະໃນໄວໆນີ້ຈະມີການເປີດຄລາສສອນນັກຮຽນແຕ່ງໜ້າຢ່າງເປັນທາງການແລ້ວ.

ຂໍ້ຄິດທີ່ຢາກສົ່ງຕໍ່ເຖິງລຸ້ນນ້ອງ

ໃນຖານະທີ່ເປັນລຸ້ນອ້າຍໃນວົງການ, ມອນລີ້ ຢາກຝາກຄຳແນະນຳເຖິງຊ່າງແຕ່ງໜ້າລຸ້ນນ້ອງໃນຍຸກນີ້ວ່າ: “ຢາກໃຫ້ທຸກຄົນມີຄວາມສັດທາໃນອາຊີບທີ່ຕົນເອງເຮັດ. ຕ້ອງມີຄວາມສະໝ່ຳສະເໝີ, ກົງຕໍ່ເວລາ ແລະ ທີ່ສຳຄັນຄືຕ້ອງມີຄວາມຮັກແພງ, ຊັບພອດຊ່ວຍເຫຼືອກຸ່ມຄົນທີ່ຢູ່ໃນອາຊີບດຽວກັນ.”

“ອົດທົນຄືຄົນເກັ່ງ ບໍ່ມີຫຍັງທີ່ເຮົາເຮັດບໍ່ໄດ້” ນີ້ຄືຄຳຄົມປະຈຳຕົວທີ່ເປັນແຮງຜັກດັນໃຫ້ ‘ມອລລີ້’ ຍ່າງຂ້າມທຸກຂີດຈຳກັດຂອງຕົນເອງ.

ສຳລັບໃຜທີ່ຢາກຕິດຕາມຜົນງານ ຫຼື ຕິດຕໍ່ວຽກງານກັບຊ່າງແຕ່ງໜ້າຄິວທອງ ແລະ ຜູ້ບໍລິຫານມາກຄວາມສາມາດຄົນນີ້

ສາມາດຕິດຕາມໄດ້ທີ່ຊ່ອງທາງ Facebook: Amone’Chk

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.