ສາວແວ່ນໂຄດໜ້າຮັກ! ຖ້າເຈົ້າມັກຕ້ອງຟັງ “ສາວແວ່ນ” ໂດຍ LIL SMOKE x BUNLUNG x FRANK D-MAX

Highlights
- ເພງນີ້ເກີດຈາກການພົບກັນລະຫວ່າງ LIL SMOKE ແລະ FRANK D-MAX ຢູ່ຮ້ານສັກ ເຊິ່ງທັງສອງມີຄວາມມັກໃນດົນຕີຄືກັນ ຈົນນຳໄປສູ່ການຮ່ວມງານກັບ BUNLUNG ສິລະປິນສາຍ R&B.
- ເພງເລົ່າເຖິງ “ສາວແວ່ນ” ລູກຄ້າຜູ້ມີສະເໜ່ທີ່ເຂົ້າມາໃຊ້ບໍລິການໃນຮ້ານ ເຊິ່ງຄວາມງາມ ແລະ ຄວາມເຊັກຊີຂອງລາວໄດ້ສະກົດໃຈຈົນຕ້ອງແຕ່ງເພງໃຫ້.
- ເປັນການປະສົມປະສານລະຫວ່າງ Hip-Hop ແລະ R&B ທີ່ມີຈັງຫວະຟັງສະບາຍ ບໍ່ໜັກຈົນເກີນໄປ ເໝາະສຳລັບຜູ້ທີ່ມັກເພງແນວເບົາສະບາຍ.
LIL SMOKE ft BUNLUNG & FRANK D-MAX ຮວມໂຕສ້າງຜົນງານທີ່ເລົ່າກ່ຽວກັບເລື່ອງລາວການຕົກຂຸມຮັກຍິງສາວຄົນໜຶ່ງ ເຊິ່ງລາວມີສະເໜ່ທີ່ເຮັດໃຫ້ສະກົດສາຍຕາຫຼາຍ ຈົນພວກເຂົາຕ້ອງແຕ່ງເພງໃຫ້ “ສາວແວ່ນ”.
ມ່ວນຊວນຟັງ ກໍເກີດສົນໃຈໃນຊື່ເພງ, ຈຶ່ງລອງຖາມກັບ LIL SMOKE ເຖິງແຮງບັນດານໃຈໃນເພງ “ສາວແວ່ນ” ເພື່ອຢາກໄດ້ຂໍມູນສຸດ Exclusive ມາເລົ່າສູ່ທຸກຄົນຟັງ.
ກ່ອນຈະເກີດເປັນເພງທີ່ມີຊື່ວ່າ “ສາວແວ່ນ” ນີ້, ເຫດແມ່ນເກີດຈາກທີ່ LIL SMOKE ລາວໄດ້ເປັນລູກຄ້າຂອງ FRANK D-MAX (ລາວມີອາຊີບຊ່າງສັກ) ເຊິ່ງ LIL SMOKE ແລະ FRANK D-MAX ທັງສອງຄົນກໍລົມກັນຖືກຄໍ ເພາະມັກຮັກໃນສຽງເພງຄືກັນ.
ສ່ວນຄົນສຸດທ້າຍທີ່ຖືກດຶງໂຕມາຄື BUNLUNG ມີເອກະລັກ ແລະ ແນວເພງແບບ R&B. LIL SMOKE ເຄີຍໄດ້ເຮັດວຽກນຳກັນມາກ່ອນ ຈຶ່ງນຶກຫາ ແລະ ຊວນມາຮ່ວມງານກັນອີກຄັ້ງໜຶ່ງ.
“ສາວແວ່ນ” ແມ່ນລູກຄ້າອີກຄົນໜຶ່ງທີ່ເຂົ້າໄປໃຊ້ບໍລິການໃນຮ້ານ ເຊິ່ງລາວແມ່ນຄົນທີ່ງາມສຸດໆ (LIL SMOKE ເລົ່າໃຫ້ຟັງ), ສະໜ່ຂອງລາວນັ້ນໄດ້ດຶງດູດສາຍຕາຂອງທັງສອງຄົນຫຼາຍ ແລະ ເກີດຄວາມປະທັບໃຈທີ່ມີຕໍ່ສາວແວ່ນ.
ຈົນພວກເຂົາຕ້ອງໄດ້ແຕ່ງເພງນີ້ຂຶ້ນມາເພື່ອບອກເລົ່າຄວາມໃນໃຈ ພ້ອມທັງໄດ້ບັນຍາຍເຖິງຄວາມໜ້າຫຼົງໃຫຼໃນສະເໜ່ທີ່ທັງງາມ, ເຊັກຊີ ແລະ ຄວາມໜ້າຮັກ ທີ່ມັນໄດ້ສົ່ງຜົນຕໍ່ຄວາມຮູ້ສຶກຢ່າງຮຸນແຮງ.
ໃຜທີ່ມັກເພງແນວຮິບຮັອບທີ່ມີການປະສົມປະສານແນວເພງ R&B ຕ້ອງລອງຟັງເລີຍ ຈັງຫວະເພງບໍ່ໜັກ ແລະ ຟັງງ່າຍ.