ດົນຕີເປັນເລື່ອງງ່າຍໆ ທີ່ໃຜກໍສາມາດແບ່ງປັນກັນໄດ້
ເປັນປະໂຫຍກສັ້ນໆ ແຕ່ຟັງແລ້ວອົບອຸ່ນໃຈຫຼາຍ ແລະ ນີ້ຄືນິຍາມຕົວຕົນທັງໝົດຂອງ mee.wav ຫຼື ໝີນ້ອຍ – ລັດສະໝີ ທຳມະວົງ ຄົນຮຸ່ນໃໝ່ທີ່ມີຄວາມຄິດອິດສະລະໃນດ້ານການສ້າງສັນເນື້ອຫາທີ່ມີປະໂຫຍດໃນສາຍຄວາມຮູ້ການສຶກສາທີ່ບໍ່ມີໃນຫ້ອງຮຽນ.
mee.wav ເປັນໄວໜຸ່ມອາຍຸ 26 ປີ (ເກີດວັນທີ 3 ຕຸລາ 2000) ທີ່ຕອນນີ້ກຳລັງເຮັດວຽກ Freelance ໃນສາຍ Creative ແລະ ເປັນນັກດົນຕີອິດສະລະ. ລາວແມ່ນເຈົ້າຂອງລາງວັນ Muan Awards 2025 ສາຂາ Best Educational Content Creator of the Year – ນັກສ້າງເນື້ອຫາສາຍໃຫ້ຄວາມຮູ້ການສຶກສາດີເດັ່ນແຫ່ງປີ.
ດົນຕີເປັນເລື່ອງງ່າຍໆທີ່ໃຜກໍຮຽນຮູ້ ແລະ ແບ່ງປັນກັນໄດ້
ຖ້າຢາກຮູ້ວ່າຕົວຕົນຂອງ mee.wav ເປັນຄົນແບບໃດ ທຸກຄົນບໍ່ຕ້ອງໄປຊອກຫາຄຳອະທິບາຍໃຫ້ຫຍຸ້ງຍາກເລີຍ ເພາະທຸກຢ່າງມັນຖືກຫຍໍ້ໄວ້ໃນ 3 ຄຳນີ້ແລ້ວຄື Music, Simple ແລະ Share.
ພໍເອົາທັງ 3 ຄຳມາລວມກັນແລ້ວກໍໄດ້ຄວາມໝາຍທີ່ Muan TheInterview ຄິດວ່າໃຜທີ່ໄດ້ຍິນ ຫຼື ຄົນທີ່ມັກໃນສຽງດົນຕີຄົງຕ້ອງມັກຄວາມຄິດທີ່ໄດ້ສະແດງອອກເຖິງຕົວຕົນຂອງ mee.wav ໄດ້ຢ່າງຊັດເຈນວ່າ: ດົນຕີເປັນເລື່ອງງ່າຍໆ ທີ່ໃຜກໍສາມາດແບ່ງປັນກັນໄດ້.

ດົນຕີບໍ່ແມ່ນພຽງແຕ່ເປັນສຽງເພງທີ່ໄດ້ຍິນຜ່ານຫູ ແຕ່ມັນຄືສິ່ງທີ່ຢູ່ໃນທຸກຈັງຫວະຊີວິດ ແລະ ເປັນຕົວກາງໃນການສື່ສານຄວາມຮູ້ສຶກຂອງລາວອອກມາໃຫ້ໂລກໄດ້ຮັບຮູ້, ຫຼາຍຄົນມັກຄິດວ່າທິດສະດີດົນຕີເປັນເລື່ອງທີ່ເຂົ້າໃຈຍາກ ແຕ່ລາວເລືອກທີ່ຈະຍ່ອຍທຸກຢ່າງໃຫ້ມັນງ່າຍ ແລະ ບໍ່ຊັບຊ້ອນ ສຳລັບຄົນທີ່ຢາກຮຽນຮູ້.
ການແບ່ງປັນຄືຫົວໃຈສຳຄັນທີ່ເຮັດໃຫ້ mee.wav ສ້າງຄອນເທັນຂຶ້ນມາ ເພາະລາວເຊື່ອວ່າຄວາມຮູ້ ແລະ ຄວາມມ່ວນຂອງດົນຕີຈະມີຄຸນຄ່າທີ່ສຸດກໍຕໍ່ເມື່ອມັນໄດ້ຖືກສົ່ງຕໍ່ ແລະ ແບ່ງປັນໃຫ້ໝູ່ເພື່ອນໄດ້ມີສ່ວນຮວມໄປນຳກັນ.
ຄວາມຄິດປ່ຽນທີ່ມາພ້ອມຄວາມພູມໃຈຂອງ mee.wav ຕອນໄດ້ຍິນຊື່ຮັບລາງວັນ
ການທີ່ໄດ້ຍິນຊື່ຕົວເອງຖືກປະກາດຜ່ານໄມຢູ່ເທິງເວທີຂອງ Muan Awards 2025 ເປັນສິ່ງທີ່ mee.wav ບໍ່ຢາກຈະເຊື່ອວ່າຕົວເອງຈະເຮັດໄດ້ ເພາະປີນີ້ເປັນປີທຳອິດທີ່ລາວຖືກສະເໜີຊື່ເຂົ້າຊີງລາງວັນ.
“ທຳອິດທີ່ໄດ້ຍິນຊື່ຍັງບໍ່ເຊື່ອ… ຈົນໄດ້ມາເຫັນຄລິບຂອງໂຕເອງເປີດຢູ່ເທິງຈໍໃຫຍ່ໃນງານນັ້ນແຫຼະ ຈຶ່ງເລີ່ມໄດ້ສະຕິ” mee.wav ເລົ່າຄວາມຮູ້ສຶກຕອນນັ້ນໃຫ້ຟັງແບບຈິງໃຈ ວ່າວິນາທີນັ້ນມັນໄດ້ປ່ຽນຄວາມຄິດທັງໝົດຂອງລາວໄປເລີຍ.

ເພາະແຕ່ກ່ອນ mee.wav ມັກຈະຄິດຢູ່ຕະຫຼອດວ່າ: “ຊ່ອງນ້ອຍໆທີ່ຫາກໍເລີ່ມເຮັດໄດ້ບໍ່ດົນ ແຖມມີຜູ້ຕິດຕາມໜ້ອຍກ່ວາຄົນອື່ນແບບນີ້ ຊິມີໂອກາດແບບນີ້ນຳເຂົາໄດ້ເສີຍຫວາ? ໃນຕອນນັ້ນ, ຂ້ອຍພູມໃຈໃນຕົວເອງສຸດໆ ຈົນລ່ຽນຄຳເວົ້າບໍ່ຖືກຂະນະທີ່ຈັບໄມເວົ້າຢູ່ຕໍ່ໜ້າຫຼາຍຮ້ອຍຄົນ”.
ສູດລັບ mee.wav ປ່ຽນເລື່ອງຍາກໃຫ້ຍ່ອຍງ່າຍ ຄວາມຮູ້+ຄວາມບັນເທີງ
ການເຮັດຄອນເທັນສາຍໃຫ້ຄວາມຮູ້ບາງເທື່ອກໍຖືກເບິ່ງວ່າໜ້າເບື່ອ ແຕ່ສຳລັບ mee.wav ແລ້ວ, ມັນບໍ່ໄດ້ຊັບຊ້ອນຫຍັງເລີຍ ລາວໄດ້ປ່ຽນເລື່ອງຍາກໆໃຫ້ກາຍເປັນເລື່ອງທີ່ຍ່ອຍງ່າຍ ເຮັດໃຫ້ຄົນເບິ່ງເກີດຄວາມສົນໃຈ ແລະ ຢາກຮຽນຮູ້.
ທຸກຢ່າງທີ່ລາວເຮັດມັນຖືກຖອດລະຫັດອອກມາຈາກຄຳວ່າ Simple ແລະ Share ທີ່ລາວຍຶດຖືມາຕະຫຼອດນັ້ນກໍຄື ການເອົາຄວາມຮູ້ມາປະສົມເຂົ້າກັບຄວາມບັນເທີງເຮັດໃຫ້ຄອນເທັນລາວນັ້ນໜ້າຕິດຕາມຢູ່ສະເໝີ.
“ການສອນໃຫ້ຄວາມຮູ້ແບບລະອຽດເປັນເລື່ອງທີ່ດີ ແຕ່ຖ້າເພີ່ມຄວາມບັນເທີງ ສາມາດດຶງຄົນໃຫ້ເບິ່ງຄລິບເຮົາຈົນຈົບ ແລະ ຫຍໍ້ສັ້ນລົງເນັ້ນສະເພາະສ່ວນທີ່ສຳຄັນຈະດີກ່ວາ. ເພາະໃນໂລກທີ່ທຸກຄົນສາມາດເຂົ້າເຖິງຂໍ້ມູນໄດ້ວ່ອງໄວ ກໍຕ້ອງການຮູ້ຂໍ້ມູນທີ່ເຂົ້າໃຈງ່າຍ ແລະ ເຂົ້າໃຈໄວຄືກັນ” mee.wav ເລົ່າ.

ໃນບັນດາຄອນເທັນທີ່ mee.wav ເຄີຍເຮັດທັງໝົດມາທີ່ລາວຮູ້ສຶກວ່າມັນຍາກກວ່າໝູ່ ແລະ ສູບສູບພະລັງຊີວິດໄປຫຼາຍທີ່ສຸດແຕ່ພໍປ່ອຍອອກໄປແລ້ວພູມໃຈຈົນຍິ້ມບໍ່ຢຸດກໍຕ້ອງຍົກໃຫ້ ຄລິບແນະນຳວິທີການອັບໂຫຼດເພງລົງ Streaming Platform ເລີຍ ເຊິ່ງຫຼາຍຄົນອາດຈະເຄີຍເຫັນມັນຂຶ້ນຟີດເຟສບຸກຢູ່ຊ່ວງນີ້.
“ຄວາມທ້າທາຍຂອງຄລິບນີ້ຄື ມັນເປັນເລື່ອງທີ່ມີຂັ້ນຕອນການອະທິບາຍທີ່ລະອຽດຄວາມຍາວເກີນ 5 ນາທີ ແຕ່ຖ້າທຽບກັບຄລິບຂອງ Creator ຄົນອື່ນທີ່ເວົ້າໃນຫົວຂໍ້ດຽວກັນທີ່ມີຄວາມຍາວ 10-20 ນາທີ ຂອງຂ້ອຍຖືວ່າເປັນການຕັດຕໍ່ໃຫ້ສັ້ນ ແລະ ເຂົ້າໃຈງ່າຍທີ່ສຸດແລ້ວ” mee.wav ອະທິບາຍ.
mee.wav ເລົ່າຕໍ່: “ຫຼັງຈາກທີ່ໂພສຄລິບອອກໄປແລ້ວ ມັນເຮັດໃຫ້ຂ້ອຍມີໂອກາດໄດ້ຮ່ວມງານກັບທີມ TuneCore ໃນລາວ ເພື່ອເຜີຍແຜ່ແນວທາງໃຫ້ສິລະປິນທີ່ຕ້ອງການປ່ອຍຜົນງານຕົວເອງໃຫ້ໄປໄດ້ໄກຂຶ້ນຈຶ່ງເປັນຄລິບທີ່ຂ້ອຍຮູ້ສຶກພູມໃຈສຸດໆ”.
ເຄັດລັບແກ້ໄອເດຍຕັນສະໄຕລ໌ mee.wav
ບອກເລີຍວ່າເລື່ອງໄອເດຍຕັນນີ້ຄືເລື່ອງທຳມະດາຂອງຄົນເຮັດຄອນເທັນເລີຍ Muan TheInterview ກໍຢາກຮູ້ວ່າຈະມີບໍ່ທີ່ຄົນແບບ mee.wav ເກີດມີເຫດການທີ່ຄິດຫຍັງບໍ່ອອກ ແລ້ວລາວຈະແກ້ມັນໄດ້ແນວໃດ ເຊິ່ງລາວກໍໄດ້ແບ່ງປັນໃຫ້ຟັງວ່າ: “ຕ້ອງຂໍບອກວ່າມີທຸກຊ່ວງເລີຍທີ່ໄອເດຍຕັນ ແລະ ປົກກະຕິຈະນັ່ງເລື່ອນເບິ່ງຄລິບຄົນອື່ນເພື່ອຊອກຫາໄອເດຍ ແຕ່ກໍຍັງຮູ້ສຶກບໍ່ແມ່ນໂຕເຮົາເທື່ອ”.

mee.wav ເລົ່າຕໍ່: “ແນະນຳໃຫ້ລອງອອກມາເຈິໝູ່ເພື່ອນຜູ້ຄົນທີ່ມັກໃນທາງດຽວກັນ ຫຼື ລອງປ່ຽນບັນຍາກາດຈາກທີ່ເຄີຍຖ່າຍຄລິບໃນຫ້ອງອອກມາຖ່າຍຢູ່ນອກບ້ານ ຫຼື ຄາເຟ່ ເຊິ່ງຂ້ອຍມັກຈະໄດ້ໄອເດຍໃໝ່ໆກັບໄປ ແຖມຍັງໄດ້ແຮງບັນດານໃຈຈາກການລົມນຳຜູ້ຄົນ ແລະ ຢ່າລືມສັງເກດຊ່ອງຂອງເຮົານຳເດີວ່າຄລິບໃດຄົນມັກເບິ່ງຫຼາຍໃຫ້ເນັ້ນເຮັດຄລິບສະໄຕລ໌ນັ້ນໄປເລີຍໂລດ”.
ກ້າວຂ້າມຄວາມກັງວົນ, ເຕີບໂຕ ແລະ ແນວທາງທີ່ເປີດກວ້າງຂຶ້ນ
ຈາກທີ່ Muan TheInterview ໄດ້ລົມກັບ mee.wav ມາກໍຮູ້ສຶກວ່າລາວເປັນຄົນທີ່ມີຄວາມຂີ້ອາຍໃນລະດັບໜຶ່ງ ພວກເຮົາໄດ້ເຫັນເຖິງການເດີນທາງ, ຄວາມຄິດຕົວຕົນ ແລະ ການເຕີບໃຫຍ່ຂອງລາວໃນສາຍຄວາມຮູ້ມາຕັ້ງແຕ່ເລີ່ມຕົ້ນບົດຄວາມ ສິ່ງທີ່ເຫັນວ່າປ່ຽນແປງຫຼາຍທີ່ສຸດກໍຄື ຄວາມໝັ້ນໃຈ ໃນຕົວເອງຂອງລາວ.
“ຕັ້ງແຕ່ມື້ທຳອິດທີ່ເລີ່ມກົດປຸ່ມອັດຄລິບຄົນດຽວຈົນຮອດມື້ໄດ້ຮັບລາງວັນ, ຂ້ອຍເອງເລີ່ມມີຄວາມໝັ້ນໃຈກັບການເຮັດຄລິບ, ເວົ້າອອກໜ້າກ້ອງເປັນທຳມະຊາດຫຼາຍຂຶ້ນ, ໄດ້ລອງເຮັດຫຍັງໃໝ່ໆ, ໄດ້ຊວນໝູ່ໆເຂົ້າມາມີສ່ວນຮ່ວມນຳ ແນວທາງຊ່ອງເລີ່ມເປີດກ້ວາງຫຼາຍຂຶ້ນ ແລະ ເວລາທີ່ຄິດຫຍັງອອກຢາກເຮັດຫຍັງກໍເຮັດໆເລີຍ” mee.wav ເລົ່າ.

ການເຕີບໂຕໃນຄັ້ງນີ້, ມັນເຮັດໃຫ້ແນວທາງຂອງຊ່ອງ mee.wav ມີຫຍັງໃໝ່ໆໃຫ້ຜູ້ຕິດຕາມໄດ້ເຫັນ ການທີ່ບໍ່ມີກອບມາຄອບໄວ້ຄືແຕ່ກ່ອນມັນເຮັດໃຫ້ເນື້ອຫາຂອງລາວໜ້າສົນໃຈຂຶ້ນຫຼາຍ.
ສຽງຕອບຮັບຈາກຄົນເບິ່ງ ຄືກຳລັງໃຈທີ່ດີທີ່ສຸດ
ການທີ່ຜູ້ສ້າງຄອນເທັນໄດ້ປ່ອຍສິ່ງທີ່ເຮັດອອກໄປ ແລ້ວມີຄົນເຂົ້າມາອ່ານ ແລະ ມາຄອມເມັ້ນ ມັນຄືກຳລັງໃຈທີ່ດີທີ່ສຸດເລີຍອັນນີ້ Muan TheInterview ເຂົ້າໃຈດີ ແລະ ສຳລັບຊ່ອງ mee.wav ເອງກໍມີຄົນແວ່ເຂົ້າມາທັກທາຍ ແລະ ສະແດງຄວາມຄິດເຫັນແບບບໍ່ຂາດສາຍ.
ຄຳຖາມຍອດຮິດທີ່ mee.wav ບອກວ່າຖືກຖາມເຂົ້າມາຫຼາຍທີ່ສຸດຈົນກາຍເປັນຄຳຖາມປະຈຳຊ່ອງໄປແລ້ວ ກໍຄື ອ້າຍຮັບສອນເປຍໂນບໍ່ ເຊິ່ງມັນສະແດງໃຫ້ເຫັນເລີຍວ່າຄລິບທີ່ລາວເຮັດນັ້ນມັນເຂົ້າເຖິງງ່າຍ ຈົນຄົນເບິ່ງຮູ້ສຶກຢາກຮຽນນຳແທ້ໆ.
ນອກຈາກນີ້, ກໍມີຄອມເມັ້ນໃຫ້ກຳລັງໃຈ ແລະ ແນຳນຳໃຫ້ປັບປຸງທີ່ລາວອ່ານຍາມໃດກໍຮູ້ສຶກດີຍາມນັ້ນ mee.wav ເລົ່າວ່າ: “ດີໃຈທີ່ເລື່ອນຜ່ານມາເຫັນຄລິບນີ້, ດີຫຼາຍທີ່ມາແບ່ງປັນຄວາມຮູ້ດີໆແບບນີ້ ເຊິ່ງທຸກຄອມເມັ້ນເປັນທັງກຳລັງໃຈ ແລະ ຄຳແນະນຳເພື່ອໃຫ້ຂ້ອຍປັບປຸງໃຫ້ດີຂຶ້ນ.

“ສິ່ງສຳຄັນອີກຢ່າງຄື ຄຳຖາມປະເພດຂໍວິທີ How to ຕ່າງໆ, ຊໍ່ານັ້ນກໍເປັນໄອເດຍໃຫ້ຂ້ອຍນຳໄປສ້າງຄອນເທັນຕອບຂໍ້ສົງໄສຜູ້ຕິດຕາມໄດ້ຫຼາຍຄລິບເລີຍ” mee.wav ອະທິບາຍຕື່ມ.
ວິທີຄິດຂອງ mee.wav ເປົ້າໝາຍເປັນພຽງສ່ວນໜຶ່ງໃນການເດີນທາງ
ພໍ mee.wav ໄດ້ລາງວັນແຫ່ງປີມາກາລັນຕີຄວາມສາມາດແລ້ວນັ້ນ, ຫຼາຍຄົນຄົງຢາກຮູ້ວ່າກ້າວຕໍ່ໄປຂອງລາວຈະເປັນແນວໃດ? ເຊິ່ງ Muan TheInterview ນີ້ກໍເປັນອີກບາດກ້າວທີ່ທັງໜ້າຕື່ນເຕັ້ນ ແລະ ທ້າທາຍຕົວລາວເອງແບບສຸດໆຄືກັນ.
ເປົ້າໝາຍຕໍ່ໄປຂອງ mee.wav ທີ່ຍັງບໍ່ເຄີຍເຮັດ ແລະ ກຳລັງເລີ່ມເຮັດຄືການເປີດ Full Course ຮຽນເປຍໂນໃນສະບັບທີ່ເຂົ້າໃຈງ່າຍ, ຮຽນເປັນໄວໃນເວລາສັ້ນໆ ແລະ ເຂົ້າເຖິງໄດ້ທຸກຄົນ ເຖິງຈະບໍ່ມີພື້ນຖານດົນຕີມາກ່ອນ ເຊິ່ງລາວກໍກຳລັງກຽມຈະເປີດສອນໄວໆນີ້.

“ເປັນ Project ທີ່ທ້າທາຍຕົວຂ້ອຍເອງສຸດໆ ເພາະຕອນນີ້ກໍເຮັດຫຍັງຫຼາຍຢ່າງຢູ່ແລ້ວເລີຍຕ້ອງຈັດສັນເວລາໃຫ້ດີ. ແຕ່ສຳລັບຂ້ອຍເປົ້າໝາຍກໍເປັນພຽງສ່ວນໜຶ່ງ, ບາງເທື່ອໃນລະຫວ່າງທາງທີ່ເຮົາກຳລັງລອງເຮັດຫຍັງຢູ່ເຊື່ອໂລດວ່າມັນຈະມີຢ່າງອື່ນທີ່ບໍ່ຄາດຄິດແຊກເຂົ້າມາຕື່ມ ຈົນເປົ້າໝາຍທີ່ວາງໄວ້ກ່ອນໜ້ານັ້ນ ຄຸ້ມເກີນກ່ວາທີ່ເຮົາຄາດໄວ້” mee.wav ເລົ່າ.
ຂໍ້ຄິດດີໆຂອງ mee.wav ເຖິງຄົນທີ່ຢາກເລີ່ມເຮັດຄອນເທັນ
Muan TheInterview ຄິດວ່າການເດີນທາງຂອງ mee.wav ຍັງຄົງກ້າວຕໍ່ໄປບໍ່ມີມື້ສິ້ນສຸດ ຄືກັນກັບສຽງດົນຕີທີ່ຢູ່ໃນທຸກຈັງຫວະຊີວິດຂອງລາວ. ນອກຈາກຄວາມຮູ້ດີໆທີ່ເອົາມາຍ່ອຍໃຫ້ຟັງງ່າຍໆແລ້ວ ລາວກໍບໍ່ລືມທີ່ຈະບອກຂອບໃຈທຸກໆແຮງຊັບພັອດ ພ້ອມທັງຝາກຂໍ້ຄິດດີໆເຖິງຄົນເຮັດຄອນເທັນໃນຍຸກນີ້ໄວ້ຢ່າງໜ້າປະທັບໃຈວ່າ:
“ສຸດທ້າຍນີ້ ຢາກຂອບໃຈທຸກຄົນທີ່ຕິດຕາມ ແລະ ກົດ save ຄລິບໄວ້ລອງເຮັດຕາມຊ່ອງນ້ອຍໆຂອງ mee.wav ຈະເຮັດຕໍ່ໄປເລື້ອຍໆ ເພາະການແບ່ງປັນຄວາມຮູ້ບໍ່ເຄີຍສິ້ນສຸດ. ນອກຈາກຈະມີຄລິບແບ່ງປັນຄວາມຮູ້ແລ້ວ ກໍຍັງມີຄລິບ Cover ເພງກັບເປຍໂນ ທີ່ຊວນນັກຮ້ອງຫຼາຍຄົນມາຮ້ອງແຈມນຳກັນໃຫ້ໝູ່ໆໄດ້ຟັງທຸກໆອາທິດ”.

mee.wav ເລົ່າຕໍ່: “ໃຜທີ່ກຳລັງເລີ່ມຢູ່, ຍຸກນີ້ເປັນຍຸກທອງຂອງການເຮັດຄອນເທັນ, ອາດຈະບໍ່ແມ່ນອາຊີບຫຼັກ ແຕ່ເຊື່ອໂລດມັນຈະກາຍເປັນ Portfolio ເຮົາເອງໃນອະນາຄົດ ດຽວຜູ້ຄົນທີ່ຢາກສະໜັບສະໜຸນ ຫຼື ຮ່ວມວຽກນຳເຮົາກໍຈະເຂົ້າມາຫາເຮົາເອງ”.
“ບໍ່ຈຳເປັນຕ້ອງຕັດຕໍ່ເກັ່ງ, ຖ້າເຮົາຖະນັດ ຫຼື ຮູ້ກ່ຽວກັບຫຍັງກໍແບ່ງປັນສິ່ງນັ້ນ ເອົາແບບທຳມະດາງ່າຍໆໂລດ ເພາະຍັງມີຫຼາຍຄົນຖ້າຟັງເລື່ອງທຳມະດາຂອງເຈົ້າຢູ່ ລອງໂພສຄລິບທຳອິດໄປກ່ອນ, ຖ້າມັນບໍ່ດີຄ່ອຍປັບປຸງແລ້ວພະຍາຍາມຕໍ່ໄປ ສູ້ໆ Try now, Fail later (ເຮັດໆໄປໂລດ ຜິດພາດຄ່ອຍວ່າກັນ)” mee.wav ກ່າວປິດທ້າຍ.