ລືມຣັນເວທຳມະດາ Louis Vuitton ຍົກທະເລມາໄວ້ກາງປາຣີກັບ Spring-Summer 2027 Men’s Collection

ເຄີຍຈິນຕະນາການບໍ່ວ່າ ຖ້າເຮົາຍົກຫາດຊາຍ ແລະ ກຽວຄື້ນສີຄາມມາໄວ້ກາງນະຄອນຫຼວງປາຣີ ມັນຈະອອກມາເປັນແນວໃດ? ບອກເລີຍວ່າ Pharrell Williams ເຮັດໃຫ້ມັນເກີດຂຶ້ນແລ້ວ ດ້ວຍການເນລະມິດຣັນເວໂຊ Spring-Summer 2027 Men’s Collection ໃຫ້ກາຍເປັນຫາດຊາຍ ແລະ ຄື້ນຍັກສຸດອະລັງການ ມອບປະສົບການເໜືອຈິງຄືກັບພາຜູ້ຊົມຫຼຸດເຂົ້າໄປຢ่ູອີກໂລກໜຶ່ງເມື່ອວັນທີ 23 ມິຖຸນາ 2026 ທີ່ຜ່ານມາ.
ມື້ນີ້ ມ່ວນຈະພາທຸກຄົນມາເຈາະເລິກຄວາມປັງຂອງໂຊນີ້ ທີ່ບໍ່ໄດ້ມີດີພຽງແຕ່ເສື້ອຜ້າທີ່ດູດີມີສະຕາຍ ແຕ່ຍັງຈັດເຕັມເລື່ອງໂປຣດັກຊັນແສງສີທີ່ສ້າງພາບອອກມາໄດ້ຢ່າງສວຍງາມ ແລະ ຍັງແຝງຄວາມຮັກໂລກເອົາໄວ້ແບບເຕັມປ່ຽມທຸກອະນູທີ່ໃຜເຫັນກໍຕ້ອງຫຼົງຮັກ.
ເສກຄື້ນ ສ້າງຫາດຊາຍ ມາໄວ້ໃຈກາງເມືອງ
ງານນີ້ Pharrell Williams (Creative Director) ໄດ້ແຮງບັນດານໃຈມາຈາກມາຈາກໄລຟ໌ສະຕາຍການໂຕ້ຄື້ນ ແລະ ການໃຊ້ຊີວິດແຄມຫາດຊາຍ ບັນຍາກາດຂອງໂຊຈຶ່ງເຕັມໄປດ້ວຍກຽວຄື້ນ, ດິນຊາຍ ແລະ ຜະໜັງທີ່ຕັດກັບທ້ອງຟ້າສີຄາມ ແຕ່ໃນຂະນະດຽວກັນ ໂຊນີ້ກໍຍັງຕ້ອງການສື່ສານເລື່ອງສິ່ງແວດລ້ອມນຳອີກ.
ໄຮໄລ້ທີ່ເຮັດເອົາຄົນເບິ່ງວ້າວສຸດໆ ແມ່ນການເນລະມິດເດີ່ນກວ້າງຂອງສະຖາບັນ Cité Internationale Universitaire de Paris ໃຫ້ກາຍເປັນຫາດຊາຍ, ແຖມມີສາກຫຼັງເປັນຄື້ນຍັກຈຳລອງຂະໜາດມະຫຶມາກວ້າງ 37 ແມັດ, ສູງ 8 ແມັດ ປ່ອຍນ້ຳຕົກລົງມາຕະຫຼອດເວລາ ເປີດທາງໃຫ້ບັນດານາຍແບບປາກົດຕົວອອກມາ ຄືກັບວ່າກຳລັງຍ່າງລອດຜ່ານອຸມົງນ້ຳຕົກ.

ບໍລິເວນທາງເຂົ້າງານ ຖືກເຕີມເຕັມປະສົບການການເດີນທາງແບບສະບັບ Louis Vuitton ດ້ວຍລົດ Camper Van ທີ່ຈອດເດັ່ນຢູ່ເທິງຫາດຊາຍ ໂດຍຕົວລົດໄດ້ຮັບການອອກແບບໃຫ້ມີຫຼັງຄາ ແລະ ຜະໜັງໂປ່ງໃສປະກາຍສີທອງ ຮັບກັບແສງແດດ ແລະ ບັນຍາກາດອ້ອມຮອບໄດ້ຢ່າງລົງຕົວ.
ແຕ່ເບື້ອງຫຼັງຄວາມອະລັງການນີ້ ແບຣນກໍໄດ້ຄຳນຶງເຖິງຄວາມຍືນຍົງໃນຫຼາຍພາກສ່ວນ ໂດຍ Louis Vuitton ໄດ້ຮ່ວມສະໜັບສະໜູນສະມາຄົມ CORAL GARDENERS ເພື່ອຮ່ວມອະນຸລັກ ແລະ ຟື້ນຟູລະບົບນິເວດປະກາລັງໃນແຖບ French Polynesia.
ນອກຈາກນີ້ ຍັງມີການຈັດການອົງປະກອບຕ່າງໆ ຂອງໂຊ ໃຫ້ເປັນມິດກັບສິ່ງແວດລ້ອມທີ່ສຸດ ບໍ່ວ່າຈະເປັນນ້ຳ ທັງໝົດໃນໂຊແມ່ນໄດ້ເຮັດວຽກຮ່ວມກັບຫ້ອງການນ້ຳປະປາຂອງນະຄອນຫຼວງປາຣີ (Eaux de Paris) ເພື່ອໃຫ້ນ້ຳສາມາດໝູນວຽນກັບເຂົ້າສູ່ລະບົບສາທາລະນະໄດ້, ເຊິ່ງຊາຍທີ່ໃຊ້ເທິງຣັນເວ ກໍຈະຖືກນຳໄປສົ່ງຕໍ່ໃຫ້ເປັນເດີ່ນບານສົ່ງຫາດຊາຍຂອງມະຫາວິທະຍາໄລ.

ຄົນທີ່ບອກໃສ່ສູດໄປທະເລບໍ່ໄດ້ ແຕ່ LV ບອກວ່າໄດ້
ຈົບເລື່ອງການອອກແບບເລື່ອງໂຊວ໌ ຕອນນີ້ເຮົາມາສ່ອງເລື່ອງເສື້ອຜ້າທີ່ຮອບນີ້ເປັນການຈັບຄູ່ກັໍນລະຫວ່າງຄວາມນຽບແບບລູກຜູ້ດີປາຣີ ກັບ ຄວາມເທ່ແບບສາຍສະຕຣີດ ແລະ ນັກໂຕ້ຄື້ນ:
- ອ້າຍຊາວີໃສ່ສູດໄປທະເລ ເປັນການເອົາເສື້ອສູດຊົງປ່ອຍໆ ຜ້າພິ້ວໆ ມາແມັດກັບໂສ້ງຂາສັ້ນຊົງໃຫຍ່ (Baggy) ຫຼື ຈະເປັນແຈັກເກັດກັນລົມໃສ່ກັບເກີບບູດ ກໍເບິ່ງຄູນໄປອີກແບບ ໄດ້ຟີລນັກໂຕ້ຄື້ນປົນນັກສະເກັດບອດ.
- ຊີມີລູກຫຼິ້ນແພຣວພຣາວມີການເອົາຊຸດດຳນ້ຳ (Wetsuit) ມາເຮັດໃໝ່ໃສ່ລາຍ LV ເຂົ້າໄປ, ຫຼິ້ນເທັກນິກພິມລາຍຜ້າໃຫ້ເບິ່ງຄືປຽກນ້ຳຢູ່ຕະຫຼອດເວລາ. ອີກອັນທີ່ເທ່ຄື ການຟອກສີໂສ້ງຢີນໃຫ້ເບິ່ງຈືດໆ ຄືກັບເສື້ອຜ້າທີ່ຖືກແດດແຜດເຜົາ ແລະ ຖືກນ້ຳທະເລກັດມາດົນໆ.
- ແລະຂອງມັນຕ້ອງມີ ງານນີ້ກະດານໂຕ້ຄື້ນລາຍ LV ຕ້ອງເຂົ້າແລ້ວ ແຖມຍັງມີເກີບຜ້າໃບຊົງສະເກັດບອດໜ້າຕາລຸຍໆ ໄປຈົນເຖິງລົດຖີບລຸ້ນພິເສດທີ່ນາຍແບບແບກໂຊປິດທ້າຍນຳອີກ. ດີເທວນ້ອຍໆ ຢ່າງປຸ່ມກະດຸມ ຫຼື ອາໄຫຼ່ກະເປົາ ກໍປ່ຽນມາໃຊ້ໄຂ່ມຸກ ແລະ ຮູບເປືອກຫອຍແທນ ດູດີມີລາຄາແຮງ.



ສະຫຼຸບແລ້ວ Louis Vuitton Men’s SS27 ພາຍໃຕ້ວິໄສທັດຂອງ Pharrell Williams ບໍ່ແມ່ນພຽງແຕ່ການນຳສະເໜີຄໍເລັກຊັນເສື້ອຜ້າໃໝ່ເທົ່ານັ້ນ ແຕ່ເປັນການສ້າງງານສິລະປະທີ່ເຊື່ອມໂຍງແຟຊັນ, ໄລຟ໌ສະຕາຍ ແລະ ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມເຂົ້າກັນຢ່າງລົງຕົວ.
ມັນຊ່ວຍເປີດມຸມມອງໃໝ່ໃຫ້ເຮົາເຫັນວ່າ ໂປຣດັກຊັນທີ່ຍິ່ງໃຫຍ່ອະລັງການ ກໍສາມາດເຮັດຄວບຄູ່ໄປກັບການດູແລທຳມະຊາດໄດ້ ຖ້າມີການວາງແຜນທີ່ດີ. ເປັນອີກໜຶ່ງໂຊທີ່ບໍ່ພຽງແຕ່ສ້າງແຮງບັນດານໃຈໃນເລື່ອງຂອງການແຕ່ງຕົວ ແຕ່ຍັງຝາກຂໍ້ຄິດດີໆ ໃຫ້ກັບວົງການແຟຊັນໂລກອີກດ້ວຍ.