ພາສ່ອງ ນາໂນ ສີບຸນເລື່ອງ ຈາກເດັກນ້ອຍບ້ານນອກຂີ້ອາຍສູ່ຜູ້ເຂົ້າປະກວດ Mister Universe Laos 2026

ເມື່ອເວົ້າເຖິງຜູ້ເຂົ້າປະກວດໃນເວທີລະດັບປະເທດ ຫຼາຍຄົນອາດຈະຕິດພາບຊາຍໜຸ່ມທີ່ເຕັມໄປດ້ວຍຄວາມໝັ້ນໃຈມາແຕ່ເກີດ. ແຕ່ສຳລັບ ນາໂນ – ໂນະ ສີບຸນເລື່ອງ ຊາຍໜຸ່ມໄວ 22 ປີ ຕົວແທນຈາກແຂວງບໍລິຄຳໄຊຄົນນີ້ ເສັ້ນທາງຂອງລາວເລີ່ມຕົ້ນຈາກການເປັນພຽງເດັກນ້ອຍບ້ານນອກທີ່ຂີ້ອາຍ, ເຄີຍຫຼົງທາງ ແລະ ຖືກກົດດັນຈາກຄວາມຄາດຫວັງ.
ມື້ນີ້ ມ່ວນຈະພາທຸກຄົນມາຮູ້ຈັກກັບຕົວຕົນ, ຄວາມຝັນ ແລະ ແຮງບັນດານໃຈ ທີ່ເຮັດໃຫ້ໜຸ່ມ Introvert ຜູ້ຮັກການອ່ານຄົນນີ້ ກ້າທີ່ຈະກ້າວອອກຈາກເຊຟໂຊນ (Safe Zone) ເພື່ອມາຢືນຢູ່ເທິງເວທີ Mister Universe Laos 2026 ແລະ ສ້າງແຮງບັນດານໃຈໃຫ້ກັບເດັກນ້ອຍອີກຫຼາຍໆຄົນ.
ນາໂນ ເກີດແລະເຕີບໃຫຍ່ຢູ່ເມືອງໄຊຈຳພອນ ແຂວງບໍລິຄຳໄຊ. ໃນໄວເດັກ ລາວຕ້ອງແບກຮັບຄວາມຄາດຫວັງຈາກຄອບຄົວໃນການເປັນ “ເດັກຮຽນດີ” ເຊິ່ງຄວາມກົດດັນນັ້ນເຄີຍເຮັດໃຫ້ລາວຫຼົງທາງຈົນເກືອບເສຍອະນາຄົດ. ແຕ່ດ້ວຍຄວາມເປັນຄົນທີ່ກ້າຍອມຮັບຄວາມຈິງ ລາວຈຶ່ງເປີດໃຈຮັບເອົາຄຳຕິຊົມມາປັບປຸງຕົວເອງ ແລະ ລຸກຂຶ້ນມາສູ້ອີກຄັ້ງ.

ປັດຈຸບັນ ນາໂນ ກຳລັງສຶກສາຢູ່ປີທີ 3 ຄະນະອັກສອນສາດ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດ ແລະ ຍັງຮັບໜ້າທີ່ເປັນຄູສອນພາສາຈີນຢູ່ໂຮງຮຽນປາດຖະໜາ. ສິ່ງທີ່ເຮັດໃຫ້ລາວພູມໃຈທີ່ສຸດຄືການກ້າວຂ້າມຂີດຈຳກັດຂອງຕົນເອງ. ຈາກເດັກປີ 1 ທີ່ບໍ່ມີພື້ນຖານພາສາຈີນເລີຍ ລາວອົດທົນຝຶກຝົນຈົນສາມາດເສັງຜ່ານ HSK 4 ໄດ້ພາຍໃນປີດຽວ ແລະ ກ້າວໄປຄວ້າ HSK 5 ມາໄດ້ໃນຊ່ວງປີທີ 2 ຫາ ປີທີ 3. ນອກຈາກພາສາຈີນແລ້ວ ລາວຍັງສາມາດສື່ສານພາສາອັງກິດໄດ້ເປັນຢ່າງດີ ໃນຖານະໜຶ່ງໃນລູກສິດຂອງອ້າຍບ໋ອບປີ້.
ພາຍໃຕ້ບົດບາດຂອງຄູສອນ ແລະ ຜູ້ເຂົ້າປະກວດທີ່ຕ້ອງພົບປະຜູ້ຄົນຫຼາຍໜ້າຫຼາຍຕາ ຊີວິດສ່ວນຕົວຂອງ ນາໂນ ກັບເປັນໜຸ່ມ Introvert ທີ່ຮັກຄວາມສະຫງົບ. ລາວບໍ່ມັກອອກໄປທ່ຽວກາງຄືນ ຫຼື ບ່ອນທີ່ມີຄົນພຸກພ່ານ. ກົງກັນຂ້າມ, ເວລາຫວ່າງຂອງລາວມັກຈະໝົດໄປກັບການອ່ານປຶ້ມ ແລະ ມີມຸມໜ້າຮັກໆຄືການມັກຊື້ປຶ້ມມາສະສົມໄວ້ເປັນຮ້ອຍໆເຫຼັ້ມແຕ່ຍັງອ່ານບໍ່ໝົດ.
ລາວເປັນຄົນທີ່ອິນກັບການເບິ່ງອານິເມະຫຼາຍ, ມັກການອອກກຳລັງກາຍທຸກມື້ເພື່ອຮັກສາສຸຂະພາບ ແລະ ມີງານອະດິເລກທີ່ຫຼາຍຄົນອາດຈະຍັງບໍ່ຮູ້ຄື: ການເຕັ້ນ. ນາໂນ ເປັນແຟນຄລັບວົງ BTS ໂດຍສະເພາະ ຈອງກຸກ ແລະ ວີ ມາໄດ້ດົນແລ້ວ. ລາວມັກເຕັ້ນ Cover ແລະ ກຳລັງຝຶກຮຽນເຕັ້ນດ້ວຍຕົນເອງ ໂດຍມີຄວາມຝັນນ້ອຍໆວ່າຢາກຈະຮຽນເຕັ້ນຢ່າງຈິງຈັງໃນອະນາຄົດ.

ເມື່ອຖາມເຖິງບຸກຄົນຕົ້ນແບບ, ນາໂນ ເລືອກນັກເຕະລະດັບໂລກຢ່າງ Cristiano Ronaldo.
Ronaldo ເປັນຕົ້ນແບບທັງດ້ານການດູແລຮ່າງກາຍ ແລະ ລະບຽບວິໄນ. ລາວມັກເວົ້າສະເໝີວ່າ ‘ຕ້ອງເຮັດໃນສິ່ງທີ່ຕ້ອງເຮັດ ເຖິງວ່າເຮົາຈະຂີ້ຄ້ານກໍຕາມ’ ເຊິ່ງປະໂຫຍກນີ້ເປັນແຮງຊຸກຍູ້ໃຫ້ຂ້ອຍສະເໝີ.
ການກ້າວເຂົ້າມາປະກວດໃນເວທີ Mister Universe Laos ຄັ້ງນີ້ ຖືເປັນການທ້າທາຍຄັ້ງໃຫຍ່ທີ່ສຸດຂອງ ນາໂນ. ຈາກອະດີດເດັກບ້ານນອກທີ່ບໍ່ກ້າສະແດງອອກ ລາວຢາກຍົກລະດັບຕົນເອງ ແລະ ພິສູດໃຫ້ທຸກຄົນເຫັນວ່າ ບໍ່ວ່າເຮົາຈະມາຈາກບ່ອນທີ່ຫ່າງໄກ ຫຼື ເປັນຄົນຂີ້ອາຍສໍ່າໃດ ເຮົາກໍສາມາດພັດທະນາຕົນເອງຈົນມາຢືນຢູ່ຈຸດນີ້ໄດ້.
ວິນາທີທີ່ໄດ້ຍິນຊື່ຕົນເອງຜ່ານເຂົ້າຮອບ ແລະ ໄດ້ຮັບສາຍສະພາຍ ລາວເລົ່າດ້ວຍຮອຍຍິ້ມວ່າ ມັນເປັນຄວາມຮູ້ສຶກທີ່ດີໃຈ ແລະ ຕື່ນເຕັ້ນທີ່ສຸດ ຈົນຕ້ອງໂດດເຂົ້າກອດໝູ່ທີ່ຜ່ານເຂົ້າຮອບໄປນຳກັນ.
ຖ້າຫາກໄດ້ຮັບຕຳແໜ່ງ, ເປົ້າໝາຍຫຼັກທີ່ ນາໂນ ຢາກຈະຂັບເຄື່ອນກໍຄື ການສຶກສາ. ໃນຖານະຄູສອນທີ່ເຄີຍເຕີບໃຫຍ່ໃນພື້ນທີ່ຫ່າງໄກ ລາວເຫັນເດັກນ້ອຍຫຼາຍຄົນປະຖິ້ມການຮຽນ ເພາະມອງບໍ່ເຫັນອະນາຄົດ ແລະ ຫຼົງຜິດໄປກັບສິ່ງມຶນເມົາ. ລາວຢາກໃຊ້ສຽງຂອງລາວເພື່ອຊຸກຍູ້ໃຫ້ທຸກຄົນເຫັນຄວາມສຳຄັນຂອງການສຶກສາ ເພາະມັນຄືພື້ນຖານອັນສຳຄັນທີ່ສຸດທີ່ຈະຕໍ່ຍອດຊີວິດຂອງຄົນເຮົາໄດ້.

ໃນຍຸກປັດຈຸບັນ, ຄຳວ່າສຸພາບບຸລຸດສຳລັບ ນາໂນ ບໍ່ໄດ້ຈຳກັດຢູ່ພຽງແຕ່ຄວາມແຂງແຮງ ຫຼື ການມີມາລະຍາດທາງສັງຄົມເທົ່ານັ້ນ.
ສຸພາບບຸລຸດ ນອກຈາກການມີມາລະຍາດ, ຮູ້ກາລະເທສະ ແລະ ໃຫ້ກຽດຄົນອື່ນແລ້ວ ຍັງຕ້ອງເປັນຄົນທີ່ຮູ້ຈັກໃຫ້ກຽດ ແລະ ຮັກຕົວເອງໃຫ້ເປັນ ສາມາດເບິ່ງແຍງຕົວເອງໄດ້ໂດຍບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນ. ເພາະຄົນທີ່ໃຫ້ກຽດຕົນເອງເປັນ ຍ່ອມຮູ້ຈັກທີ່ຈະໃຫ້ກຽດຄົນອື່ນສະເໝີ.
ກ່ອນຈາກກັນ, ນາໂນ ຍັງໄດ້ຝາກຂໍ້ຄິດເຖິງເຍົາວະຊົນທີ່ກຳລັງຕາມຫາຄວາມຝັນວ່າ:“ຖ້າຄວາມຝັນນັ້ນເປັນສິ່ງທີ່ເຮົາຕ້ອງການແທ້ໆ ແລະ ບໍ່ເຮັດໃຫ້ໃຜເດືອດຮ້ອນ ຈົ່ງລົງມືເຮັດເລີຍ ເພາະເວລາບໍ່ເຄີຍຖ້າເຮົາ.” ພ້ອມທັງຝາກຂໍກຳລັງໃຈຈາກ ທຸກຄົນທີ່ຕິດຕາມເວທີ Mister Universe Laos ໃຫ້ຊ່ວຍເຊຍ ແລະ ສະໜັບສະໜູນໜຸ່ມບໍລິຄຳໄຊຄົນນີ້. ເຖິງລາວອາດຈະບໍ່ແມ່ນຄົນທີ່ໂດດເດັ່ນ ຫຼື ເກັ່ງທີ່ສຸດ ແຕ່ລາວພ້ອມສະເໝີທີ່ຈະນຳເອົາທຸກຄຳຕິຊົມມາພັດທະນາຕົນເອງໃຫ້ເປັນເວີຊັນທີ່ດີທີ່ສຸດ.
