ບໍ່ຄູ່ຄວນໃຫ້ຮັກ ເພາະຕ່າງກັນເກີນໄປ ຟັງ ຫ່າງຊັ້ນ ຈາກ Moriginal x Komad ft Badbomz, Myxkiidd & Lil-Khanom

ແບ່ງປັນ

ບໍ່ຄູ່ຄວນໃຫ້ຮັກ ເພາະຕ່າງກັນເກີນໄປ ຟັງ ຫ່າງຊັ້ນ ຈາກ Moriginal x Komad ft Badbomz, Myxkiidd & Lil-Khanom

29 June 2026 20

ທຸກຄົນເຄີຍແອບຮັກໃຜຈົນຮູ້ສຶກວ່າ ຕົວເອງບໍ່ຄູ່ຄວນກັບເຂົາເລີຍບໍ່?

ຖ້າເຄີຍ… ມ່ວນຊວນຟັງ ຢາກໃຫ້ລອງໄປຟັງເພງ ຫ່າງຊັ້ນ ຂອງ Moriginal x Komad ທີ່ໄດ້ Badbomz, Myxkiidd ແລະ Lil-Khanom ມາຮ່ວມຮ້ອງນຳກັນ. ເພງນີ້ເປັນຕົວແທນຂອງຄົນເສົ້າທີ່ກຳລັງເສຍໃຈກັບຄວາມສຳພັນທີ່ບໍ່ມີວັນເປັນຈິງ ເພາະຄວາມແຕກຕ່າງເລື່ອງຖານະ ແລະ ສັງຄົມທີ່ມັນຫ່າງກັນເກີນໄປ.

ເພາະຮັກຢ່າງດຽວມັນບໍ່ພໍ, ສິລະປິນໄດ້ສື່ສານຄວາມນ້ອຍໃຈຜ່ານເພງອອກມາໄດ້ດີຫຼາຍ ແລະ ໄດ້ປຽບທຽບວ່າຕົວເອງເປັນພຽງຄົນທຳມະດາ ບໍ່ມີຫຍັງໄປຄູ່ຄວນກັບຄົນທີ່ມີຊີວິດດີໆແບບເຂົາ ບາງເທື່ອກໍຕ້ອງໃຊ້ ຄວາມຝັນ ຫຼື ຄວາມມຶນເມົາ ມາປອບໃຈຕົວເອງ ເພື່ອຫຼີກໜີຈາກຄວາມຈິງທີ່ເຈັບປວດ.

ແລ້ວຕ້ອງເລືອກກາຍຍ່າງອອກມາ ຫຼື ຍອມຖອຍທັງທີ່ຍັງຮັກ ເພາະຮູ້ວ່າແນວໃດກໍເປັນໄປບໍ່ໄດ້. ສຸດທ້າຍ, ກໍຕ້ອງຍອມຮັບຄວາມຈິງ ແລ້ວປ່ອຍໃຫ້ເຂົາໄປມີຊີວິດທີ່ດີກວ່າ ເພາະບ່ອນນັ້ນເປັນສິ່ງທີ່ເຮົາເອື້ອມບໍ່ເຖິງ ແຕ່ໃນໃຈກໍຍັງຫວັງດີ ແລະ ຮັກເຂົາຄືເກົ່າບໍ່ເຄີຍປ່ຽນ.

ສິ່ງທີ່ ມ່ວນຊວນຟັງ ຮູ້ສຶກວ່າມັນມີສະເໜ່ຄື ໃນເອັມວີເຮົາຈະໄດ້ເຫັນເລື່ອງລາວຄວາມໜ້າຮັກ ແລະ ມິດຕະພາບຂອງກຸ່ມໝູ່ເພື່ອນ ທີ່ຄອຍຊ່ວຍເຫຼືອ ແລະ ສະໜັບສະໜຸນກັນໃນທຸກໆເລື່ອງ ເຖິງວ່າເລື່ອງຄວາມຮັກມັນຈະບໍ່ສົມຫວັງກໍຕາມ. ເພາະມິດຕະພາບມັນເປັນສິ່ງທີ່ຊ່ວຍປອບໃຈໄດ້ດີ ເຖິງຕອນນັ້ນເຮົາຈະເສົ້າໜັກເທົ່າໃດ. 

ເພງນີ້ໄດ້ເຮັດໃຫ້ຮູ້ວ່າ… ເຖິງຈະຮັກມາດົນຊ່ຳໃດ ບາງຄົນຄວາມຮູ້ສຶກກໍຍັງຄືເກົ່າ ແຕ່ບາງເທື່ອຄວາມຮັກຢ່າງດຽວມັນອາດຈະບໍ່ພໍ ເພາະມັນມີເລື່ອງຄວາມເໝາະສົມ, ໂຊກຊະຕາ ແລະ ສະຖານະເຂົ້າມາກ່ຽວຂ້ອງ. ໃຜທີ່ກຳລັງຢູ່ໃນອາລົມແອບຮັກຂ້າງດຽວ ແລ້ວເລືອກຖອຍຫ່າງອອກມາດ້ວຍຄວາມເສຍໃຈ, ຖ້າໄດ້ລອງຟັງເພງນີ້ແລ້ວຈະເຂົ້າໃຈຄວາມຮູ້ສຶກນີ້ທັນທີ.

ອ່ານຕື່ມ:  ຟັງ ຍັງຄິດຮອດຢູ່ເດີ້ ຈາກ vvvvanno ຂໍ້ຄວາມຈາກຮັກເກົ່າ ເຖິງເຈົ້າທີ່ເລີ່ມຕົ້ນໃໝ່ແລ້ວ

ມ່ວນຊວນຟັງ ຂໍບອກວ່າເພງນີ້ພາບງາມ ແລະ ເພງກໍຊຶ້ງກິນໃຈຈົນເຮັດໃຫ້ທຸກຄົນທັງຮູ້ສຶກອິນນ້ຳຕາຊຶມ ແລະ ແອບຍິ້ມອົບອຸ່ນໃຈໃນຄວາມສຳພັນລະຫວ່າງໝູ່ແນ່ນອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.