ລາວແມ່ນໃຜ? ພາສ່ອງ ເຈມມີ່ ໄຊສົມພອນ ເດັກໜຸ່ມ 19 ປີ ທີ່ຫອບຄວາມຝັນຈາກປາກເຊ ສູ່ເວທີ Mister Universe Laos

ແບ່ງປັນ

ລາວແມ່ນໃຜ? ພາສ່ອງ ເຈມມີ່ ໄຊສົມພອນ ເດັກໜຸ່ມ 19 ປີ ທີ່ຫອບຄວາມຝັນຈາກປາກເຊ ສູ່ເວທີ Mister Universe Laos

ໂດຍ: Tonmai Phoutthasack Tonmai Phoutthasack
29 June 2026 8

ຫຼາຍຄັ້ງທີ່ຈຸດເລີ່ມຕົ້ນຂອງ “ຄວາມຍິ່ງໃຫຍ່” ບໍ່ໄດ້ເລີ່ມຈາກຄວາມພ້ອມແບບຮ້ອຍເປີເຊັນ ແຕ່ມັນເກີດຈາກ “ຄວາມກ້າ” ທີ່ຈະຍ່າງອອກຈາກກອບເດີມໆ.

ເຊັ່ນດຽວກັບເລື່ອງລາວຂອງເດັກໜຸ່ມໄວ 19 ປີ ທີ່ຫອບເອົາຄວາມຝັນເດີນທາງໄກຈາກນະຄອນປາກເຊ ແຂວງຈຳປາສັກ. ໄລຍະທາງອາດຈະເຮັດໃຫ້ລາວຮູ້ສຶກຫ່າງໄກຈາກບ້ານ ແຕ່ມັນຊ້ຳພັດຫຍັບເຂົ້າໃກ້ໂອກາດທີ່ລາວຈະບໍ່ມີວັນຍອມປ່ອຍໃຫ້ຜ່ານໄປ. ເມື່ອວິນາທີທີ່ຊື່ຂອງລາວຖືກປະກາດອອກມາ ມັນບໍ່ແມ່ນພຽງແຕ່ຄວາມດີໃຈ ແຕ່ມັນຄືເຄື່ອງຢືນຢັນວ່າ ລາວສາມາດເຮັດຕາມຄວາມຝັນໄດ້ສຳເລັດໄປອີກໜຶ່ງກ້າວແລ້ວ.

ມື້ນີ້ ມ່ວນຈະພາໄປເຈາະເລິກ ແລະ ທຳຄວາມຮູ້ຈັກກັບໂລກຂອງ ເຈມມີ່-ໄຊສົມພອນ ເພັດແພງລາສີ ຕົວແທນແຂວງຈຳປາສັກ ເທິງເວທີ Mister Universe Laos 2026 ນີ້ໃຫ້ຫຼາຍຂຶ້ນ.

ປັດຈຸບັນ ເຈມມີ່ກຳລັງສຶກສາຢູ່ຊັ້ນປີທີ 1 ຄະນະເສດຖະສາດ ມະຫາວິທະຍາໄລຈຳປາສັກ. ຫາກໃຜໄດ້ພົບລາວໃນຊີວິດປະຈຳວັນ ກໍຈະເຫັນພຽງເດັກໜຸ່ມທີ່ເຂົ້າກັບຄົນງ່າຍ, ມັກຕີດອກປີກໄກ່, ລອຍນ້ຳ, ເຕະບານ ແລະ ມັກໃຊ້ເວລາຫວ່າງຢູ່ໃນຟິດເນັດສະເໝີ. ຮອຍຍິ້ມອັນມີສະເໜ່ ແລະ ເປັນກັນເອງຂອງລາວ ເຮັດໃຫ້ບົດສົນທະນາທຸກຄັ້ງຮູ້ສຶກສະບາຍໃຈ ແລະ ເປັນທຳມະຊາດ.

ແຕ່ພາຍໃຕ້ເບື້ອງຫຼັງຄວາມມ່ວນຊື່ນນັ້ນ ເຈມມີ່ໄດ້ເຊື່ອງຄວາມຕັ້ງໃຈທີ່ຂ້ອນຂ້າງຈິງຈັງເອົາໄວ້, ລາວບອກວ່າ ສິ່ງທີ່ລາວຫຼົງໄຫຼທີ່ສຸດບໍ່ແມ່ນພຽງແຕ່ການສ້າງຮູບຮ່າງ ຫຼື ກ້າມໃຫ້ສວຍງາມ ແຕ່ແມ່ນການພັດທະນາຕົນເອງໃນທຸກໆມິຕິ ໂດຍລາວໄດ້ເນັ້ນຕື່ມວ່າ:

ການຝຶກວິໄນ ແລະ ການພັດທະນາແນວຄິດຂອງຕົນເອງຢູ່ສະເໝີນັ້ນແມ່ນສິ່ງທີ່ເຈມມີ່ໃຫ້ຄວາມສຳຄັນສະເໝີ ທັງການປັບບຸກຄະລິກກະພາບ, ທັກສະການເວົ້າ ຫຼື ແມ່ນແຕ່ການຮຽນຮູ້ສິ່ງໃໝ່ໆ ເພາະຄວາມສາມາດພิເສດຂອງຂ້ອຍ ຄືການເປັນຄົນທີ່ປັບຕົວ ແລະ ຮຽນຮູ້ໄດ້ໄວ.

ຄວາມມຸ່ງໝັ້ນນີ້ສ່ວນໜຶ່ງມີຈຸດເລີ່ມຕົ້ນມາຈາກ “ອ້າຍບັອບບີ້” ບຸກຄົນຕົ້ນແບບໃນດວງໃຈຂອງລາວ ຜູ້ທີ່ເກັ່ງຮອບດ້ານ ທັງການສະແດງອອກ, ການເວົ້າ, ບຸກຄະລິກກະພາບ ແລະ ຄວາມສາມາດດ້ານພາສາອັງກິດ. ເຈມມີ່ມອງວ່າ ລາວບໍ່ໄດ້ຢາກເປັນຄົນໆນັ້ນ ແຕ່ການມີຕົ້ນແບບທີ່ດີເຮັດໃຫ້ລາວເຫັນວ່າ ຖ້າຕົນເອງມີຄວາມພະຍາຍາມຫຼາຍພໍ ກໍຈະສາມາດກ້າວໄປເຖິງຈຸດນັ້ນໄດ້ຄືກັນ.

ອ່ານຕື່ມ:  ເບື້ອງຫຼັງທີ່ບໍ່ເຄີຍເລົ່າ ມອນລີ້ ອາມອນ ຊ່າງແຕ່ງໜ້າທີ່ວົງການນາງງາມຍອມຮັບ

ເພາະເຫດນັ້ນ ເຈມມີ່ຈຶ່ງຕັດສິນໃຈກ້າວເຂົ້າສູ່ເວທີ Mister Universe Laos ເຊິ່ງເປັນເວທີທຳອິດ ແລະ ເປັນຄວາມທ້າທາຍທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ ໂດຍທີ່ລາວບໍ່ເຄີຍມີປະສົບການໃນວົງການບັນເທີງມາກ່ອນເລີຍ ບໍ່ວ່າຈະເປັນການປະກວດ, ຍ່າງແບບ ຫຼື ການສະແດງໃດໆ. ລາວບອກເຫດຜົນໃນການຕັດສິນໃຈຄັ້ງນີ້ວ່າ ເພາະຢາກພັດທະນາຕົນເອງໃນຫຼາຍໆດ້ານ ແລະ ເຊື່ອວ່າເວທີນີ້ຈະຊ່ວຍປົດລັອກສັກກາຍະພາບທີ່ເຊື່ອງຢູ່ໃນໂຕລາວໃຫ້ທຸກຄົນໄດ້ເຫັນ.

ແລະ ເມື່ອຄວາມພະຍາຍາມປະສົມເຂົ້າກັບຄວາມມຸ່ງໝັ້ນ, ວິນາທີທີ່ປະກາດຜົນວ່າລາວຜ່ານເຂົ້າຮອບ ຈຶ່ງກາຍເປັນໜຶ່ງໃນຄວາມຊົງຈຳທີ່ເຈມມີ່ບໍ່ມີວັນລືມ ໂດຍລາວໄດ້ເລົ່າເຖິງຄວາມຮູ້ສຶກໃນຕອນນັ້ນວ່າ: “ຂ້ອຍດີໃຈຫຼາຍ ເພາະຂ້ອຍມາຈາກຈຳປາສັກ ຕ້ອງເດີນທາງມາໄກ ມັນເລີຍເຕັມໄປດ້ວຍຄວາມຫວັງ. ວິນາທີທີ່ຮູ້ວ່າເຂົ້າຮອບແມ່ນດີໃຈທີ່ສຸດ ເພາະມັນແປວ່າຂ້ອຍສາມາດເຮັດຕາມຄວາມຝັນໄດ້ສຳເລັດໄປອີກໜຶ່ງກ้าວແລ້ວ.”

ຕະຫຼອດໄລຍະເວລາຂອງການກຽມຕົວປະກວດ, ສິ່ງທີ່ເຈມມີ່ຄົ້ນພົບຊ້ຳພັດບໍ່ແມ່ນທັກສະໃໝ່ ແຕ່ເປັນການໄດ້ຮູ້ຈັກຕົນເອງໃນແບບທີ່ບໍ່ເຄີຍຮູ້ມາກ່ອນ. ລາວພົບວ່າຕົນເອງມີຄວາມອົດທົນ ແລະ ມີວິໄນຫຼາຍກວ່າທີ່ຄິດ. ການທີ່ຕ້ອງຕື່ນມາຝຶກຊ້ອມ, ເບິ່ງແຍງຕົນເອງ ແລະ ຮັບມືກັບຄວາມກົດດັນໃນທຸກໆມື້ ເຮັດໃຫ້ລາວເຂົ້າໃຈຢ່າງເລິກເຊິ່ງວ່າ ຂໍ້ຈຳກັດຫຼາຍຢ່າງທີ່ເຮົາເຄີຍບອກຕົນເອງວ່າມີ ຄວາມຈິງແລ້ວເຮົາສາມາດກ້າວຂ້າມມັນໄດ້ສະເໝີ ຖ້າເລືອກທີ່ຈະລົງມືເຮັດແທ້ໆ.

ການມາຢືນຢູ່ເທິງເວທີລະດັບປະເທດໃນຄັ້ງນີ້ ເຈມມີ່ບໍ່ໄດ້ພົກມາພຽງແຕ່ຄວາມໝັ້ນໃຈ ແຕ່ລາວຍັງມາພ້ອມກັບຄວາມຕັ້ງໃຈທີ່ຢາກຈະເປັນຕົວແທນຂອງຊາຍໜຸ່ມລາວຍຸກໃໝ່ ທີ່ຢາກພິສູດໃຫ້ເຫັນວ່າຄວາມສຳເລັດບໍ່ໄດ້ວັດກັນທີ່ຮູບຮ່າງໜ້າຕາ ແຕ່ວັດກັນທີ່ຄວາມຮັບຜິດຊອບ, ວິໄນ ແລະ ການບໍ່ຢຸດພັດທະນາຕົນເອງ ໂດຍສະເພາະມຸມມອງຕໍ່ຄຳວ່າ “ສຸພາບບຸລຸດ” ທີ່ລາວໄດ້ນิຍາມໄວ້ຢ່າງງົດງາມວ່າ:

ຄວາມເປັນສຸພາບບຸລຸດສຳລັບຂ້ອຍ ຄືການໃຫ້ກຽດ ແລະ ເຄົາລົບທຸກຄົນ ບໍ່ວ່າຄົນໆນັ້ນຈະເປັນຜູ້ໃຫຍ່ ຫຼື ຜູ້ນ້ອຍ ເປັນແມ່ຍິງ, ຜູ້ຊາຍ ຫຼື LGBTQ+ ເພາະທຸກຄົນລ້ວນແຕ່ເປັນມະນຸດຄືກັນ ເຮົາຈຶ່ງຄວນໃຫ້ກຽດ ແລະ ມອບສິດທິທີ່ເທົ່າທຽມກັນໃນທຸກໆດ້ານ.

ນອກຈາກມຸມມອງທີ່ເຕີບໂຕເກີນໄວແລ້ວ ຫາກລາວໄດ້ຮັບຕຳແໜ່ງ ເຈມມີ່ກໍຕັ້ງໃຈຈະໃຊ້ພື້ນທີ່ກົງນີ້ເປັນກະບອກສຽງເພື່ອສັງຄົມ ໂດຍສະເພາະການປຸກລະດົມຕໍ່ຕ້ານຢາເສບຕິດໃນທຸກຮູບແບບ ພ້ອມທັງຊຸກຍູ້ໃຫ້ຄົນລຸ້ນໃໝ່ຫັນມາເບິ່ງແຍງສຸຂະພາບທັງຮ່າງກາຍ ແລະ ຈິດໃຈຢ່າງຈິງຈັງ ເພາະລາວເຊື່ອໃນເລື່ອງນີ້ຈາກໃຈຈິງ ບໍ່ແມ່ນພຽງແຕ່ເຮັດເພື່ອຫວັງຄະແນນປະກວດ.

ຈາກເດັກໜຸ່ມນະຄອນປາກເຊທີ່ບໍ່ເຄີຍຂຶ້ນເວທີມາກ່ອນ ຕອນນີ້ລາວໄດ້ມາຍືນຢູ່ກາງແສງສະປອດໄລ້ລະດັບປະເທດ ພ້ອມກັບຮອຍຍิ້ມ ແລະ ຄວາມເຊື່ອທີ່ວ່າ ຄວາມຝັນບໍ່ໄດ້ລໍຖ້າໃຫ້ເຮົາພ້ອມກ່ອນ ມັນລໍຖ້າພຽງແຕ່ໃຫ້ເຮົາກ້າພໍທີ່ຈະເລີ່ມ. ໂດຍເຈມມີ່ໄດ້ຝາກຂໍ້ຄວາມເຖິງເຍົາວະຊົນທຸກຄົນທີ່ກຳລັງໄລ່ຕາມຄວາມຝັນວ່າ:

ຈົ່ງເຊື່ອໝັ້ນໃນຕົນເອງ ແລະ ພັດທະນາຕົນເອງໃຫ້ເປັນເວີຊັນທີ່ດີທີ່ສຸດ ເພາະເຈມມີ່ກໍເປັນຄົນໜຶ່ງທີ່ພັດທະນາຕົນເອງຈົນມາເຖິງເວີຊັນທີ່ດີທີ່ສຸດໃນມື້ນີ້ ເຈມມີ່ເຮັດໄດ້ ທຸກຄົນກໍຕ້ອງເຮັດໄດ້ຄືກັນ.

ພ້ອມກັນນັ້ນ ໃນຕອນທ້າຍ ເຈມມີ່ໄດ້ຝາກຂໍ້ຄວາມເຖິງແຟນໆທີ່ຄອຍຕິດຕາມວ່າ ລາວ ແລະ ທີມງານຕັ້ງໃຈສ້າງຜົນງານໃນເວທີ Mister Universe Laos ປີນີ້ຢ່າງເຕັມທີ່ເພື່ອບໍ່ໃຫ້ທຸກຄົນຜິດຫວັງ ແລະ ຂໍຝາກທຸກຄົນຊ່ວຍເປັນກຳລັງໃຈໃຫ້ກັບ “ເຈມມີ່” ໜຸ່ມນ້ອຍຈາກຈຳປາສັກຄົນນີ້ ໃນເສັ້ນທາງຄວາມຝັນຄັ້ງທຳອິດຂອງລາວແດ່ເດີ້.

ອ່ານຕື່ມ:  ກົບ ສຸວິໄຊ Mister Tourism Lao 2025 ກັບເສັ້ນທາງສາຍສິລະປິນທີ່ບໍ່ເຄີຍມີໃຜຮູ້

ສາມາດຕິດຕາມເຈມມີ່ໄດ້ທີ່
FB: Jamemy Xaisomphone
IG: @jamemy.13
TIKTOK: @jamemyppls

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.