ຖ້າເວົ້າເຖິງເວທີ Miss Universe, ນອກຈາກຄວາມງາມທີ່ສະກົດສາຍຕາ ກັບສະເຕັບການຍ່າງສັບໆ ແບບໄຟລຸກແລ້ວ ອີກໜຶ່ງໄຮໄລ້ທີ່ແຟນນາງງາມທົ່ວໂລກລໍຄອຍກໍຄື “ຮອບຕອບຄຳຖາມ”.
ເພາະຮອບນີ້ແຫຼະຄືໂຕວັດຄວາມໄຫວພິບຂອງຜູ້ເຂົ້າປະກວດ ໃຜຈັບໄມແລ້ວຂ້າໄດ້ຂ້າ, ໃຜຕອບແລ້ວຄົນເບິ່ງຂົນຄີງລຸກກໍກຽມຮັບມົງໄປເລີຍ. ມື້ນີ້ ມ່ວນເລີຍຂໍພາທຸກຄົນມາຍ້ອນຮອຍ ເບິ່ງຄຳຖາມ-ຄຳຕອບຂອງບັນດານາງງາມຈັກກະວານຕັ້ງແຕ່ປີ 2008 ຫາ 2025 ວ່າພວກນາງພາກັນຕອບແບບໃດແນ່?
2008 : Dayana Mendoza (ເວເນຊູເອລາ)
ຄຳຖາມ: ລະຫວ່າງຜູ້ຊາຍກັບຜູ້ຍິງ ທ່ານຄິດວ່າໃຜໃຊ້ຊີວິດໄດ້ງ່າຍກວ່າກັນ? ຍ້ອນຫຍັງ?
ຄຳຕອບ: “ພະເຈົ້າສ້າງຜູ້ຍິງ ແລະ ຜູ້ຊາຍມາໃຫ້ແຕກຕ່າງກັນ. ແຕ່ຄວາມແຕກຕ່າງນັ້ນບໍ່ສຳຄັນເທົ່າກັບວິທີທີ່ພວກເຂົາໃຊ້ຊີວິດ. ຜູ້ຊາຍອາດຄິດວ່າຫົນທາງທີ່ໄປເຖິງຈຸດໝາຍປາຍທາງໄດ້ໄວທີ່ສຸດຄືການຍ່າງເປັນເສັ້ນຊື່, ແຕ່ສຳລັບຜູ້ຍິງ ວິທີທີ່ຈະໄປໃຫ້ເຖິງຈຸດໝາຍໄດ້ໄວທີ່ສຸດຄືການຍ່າງໄປຕາມເສັ້ນໂຄ້ງ ແລະ ແກ້ໄຂບັນຫາໃນທຸກໆທາງໂຄ້ງນັ້ນ.”
2009 : Stefanía Fernández (ເວເນຊູເອລາ)
ຄຳຖາມ: ໃນຫຼາຍພາກສ່ວນຂອງໂລກ ທຸກມື້ນີ້ຍັງມີອຸປະສັກທີ່ປິດກັ້ນຜູ້ຍິງບໍ່ໃຫ້ພວກເຂົາບັນລຸເປົ້າໝາຍໃນບາງອົງກອນ, ທ່ານຄິດວ່າອັນໃດຄືສິ່ງທີ່ຜູ້ຍິງສາມາດເຮັດເພື່ອເອົາຊະນະສິ່ງເຫຼົ່ານີ້ໄດ້?
ຄຳຕອບ: “ຂ້ອຍເຊື່ອວ່າໃນປັດຈຸບັນ ຜູ້ຍິງສາມາດເອົາຊະນະອຸປະສັກຫຼາຍໆຢ່າງໄດ້ແລ້ວ ແລະ ຂ້ອຍຍັງເຊື່ອວ່າ ພວກເຂົາໄດ້ກ້າວໄປເຖິງຈຸດທີ່ເທົ່າທຽມກັບຜູ້ຊາຍ. ພວກເຮົາຄວນຮັບຮູ້ວ່າ ບໍ່ມີສິ່ງໃດທີ່ຈະມາຂວາງກັ້ນລະຫວ່າງພວກເຮົາໄດ້ອີກ.”
2010 : Ximena Navarrete (ເມັກຊິໂກ)
ຄຳຖາມ: ອັນໃດຄືຜົນກະທົບຂອງການຄວບຄຸມການໃຊ້ອິນເຕີເນັດຕໍ່ເຍົາວະຊົນໃນປັດຈຸບັນ?
ຄຳຕອບ: “ຂ້ອຍເຊື່ອວ່າອິນເຕີເນັດເປັນສິ່ງທີ່ຂາດບໍ່ໄດ້ ແລະ ຈຳເປັນໃນປັດຈຸບັນ. ພວກເຮົາຄວນລະມັດລະວັງ ແລະ ເຝົ້າຕິດຕາມວ່າເດັກນ້ອຍ ແລະ ເຍົາວະຊົນກຳລັງເບິ່ງຫຍັງຢູ່. ພວກເຮົາຕ້ອງໝັ້ນໃຈວ່າ ໄດ້ສັ່ງສອນຄຸນຄ່າທີ່ພວກເຮົາຮຽນຮູ້ມາໃນຖານະຄອບຄົວ ເພື່ອໃຫ້ພວກເຂົາສາມາດນຳໃຊ້ອິນເຕີເນັດໄດ້ຢ່າງຖືກຕ້ອງ.”

2011 : Leila Lopes (ແອງໂກລາ)
ຄຳຖາມ: ຫາກທ່ານສາມາດປ່ຽນລັກສະນະທາງກາຍະພາບໄດ້ໜຶ່ງຢ່າງ ຢາກຈະປ່ຽນອັນໃດ ແລະ ຍ້ອນຫຍັງ?
ຄຳຕອບ: “ຂອບໃຈພະເຈົ້າ, ຂ້ອຍຮູ້ສຶກພໍໃຈໃນສິ່ງທີ່ພະເຈົ້າສ້າງມາໃຫ້ ແລະ ຂ້ອຍບໍ່ຢາກປ່ຽນແປງຫຍັງເລີຍ. ຂ້ອຍເຊື່ອວ່າຄວາມງາມຕ້ອງມາຈາກພາຍໃນ. ຂ້ອຍມີຄະຕິປະຈຳໃຈທີ່ໄດ້ຮັບການສັ່ງສອນທີ່ດີຈາກຄອບຄົວ ແລະ ຂ້ອຍຈະປະຕິບັດຕາມມັນຕະຫຼອດຊີວິດ. ຕອນນີ້ ຂ້ອຍຢາກຈະໃຫ້ຄຳແນະນຳແກ່ພວກທ່ານວ່າ ຈົ່ງເຄົາລົບເຊິ່ງກັນ ແລະ ກັນ.”
2012 : Olivia Culpo (ສະຫະລັດອາເມຣິກາ)
ຄຳຖາມ: ອັນໃດຄືສິ່ງທີ່ທ່ານເຄີຍເຮັດ ແລ້ວທ່ານຈະບໍ່ເຮັດມັນອີກ?
ຄຳຕອບ: “ກ່ອນອື່ນໝົດ ຂ້ອຍຢາກຈະບອກວ່າ ຈາກທຸກໆປະສົບການ ບໍ່ວ່າຈະດີ ຫຼື ຮ້າຍ ພວກເຮົາລ້ວນແຕ່ໄດ້ຮຽນຮູ້ຈາກມັນ, ນັ້ນຄືຊີວິດ. ແຕ່ສິ່ງທີ່ຂ້ອຍເຄີຍເຮັດແລ້ວຮູ້ສຶກເສຍໃຈ ຄືການຂົ່ມເຫັງອ້າຍເອື້ອຍນ້ອງຕອນຍັງນ້ອຍ, ເພາະວ່າເຮົາຈະເຫັນຄຸນຄ່າຂອງພວກເຂົາຫຼາຍຂຶ້ນເມື່ອເຮົາໃຫຍ່ຂຶ້ນ ແລະ ສະໜິດກັບຄອບຄົວຫຼາຍຂຶ້ນ. ທຸກໆຄົນກໍເຄີຍຜິດຖຽງກັບອ້າຍເອື້ອຍນ້ອງແມ່ນບໍ່? ສະນັ້ນ ຈະວ່າໄປແລ້ວ ຂ້ອຍກໍບໍ່ໄດ້ເສຍໃຈດອກ.”
2013 : Gabriela Isler (ເວເນຊູເອລາ)
ຄຳຖາມ: ອັນໃດຄືຄວາມຢ້ານກົວທີ່ຍິ່ງໃຫຍ່ທີ່ສຸດຂອງທ່ານ ແລະ ທ່ານມີວິທີຈະເອົາຊະນະມັນແນວໃດ?
ຄຳຕອບ: “ພວກເຮົາຄວນເອົາຊະນະທຸກຄວາມຢ້ານກົວຂອງຕົນເອງ ເພາະໃນທາງກັບກັນ ມັນຈະຊ່ວຍໃຫ້ພວກເຮົາເຂັ້ມແຂງຂຶ້ນ. ຖ້າພວກເຮົາເອົາຊະນະຄວາມຢ້ານກົວໄດ້ ພວກເຮົາກໍສາມາດປະເຊີນໜ້າກັບທຸກໆຄວາມທ້າທາຍໄດ້.”
2014 : Paulina Vega (ໂຄລົມເບຍ)
ຄຳຖາມ: ຜູ້ຄົນຫຼວງຫຼາຍຖາມວ່າ ຜູ້ຊາຍຮຽນຮູ້ອັນໃດໄດ້ແດ່ຈາກຜູ້ຍິງ, ແຕ່ສຳລັບຄຳຖາມທີ່ຈະຖາມຄື ສຳລັບທ່ານແລ້ວ ຜູ້ຍິງສາມາດຮຽນຮູ້ອັນໃດຈາກຜູ້ຊາຍໄດ້ແດ່?
ຄຳຕອບ: “ຂ້ອຍເຊື່ອວ່າຍັງມີຜູ້ຊາຍທີ່ເຊື່ອໝັ້ນໃນເລື່ອງຂອງຄວາມເທົ່າທຽມກັນ ແລະ ຂ້ອຍຄິດວ່ານີ້ຄືສິ່ງທີ່ຜູ້ຍິງສາມາດຮຽນຮູ້ໄດ້ຈາກຜູ້ຊາຍ.”

2015 : Pia Wurtzbach (ຟີລິບປິນ)
ຄຳຖາມ: ເກີດຂໍ້ຖົກຖຽງໃນຟີລິບປິນເລື່ອງການກັບມາເປີດຖານທັບອາເມຣິກາ, ທ່ານຄິດວ່າສະຫະລັດອາເມຣິກາ ຄວນມີຖານທັບໃນປະເທດທ່ານຫຼືບໍ່?
ຄຳຕອບ: “ຂ້ອຍຄິດວ່າ ສະຫະລັດອາເມຣິກາ ກັບ ຟີລິບປິນ ມີສາຍພົວພັນອັນດີນຳກັນມາໂດຍຕະຫຼອດ. ພວກເຮົາເຄີຍເປັນຫົວເມືອງຂຶ້ນຂອງສະຫະລັດ, ຈຶ່ງເຮັດໃຫ້ພວກເຮົາມີວັດທະນະທຳ ແລະ ປະເພນີບາງຢ່າງມາຈົນເຖິງທຸກມື້ນີ້. ຂ້ອຍຄິດວ່າພວກເຮົາພ້ອມທີ່ຈະຕ້ອນຮັບສະຫະລັດອາເມຣິກາ ແລະ ບໍ່ຄິດວ່າມັນຈະເປັນບັນຫາຫຍັງ.”
2016 : Iris Mittenaere (ຝຣັ່ງ)
ຄຳຖາມ: ວິກິດການຜູ້ລີ້ໄພກຳລັງສົ່ງຜົນກະທົບໄປທົ່ວໂລກໃນຂະນະນີ້, ແຕ່ລະປະເທດຄວນມີໜ້າທີ່ຍອມຮັບຜູ້ລີ້ໄພ ຫຼື ມີສິດປິດຊາຍແດນຂອງຕົນ?
ຄຳຕອບ: “ທຸກປະເທດຄວນມີສິດທີ່ຈະເລືອກເປີດ ຫຼື ປິດຊາຍແດນຂອງຕົນເອງ. ຜູ້ຄົນທົ່ວໂລກສາມາດເລືອກໄດ້ວ່າຈະເປີດ ຫຼື ປິດຊາຍແດນ. ໃນເອີຣົບ ພວກເຮົາມີການເປີດຊາຍແດນ; ໃນປະເທດຝຣັ່ງເອງ ພວກເຮົາກໍຕ້ອງການໃຫ້ມີຄວາມເປັນໂລກາພິວັດໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ແລະ ເປີດຮັບການແລກປ່ຽນກັບຜູ້ຄົນໃຫ້ຫຼາຍທີ່ສຸດ. ບາງທີໃນອະນາຄົດອາດຈະມີການປ່ຽນແປງ, ແຕ່ຕອນນີ້ພວກເຮົາຕ້ອງເປີດຊາຍແດນ ເພື່ອອະນຸຍາດໃຫ້ພວກເຮົາໄດ້ເດີນທາງທ່ອງທ່ຽວທົ່ວໂລກ ແລະ ຄົ້ນພົບວ່າຍັງມີອີກຫຼາຍສິ່ງຫຼາຍຢ່າງໃນໂລກຂອງພວກເຮົາ.”
2017 : Demi-Leigh Nel-Peters (ອາຟຣິກາໃຕ້)
ຄຳຖາມ: ທ່ານຄິດວ່າອັນໃດຄືບັນຫາສຳຄັນທີ່ສຸດທີ່ຜູ້ຍິງຕ້ອງປະເຊີນໃນການເຮັດວຽກທຸກມື້ນີ້ ແລະ ຍ້ອນຫຍັງ?
ຄຳຕອບ: “ໃນບາງກໍລະນີ, ຜູ້ຍິງໄດ້ຮັບຄ່າຈ້າງພຽງແຕ່ 75% ເມື່ອທຽບກັບຜູ້ຊາຍໃນຕຳແໜ່ງວຽກດຽວກັນ ແລະ ຊົ່ວໂມງເຮັດວຽກທີ່ເທົ່າກັນ. ຂ້ອຍບໍ່ເຊື່ອວ່ານີ້ເປັນສິ່ງທີ່ຖືກຕ້ອງ; ຂ້ອຍເຊື່ອວ່າພວກເຮົາຄວນມີໜ້າທີ່ການງານ ແລະ ຄ່າຈ້າງທີ່ເທົ່າທຽມກັນສຳລັບແມ່ຍິງທົ່ວໂລກ.”

2018 : Catriona Gray (ຟີລິບປິນ)
ຄຳຖາມ: ບົດຮຽນທີ່ສຳຄັນທີ່ສຸດໃນຊີວິດທີ່ທ່ານໄດ້ຮຽນຮູ້ຄືອັນໃດ ແລະ ທ່ານຈະນຳມາປັບໃຊ້ແນວໃດໃນຖານະ Miss Universe?
ຄຳຕອບ: “ຂ້ອຍເຄີຍເຮັດວຽກໜັກຫຼາຍໃນເຂດສະລຳ ທອນໂດ (Tondo) ທີ່ນະຄອນຫຼວງມະນິລາ, ຊີວິດຢູ່ບ່ອນນັ້ນຍາກຈົນ ແລະ ໜ້າເສົ້າຫຼາຍ. ຂ້ອຍສອນຕົນເອງສະເໝີໃຫ້ມອງຫາຄວາມສວຍງາມໃນສິ່ງເຫຼົ່ານັ້ນ, ມອງຫາຄວາມສວຍງາມເທິງໃບໜ້າຂອງເດັກນ້ອຍ ແລະ ຮູ້ຈັກທີ່ຈະຮູ້ສຶກບຸນຄຸນ. ຂ້ອຍຈະນຳມຸມມອງນີ້ມາໃຊ້ໃນຖານະ Miss Universe ເພື່ອມອງຫາແສງສະຫວ່າງໃນທຸກໆສະຖານະການ ແລະ ປະເມີນວ່າຂ້ອຍຈະສາມາດໃຫ້ ຫຼື ຊ່ວຍເຫຼືອຫຍັງໄດ້ແດ່ໃນຖານະໂຄສົກ. ຂ້ອຍຄິດວ່າຖ້າຂ້ອຍສາມາດສອນໃຫ້ຜູ້ຄົນຮູ້ຈັກຄວາມຊາບຊຶ້ງໃຈໄດ້ ພວກເຮົາກໍຈະມີໂລກທີ່ໜ້າຢູ່ ເຊິ່ງຄວາມກ້າວລ້າວຈະບໍ່ສາມາດເຕີບໂຕໄດ້ ແລະ ເດັກນ້ອຍກໍຈະມີຮອຍຍິ້ມຢູ່ເທິງໃບໜ້າ.”
2019 : Zozibini Tunzi (ອາຟຣິກາໃຕ້)
ຄຳຖາມ: ສິ່ງທີ່ສຳຄັນທີ່ສຸດທີ່ພວກເຮົາຄວນສອນເດັກນ້ອຍຜູ້ຍິງໃນມື້ນີ້ຄືອັນໃດ?
ຄຳຕອບ: “ຂ້ອຍຄິດວ່າສິ່ງທີ່ສຳຄັນທີ່ສຸດທີ່ພວກເຮົາຄວນສອນເດັກນ້ອຍຜູ້ຍິງໃນມື້ນີ້ຄື ‘ຄວາມເປັນຜູ້ນຳ’. ມັນເປັນສິ່ງທີ່ຂາດຫາຍໄປໃນກຸ່ມເດັກນ້ອຍຜູ້ຍິງ ແລະ ແມ່ຍິງມາຢ່າງຍາວນານ; ບໍ່ແມ່ນຍ້ອນພວກເຮົາບໍ່ຢາກເປັນ, ແຕ່ເປັນຍ້ອນກອບທີ່ສັງຄົມກຳນົດໃຫ້ຜູ້ຍິງເປັນ. ຂ້ອຍຄິດວ່າຜູ້ຍິງຄືສິ່ງມີຊີວິດທີ່ຊົງພະລັງທີ່ສຸດໃນໂລກ ແລະ ພວກເຮົາຄວນໄດ້ຮັບທຸກໆໂອກາດ. ນັ້ນຄືສິ່ງທີ່ພວກເຮົາຄວນສອນເດັກນ້ອຍຜູ້ຍິງເຫຼົ່ານີ້ ໃຫ້ກ້າທີ່ຈະລຸກຂຶ້ນມາໃຊ້ພື້ນທີ່ຂອງຕົນເອງ. ບໍ່ມີຫຍັງສຳຄັນໄປກວ່າການຢືນຢັດເພື່ອຕົນເອງ ແລະ ກາຍເປັນທີ່ປະຈັກໃນສັງຄົມ.”
2020 : Andrea Meza (ເມັກຊິໂກ)
ຄຳຖາມ: ຫາກທ່ານເປັນຜູ້ນຳປະເທດ ທ່ານຈະຮັບມືກັບການແຜ່ລະບາດຂອງໂຄວິດ-19 ແນວໃດ?
ຄຳຕອບ: “ຂ້ອຍເຊື່ອວ່າບໍ່ມີວິທີທີ່ສົມບູນແບບໃນການຮັບມືກັບສະຖານະການທີ່ເລວຮ້າຍຄືກັບໂຄວິດ-19. ແນວໃດກໍຕາມ, ຂ້ອຍເຊື່ອວ່າສິ່ງທີ່ຂ້ອຍຈະເຮັດຄືການສັ່ງລັອກດາວຕັ້ງແຕ່ກ່ອນທີ່ທຸກຢ່າງຈະລຸກລາມໃຫຍ່ໂຕຂະໜາດນີ້, ເພາະພວກເຮົາຕ້ອງສູນເສຍຊີວິດຜູ້ຄົນໄປຢ່າງຫຼວງຫຼາຍ ແລະ ພວກເຮົາບໍ່ຄວນຍອມໃຫ້ມັນເກີດຂຶ້ນ. ພວກເຮົາຕ້ອງເບິ່ງແຍງປະຊາຊົນຂອງພວກເຮົາ, ນັ້ນຄືເຫດຜົນທີ່ຂ້ອຍເລືອກທີ່ຈະເບິ່ງແຍງພວກເຂົາຕັ້ງແຕ່ເລີ່ມຕົ້ນ.”

2021 : Harnaaz Sandhu (ອິນເດຍ)
ຄຳຖາມ: ທ່ານຈະມີຄຳແນະນຳແນວໃດໃຫ້ກັບຍິງສາວທີ່ກຳລັງຮັບຊົມຢູ່ ວ່າຈະຮັບມືກັບຄວາມກົດດັນທີ່ພວກເຂົາຕ້ອງປະເຊີນໃນປັດຈຸບັນແນວໃດ?
ຄຳຕອບ: “ຂ້ອຍຄິດວ່າຄວາມກົດດັນທີ່ຍິ່ງໃຫຍ່ທີ່ສຸດທີ່ເຍົາວະຊົນຍຸກນີ້ກຳລັງປະເຊີນຄື ‘ການບໍ່ເຊື່ອໝັ້ນໃນຕົນເອງ’. ການຮູ້ວ່າຕົນເອງມີເອກະລັກທີ່ບໍ່ຄືໃຜ ນັ້ນແຫຼະຄືສິ່ງທີ່ເຮັດໃຫ້ເຈົ້າສວຍງາມ. ຈົ່ງຢຸດປຽບທຽບຕົນເອງກັບຄົນອື່ນ ແລ້ວຫັນມາໃສ່ໃຈກັບສິ່ງສຳຄັນທີ່ກຳລັງເກີດຂຶ້ນທົ່ວໂລກດີກວ່າ. ຂ້ອຍຄິດວ່ານີ້ຄືສິ່ງທີ່ເຈົ້າຕ້ອງທຳຄວາມເຂົ້າໃຈ, ກ້າວອອກມາ ແລະ ສົ່ງສຽງເພື່ອຕົວເຈົ້າເອງ, ເພາະເຈົ້າຄືຜູ້ນຳຊີວິດຂອງຕົນເອງ, ເຈົ້າຄືສຽງຂອງຕົວເຈົ້າເອງ. ຂ້ອຍເຊື່ອໝັ້ນໃນຕົນເອງ ແລະ ນັ້ນຄືເຫດຜົນທີ່ເຮັດໃຫ້ຂ້ອຍໄດ້ມາຍືນຢູ່ຈຸດນີ້ໃນມື້ນີ້.”
2022 : R’Bonney Gabriel (ສະຫະລັດອາເມຣິກາ)
ຄຳຖາມ: ຫາກທ່ານຊະນະ Miss Universe ທ່ານຈະສະແດງໃຫ້ເຫັນວ່າອົງກອນນີ້ເປັນອົງກອນທີ່ເສີມສ້າງພະລັງ ແລະ ມີຄວາມກ້າວໜ້າແນວໃດ?
ຄຳຕອບ: “ຂ້ອຍຈະໃຊ້ມັນເພື່ອເປັນຜູ້ນຳທີ່ສ້າງການປ່ຽນແປງ. ໃນຖານະນັກອອກແບບທີ່ຮັກໃນອາຊີບ ແລະ ຫຍິບຜ້າມາ 13 ປີ, ຂ້ອຍໃຊ້ແຟຊັ່ນເປັນພະລັງຂັບເຄື່ອນສິ່ງດີໆ ໃນອຸດສາຫະກຳຂອງຂ້ອຍ. ຂ້ອຍຫຼຸດຜ່ອນມົນລະພິດດ້ວຍການໃຊ້ອຸປະກອນຣີໄຊເຄິນໃນການຕັດຫຍິບເສື້ອຜ້າ, ຂ້ອຍສອນຫຍິບຜ້າໃຫ້ກັບຜູ້ຍິງທີ່ລອດຊີວິດຈາກການຄ້າມະນຸດ ແລະ ຄວາມຮຸນແຮງໃນຄອບຄົວ. ທີ່ຂ້ອຍເວົ້າແບບນີ້ກໍຍ້ອນວ່າມັນສຳຄັນຫຼາຍທີ່ພວກເຮົາຈະລົງທຶນໃນຕົວຜູ້ອື່ນ, ລົງທຶນໃນຊຸມຊົນຂອງພວກເຮົາ ແລະ ໃຊ້ພອນສະຫວັນທີ່ເປັນເອກະລັກຂອງຕົວເອງເພື່ອສ້າງຄວາມແຕກຕ່າງ. ພວກເຮົາທຸກຄົນລ້ວນແຕ່ມີຄວາມພິເສດ, ແລະ ເມື່ອພວກເຮົາປູກຝັງເມັດພັນເຫຼົ່ານັ້ນໃຫ້ກັບຄົນອື່ນໆໃນຊີວິດ ພວກເຮົາກໍຈະໄດ້ປ່ຽນແປງພວກເຂົາ ແລະ ໃຊ້ສິ່ງນັ້ນເປັນກົນໄກແຫ່ງການປ່ຽນແປງ.”
2023 : Sheynnis Palacios (ນິກາຣາກົວ)
ຄຳຖາມ: ຫາກທ່ານສາມາດໃຊ້ຊີວິດໃນຖານະຜູ້ຍິງຄົນອື່ນໄດ້ 1 ປີ ທ່ານຈະເລືອກເປັນໃຜ ແລະ ຍ້ອນເຫດຜົນໃດ?
ຄຳຕອບ: “ຂ້ອຍຈະເລືອກເປັນ ແມຣີ ໂວລສະໂຕນຄຣາຟ (Mary Wollstonecraft) ຍ້ອນເພິ່ນຄືຜູ້ທີ່ທຳລາຍກຳແພງ ແລະ ເປີດໂອກາດໃຫ້ກັບແມ່ຍິງອີກຫຼວງຫຼາຍ. ສິ່ງທີ່ຂ້ອຍຢາກຈະເຮັດຄື ເພີ່ມຊ່ອງຫວ່າງທາງລາຍໄດ້ເປີດກວ້າງຂຶ້ນ ເພື່ອໃຫ້ແມ່ຍິງສາມາດເຮັດວຽກໃນສາຍອາຊີບໃດກໍໄດ້ທີ່ພວກເຂົາເລືອກ, ເພາະມັນບໍ່ມີຂີດຈຳກັດສຳລັບຜູ້ຍິງອີກຕໍ່ໄປ. ຕອນນັ້ນຄືປີ 1750, ແຕ່ຕອນນີ້ໃນປີ 2023 ພວກເຮົາກຳລັງສ້າງປະຫວັດສາດ.”
2024 : Victoria Kjær Theilvig (ເດນມາກ)
ຄຳຖາມ: Miss Universe ໄດ້ເປັນແຮງບັນດານໃຈໃຫ້ຜູ້ຍິງມາຫຼາຍຍຸກສະໄໝ, ທ່ານຢາກຈະບອກຫຍັງກັບຜູ້ຄົນທີ່ກຳລັງເບິ່ງທ່ານຢູ່ໃນຕອນນີ້?
ຄຳຕອບ: “ບໍ່ວ່າເຈົ້າຈະມາຈາກໃສ ຫຼື ອະດີດຂອງເຈົ້າຈະເປັນແນວໃດ, ເຈົ້າສາມາດເລືອກທີ່ຈະປ່ຽນມັນໃຫ້ກາຍເປັນຄວາມແຂງແກ່ນຂອງເຈົ້າໄດ້ສະເໝີ. ອະດີດບໍ່ສາມາດກຳນົດຕົວຕົນຂອງເຈົ້າໄດ້, ເຈົ້າພຽງແຕ່ຕ້ອງສູ້ຕໍ່ໄປ. ຂ້ອຍມາຍືນຢູ່ຈຸດນີ້ໃນມື້ນີ້ຍ້ອນຂ້ອຍຕ້ອງການທີ່ຈະປ່ຽນແປງ, ຂ້ອຍຕ້ອງການສ້າງປະຫວັດສາດ ແລະ ນັ້ນຄືສິ່ງທີ່ຂ້ອຍກຳລັງເຮັດໃນຄືນນີ້. ດັ່ງນັ້ນ, ຢ່າຍອມແພ້ ຈົ່ງເຊື່ອໝັ້ນໃນຕົນເອງ ແລະ ຄວາມຝັນຂອງເຈົ້າ ແລະ ນັ້ນຄືສິ່ງທີ່ເຈົ້າກຳລັງຈະເຮັດໃຫ້ສຳເລັດຢ່າງແນ່ນອນ.”
2025 : Fátima Bosch (ເມັກຊິໂກ)
ຄຳຖາມ: ຫາກທ່ານໄດ້ຮັບຕຳແໜ່ງ Miss Universe ໃນຄ່ຳຄືນນີ້ ທ່ານຈະໃຊ້ແພລດຟອມນີ້ເພື່ອເສີມສ້າງພະລັງໃຫ້ກັບເດັກນ້ອຍຜູ້ຍິງແນວໃດ?
ຄຳຕອບ: “ໃນຖານະ Miss Universe ຂ້ອຍຈະບອກພວກນ້ອງໆວ່າ: ຈົ່ງເຊື່ອໃນພະລັງແຫ່ງຄວາມເປັນຕົວຕົນທີ່ແທ້ຈິງຂອງເຈົ້າ, ເຊື່ອໝັ້ນໃນຕົນເອງ, ຄວາມຝັນຂອງເຈົ້າສຳຄັນ, ຫົວໃຈຂອງເຈົ້າສຳຄັນ. ຢ່າປ່ອຍໃຫ້ໃຜມາເຮັດໃຫ້ເຈົ້າສົງໄສໃນຄຸນຄ່າຂອງຕົວເອງ, ເພາະເຈົ້າຄູ່ຄວນກັບທຸກສິ່ງ. ເຈົ້າມີພະລັງ ແລະ ສຽງຂອງເຈົ້າຈຳເປັນຕ້ອງໄດ້ຮັບການຮັບຟັງ. ຂອບໃຈ.”

ຈະເຫັນໄດ້ເລີຍວ່າຈຸດຮ່ວມຂອງຄົນທີ່ໄດ້ມົງກຸດນັ້ນ ບໍ່ແມ່ນແຄ່ການທ່ອງຈຳຄຳສັບຍາກໆ ຫຼື ຕອບແບບໂລກສວຍ ແຕ່ມັນຄືຄວາມໝັ້ນໃຈ, ຄວາມເປັນທຳມະຊາດ ແລະ ການຕອບທີ່ອອກມາຈາກສິ່ງເຂົາເຊື່ອແທ້ໆ. ຜູ້ຊະນະສ່ວນຫຼາຍມັກຈະເອົາປະສົບການຈິງຂອງຕົນເອງມາເຊື່ອມໂຍງເພື່ອສ້າງແຮງບັນດານໃຈໃຫ້ກັບຄົນອື່ນ ໂດຍສະເພາະເລື່ອງການຮັກຕົນເອງ, ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການກ້າທີ່ຈະເປັນກະບອກສຽງໃຫ້ກັບສັງຄົມ.
ແລ້ວສຳລັບປີ 2026 ທີ່ກຳລັງຈະມາເຖິງນີ້ ບອກເລີຍວ່າເວທີອາດຈະຍົກລະດັບຄວາມເຂັ້ມຂຸ້ນຂອງຄຳຖາມຂຶ້ນໄປອີກ ເພາະສະຖານະການໂລກມີເລື່ອງໃໝ່ໆ ເກີດຂຶ້ນຕະຫຼອດເວລາ. ມາຖ້າລຸ້ນກັນວ່າ ສາວງາມປະເທດໃດຈະສາມາດຈັບໄມແລ້ວສະກົດຄົນທັງໂລກໄດ້ຢູ່ໝັດ, ສ້າງຕຳນານບົດໃໝ່ ແລະ ຄວ້າມົງກຸດ Miss Universe 2026 ໄປຄອງ.