ຢາກໃຫ້ຮູ້ຈັກລາວຫຼາຍກວ່າຫຸ່ນແໜ້ນໆ — ອາໂກຍ ວັນນະກອນ ຕົວແທນເມືອງປາກເຊ Mister Universe Laos 2026

ແບ່ງປັນ

ຢາກໃຫ້ຮູ້ຈັກລາວຫຼາຍກວ່າຫຸ່ນແໜ້ນໆ — ອາໂກຍ ວັນນະກອນ ຕົວແທນເມືອງປາກເຊ Mister Universe Laos 2026

ໂດຍ: Tonmai Phoutthasack Tonmai Phoutthasack
26 June 2026 16

“ຊີວິດຂອງເຮົາມັນສາມາດດີຂຶ້ນໄດ້ອີກເລື້ອຍໆ” ປະໂຫຍກສັ້ນໆ ແຕ່ເຕັມໄປດ້ວຍພະລັງນີ້ ສະທ້ອນໃຫ້ເຫັນເຖິງແນວຄິດທີ່ບໍ່ເຄີຍຢຸດພັດທະນາຂອງຊາຍໜຸ່ມຄົນໜຶ່ງ. ພາຍໃຕ້ພາບລັກທີ່ເບິ່ງທັນສະໄໝ ແລະ ຮອຍຍິ້ມທີ່ເຂົ້າຫາງ່າຍ ລາວໄດ້ເຊື່ອງຄວາມມຸ່ງໝັ້ນ, ລະບຽບວິໄນ ແລະ ຄວາມອົດທົນທີ່ປັ້ນແຕ່ງໃຫ້ລາວກາຍເປັນຄົນທີ່ມີ “ຄວາມແຕກຕ່າງທີ່ມີສະເໜ່” ຢ່າງລົງຕົວ.

ແມ່ນຄົນທີ່ເວົ້າເຖິງກໍຄື ອາໂກຍ ຫຼື ວັນນະກອນ ສຸດທະວິໄລ ຊາຍໜຸ່ມໄວ 28 ປີ ຕົວແທນຈາກເມືອງປາກເຊ ແຂວງຈຳປາສັກ. ເຖິງວ່າລາວຈະຮຽນຈົບປະລິນຍາຕີດ້ານກົດໝາຍ ແຕ່ດ້ວຍຄວາມຫຼົງໄຫຼໃນສິລະປະ ແລະ ການນຳສະເໜີ ອາໂກຍຈຶ່ງເລືອກຍ່າງໃນເສັ້ນທາງຂອງການເປັນຊ່າງພາບ, ນາຍແບບ ແລະ ຄອນເທນຄຣີເອເຕີ. ລາວມັກຈະນິຍາມຕົວເອງວ່າເປັນຄົນລຸຍໆ ແລະ ເປັນກັນເອງ ແຕ່ເມື່ອໃດທີ່ມີເປົ້າໝາຍ ລາວຈະປ່ຽນເປັນຄົນທີ່ຈິງຈັງ ແລະ ທຸ້ມເທແບບສຸດຕົວ. ສິ່ງນີ້ເອງທີ່ເຮັດໃຫ້ລາວມີມຸມທີ່ໜັກແໜ້ນເຊິ່ງກາຍເປັນເອກະລັກທີ່ໂດດເດັ່ນ.

ໃນມື້ຫວ່າງຈາກການເຮັດວຽກ ຖ້າບໍ່ເຫັນອາໂກຍຢູ່ຍິມເພື່ອອອກກຳລັງກາຍເພື່ອປັ້ນກ້າມ ກໍມັກຈະເຫັນລາວແກະທ່າເຕັ້ນໃໝ່ໆຢູ່ສະເໝີ. ການສ້າງສັນຜົນງານຜ່ານມຸມກ້ອງ ບໍ່ວ່າຈະເປັນການຖ່າຍພາບ, ວິດີໂອ, ການເຕັ້ນ ຫຼື ຕັດຕໍ່ຄອນເທນ ຄືສິ່ງທີ່ລາວຮັກ ແລະ ເຮັດໄດ້ດີ. ແຕ່ມຸມໜຶ່ງທີ່ຫຼາຍຄົນອາດຈະຍັງບໍ່ຮູ້ຄື ຊາຍໜຸ່ມຄົນນີ້ເປັນເກມເມີ້ຕົວຢົງທີ່ມັກຫຼິ້ນເກມ Mobile Legends ມາໄດ້ເຖິງ 4 ປີແລ້ວ.

ເບື້ອງຫຼັງຄວາມທຸ້ມເທ ແລະ ພະລັງກາຍພະລັງໃຈທີ່ລົ້ນເຫຼືອ ອາໂກຍບອກວ່າລາວມີ “ພໍ່ ແລະ ແມ່” ເປັນບຸກຄົນຕົ້ນແບບໃນຊີວິດ. ພວກເພິ່ນໄດ້ສອນໃຫ້ລາວຮູ້ຈັກຄຸນຄ່າຂອງຄວາມອົດທົນ ຜ່ານການຕື່ນເດິກລຸກເຊົ້າເພື່ອຄ້າຂາຍ ແລະ ປູກຝັງຄວາມກະຕັນຍູໃຫ້ຝັງເລິກຢູ່ໃນໃຈ. ສິ່ງເຫຼົ່ານີ້ໄດ້ຫຼໍ່ຫຼອມໃຫ້ລາວກາຍເປັນຄົນທີ່ບໍ່ຍອມແພ້ ແລະ ສາມາດເອົາຊະນະຄວາມຄິດ ລວມເຖິງຄວາມກົດດັນຂອງຕົນເອງ ຈົນສາມາດຢືນຢັດໃນວົງການໄດ້ຢ່າງສະຫງ່າງາມ.

ອ່ານຕື່ມ:  ຫຼົງຮັກຈົນໂງຫົວບໍ່ຂຶ້ນເປັນແນວໃດ? ຟັງ fragrant flowers ຈາກ Zamio P ft OTTO VNV

ກ່ອນຈະກ້າວເຂົ້າມາສູ່ເວທີ Mister Universe Laos, ອາໂກຍໄດ້ສັ່ງສົມປະສົບການໃນວົງການເດີນແບບ ແລະ ຖ່າຍແບບມາບໍ່ໜ້ອຍທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະຜົນງານຫຼ້າສຸດທີ່ສາມາດຄວ້າຕຳແໜ່ງ Top 10 ຈາກເວທີ Man Hot Star International 2025 ມາໄດ້. ແຕ່ສິ່ງທີ່ເຮັດໃຫ້ລາວພູມໃຈທີ່ສຸດ ກັບບໍ່ແມ່ນພຽງແຕ່ຖ້ວຍລາງວັນ ຫຼື ສາຍສະພາຍ ແຕ່ແມ່ນການທີ່ລາວສາມາດສ້າງອາຊີບ, ເບິ່ງແຍງຕົນເອງ ແລະ ຄອບຄົວໄດ້ ລວມໄປເຖິງການມີແຟນຄລັບທີ່ໜ້າຮັກຄອຍຊັບພອດສະເໝີມາ. ແນ່ນອນວ່າເສັ້ນທາງນີ້ບໍ່ໄດ້ໂຣຍດ້ວຍກີບກຸຫຼາບ ສິ່ງທ້າທາຍທີ່ຍິ່ງໃຫຍ່ທີ່ສຸດຂອງລາວຄືການເອົາຊະນະຄວາມກົດດັນໃນໃຈຕົນເອງ, ກ້າທີ່ຈະຢືນຢັດ, ບໍ່ຖອດໃຈງ່າຍໆ ແລະ ພັດທະນາຕົນເອງຈົນກ້າວມາຢືນຢູ່ຈຸດນີ້ໄດ້.

ການຕັດສິນໃຈເຂົ້າຮ່ວມປະກວດ Mister Universe Laos ຄືການກ້າວອອກຈາກກອບເດີມໆ ເພື່ອທ້າທາຍຂີດຈຳກັດຂອງຕົນເອງອີກຄັ້ງ. ອາໂກຍຢາກໃຊ້ໂອກາດນີ້ໃນການນຳສະເໜີສັກກະຍະພາບຂອງຊາຍໜຸ່ມລາວ ແລະ ເຮັດໃຫ້ໂລກໄດ້ຮູ້ຈັກບ້ານເກີດຂອງລາວຫຼາຍຂຶ້ນ. ວິນາທີທີ່ຮູ້ວ່າຜ່ານເຂົ້າຮອບ ມັນຄືຄວາມຕື່ນເຕັ້ນ ແລະ ຄວາມດີໃຈທີ່ພິສູດວ່າຄວາມທຸ້ມເທທັງໝົດນັ້ນມີຄົນເຫັນຄຸນຄ່າ. ການປະກວດຄັ້ງນີ້ຈຶ່ງມີຄວາມໝາຍກັບລາວຫຼາຍ ບໍ່ພຽງແຕ່ເປັນການພິສູດຕົວຕົນ ແຕ່ຍັງເປັນການສ້າງຄວາມພາກພູມໃຈໃຫ້ຊາວປາກເຊ. ອາໂກຍວາງຕົວເອງເປັນຕົວແທນຂອງຊາຍໜຸ່ມຍຸກໃໝ່ ທີ່ປະສົມປະສານຄວາມທັນສະໄໝເຂົ້າກັບການຮັກສາຄຸນຄ່າວັດທະນະທຳອັນດີງາມຂອງລາວໄວ້ໄດ້ຢ່າງກົມກືນ. ຫາກໄດ້ຮັບຕຳແໜ່ງ, ລາວມີຄວາມຕັ້ງໃຈຢ່າງແຮງກ້າທີ່ຈະຊຸກຍູ້ເລື່ອງການພັດທະນາຕົນເອງ ແລະ ຢາກເປັນກະບອກສຽງໃຫ້ໄວໜຸ່ມລາວຫັນມາໃສ່ໃຈດູແລສຸຂະພາບທັງກາຍ ແລະ ໃຈໄປພ້ອມໆກັນ.

ຕະຫຼອດໄລຍະເວລາຂອງການກຽມຕົວ ອາໂກຍໄດ້ຄົ້ນພົບວ່າຕົນເອງມີຄວາມອົດທົນຫຼາຍກວ່າທີ່ຄິດ ທັງການຈັດສັນເວລາເຮັດວຽກ, ການຝຶກຊ້ອມ ແລະ ການຮັກສາຮູບຮ່າງ. ລາວຢາກພິສູດໃຫ້ທຸກຄົນເຫັນວ່າ ບໍ່ວ່າເຮົາຈະມາຈາກໃສ ຫຼື ມີຈຸດເລີ່ມຕົ້ນແບບໃດ ຂໍພຽງແຕ່ມີຄວາມເຊື່ອໝັ້ນ, ມີວິນັຍ ແລະ ກ້າລົງມືເຮັດ ຄວາມສຳເລັດກໍຢູ່ບໍ່ໄກເກີນເອື້ອມ.

ສຳລັບລາວແລ້ວ ນິຍາມຂອງຄວາມເປັນ “ສຸພາບບຸລຸດ” ໃນຍຸກປັດຈຸບັນ ບໍ່ໄດ້ວັດກັນທີ່ການແຕ່ງຕົວ ຫຼື ຖານະ ແຕ່ຖືກວັດກັນທີ່ “ຄວາມຄິດ ແລະ ການໃຫ້ກຽດ” ນັ້ນຄືການຮູ້ຈັກໃຫ້ກຽດຕົນເອງ, ໃຫ້ກຽດຄົນອື່ນບໍ່ວ່າຈະເປັນຜູ້ໃຫຍ່ ຫຼື ຜູ້ນ້ອຍ ແລະ ພ້ອມທີ່ຈະເປີດໃຈຮັບຟັງ.

ຢ່າໃຫ້ຄວາມກັງວົນ ຫຼື ຄຳເວົ້າຂອງຄົນອື່ນມາຢຸດຄວາມຝັນຂອງເຮົາ ຖ້າເຮົາບໍ່ຢຸດຍ່າງ ມື້ໜຶ່ງມັນຕ້ອງເປັນວັນຂອງເຮົາແນ່ນອນ

ນີ້ຄືຂໍ້ຄວາມທີ່ອາໂກຍຢາກຝາກເຖິງທຸກຄົນທີ່ກຳລັງໄລ່ຕາມຄວາມຝັນ ໂດຍເຊື່ອວ່າ ຫົວໃຈທີ່ເປັນນັກສູ້, ຄວາມສາມາດທີ່ຫຼາກຫຼາຍ ແລະ ຄວາມອົບອຸ່ນໃນແບບສະບັບຂອງຕົວເອງ ຈະເຮັດໃຫ້ຊາຍໜຸ່ມຈາກເມືອງປາກເຊຄົນນີ້ ເຂົ້າໄປນັ່ງຢູ່ໃນໃຈຂອງໃຜຫຼາຍໆຄົນໄດ້ບໍ່ຍາກ.

ອ່ານຕື່ມ:  "ເມລີ້" ນາງແບບຈາກລາວ ຜູ້ພ້ອມທີ່ຈະພາໂຕເອງໄປສູ່ອີກລະດັບໃນ The Face Thailand Season 6

ມາຮ່ວມຕິດຕາມ, ສົ່ງກຳລັງໃຈ ແລະ ເປັນແຮງຊຸກຍູ້ໃຫ້ກັບ “ອາໂກຍ” ໃນເສັ້ນທາງການປະກວດ Mister Universe Laos ຄັ້ງນີ້ໄປນຳກັນ, ເພາະລາວພ້ອມແລ້ວທີ່ຈະເຮັດທຸກຢ່າງໃຫ້ເຕັມທີ່ ແລະ ດີທີ່ສຸດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.