LIT Pop Music Festival EP. 3 ປະກາດ Lineup ກຽມພົບ BUS, VVV, Mean, MVIIZ ແລະ ຄົນອື່ນໆ

ແບ່ງປັນ

LIT Pop Music Festival EP. 3 ປະກາດ Lineup ກຽມພົບ BUS, VVV, Mean, MVIIZ ແລະ ຄົນອື່ນໆ

28 June 2026 14
AI Summarized

Key Takeaways:

  • LIT Pop Music Festival EP. 3 ຈະຈັດຂຶ້ນໃນວັນທີ 30 ສິງຫາ 2026 ທີ່ Lao ITECC.
  • ງານດັ່ງກ່າວຈະມີສິລະປິນລາວຄື ATIAN, MVIIZ, Bay6ix & Lala.
  • ງານດັ່ງກ່າວຈະມີສິລະປິນໄທຄື BUS because of you i shine, VVV, ແລະ Mean.
  • ຜູ້ຈັດງານໄດ້ສະເໜີໂປຣໂມຊັນພິເສດສໍາລັບ 500 ຄົນທໍາອິດທີ່ຊື້ບັດໃນ EP. 2.
  • ຜູ້ທີ່ໄດ້ຮັບສິດທິພິເສດສາມາດຊື້ບັດເຂົ້າງານ EP. 3 ໄດ້ໃນລາຄາ 450,000 ກີບ, ຂາຍພຽງ 3 ມື້ເທົ່ານັ້ນ.

ຫາຄຳວ່າພັກບໍ່ໄດ້ເລີຍ! ຫຼັງຈາກທີ່ LIT Pop Music Festival EP. 2 ຫາກໍຈົບລົງໄປແບບສຸດມັນ, ທາງຜູ້ຈັດກໍບໍ່ປ່ອຍໃຫ້ແຟນໆຕ້ອງຖ້າດົນ ເພາະໄດ້ມີການປະກາດຄວາມພ້ອມສຳລັບ EP. 3 ຢ່າງເປັນທາງການແລ້ວ! ປັກໝຸດໄວ້ເລີຍວັນທີ 30 ສິງຫາ 2026 ນີ້ ຢູ່ສະຖານທີ່ປະຈຳຂອງພວກເຮົາ Lao ITECC ຄືເກົ່າ!

ອ່ານຕື່ມ:  ຜົນງານໃໝ່ຈາກ Just” ກັບ “Playground” ພື້ນທີ່ຕົວຕົນພ້ອມເປີດໃຈໃຫ້ໃຜບາງຄົນເຂົ້າມາ

ສຳລັບ Lineup ໃນ EP. 3 ນີ້ ບອກເລີຍວ່າອັດແໜ້ນດ້ວຍຄຸນນະພາບ ເພື່ອໃຫ້ແຟນເພງໄດ້ມ່ວນແບບບໍ່ມີພັກ, ໂດຍມີສິລະປິນດັງທີ່ທຸກຄົນລໍຄອຍ:

  • ຝັ່ງສິລະປິນລາວ: ພົບກັບຄວາມສາມາດເຕັມປ່ຽມຈາກ ATIAN, ສາວໆ MVIIZ ແລະ Bay6ix & Lala!
  • ຝັ່ງສິລະປິນໄທ: ຍັງຄົງອັດແໜ້ນດ້ວຍສິລະປິນຍອດນິຍົມທີ່ກຳລັງມາແຮງ, ບໍ່ວ່າຈະເປັນໜຸ່ມໆວົງ BUS because of you i shine, VVV ແລະ Mean.

ນອກຈາກ Lineup ທີ່ໜ້າຕື່ນເຕັ້ນແລ້ວ, ໂຈໂຈ້ ມິຣາໂຄ້ (Jojo Miracle) ຜູ້ຈັດງານຍັງໃຈດີປ່ອຍໂປຣໂມຊັນພິເສດສຸດໆ ສຳລັບໃຜທີ່ເຄີຍຊື້ບັດ 500 ຄົນທຳອິດ ໃນງານ EP. 2 ມາແລ້ວ, ຮັບສິດທິພິເສດຊື້ບັດເຂົ້າງານ EP. 3 ໃນລາຄາພິເສດພຽງ 450,000 ກີບ ແຕ່ຕ້ອງຟ້າວເດີ້ ເພາະຈະເປີດຂາຍພຽງແຕ່ 3 ມື້ເທົ່ານັ້ນ!

ໃຜທີ່ເປັນແຟນງານ LIT Pop Music Festival ຢ່າລືມກຽມຕົວໃຫ້ພ້ອມ, ປັກວັນທີໄວ້ໃຫ້ດີ ແລ້ວມາພົບກັນໃນວັນທີ 30 ສິງຫາ 2026 ນີ້! ງານນີ້ບອກເລີຍວ່າພາດແລ້ວຈະເສຍດາຍ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.