AI ເຮັດໃຫ້ແລ້ວມັນໄວ… ແຕ່ເປັນຫຍັງເຮົາບໍ່ຄວນຖິ້ມ “ຄວາມມ່ວນລະຫວ່າງທາງ”? ສະຫຼຸບໃຈຄວາມ 5 Minute Talk ຈາກ CEO ມ່ວນ

Key Takeaways:
- ບົດຄວາມດັ່ງກ່າວເວົ້າເຖິງການສົນທະນາລະຫວ່າງຜູ້ເວົ້າກັບນັກຮຽນຊັ້ນ ປ.3 ກ່ຽວກັບເລື່ອງ AI ແລະ ຄວາມຄິດສ້າງສັນ ໂດຍໃຊ້ການປຽບທຽບກັບພູ່ກັນວິເສດທີ່ໃຊ້ແຕ້ມຮູບ.
- ເຖິງແມ່ນວ່າຈະຮູ້ວ່າ AI ສາມາດສ້າງຮູບພາບທີ່ສວຍງາມໄດ້ຢ່າງວ່ອງໄວ, ແຕ່ເດັກນ້ອຍກໍຍັງເລືອກທີ່ຈະແຕ້ມຮູບດ້ວຍຕົນເອງ ເພາະມັນມ່ວນກວ່າ ແລະ ເຮັດໃຫ້ພວກເຂົາສາມາດສະແດງອອກເຖິງຄວາມເປັນຕົວຕົນໄດ້.
- ຜູ້ເວົ້າໄດ້ສະທ້ອນໃຫ້ເຫັນເຖິງຄຸນຄ່າຂອງຂະບວນການສ້າງສັນ ແລະ ການແກ້ໄຂບັນຫາ ພ້ອມກັບຕັ້ງຄຳຖາມວ່າ ເປັນຫຍັງຄົນເຮົາຈຶ່ງຍອມໃຫ້ AI ມາແທນທີ່ພາກສ່ວນທີ່ມ່ວນຊື່ນໃນກິດຈະກຳເຫຼົ່ານັ້ນ.
ມ່ວນໃນສິ່ງທີ່ເຮັດ…
ລອງຈິນຕະນາການເບິ່ງວ່າ ຖ້າເຮົາຢ້ອນເວລາກັບໄປເປັນເດັກນ້ອຍ ທີ່ກຳລັງນັ່ງແຕ້ມຮູບຫຼິ້ນກັບໝູ່ ແລ້ວຢູ່ດີໆມີຜູ້ໃຫຍ່ຄົນໜຶ່ງຍື່ນ “ຟອຍແຕ້ມຮູບວິເສດ” ທີ່ສາມາດເສກຮູບພາບໃຫ້ສຳເລັດໄດ້ໃນພິບຕາ ພ້ອມທັງຍັງອອກມາງາມ ແລະ ທັນໃຈ.
ໃນຕອນນັ້ນ ເຮົາຍັງຈະຢາກແຕ້ມຮູບເອງຕໍ່ໃຫ້ຈົບຢູ່ບໍ່? ຫຼື ເຮົາຈະເລືອກໃຊ້ຟອຍແຕ້ມຮູບວິເສດນັ້ນເຮັດແທນ? ເພາະມັນທັງຮັບປະກັນຄວາມງາມ ແລະ ທັນໃຈ ບໍ່ຕ້ອງມານັ່ງກັງວົນວ່າ ຖ້າແຕ້ມເອງແລ້ວຈະອອກມາດີບໍ່ ຫຼື ຄົນອື່ນຈະມັກມັນ ຫຼື ບໍ່.
ນີ້ຄືສິ່ງທີ່ ທ່ານ ຈອນນີ້ – ມັງກອນເພັດ ໄຊຍະສານ (ຈາກ Bizgital & LOCA ແລະ CEO ຂອງ ມ່ວນ) ໄດ້ໄປພົບມາເມື່ອບໍ່ເທົ່າໃດອາທິດກ່ອນ ແລ້ວເອົາມາເລົ່າສູ່ຟັງໃນ Session 5 Minute Talk ທີ່ງານ CTC2026 ໃນຫົວຂໍ້ “ມ່ວນໃນສິ່ງທີ່ເຮັດ ເມື່ອຂ້ອຍໄດ້ລົມເລື່ອງ AI ກັບເດັກນ້ອຍ ປ.3”
ທ່ານ ຈອນນີ້ ເລົ່ວວ່າ ໄດ້ມີໂອກາດໄປລົມກັບນ້ອງໆ ນັກຮຽນຊັ້ນ ປ.3 ຢູ່ໂຮງຮຽນແຫ່ງໜຶ່ງ ໃນຫົວຂໍ້ “AI ກັບຄວາມຄິດສ້າງສັນ”. ເທົ່າທີ່ຖາມເບິ່ງ ເດັກໆເຄີຍໃຊ້ AI ກັນມາພໍສົມຄວນ ແລະ ຮູ້ພ້ອມວ່າ ມັນເຮັດຫຍັງໄດ້ແດ່. ບໍ່ວ່າຈະເປັນການໃຊ້ຖາມຄຳຖາມ, ໃຊ້ສ້າງຮູບພາບ ຫຼື ມີນ້ອງຄົນໜຶ່ງບອກວ່າ ເຄີຍໃຊ້ໄວ້ລົມຫຼິ້ນຕອນເຫງົາໆນຳອີກ. ລາວຟັງແລ້ວກໍປະຫຼາດໃຈວ່າເດັກນ້ອຍຍຸກນີ້ຮຽນຮູ້ໄວແທ້ໆ.
ແຕ່ສິ່ງທີ່ເຮັດໃຫ້ ທ່ານ ຈອນນີ້ ປະຫຼາດໃຈໄປກວ່ານັ້ນແມ່ນຕອນທີ່ຖາມເດັກນ້ອຍວ່າ:
ຖ້າເຄີຍໃຊ້ AI ໃຫ້ສ້າງຮູບ ກໍໜ້າຈະເຫັນວ່າມັນເຮັດອອກມາງາມ ແລະ ໄວແມ່ນບໍ່? ບອກໃຫ້ມັນເຮັດຫຍັງ ມັນກໍເສກໃຫ້ໄດ້ໝົດ… ແລ້ວແບບນີ້ ທຸກຄົນຍັງຢາກຈະແຕ້ມຮູບເອງຢູ່ບໍ່? ເດັກນ້ອຍທຸກຄົນຕອບພ້ອມກັນເລີຍວ່າ “ຍັງຢາກແຕ້ມເອງຄືເກົ່າ”
ພໍລາວຖາມຕໍ່ວ່າເປັນຫຍັງ? ນ້ອງໆກໍໃຫ້ຄຳຕອບທີ່ແບບຊື່ໆ ແຕ່ເຮັດໃຫ້ຜູ້ໃຫຍ່ສະດຸ້ງວ່າ:
“ເພາະແຕ້ມເອງມັນມ່ວນກວ່າ”
“ເພາະຢາກມີເອກະລັກເປັນຂອງຕົນເອງ”
“ບາງເທື່ອ AI ກໍບໍ່ໄດ້ເຮັດໄດ້ດັ່ງໃຈທີ່ເຮົາຄິດໄວ້”
ຄວາມສຸກໃນຂະບວນການ ທີ່ AI ບໍ່ສາມາດເຮັດແທນໄດ້
ຄຳຕອບ ແລະ ແວວຕາຂອງເດັກນ້ອຍໄດ້ເຮັດໃຫ້ ທ່ານ ຈອນນີ້ ກັບມາຄິດເລື່ອງນີ້ຢູ່ດົນ. ແລ້ວມັນປະຈວບເໝາະກັບແນວຄິດຂອງ Ronny Chieng (ນັກສະແດງ Standup Comedian) ທີ່ເຄີຍເວົ້າຢູ່ມະຫາວິທະຍາໄລ Harvard ວ່າ:
ຖ້າເຮັດໃນສ່ວນໃດແລ້ວມັນມ່ວນ, ເຮົາໄດ້ແກ້ໄຂບັນຫາດ້ວຍຕົນເອງແລ້ວມັນມ່ວນ, ແລ້ວເຮົາຈະໄປໃຫ້ AI ມາເຮັດແທນໃນສ່ວນນັ້ນ ເພື່ອຫຍັງກັນ?
ເລີຍໄດ້ຄຳຕອບໃຫ້ຕົວເອງວ່າ… ແມ່ນແທ້, ຜົນລັບທີ່ສວຍງາມ ແລະ ວ່ອງໄວອາດຈະເປັນເລື່ອງໜຶ່ງ ແຕ່ເປັນຫຍັງເຮົາຈະຕ້ອງຖິ້ມຄວາມມ່ວນ ແລະ ຄວາມສຸກລະຫວ່າງທາງທີ່ໄດ້ລົງມືເຮັດໄປລະ?
ເຮົາຄົງຢຸດການພັດທະນາ ຫຼື ຢຸດໃຊ້ AI ບໍ່ໄດ້ແລ້ວ, ແຕ່ເຮົາກໍບໍ່ຄວນປ່ອຍໃຫ້ AI ມາຢຸດຂະບວນການທີ່ເຮັດໃຫ້ຕົວເຮົາເອງມ່ວນ ແບບເດັກນ້ອຍ ເຊັ່ນ: ການແຕ້ມຮູບ, ຮ້ອງເພງ, ຄິດ, ແກ້ໄຂບັນຫາ ຫຼື ຈິນຕະນາການເລື່ອງຕ່າງໆໃນຫົວ.
ແລ້ວເຮົາຈະເອົາແນວໃດດີ? ຄຳຕອບທີ່ດີທີ່ສຸດອາດຈະຄືກັບທີ່ເດັກນ້ອຍຫຼັງຫ້ອງຄົນໜຶ່ງໄດ້ຕອບວ່າ: “ຕ້ອງ Balance (ສ້າງຄວາມສົມດຸນ)”
ຫວັງວ່າເດັກນ້ອຍໃນມື້ນີ້ ຈະບໍ່ລືມຄວາມຮູ້ສຶກແບບນີ້ເມື່ອໃຫຍ່ຂຶ້ນມາ…
ແລ້ວທຸກຄົນເດ? ຕອນນີ້ມີສ່ວນໃດຂອງການເຮັດວຽກ ທີ່ເຮົາພໍຈະຊອກຫາຄວາມມ່ວນແບບເດັກນ້ອຍກັບມັນໄດ້ແດ່? ຖ້າຍັງຊອກບໍ່ເຫັນ ກໍຄ່ອຍໆຄິດຕໍ່ໄປ, ດຶງຄວາມເປັນເດັກນ້ອຍທີ່ເຮົາມັກອອກມາໃຫ້ພົບ. ມ່ວນ ຂໍເປັນກຳລັງໃຈໃຫ້ກັບເດັກນ້ອຍໃນຮ່າງຜູ້ໃຫຍ່ທຸກຄົນເດີ້.
ແຕ່ຖ້າມື້ນີ້ທ່ານຄົ້ນພົບມັນແລ້ວ… ຮັກສາມັນໄວ້ໃຫ້ດີເດີ້, ທ່ານໂຊກດີຫຼາຍໆເລີຍ.