ເຄີຍເປັນບໍ່? ເຫັນແຈ້ງເຕືອນເດັ້ງຂຶ້ນມາ ແຕ່ພັດຫຍັງບໍ່ຢາກຕອບ ຂໍປ່ອຍຖິ້ມໄວ້ກ່ອນທັງໆທີໂທລະສັບກໍຢູ່ໃນມື, ວຽກກໍບໍ່ໄດ້ເຮັດ ແອບກົດອ່ານ Preview ແລ້ວກໍປ່ອຍດອງໄວ້ກ່ອນ ຍັງບໍ່ຮີບຕອບກັບທັນທີ ບໍ່ແມ່ນວ່າເຮົາບໍ່ໄດ້ໃສ່ໃຈ ຫຼື ບໍ່ມັກເຂົາໃດ ແຕ່ວ່າຢາກທຳໃຈກ່ອນຢ້ານເຂີນເກີນຂີດຈຳກັດ.
ຍ້ອນຄິດວ່າຈະດອງໄວ້ບຶດໜຶ່ງ ຈຶ່ງມາຕອບ ເພາະຈະໄດ້ພ້ອມຮັບແຮງກະແທງຄວາມຫວານ ແລະ ເກັບຄວາມຟິນໄວ້ກັບຕົວເອງດົນໆ. ແຕ່ໃນທາງຈິດຕະວິທະຍາສື່ສານ, ພຶດຕິກຳໃນຕອນທີ່ເຮົາໄດ້ເຫັນຂໍ້ຄວາມແລ້ວເລືອກ ເບິ່ງ ແລະ ດອງໄວ້ກ່ອນ ແມ່ນເກີດຈາກຄວາມກັງວົນໃນການຕອບຂໍ້ຄວາມ.
ເມື່ອເຮົາເຫັນຂໍ້ຄວາມທີ່ມີ ກິ່ນຫອມ ຫຼື ຂໍ້ຄວາມສຳຄັນ, ສະໝອງຈະເກີດຄວາມກັງວົນເລັກນ້ອຍ ວ່າຈະຕອບແນວໃດໃຫ້ດີທີ່ສຸດ. ການປ່ອຍໄວ້ບຶດໜຶ່ງ ຄືກົນໄກການຄວບຄຸມສະຖານະການຂອງສະໝອງ ເພື່ອຫຼຸດຄວາມກົດດັນ ແລະ ໃຫ້ຕົນເອງເປັນຝ່າຍຄຸມເກມໃນການສື່ສານໃຫ້ໄດ້ດີທີ່ສຸດ ນັ້ນເອງ.
Muan RelationTips ຈະຊວນທຸກຄົນມາເບິ່ງ 4 ເຫດຜົນ ທີ່ຄູ່ຮັກມັກເຂົ້າໃຈຜິດກັນວ່າ ເປັນຫຍັງເວລາວ່າງ… ແຕ່ຄືບໍ່ຕອບຂໍ້ຄວາມກັນເລີຍ.
ຂໍດຶງເວລາເພື່ອເກັບຄວາມສຸກໄວ້ດົນໆ
ບາງເທື່ອທີ່ເຮົາຈະເຫັນແຈ້ງເຕືອນເດັ້ງຂຶ້ນມາ, ເຮົາມັກຈະແອບເລື່ອນອ່ານຜ່ານໆກ່ອນ ພໍເຫັນຂໍ້ຄວາມຫວານໆ ແລ້ວຮູ້ສຶກດີ ມັນເຮັດໃຫ້ຮູ້ສຶກຟິນ ແລະ ຮູ້ສຶກວ່າມັນມີ ກິ່ນຫອມຂອງຄວາມສຸກ ຫຼື ຄວາມຕື່ນເຕັ້ນລອຍຂຶ້ນມາ ເລີຍເລືອກປ່ອຍໄວ້ກ່ອນ .
ໃນທາງຈິດຕະວິທະຍາ ສະໝອງໄດ້ຫຼັ່ງຮໍໂມນ Dopamine ໄປແລ້ວເຄິ່ງໜຶ່ງ ມັນເລີຍເກີດເປັນພຶດຕິກຳທີ່ເຮັດໃຫ້ເຮົາເລືອກທີ່ຈະ ດອງໄວ້ກ່ອນ ເພື່ອດຶງຄວາມຮູ້ສຶກຟິນນັ້ນໃຫ້ດົນຂຶ້ນ ຫຼື ເກັບໄວ້ເປັນຂອງຫວານໄວ້ອ່ານ.
ຖ້າເຮົາຕອບທັນທີ, ຄວາມຕື່ນເຕັ້ນນັ້ນຈະຈົບລົງໄວ ມະນຸດເລີຍມີພຶດຕິກຳ Delay ຫຼື ຖ່ວງດຶງເວລາອອກໄປ ເພື່ອໃຫ້ຕົນເອງໄດ້ມີຄວາມສຸກກັບຄວາມຮູ້ສຶກຂອງຄວາມຄາດຫວັງນັ້ນດົນໆ ຄືກັບເກັບຂອງແຊບໄວ້ກິນບາດສຸດທ້າຍຍນັ້ນແຫຼະ.
ແບັດເຕີຣີຫົວໃຈໝົດ (Social Battery ໃກ້ດັບ)
ຄຳວ່າ ວ່າງ ຂອງແຕ່ລະຄົນບໍ່ຄືກັນ… ບາງເທື່ອຮ່າງກາຍເຮົາວ່າງ (ກຳລັງນັ່ງຢູ່ຊື່ໆ ຫຼື ພັກຜ່ອນ) ແຕ່ພະລັງງານໃນການເຂົ້າສັງຄົມມັນໝົດແລ້ວ. ການຕອບຂໍ້ຄວາມໜຶ່ງເທື່ອຕ້ອງໃຊ້ພະລັງງານຫຼາຍ ທັງການຄິດຄຳເວົ້າ, ຄິດເລື່ອງສະຕິກເກີ ແລະ ແຄຣ໌ຄວາມຮູ້ສຶກຂອງເຂົາ.
ຖ້າຕອບປຸບ ເຂົາຕອບກັບມາປັບ ມັນຈະກາຍເປັນການສົນທະນາແບບ Real-time ທີ່ຢຸດບໍ່ໄດ້, ເລີຍເລືອກທີ່ຈະປ່ອຍໄວ້ກ່ອນ ເພາະຢາກພັກຜ່ອນຫົວໃຈ ແລະ ສະໝອງ.
ຢາກຕອບແບບໃສ່ໃຈ ແລະ ຕັ້ງໃຈແທ້ໆ
ເພາະວ່າເປັນຄົນສຳຄັນ ເລີຍບໍ່ຢາກຕອບແບບສົ່ງໄປຊື່ໆ ຫຼື ຕອບໄປໂດຍບໍ່ມີຄວາມໝາຍ ເຊັ່ນ: ອືມ, ໂດຍ, ສະຕິກເກີອັນດຽວ. ເລີຍເລືອກຈະປ່ອຍຂໍ້ຄວາມນັ້ນໄວ້ ເພື່ອລໍຖ້າຈັງຫວະທີ່ຕົວເອງມີສະມາທິ ແລະ ມີເວລາຫວ່າງຍາວໆ ທີ່ຈະໄດ້ພິມລົມກັນຢ່າງຕັ້ງໃຈ ໂດຍບໍ່ມີຫຍັງມາຂັດຈັງຫວະ.
ຕິດພັນວຽກອື່ນຈົນລືມ
ອັນນີ້ເກີດຂຶ້ນດຸທີ່ສຸດ ເວລາເຫັນຂໍ້ຄວາມແລ້ວ ແອບຄິດໃນໃຈວ່າ ໂອເຄ ດຽວອີກ 5 ນາທີຊິຕອບເດີ ແຕ່ພໍຜ່ານໄປ 5 ນາທີ ພັດມີວຽກອື່ນເຂົ້າມາແຊກ ບໍ່ວ່າຈະເປັນ ໝູ່ເອີ້ນ ຫຼື ເຮັດແນວອື່ນເພີນຈົນສະໝອງລືມ ໄປເລີຍວ່າເຄີຍມີຂໍ້ຄວາມນີ້ຢູ່.
ສຸດທ້າຍພັດຕິດພັນຈົນລືມ ເຊິ່ງມັນຄືການປະສົມປະສານລະຫວ່າງການບໍລິຫານຄວາມສຸກກັບການລືມສິ່ງທີ່ຕັ້ງໃຈຈະເຮັດໃນອະນາຄົດໄປໂດຍບໍ່ຮູ້ຕົວ ມາຮູ້ຕົວອີກເທື່ອກໍຜ່ານໄປເປັນຊົ່ວໂມງ ຫຼື ຂ້າມມື້ແລ້ວ.
ມັນເປັນເລື່ອງປົກກະຕິຂອງມະນຸດຍຸກນີ້ເລີຍທຸກຄົນ, ຖ້າເຈົ້າເປັນຄົນສົ່ງຫາໃຜ ແລ້ວເຈິສະຖານະການນີ້ ຢ່າຟ້າວຄິດຫຼາຍເດີ ມັນບໍ່ໄດ້ໝາຍຄວາມວ່າເຂົາບໍ່ມັກ ຫຼື ບໍ່ສົນໃຈສະເໝີໄປ ເພາະສະນັ້ນ, ຖ້າເຮົາເຜີເຮັດ ຫຼື ແຟນເຮັດ… ກໍໃຫ້ອະໄພກັນແດ່ເດີ ເພາະບາງເທື່ອຂໍ້ຄວາມຂອງເຮົາອາດຈະຫອມເກີນໄປ ຈົນເຂົາຢາກເກັບໄວ້ຟິນດົນໆກໍໄດ້.
ແລ້ວທຸກຄົນເດ? ການທີ່ມັກດອງຂໍ້ຄວາມໄວ້ ຍ້ອນເຫດຜົນຂໍ້ໃດຫຼາຍທີ່ສຸດລະຫວ່າງ ແບັດເຕີຣີຫົວໃຈໝົດ ຫຼື ແອບເກັບໄວ້ຟິນຄົນດຽວກ່ອນ?