Zombieing ແມ່ນອີກໜຶ່ງພຶດຕິກຳໃນຄວາມສຳພັນທີ່ສືບເນື່ອງມາຈາກການລົມກັນໃນອອນລາຍທີ່ຢູ່ຫຼ້າໆກໍຫາຍໄປ (Ghosting) ແລະ ກໍຕິດຕໍ່ກັບມາແບບໃຫ້ບໍ່ທັນຕັ້ງໂຕຄືກັບຊອມບີ້ (Zombie).
Zombieing ຄຳນີ້ມາຈາກການປຽບທຽບກັບຊອມບີ້ທີ່ “ຕາຍແລ້ວ” ໃນຄວາມໝາຍນີ້ຄືການຫາຍໄປຈາກຊີວິດຂອງເຈົ້າໂດຍບໍ່ມີຄຳອະທິບາຍໃດໆ ແລ້ວຢູ່ໆກໍ “ຟື້ນຄືນຊີວິດ” ກັບມາເຊັ່ນ: ສົ່ງຂໍ້ຄວາມຫາເຈົ້າອີກຄັ້ງ ຫຼື ເລີ່ມຕອບໂຕ້ໃນໂຊຊຽວມີເດຍຄືນໃໝ່.
ໃນຄວາມສຳພັນ “Zombieing” ສາມາດສົ່ງຜົນກະທົບໄດ້ຫຼາຍ, ເພາະມັນຈະສ້າງຄວາມສັບສົນ ແລະ ເຮັດໃຫ້ເກີດຄວາມຮູ້ສຶກບໍ່ໝັ້ນຄົງທາງອາລົມ. ຄົນທີ່ຖືກ “ຊອມບີ້” ຈະຮູ້ສຶກຄືຖືກຖິ້ມແລ້ວລາວກັບມາຫາໃໝ່ໂດຍບໍ່ມີການຮັບຜິດຊອບຕໍ່ການກະທຳຄັ້ງກ່ອນ ເຊິ່ງອາດສົ່ງຜົນກະທົບຕໍ່ຄວາມໄວ້ວາງໃຈ ແລະ ຄວາມຮູ້ສຶກດ້ອຍຄຸນຄ່າໃນຕົວເອງ.
ວິທີຮັບມືກັບການຖືກ Zombieing ຄື:
ຢ່າຕອບກັບທັນທີ
ເມື່ອລາວທັກມາ ຢ່າຟ້າວຮີບຕອບກັບດ້ວຍຄວາມຮູ້ສຶກເຫງົາ, ໃຫ້ຕັ້ງຄຳຖາມກັບຕົວເອງກ່ອນວ່າ “ລາວຫາຍໄປໂດຍບໍ່ບອກຫຍັງ ແລ້ວຈະກັບມາເພື່ອ?” ໃຫ້ເວລາຫົວໃຈຕົວເອງໄດ້ທົບທວນ ບໍ່ຕ້ອງຮີບຕອບທັງທີ່ເຈົ້າກຳລັງຮູ້ສຶກສັບສົນ.
ນຶກເຖິງພຶດຕິກຳຂອງລາວໃນອະດີດ
ຢ່າຟ້າວດີໃຈທີ່ລາວກັບມາ ໃຫ້ນຶກເຖິງເລື່ອງລາວທີ່ເຄີຍເຮັດຫຍັງກັບເຈົ້າໄວ້ແດ່ ລາວເຄີຍ Ghosting ແລ້ວກັບມາຫຼາຍເທື່ອບໍ, ເຄີຍເວົ້າໃສ່ ແລະ ທຳຮ້າຍຄວາມຮູ້ສຶກເຈົ້າບໍ, ຖ້າລາວເຮັດໃຫ້ເຈັບແລ້ວຫາຍໄປ ເຮັດໂຕວ່າບໍ່ມີຫຍັງເກີດຂຶ້ນນີ້ກໍແມ່ນຄວາມສຳພັນທີ່ເປັນພິດ (Toxic Pattern).
ຟັງຄວາມຮູ້ສຶກຕົວເອງ
ຖ້າເຈົ້າຮູ້ສຶກບໍ່ສະບາຍໃຈທີ່ລາວທັກມາ ຫຼື ການກັບມາຂອງລາວເຮັດໃຫ້ເຈົ້າວິຕົກກັງວົນນັ້ນຄືສັນຍານຈາກໃຈເຈົ້າທີ່ບອກວ່າ “ຢ່າປ່ອຍຊ່ອງວ່າງໃຫ້ລາວກັບມາທຳຮ້າຍເຈົ້າອີກ”
ສື່ສານ ແລະ ກຳນົດຂອບເຂດໃຫ້ຊັດເຈນ
ຖ້າເຈົ້າບໍ່ຢາກລົມກັບລາວອີກ ກໍບໍ່ຈຳເປັນຕ້ອງປ່ອຍໃຫ້ລາມາແຊກແຊງຊີວິດ ແລະ ລອງສື່ສານຕອບກັບໃຫ້ຊັດເຈນດ້ວຍຄຳເວົ້າທີ່ນຸ້ມນວນວ່າ
“ ຂອບໃຈທີ່ທັກມາເດີ ຂ້ອຍສະບາຍດີ ແລະ ຄິດວ່າມັນບໍ່ເໝາະສົມທີ່ຈະກັບມາລົມກັນອີກ”
ສຸດທ້າຍແລ້ວ, ຄວາມສຳພັນທີ່ດີຄວນສ້າງຂຶ້ນເທິງພື້ນຖານຂອງການເຄົາລົບ ແລະ ການສື່ສານທີ່ຊັດເຈນທັງສອງຝ່າຍ, ຖ້າຮູ້ສຶກວ່າກຳລັງຕົກຢູ່ໃນຄວາມສຳພັນທີ່ເປັນພິດກໍຄວນອອກມາເພື່ອຮັກສາຈິດໃຈຂອງເຈົ້າເອງ.
ໂດຍ: ທີມບັນນາທິການ Muan