ຮັກກັນ 10 ປີ ແຕ່ຍັງແຍກທາງກັນໄດ້ 4 ວິທີສ້າງບົດບາດຊີວິດຄູ່ ເພື່ອຮັກສາຄວາມສຳພັນໃຫ້ໄປຕໍ່

ແບ່ງປັນ

ຮັກກັນ 10 ປີ ແຕ່ຍັງແຍກທາງກັນໄດ້ 4 ວິທີສ້າງບົດບາດຊີວິດຄູ່ ເພື່ອຮັກສາຄວາມສຳພັນໃຫ້ໄປຕໍ່

08 October 2026● 15
✦ AI Summarized

Key Takeaways:

  • ຄວາມຮັກກັບການຢູ່ຮ່ວມກັນແມ່ນຄົນລະເລື່ອງກັນ ບາງຄັ້ງຄົນເຮົາເລີກກັນບໍ່ແມ່ນເພາະໝົດຮັກ ແຕ່ເພາະຮັກກັນໃນຮູບແບບເກົ່າບໍ່ໄດ້.
  • ມະນຸດມີການເຕີບໂຕແລະປ່ຽນແປງຕະຫຼອດເວລາ ເຊິ່ງເຮັດໃຫ້ເກີດຄວາມຂັດແຍ້ງລະຫວ່າງຄວາມຜູກພັນກັບຄວາມຕ້ອງການອິດສະຫຼະເປັນໂຕຂອງໂຕເອງ.
  • ການເປີດໃຈສື່ສານກັນຢ່າງົງໄປກົງມາເພື່ອອັບເດດບົດບາດໃໝ່ແລະປັບປ່ຽນຂໍ້ຕົກລົງໃນຊີວິດຄູ່ເປັນສິ່ງຈຳເປັນ.
  • ຄວນຢຸດວົງຈອນການໄລ່ຕາມແລະການຖອຍໜີ ໂດຍຝຶກສ້າງຄວາມໝັ້ນຄົງທາງ ໃຈແລະສື່ສານໃຫ້ຊັດເຈນ.
  • ຖ້າປັບປ່ຽນແລ້ວບໍ່ດີຂຶ້ນ ການປ່ຽນສະຖານະຫຼືຍອມຮັບຄວາມຈິງແມ່ນການປ່ອຍໃຫ້ກັນໄດ້ເຕີບໂຕໃນທາງທີ່ດີທີ່ສຸດ.

ຮັກກັນມາ 10 ປີ… ແຕ່ຍັງແຍກທາງກັນໄດ້ຫວາ? ມັນເປັນໄປໄດ້ ເພາະ “ຄວາມຮັກ” ກັບ “ການຢູ່ຮ່ວມກັນ” ມັນຄົນລະເລື່ອງເລີຍ

ຫຼາຍຄົນພໍເຫັນຄູ່ຮັກທີ່ເຄີຍເປັນແແຮງບັນດານໃຈໃນຊີວິດຄູ່ຕ້ອງເລີກລາກັນໄປ ກໍມັກຟ້າວສະຫຼຸບວ່າ ບໍ່ເຊື່ອໃນຄວາມຮັກອີກແລ້ວ. ແຕ່ຄວາມຈິງໃນຄວາມສຳພັນຂອງຄົນເຮົາມັນຊັບຊ້ອນກວ່າຄຳວ່າ “ຮັກ” ຫຼື “ເບື່ອຮັກ” ໃດທຸກຄົນ.

ບາງຄັ້ງ, ມະນຸດເຮົາບໍ່ໄດ້ເລີກກັນເພາະໝົດຮັກ ແຕ່ເພາະ ຮັກກັນໃນຮູບແບບເກົ່າບໍ່ໄດ້ອີກແລ້ວ.

ໃນມຸມຈິດຕະວິທະຍາ, ມະນຸດເຮົາເຕີບໂຕ ແລະ ປ່ຽນແປງຢູ່ຕະຫຼອດເວລາ (Self-Evolution).

ໃນມື້ທຳອິດ, ຄົນໜຶ່ງອາດຈະເປັນຄົນຊ່ວຍຊຸກດັນໃນວັນທີ່ອີກຄົນຍັງບໍ່ມີຫຍັງ ເຊິ່ງເປັນການສ້າງຄວາມຜູກພັນທາງອາລົມທີ່ເລິກເຊິ່ງຫຼາຍ. ແຕ່ພໍເວລາຜ່ານໄປ ຄົນທີ່ເຄີຍເພິ່ງພາ ມື້ນີ້ໄດ້ເຕີບໂຕ ແລະ ຢືນດ້ວຍໂຕເອງໄດ້ແລ້ວ.

ຄົນທີ່ເຄີຍເປັນຝ່າຍດູແລ ກໍເລີ່ມເມື່ອຍ ແລະ ຢາກມີພື້ນທີ່ໃຫ້ໂຕເອງແດ່, ພໍຕົວຕົນຂອງທັງສອງຄົນປ່ຽນໄປ ບົດບາດເກົ່າທີ່ເຄີຍຢູ່ກໍເລີ່ມອຶດອັດ. ນີ້ຄືສິ່ງທີ່ຈິດຕະວິທະຍາຮ້ອງວ່າ ຄວາມຂັດແຍ່ງລະຫວ່າງຄວາມຜູກພັນ ກັບ ຄວາມຕ້ອງການອິດສະຫຼະເປັນໂຕຂອງໂຕເອງ (Attachment–Autonomy Conflict).

ເມື່ອຄວາມສົມດຸນນີ້ເສຍໄປ ມັນຈະເກີດວົງຈອນທີ່ຮ້ອງວ່າ Pursuer–Distancer Dynamic ຄົນໜຶ່ງຍິ່ງຮູ້ສຶກບໍ່ໝັ້ນຄົງ ຈຶ່ງພະຍາຍາມເຂົ້າໃກ້. ອີກຄົນຍິ່ງຮູ້ສຶກກົດດັນ ຈຶ່ງເລືອກທີ່ຈະຖອຍອອກ. ວົງຈອນນີ້ເກີດຂຶ້ນໄດ້ ເຖິງວ່າທັງສອງຈະຍັງຮັກກັນຫຼາຍກໍຕາມ ເພາະ “ຄວາມຮັກ” ກັບ “ຄວາມສາມາດໃນການຢູ່ຮ່ວມກັນ” ມັນຄົນລະເລື່ອງກັນ.

ອ່ານຕື່ມ:  ຢ່າປ່ອຍໃຫ້ຖືກດ້ອຍຄ່າ ຈົນສູນເສຍຄວາມເປັນຕົວຕົນ ຈາກ Narcissist

ຖ້າຄູ່ຂອງເຈົ້າ ກຳລັງຕົກຢູ່ໃນສະພາບແບບນີ້ ແລະ ຮູ້ສຶກວ່າຄວາມສຳພັນເລີ່ມຄຽດໜັກ, Muan RelationTips ໄດ້ນຳ 4 ວິທີຮັບມື ແລະ ທາງອອກທີ່ສາມາດລອງນຳໄປປັບໃຊ້ໄດ້.

ເປີດໃຈກັນ ເພື່ອອັບເດດບົດບາດໃໝ່

ລອງຖອຍອອກມາລົມກັນແບບກົງໄປກົງມາ ໂດຍບໍ່ໃຊ້ອາລົມ ຫຼື ການຕັດສິນ. ບອກກັນຕາມຕົງວ່າຕອນນີ້ເຮົາຕ້ອງການຫຍັງໃນຊີວິດ. ຄົນທີ່ເຄີຍດູແລອາດຈະເລົ່າວ່າເມື່ອຍ ແລະ ຢາກໃຫ້ອີກຝ່າຍຊ່ວຍແບກຮັບ. ສ່ວນຄົນທີ່ເຄີຍເພິ່ງພາ ກໍບອກໃຫ້ຮູ້ວ່າຕົນເອງຢາກມີອິດສະຫຼະໃນການຕັດສິນໃຈຫຼາຍຂຶ້ນ. (ໃນທາງຈິດຕະວິທະຍາ ນີ້ຄືການອັບເດດ Relationship Contract ເພື່ອໃຫ້ສອດຄ່ອງກັບຕົວຕົນໃນປັດຈຸບັນ)

ປັບປ່ຽນຂໍ້ຕົກລົງໃນການຢູ່ຮ່ວມກັນ

ຄວາມສຳພັນບໍ່ແມ່ນເລື່ອງທີ່ຕ້ອງຄົງທີ່ຕະຫຼອດໄປ. ເມື່ອຄົນສອງຄົນປ່ຽນຂໍ້ຕົກລົງໃນຊີວິດຄູ່ກໍຕ້ອງປ່ຽນຕາມ. ລອງປັບວິທີການໃຊ້ເວລານຳກັນ, ໃຫ້ພື້ນທີ່ສ່ວນຕົວຂອງກັນ ແລະ ກັນຫຼາຍຂຶ້ນ, ອະນຸຍາດໃຫ້ອີກຝ່າຍໄດ້ໄປເຮັດສິ່ງທີ່ຕົນເອງມັກໂດຍບໍ່ຕ້ອງຮູ້ສຶກວ່າກຳລັງ “ຖອດຖອນຄວາມຮັກ” ອອກຈາກກັນ.

ເຊົາໄລ່ຕາມ ແລະ ເຊົາຖອຍໜີ (ຢຸດວົງຈອນອຶດອັດ)

ຝ່າຍທີ່ມັກໄລ່ຕາມ ຕ້ອງລອງຝຶກກັບມາຢູ່ກັບໂຕເອງ, ສ້າງຄວາມໝັ້ນຄົງຈາກພາຍໃນ ແລະ ໃຫ້ສັດທາໃນໂຕຄູ່ຂອງເຮົາ. ສ່ວນຝ່າຍທີ່ມັກຖອຍໜີ ກໍຕ້ອງຝຶກສື່ສານໃຫ້ຊັດເຈນວ່າ “ຂໍເວລາສ່ວນຕົວແປັບໜຶ່ງເດີ ແລ້ວຈະກັບມາລົມ” ມັນຈະດີກວ່າການງຽບໃສ່, ການຍ່າງໜີ ຫຼື ຖຽງແບບລະເບີດອາລົມ. (ວິທີນີ້ຄືການທຳລາຍວົງຈອນ Pursuer–Distancer ເພື່ອສ້າງຄວາມຮູ້ສຶກປອດໄພ ຫຼື Secure Attachment ໃຫ້ກັນໃໝ່)

ຖ້າປັບແລ້ວຍັງບໍ່ດີຂຶ້ນ ຕ້ອງຍອມຮັບ ແລະ ເລືອກປ່ຽນສະຖານະ

ຖ້າລອງປັບທຸກຢ່າງແລ້ວ ແຕ່ຄຳຕອບຍັງແມ່ນ “ເຮົາບໍ່ສາມາດມີຄວາມສຸກຮ່ວມກັນໄດ້ອີກແລ້ວ”, ການຖອຍອອກມາຄົນລະກ້າວ ບໍ່ໄດ້ໝາຍຄວາມວ່າຄວາມຮັກທີ່ຜ່ານມາເປັນເລື່ອງຕົວະ. ມັນພຽງໝາຍຄວາມວ່າ ເຮົາທັງສອງຍອມຮັບຄວາມຈິງວ່າ ຮູບແບບເກົ່າມັນພາເຮົາໄປຕໍ່ບໍ່ໄດ້ອີກແລ້ວ.

ສຸດທ້າຍແລ້ວ, ຄຳຖາມທີ່ສຳຄັນທີ່ສຸດໃນຊີວິດຄູ່ ອາດຈະບໍ່ແມ່ນ ເຮົາຍັງຮັກກັນຢູ່ບໍ? ແຕ່ແມ່ນ ເຮົາຍັງສາມາດເປັນໂຕຂອງໂຕເອງ ແລະ ມີຄວາມສຸກໄປພ້ອມໆ ກັບການຢູ່ຮ່ວມກັນໄດ້ບໍ?

ອ່ານຕື່ມ:  ອົກຫັກດີກວ່າທົນກັບຄວາມຮັກແບ້ໆ ຄວາມສຳພັນທີ່ເປັນພິດ Move On ຍາກ ແຕ່ບໍ່ແມ່ນອອກມາບໍ່ໄດ້

ເພາະການຮັກໃຜຈັກຄົນແທ້ໆ ອາດຈະບໍ່ແມ່ນການຄອບຄອງເຂົາໄວ້ຕະຫຼອດຊີວິດ ແຕ່ແມ່ນການຍອມຮັບ ແລະ ປ່ອຍໃຫ້ກັນໄດ້ໄປເຕີບໂຕໃນທາງທີ່ດີທີ່ສຸດ.

ທຸກຄົນເດ, ເຄີຍມີຄວາມຮູ້ສຶກທີ່ວ່າ ຮັກ… ແຕ່ຢູ່ນຳກັນບໍ່ໄດ້ແລ້ວ ບໍ?

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.