ຄິດຮອດແຕ່ບໍ່ທັກ ຮັກແຕ່ບໍ່ບອກ: ລະຫວ່າງຮັກສາຟອມ ກັບ ຮັກສາຄວາມສຳພັນ ເຈົ້າຈະເລືອກຫຍັງ?

Key Takeaways:
- ການປິດບັງຄວາມຮູ້ສຶກ ຫຼື ຫຼິ້ນເກມວັດໃຈມັກຈະເຮັດໃຫ້ພາດໂອກາດໃນການສານສຳພັນ ເພາະອີກຝ່າຍອາດຄິດວ່າເຮົາບໍ່ສົນໃຈ.
- ການບໍ່ກ້າສະແດງອອກສ່ວນໜຶ່ງມາຈາກຄວາມຢ້ານການຖືກປະຕິເສດ ແລະ ການບໍ່ຢາກເປັນຝ່າຍທີ່ຮູ້ສຶກຫຼາຍກວ່າ.
- ການປາກແຂງແລະການວາງຟອມເປັນວິທີປົກປ້ອງຕົວເອງ ແຕ່ມັນກໍອາດກາຍເປັນກຳແພງທີ່ຂວາງກັ້ນຄວາມໃກ້ຊິດ.
- ຄວາມສຳພັນບາງຄັ້ງບໍ່ໄດ້ຈົບລົງເພາະບໍ່ມີໃຜຮູ້ສຶກ ແຕ່ຈົບເພາະບໍ່ມີໃຜກ້າສື່ສານຄວາມຮູ້ສຶກອອກມາຢ່າງແທ້ຈິງ.
- ການເປີດເຜີຍຄວາມຮູ້ສຶກຢ່າງພໍດີແລະຈິງໃຈ ເປັນຈຸດເລີ່ມຕົ້ນທີ່ຊ່ວຍໃຫ້ຄວາມສຳພັນໄດ້ພັດທະນາໄປຕາມທີ່ຄວນ.
ຢ້ານວ່າຖ້າສະແດງອອກໄປກ່ອນ ຈະເບິ່ງຄືເປັນຄົນທີ່ຮູ້ສຶກຫຼາຍກວ່າ ຫຼື ກຳລັງຫຼິ້ນເກມຮັກທີ່ອາດເຮັດໃຫ້ອີກຝ່າຍຖອຍຫ່າງໄປໂດຍບໍ່ຮູ້ຕົວ?
ເປັນຫຍັງເວລາທີ່ເຮົາກຳລັງມີຄວາມຮູ້ສຶກດີໆໃຫ້ກັບໃຜຈັກຄົນ, ອີກດ້ານໜຶ່ງຂອງເຮົາຈຶ່ງມັກຕ້ານອອກມາໃນຮູບແບບຂອງການສະຫງວນທ່າທີ? ອີກດ້ານນັ້ນອາດຈະບອກເຮົາວ່າ “ນີ້! ເຮົາຕ້ອງມີຊັ້ນເຊີງແດ່ເດີ ຈະໄດ້ບໍ່ເບິ່ງຄືເປັນຄົນງ່າຍ ຫຼື ຕິດເຂົາເຈົ້າຫຼາຍເກີນໄປ.” ແຕ່ເຊື່ອບໍວ່າ ວິທີການແບບນີ້ບໍ່ໄດ້ Work ສະເໝີໄປ ແລະ ບາງຄັ້ງມັນອາດເຮັດໃຫ້ເຮົາພາດໂອກາດທີ່ຈະສານສຳພັນໃຫ້ເລິກເຊິ່ງຂຶ້ນ ເພາະອີກຝ່າຍອາດຄ່ອຍໆໝົດຄວາມສົນໃຈ ແລະ ຖອຍຫ່າງອອກໄປໄດ້.
ໃນໃຈເຮົາກໍຄິດຢູ່ວ່າ “ເອີ! ເຮົາມັກເຂົາເດ້ ມື້ນີ້ກໍຄິດຮອດເຂົາ.” ແຕ່ກໍບໍ່ໄດ້ຈັບມືຖືຂຶ້ນມາແລ້ວພິມບອກໄປແບບນັ້ນ. ຫຼື ເວລາທີ່ເຮົາມັກບາງມຸມຂອງອີກຝ່າຍ ເຮົາກໍບໍ່ຄ່ອຍກ້າເວົ້າມັນອອກໄປ. ເປັນແບບນີ້ມັນປົກກະຕິບໍ?
ບາງຄົນອາດຈະຄິດວ່າ ການບໍ່ສະແດງອອກຫຼາຍເກີນໄປຈະເຮັດໃຫ້ເຮົາເບິ່ງມີຄຸນຄ່າ ຫຼື ເຮັດໃຫ້ອີກຝ່າຍຢາກເຂົ້າຫາຫຼາຍຂຶ້ນ. ແຕ່ຖ້າຕ່າງຄົນຕ່າງລໍຖ້າ ຕ່າງຄົນຕ່າງວາງຟອມ ຈົນບໍ່ມີໃຜຍອມບອກຄວາມຮູ້ສຶກອອກມາ ສຸດທ້າຍຄວາມສຳພັນນັ້ນອາດບໍ່ໄດ້ໄປຕໍ່ ທັງໆທີ່ຕ່າງຄົນກໍມີໃຈໃຫ້ກັນ.
ຫຼືວ່າເຮົາຄວນລອງຖາມຕົວເອງວ່າ ທີ່ບໍ່ຍອມບອກອອກໄປນັ້ນ ເຮົາກຳລັງຮັກສາຟອມ ຫຼື ກຳລັງຢ້ານຫຍັງຢູ່?
ບໍ່ຢາກເປັນຝ່າຍທີ່ຮູ້ສຶກຫຼາຍກວ່າ
ໜຶ່ງໃນເຫດຜົນທີ່ຄົນເຮົາມັກປິດບັງຄວາມຮູ້ສຶກ ອາດເປັນເພາະບໍ່ຢາກໃຫ້ອີກຝ່າຍຮູ້ວ່າເຮົາສົນໃຈຫຼາຍປານໃດ. ເຮົາອາດຄິດວ່າ ຖ້າເປັນຄົນທັກໄປກ່ອນຕະຫຼອດ ຖ້າເປັນຄົນບອກຄິດຮອດກ່ອນ ຫຼື ເປັນຄົນສະແດງອອກຊັດເຈນກວ່າ ກໍອາດເຮັດໃຫ້ເຮົາກາຍເປັນຝ່າຍທີ່ເສຍປຽບໃນຄວາມສຳພັນ.
ຄວາມຄິດແບບນີ້ອາດພາໃຫ້ເຮົາເລີ່ມຫຼິ້ນເກມວັດໃຈກັນ ເຊັ່ນ ຕັ້ງໃຈຕອບແຊັດຊ້າ ທັງໆທີ່ເຫັນຂໍ້ຄວາມແລ້ວ, ບໍ່ທັກກ່ອນທັງໆທີ່ຢາກລົມ ຫຼື ເຮັດຄືບໍ່ສົນໃຈເພື່ອໃຫ້ອີກຝ່າຍເປັນຄົນຕາມ.
ພຶດຕິກຳນີ້ມີສ່ວນຄ້າຍກັບສິ່ງທີ່ເອີ້ນວ່າ Playing Hard to Get ຫຼື ການວາງທ່າເຂົ້າຫາຍາກ ເພື່ອເພີ່ມຄວາມສົນໃຈຈາກອີກຝ່າຍ. ມັນອາດເຮັດໃຫ້ຄວາມສຳພັນເບິ່ງມີຄວາມທ້າທາຍໃນຊ່ວງທຳອິດ ແຕ່ຖ້າຫຼາຍເກີນໄປ ຄວາມທ້າທາຍນັ້ນກໍອາດກາຍເປັນຄວາມບໍ່ແນ່ໃຈແທນ.
ທີ່ຈິງແລ້ວ ເຮົາອາດບໍ່ໄດ້ຢ້ານການບອກຮັກ ແຕ່ຢ້ານຄຳຕອບທີ່ຈະໄດ້ຮັບ
ອີກໜຶ່ງເຫດຜົນທີ່ເຮົາບໍ່ກ້າສະແດງອອກ ອາດເປັນເພາະຄວາມຢ້ານການຖືກປະຕິເສດ (Fear of Rejection).
ລອງຄິດເບິ່ງວ່າ ການພິມຂໍ້ຄວາມງ່າຍໆວ່າ “ຄິດຮອດເດີ” ອາດໃຊ້ເວລາບໍ່ຮອດໜຶ່ງນາທີ ແຕ່ກ່ອນຈະກົດ Send ເຮົາອາດຄິດໄປຮອດຫຼາຍສິບສະຖານະການ. ຖ້າເຂົາບໍ່ຕອບເດ? ຖ້າເຂົາຕອບພຽງສັ້ນໆວ່າ “ໂດຍ” ເດ? ຖ້າເຂົາບໍ່ໄດ້ຄິດຮອດເຮົາຄືກັນເດ?
ສິ່ງທີ່ເຮົາຢ້ານຈຶ່ງອາດບໍ່ແມ່ນການເວົ້າຄຳວ່າຄິດຮອດ ແຕ່ແມ່ນຄວາມຮູ້ສຶກຫຼັງຈາກທີ່ອີກຝ່າຍບໍ່ໄດ້ຕອບຮັບມັນກັບມາ.
ໃນບົດທົບທວນຜົນວິໄຈຂອງ Amanda L. Forest ແລະ ຄະນະ ທີ່ຕີພິມໃນປີ 2023 ໄດ້ອະທິບາຍວ່າ ການສ້າງຄວາມສຳພັນທີ່ໃກ້ຊິດມີຄວາມສ່ຽງທາງອາລົມຢູ່ນຳ ເພາະການເປີດເຜີຍຕົວຕົນ ແລະ ຄວາມຮູ້ສຶກອາດເຮັດໃຫ້ເຮົາຕ້ອງສ່ຽງຕໍ່ການຖືກປະຕິເສດ. ຜູ້ທີ່ມີຄວາມຮູ້ສຶກບໍ່ໝັ້ນຄົງໃນຄຸນຄ່າຂອງຕົນເອງ ອາດມີທ່າອ່ຽງທີ່ຈະເປີດເຜີຍຕົວເອງໜ້ອຍລົງ ເພາະກັງວົນວ່າອີກຝ່າຍຈະຕອບສະໜອງຕໍ່ຄວາມຮູ້ສຶກນັ້ນແນວໃດ.
ດັ່ງນັ້ນ ການປາກແຂງບາງຄັ້ງຈຶ່ງເປັນວິທີປົກປ້ອງຕົວເອງ. ຖ້າບໍ່ບອກອອກໄປ ກໍເທົ່າກັບ ບໍ່ຕ້ອງລຸ້ນຄຳຕອບ. ຖ້າບໍ່ສະແດງອອກ ກໍບໍ່ຕ້ອງສ່ຽງກັບການເສຍໜ້າ. ແຕ່ການປົກປ້ອງຕົວເອງແບບນີ້ ກໍອາດກາຍເປັນກຳແພງທີ່ຂວາງບໍ່ໃຫ້ຄົນອື່ນເຂົ້າມາຮູ້ຈັກເຮົາໄດ້ເຊັ່ນກັນ.
ຖ້າຕ່າງຄົນຕ່າງມີຟອມ ອີກຝ່າຍກໍອາດຄິດວ່າເຮົາບໍ່ສົນໃຈ
ຈຸດທີ່ໜ້າຄິດແມ່ນ ເຮົາອາດຮູ້ດີວ່າຕົວເອງຮູ້ສຶກແນວໃດ ແຕ່ອີກຝ່າຍບໍ່ມີທາງຮູ້ໄດ້ ຖ້າເຮົາບໍ່ສະແດງຫຍັງອອກໄປເລີຍ.
ການບໍ່ທັກ, ການຕອບແບບຫ່າງເຫີນ ຫຼື ການເຮັດຄືບໍ່ສົນໃຈ ອາດຖືກຕີຄວາມໝາຍວ່າເຮົາບໍ່ຢາກສານຕໍ່. ເຖິງແມ່ນວ່າຄວາມຈິງເຮົາຈະລໍຖ້າຂໍ້ຄວາມຈາກເຂົາທຸກມື້ກໍຕາມ.
ລອງຄິດເບິ່ງວ່າ ຖ້າອີກຝ່າຍກໍກຳລັງຄິດແບບດຽວກັນ ຕ່າງຄົນຕ່າງລໍຖ້າ ຕ່າງຄົນຕ່າງບໍ່ກ້າທັກ ສຸດທ້າຍກໍອາດບໍ່ມີໃຜເລີ່ມຕົ້ນຫຍັງເລີຍ. ຄົນໜຶ່ງອາດຄິດວ່າອີກຝ່າຍບໍ່ສົນໃຈ ສ່ວນອີກຄົນກໍຄິດວ່າຕົວເອງບໍ່ສຳຄັນພໍ.
ບາງຄວາມສຳພັນຈຶ່ງບໍ່ໄດ້ຈົບເພາະບໍ່ມີໃຜຮູ້ສຶກ ແຕ່ອາດຈົບເພາະບໍ່ມີໃຜກ້າສື່ສານຄວາມຮູ້ສຶກຂອງຕົນເອງ.
ແລ້ວເຮົາຄວນບອກຄວາມຮູ້ສຶກອອກໄປສະເໝີບໍ?
ຄຳຕອບຄື ບໍ່ຈຳເປັນ. ການສື່ສານຄວາມຮູ້ສຶກຢ່າງຈິງໃຈ ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງບອກທຸກຢ່າງໃນທັນທີ ຫຼື ຕ້ອງເປັນຝ່າຍທຸ່ມເທໃຫ້ອີກຝ່າຍຕະຫຼອດ.
ການຮູ້ຈັກຮັກສາຂອບເຂດຂອງຕົນເອງ ແລະ ການບໍ່ຟ້າວຜູກມັດຕົວເອງກັບໃຜ ກໍເປັນສິ່ງສຳຄັນ. ແຕ່ມັນຕ່າງຈາກການຕັ້ງໃຈປິດບັງຄວາມຮູ້ສຶກ ເພື່ອທົດສອບວ່າອີກຝ່າຍຈະພະຍາຍາມເຂົ້າຫາເຮົາຫຼາຍປານໃດ.
ຖ້າເຮົາມັກໃຜຈັກຄົນ, ການສະແດງອອກຢ່າງພໍດີອາດເລີ່ມຕົ້ນຈາກສິ່ງນ້ອຍໆ ເຊັ່ນ ການເປັນຝ່າຍທັກທາຍກ່ອນ, ບອກວ່າມັກເວລາທີ່ໄດ້ຢູ່ນຳກັນ, ຊວນໄປໃຊ້ເວລາຮ່ວມກັນ ຫຼື ບອກຕົງໆວ່າມື້ນີ້ຄິດຮອດ.
ການເປີດໃຈແບບນີ້ບໍ່ໄດ້ເຮັດໃຫ້ເຮົາກາຍເປັນຄົນອ່ອນແອ ຫຼື ມີຄຸນຄ່າໜ້ອຍລົງ. ກົງກັນຂ້າມ ມັນເປັນການໃຫ້ໂອກາດອີກຝ່າຍໄດ້ຮັບຮູ້ວ່າເຮົາຄິດ ແລະ ຮູ້ສຶກແນວໃດ.
ງານວິໄຈກ່ຽວກັບຂະບວນການສ້າງຄວາມສຳພັນໃກ້ຊິດຂອງ Laurenceau, Barrett ແລະ Pietromonaco ໃນປີ 1998 ພົບວ່າ ການເປີດເຜີຍຄວາມຄິດ ແລະ ອາລົມຂອງຕົນເອງ ຄວບຄູ່ກັບການຕອບສະໜອງທີ່ສະແດງຄວາມເຂົ້າໃຈ ແລະ ໃສ່ໃຈຈາກອີກຝ່າຍ ມີສ່ວນສຳຄັນໃນການພັດທະນາຄວາມໃກ້ຊິດລະຫວ່າງກັນ.
ແນ່ນອນວ່າ ການບອກຄວາມຮູ້ສຶກອອກໄປບໍ່ໄດ້ຮັບປະກັນວ່າອີກຝ່າຍຈະຮູ້ສຶກຄືກັນ. ແຕ່ມັນຊ່ວຍໃຫ້ເຮົາເຫັນຄວາມຈິງຊັດເຈນຂຶ້ນ ແລະ ເປີດໂອກາດໃຫ້ຄວາມສຳພັນໄດ້ພັດທະນາໄປຕາມທີ່ມັນຄວນຈະເປັນ.
ສຸດທ້າຍແລ້ວ ຖ້າຄິດຮອດກໍລອງທັກ ຖ້າມັກກໍລອງບອກ. ບໍ່ຕ້ອງຮອດຂັ້ນໃຫ້ນາຍບ້ານປະກາດຜ່ານລຳໂພງໃຫ້ກໍໄດ້. ເພາະບາງຄັ້ງຄວາມກ້າທີ່ຈະສື່ສານຄວາມຮູ້ສຶກອອກໄປ ອາດເປັນຈຸດເລີ່ມຕົ້ນຂອງຄວາມສຳພັນທີ່ເຮົາລໍຖ້າມາດົນກໍໄດ້.
ອ້າງອີງ:
- Jonason, P. K., & Li, N. P. (2013). Playing Hard-to-Get: Manipulating One’s Perceived Availability as a Mate. Personality and Individual Differences. https://doi.org/10.1002/per.1881
- Dai, X., Dong, P., & Jia, J. S. (2014). When Does Playing Hard to Get Increase Romantic Attraction? Journal of Experimental Psychology: General. https://doi.org/10.1037/a0032989
- Houle, L., Barker, E., & Pronin, E. (2023). Playing Hard-to-Get: A New Look at an Old Strategy. Journal of Sex Research. https://doi.org/10.1080/00224499.2022.2070117
- Forest, A. L., et al. (2023). Self-esteem’s impacts on intimacy-building: Pathways through self-disclosure and responsiveness. Current Opinion in Psychology. https://doi.org/10.1016/j.copsyc.2023.101596
- Laurenceau, J.-P., Barrett, L. F., & Pietromonaco, P. R. (1998). Intimacy as an interpersonal process. Journal of Personality and Social Psychology. https://doi.org/10.1037/0022-3514.74.5.1238