ທຸກຄົນເຄີຍສົງໄສບໍວ່າ ເປັນຫຍັງຄູ່ຮັກບາງຄູ່ ເວລາຢູ່ດ້ວຍກັນແລ້ວສະບາຍໃຈ, ບໍ່ຄ່ອຍມີເລື່ອງຜິດຖຽງກັນ ແລ້ວກໍເຂົ້າໃຈກັນດີສຸດໆ ເຊິ່ງເລື່ອງນີ້ໃນທາງຈິດຕະວິທະຍາກໍມີຄຳອະທິບາຍກ່ຽວກັບຄວາມສຳພັນແບບນີ້ຢູ່ຄືກັນເດີ.
ນັກຈິດຕະວິທະຍາ John Bowlby ແລະ Mary Ainsworth ໄດ້ສຶກສາ ແລະ ພັດທະນາເລື່ອງ ທິດສະດີຄວາມຜູກພັນ ແລ້ວພົບວ່າ ຮູບແບບຄວາມຜູກພັນຂອງຄົນເຮົາທີ່ດີກວ່າຄວາມສຳພັນອື່ນໆກໍຄື ຄວາມຜູກພັນແບບໝັ້ນຄົງ.
ຫຼາຍຄົນຄົງສົງໄສວ່າຄວາມສຳພັນແບບໝັ້ນຄົງເປັນແບບໃດ? Muan RelationTips ກໍເກີດຄວາມຢາກຮູ້ບໍ່ແພ້ທຸກໆຄົນເລີຍ ຈຶ່ງໄປຊອກຫາຂໍ້ມູນມາໃຫ້ທຸກຄົນໄດ້ຮຽນຮູ້ໄປນຳກັນອີກແລ້ວນັ້ນເອງ.
ເພາະການທີ່ເຮົາມີມຸມມອງທີ່ດີຕໍ່ຕົວເອງ ແລະ ຄົນອື່ນ ທີ່ເບິ່ງໂລກຜ່ານເລນສາຍຕາໃນມຸມມອງບວກ ຈະສ້າງພຶດຕິກຳໃນຄວາມສຳພັນໃນຮູບແບບຕ່າງໆຂອງເຮົາໃຫ້ດີຂຶ້ນ ທັງການສື່ສານທີ່ດີ, ໃຫ້ກຽດພື້ນທີ່ສ່ວນຕົວກັນ ແລະ ຊ່ວຍກັນການແກ້ໄຂບັນຫາ ເຊິ່ງນີ້ແຫຼະທີ່ຈະສ້າງຄວາມສຳພັນໃຫ້ສາມາດໃກ້ຊິດກັນໄດ້.
ຄວາມຮັກທີ່ດີຄືການເປັນພື້ນທີ່ປອດໄພໃຫ້ກັນ
ເພາະສະບາຍໃຈທີ່ຈະໃກ້ຊິດ ແລະ ຍັງສະບາຍໃຈທີ່ໄດ້ມີພື້ນທີ່ຂອງໂຕເອງ…
ຄົນທີ່ມີລັກສະນະຄວາມຜູກພັນແບບໝັ້ນຄົງນີ້, ຈະເຮັດໃຫ້ຄົນຢູ່ນຳຮູ້ສຶກປອດໄພ, ທັງກັບໂຕເອງ ແລະ ຄົນຮັກ. ເວົ້າງ່າຍໆກໍຄື ການກ້າເປີດໃຈເວົ້າຄວາມຮູ້ສຶກ ແລະ ຄວາມກັງວົນອອກມາໄດ້ແບບບໍ່ຕ້ອງຢ້ານວ່າອີກຄົນຈະປະເສດ, ມີຄວາມເຊື່ອໃຈກັນ, ບໍ່ຄິດຫຼາຍ ຫຼື ຫວາດລະແວງ ແລະ ຍັງໃຫ້ກຽດພື້ນທີ່ສ່ວນຕົວຂອງກັນອີກດ້ວຍ.
ເວລາທີ່ມີເລື່ອງບໍ່ເຂົ້າໃຈກັນ ພວກເຂົາຈະເນັ້ນຊ່ວຍກັນແກ້ໄຂບັນຫາຫຼາຍກວ່າການໃຊ້ອາລົມ ຫຼື ເອົາຊະນະ ທີ່ສຳຄັນແມ່ນການເປັນທີ່ພັກໃຈໃຫ້ກັນ, ພ້ອມຊ່ວຍເຫຼືອໃນວັນທີ່ຍາກລຳບາກ ແລະ ກໍກ້າຮ້ອງຂໍຄວາມຊ່ວຍເຫຼືອໃນເວລາທີ່ໂຕເອງຕ້ອງການ.
ເຄັດລັບປ່ຽນຊີວິດຄູ່ໃຫ້ໝັ້ນຄົງ ເລີ່ມຕົ້ນງ່າຍໆຈາກການ “ຟັງ ແລະ ສື່ສານ”
ຖ້າຢາກໃຫ້ຊີວິດຮັກດຳເນີນໄປຢ່າງໝັ້ນຄົງ ແລະ ລ່ຽນໄຫຼ, ສິ່ງທີ່ເຮົາສາມາດເຮັດໄດ້ກໍຄື ເລີ່ມຈາກການສື່ສານແບບເປີດເຜີຍ, ເວົ້າຄວາມຮູ້ສຶກໂດຍໃຊ້ຕົວເຮົາເປັນຫຼັກ ຕົວຢ່າງຄື “ຂ້ອຍຮູ້ສຶກກັງວົນເວລາ…” ແທນການໄປໂທດອີກຄົນ. ເວລາອີກຄົນມາແບ່ງປັນຄວາມຮູ້ສຶກ ກໍໃຫ້ຕັ້ງໃຈຟັງໂດຍບໍ່ຟ້າວຕັດສິນ ຫຼື ເວົ້າຂັດ.
ນອກຈາກນີ້, ຕ້ອງຮັກສາຄວາມເປັນຕົວຂອງຕົວເອງໄວ້, ເພາະຄວາມສຳພັນທີ່ດີຄືການເພິ່ງພາອາໄສກັນ ບໍ່ແມ່ນການເກາະຕິດກັນ ທັງສອງຄົນຍັງຕ້ອງມີເປົ້າໝາຍ, ມີໝູ່ເພື່ອນ ແລະ ກິດຈະກຳສ່ວນໂຕ. ສຸດທ້າຍແມ່ນການສ້າງພື້ນທີ່ປອດໄພ, ບໍ່ໃຊ້ຄວາມຮຸນແຮງທາງອາລົມ, ບໍ່ປະຊົດປະຊັນ ຫຼື ຂົ່ມຂູ່ກັນ.
ຮູ້ຈັກ 4 ຂັ້ນຕອນປ່ຽນເປັນຄົນໝັ້ນຄົງທາງອາລົມ
ທຸກຄົນຄົງຄິດຄືກັນວ່າ ແລ້ວຖ້າເຮົາ ຫຼື ຄົນຮັກບໍ່ໄດ້ມີລັກສະນະການມີພຶດຕິກຳຄວາມຜູກພັນແບບໝັ້ນຄົງມາຕັ້ງແຕ່ນ້ອຍເດ? ທຸກຄົນບໍ່ຕ້ອງກັງວົນໄປ ເພາະເຮົາສາມາດເຝິກຝົນ ແລະ ສ້າງມັນຂຶ້ນມາໃໝ່ໄດ້ ເຊິ່ງຂັ້ນຕອນທຳອິດແມ່ນຕ້ອງຮຽນຮູ້ຈັກໂຕເອງກ່ອນເດີ.
1. ເຂົ້າໃຈ ແລະ ຮູ້ທັນອາລົມໂຕເອງ: ເມື່ອຮູ້ສຶກຢ້ານ ຫຼື ຮ້ອນໃຈ ໃຫ້ຖາມຕົວເອງກ່ອນວ່າ ຄວາມຮູ້ສຶກນີ້ມາຈາກການກະທຳຂອງຄົນຮັກໃນປັດຈຸບັນ ຫຼື ມາຈາກບາດແຜໃນອະດີດຂອງເຮົາ.
2. ຝຶກການຄວບຄຸມອາລົມ: ເມື່ອມີອາລົມຮ້ອນ ຫຼື ຮູ້ສຶກຢາກເວົ້າປະຊົດໃສ່ ຖ້າຮູ້ສຶກຮ້ອນໃຫ້ຖອຍອອກມາຫາຍໃຈເລິກໆ ແລະ ເວລາພັກຜ່ອນຄົນດຽວກ່ອນ
3. ຝຶກສະແດງຄວາມຕ້ອງການຢ່າງກົງໄປກົງມາ: ແທນທີ່ຈະຄາດຫວັງໃຫ້ອີກຝ່າຍເດົາໃຈ, ໃຫ້ເລືອກທີ່ຈະເວົ້າອອກມາຢ່າງສຸພາບ ແລະ ຊັດເຈນດ້ວຍເຫດຜົນ
4. ຮຽນຮູ້ທີ່ຈະໄວ້ວາງໃຈ ແລະ ປ່ອຍວາງ: ຍອມຮັບວ່າເຮົາບໍ່ສາມາດຄວບຄຸມຄົນອື່ນໄດ້ 100%. ການໃຫ້ຄວາມໄວ້ວາງໃຈເປັນເລື່ອງດີທີ່ຈະເຊື່ອໃຈກັນ ແລະ ກັນ ເຊິ່ງຖືເປັນການເຄົາລົບການຕັດສິນໃຈຄູ່ຮັກ ນັ້ນເອງ.
ອີກຢ່າງໜຶ່ງທີ່ Muan ReletinTips ຄິດວ່າ ການທີ່ຄົນຮັກສາມາດຊ່ວຍໃຫ້ເຮົາສາມາດສະບາຍໃຈໄດ້ໃນຄວາມສຳພັນກໍເປັນສິ່ງທີ່ດີ ແລະ ກໍອາດຈະບໍ່ແມ່ນທຸກຄົນຈະໄດ້ຮັບ ແຕ່ກໍຢາກໃຫ້ທຸກຄົນມີສິດເລືອກຄູ່ທີ່ມີຄວາມໝັ້ນຄົງທາງຈິດໃຈ ເພາະເຂົາຈະຊ່ວຍດຶງໃຫ້ອາລົມ ແລະ ພຶດຕິກຳຂອງເຮົາໝັ້ນຄົງຕາມໄປດ້ວຍໂດຍທຳມະຊາດ ນັ້ນເອງ.