Seasonal Affective Disorder ຊຶມເສົ້າເພາະລະດູການປ່ຽນແປງ
ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້. ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ ພົບໄດ້ໃນຄົນທຸກເພດທຸກໄວ, ເຮົາກໍມີໂອກາດທີ່ຈະໄດ້ປະສົບພົບເຈິຜູ້ເປັນພະຍາດນີ້ໄດ້ຢູ່ອ້ອມໂຕເຮົາ ຫຼື ກະທັ້ງເຮົາເອງກໍອາດກາຍເປັນພະຍາດນີ້ໄດ້ເອງເຊັ່ນກັນ. ສະນັ້ນ ການຮຽນຮູ້ທີ່ວ່າສິ່ງໃດທີ່ເຮົາຄວນເວົ້າ ຫຼື ບໍ່ຄວນເວົ້າກັບເຂົາເຈົ້າ ກໍເປັນສິ່ງທີ່ຈຳເປັນທີ່ຮູ້ໄວ້ກໍບໍ່ເສຍຫາຍ ແຖມຍັງຊ່ວຍໃຫ້ຮູ້ວ່າຄຳເວົ້າ ຫຼື...
ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ. ຮູ້ຈັກພຶດຕິກຳ Hate-following ທີ່ໂລກອອນລາຍກຳລັງຈະເຂົ້າມາປ່ຽນແປງເຮັດໃຫ້ຄົນສ່ວນໃຫຍ່ເກີດຄວາມບໍ່ພໍໃຈໃນຕົວເອງ ແລະ ມັກເກີດການປຽບທຽບກັບຄົນໃນໂຊຊຽວ. Hate-following ໝາຍເຖິງພຶດຕິກຳທີ່ໃຜບາງຄົນກຳລັງຕິດຕາມຄົນໃດໜຶ່ງໃນໂຊຊຽວມີເດຍທັງໆທີ່ບໍ່ມັກເຂົາ ຫຼື ອາດຮູ້ສຶກໝັ່ນໃສ້, ອິດສາ ຫຼື ບໍ່ເຫັນດີນຳ...
ທຳລາຍກຳແພງຫົວໃຈຮັກສາຄວາມສຳພັນໄວ້ດ້ວຍຄວາມເຂົ້າໃຈ Deep Talk ວັນລະໜ້ອຍໃຫ້ຈິດໃຈແຈ່ມໃສ
ການຟັງເປັນທັກສະທີ່ສຳຄັນທີ່ຫຼາຍຄົນເບິ່ງຂ້າມແຕ່ໃນຄວາມເປັນຈິງແລ້ວການຟັງຢ່າງຕັ້ງໃຈ ແລະ ມີສະມາທິສາມາດຊ່ວຍສ້າງຄວາມສຳພັນທີ່ໜຽວແໜ້ນ ແລະ ມີຄວາມໝາຍໄດ້. ການຟັງທີ່ດີບໍ່ໄດ້ໝາຍເຖິງພຽງແຕ່ການໄດ້ຍິນຄຳເວົ້າຂອງອີກຝ່າຍເທົ່ານັ້ນແຕ່ເປັນການຟັງເພື່ອໃຫ້ເຂົ້າໃຈອາລົມ, ຄວາມຮູ້ສຶກ ແລະ ຄວາມຕ້ອງການທີ່ແທ້ຈິງຂອງພວກເຂົາ. ການຟັງຢ່າງຕັ້ງໃຈ (Active Listening) ຄືການເປີດຮັບທຸກສິ່ງທີ່ອີກຝ່າຍເວົ້າໂດຍບໍ່ຂັດຈັງຫວະ ຫຼື ຮີບຮ້ອນທີ່ຈະຕອບສະໜອງໃນທັນທີເພື່ອສະແດງອອກວ່າເຈົ້າໃສ່ໃຈ, ບໍ່ວ່າຈະເປັນການສະແດງອອກດ້ວຍພາສາກາຍ, ການງຶກຫົວ ຫຼື ການສົບຕາທີ່ເຮັດໃຫ້ອີກຝ່າຍຮູ້ສຶກວ່າເຈົ້າໃຫ້ຄວາມສຳຄັນກັບສິ່ງທີ່ລາວກຳລັງເວົ້າ ແລະ ເຮັດໃຫ້ລາວຮູ້ສຶກໄດ້ຮັບການສະໜັບສະໜຸນດ້ວຍຄວາມເຂົ້າໃຈ (Empathy) ຢ່າງຈິງໃຈ....
ຢ່າປ່ອຍໃຫ້ຖືກດ້ອຍຄ່າ ຈົນສູນເສຍຕົວຕົນ ຈາກ Narcissist ວິທີຮັກສາຄວາມສຳພັນ-ຈິດໃຈຂອງເຈົ້າ
ເວລາມີບັນຫາບາງຢ່າງເກີດຂື້ນ ບໍ່ວ່າຈະເປັນເລື່ອງນ້ອຍ ຫຼື ເລື່ອງໃຫຍ່, ມັນລ້ວນກະທົບຈິດໃຈຂອງເຮົາໄດ້ງ່າຍໆ ເພາະຄົນເຮົານັ້ນມີສະພາວະທາງດ້ານອາລົມໃນການແບກຮັບຄວາມກົດດັນໄດ້ບໍ່ເທົ່າກັນ ແລະ ນັ້ນເປັນສາເຫດທີ່ພວກເຮົານັ້ນຄວນຕ້ອງກັບມາດູແລ ແລະ ຮັກສາສຸຂະພາບຈິດໃຫ້ດີ ເພື່ອຕົວເອງນັ້ນຈະໄດ້ມີຄວາມສຸກໃນທຸກມື້. ພວກເຮົາລອງມາ Check ສຸຂະພາບຈິດໃຈດ້ວຍຕົວເອງກ່ອນ ເລີ່ມຈາກຄຳຖາມງ່າຍໆເຫຼົ່ານີ້ເບິ່ງເດີ ຖ້າເຈົ້າຕອບວ່າ “ບໍ່ແນ່ໃຈ” ຫຼື “ບໍ່ດີເລີຍ” ນັ້ນໝາຍຄວາມວ່າເຈົ້າຕ້ອງເລີ່ມໃຫ້ເວລາກັບໃຈຕົວເອງຫຼາຍຂຶ້ນແລ້ວ. ວິທີດູແລສຸຂະພາບຈິດຕົວເອງເວລາເຈິເລື່ອງທີ່ເຮັດໃຫ້ຜິດຫວັງ ຍອມຮັບຄວາມຮູ້ສຶກຂອງຕົນເອງຖ້າເຈົ້າກຳລັງຜິດຫວັງ, ເສຍໃຈ...
ກັບມາເພື່ອຫຍັງ? ຫາຍໄປຢູ່ໆກັບມາບອກ ຄິດຮອດ ເຮັດຄືບໍ່ມີຫຍັງເກີດຂຶ້ນ ພຶດຕິກຳນີ້ເອີ້ນວ່າ Zombieing
ວັນຢຸດຍາວຜ່ານໄປ ຮູ້ສຶກເສົ້າເບື່ອບໍ່ຢາກເຮັດຫຍັງ Check ເບິ່ງວ່າເຮົາເປັນ Post Holiday Blue?