ກັບມາເພື່ອຫຍັງ? ຫາຍໄປຢູ່ໆກັບມາບອກ ຄິດຮອດ ເຮັດຄືບໍ່ມີຫຍັງເກີດຂຶ້ນ ພຶດຕິກຳນີ້ເອີ້ນວ່າ Zombieing
ຢູ່ໆກໍຫາຍໄປ ຫາຍໄປເລີຍ… ລົມກັນຢູ່ດີໆເປັນຫຍັງເຂົາຈຶ່ງມິດໄປ? ໄປໂດຍທີ່ບໍ່ມີຮອດຄຳບອກກ່າວ ແລະ ບໍ່ບອກເຫດຜົນ? ຕອນທີ່ເລີ່ມລົມກັນໃໝ່ໆ ອີ່ຫຍັງກໍດີໄປໝົດທຸກຢ່າງເບິ່ງຄືວ່າສົດໃສ, ເວົ້າຫຍັງກໍຖືກຄໍປານຮູ້ຈັກກັນມາເປັນສິບໆປີ. ແຕ່ເມື່ອໃດກໍຕາມທີ່ບາງຄົນຮູ້ສຶກໝົດໃຈ ກໍອາດຈະຫາຍໂຕໄປແບບກະທັນຫັນ, ຕິດຕໍ່ຫາກໍບໍ່ຕອບ, ໂທໄປກໍບໍ່ຍອມຮັບສາຍ ຕັດຂາດທຸກຊ່ອງທາງໃນການສື່ສານ ປານວ່າໄດ້ຕາຍໄປຈາກຊີວິດຂອງອີກຄົນໄປແລ້ວ… ນີ້ເວົ້າສະເພາະແຕ່ຄູ່ທີ່ຫາກໍລົມກັນໃດ, ສໍ່ານີ້ກໍຍັງຮູ້ສຶກໃຈຫາຍແລ້ວ ພາສາຫຍັງກັບຄູ່ທີ່ເຖິງຂັ້ນຕົກລົງຄົບຫາກັນແລ້ວ ແຕ່ລະຫວ່າງທີ່ສານສຳພັນກັນນັັ້ນ ຊໍ້າພັດຫາຍໄປແບບໄຮ້ຮ່ອງຮອຍປ່ອຍໃຫ້ອີກຝ່າຍງົງວ່າທີ່ຜ່ານມາເອີ້ນວ່າຫຍັງ. ຍ້ອນຫຍັງ ໝໍນັ້ນ ຫຼື...