ກັບມາເພື່ອຫຍັງ? ຫາຍໄປຢູ່ໆກັບມາບອກ ຄິດຮອດ ເຮັດຄືບໍ່ມີຫຍັງເກີດຂຶ້ນ ພຶດຕິກຳນີ້ເອີ້ນວ່າ Zombieing
ເຮົາອາດຈະເຄີຍເບິ່ງໃນລະຄອນ ຫຼື ໜັງທີ່ເຫຼົ່າຕົວລະຄອນມີຄວາມສຳພັນແບບຫວານຂົມປົນເປກັນໄປ ແລ້ວກໍສະເທືອນໃຈກັບເລື່ອງລາວເຫຼົ່ານັ້ນ ເຖິງຂະໜາດວ່າລຸ້ນ ແລະ ຈິນຕະນາການໄປວ່າ ຈະດີສໍ່າໃດຖ້າຫາກປາຍທາງຂອງຄວາມສຳພັນເຫຼົ່ານັ້ນຈະຈົບລົງແບບແຮັບປີ້ເອນດິ້ງ. ແນ່ນອນວ່າ ນັ້ນເປັນເລື່ອງຂອງລະຄອນ ຫຼື ໜັງ ທີ່ຜູ້ຂຽນບົດຂຽນມາເພື່ອເອົາໃຈຜູ້ເບິ່ງ. ເສັ້ນທາງຊີວິດຂອງຕົວລະຄອນທີ່ທົນທຸກທໍລະມານໃນຄວາມສຳພັນທີ່ເຈັບປວດ ສາມາດຫັກເຫເຂົ້າສູ່ຕອນຈົບທີ່ສວຍງານໄດ້ແບບງ່າຍໆດ້ວຍປາຍປາກກາ. ແຕ່ໃນຊີວິດຈິງມັນຈະເປັນແບບນັ້ນໄດ້ຢ່າງງ່າຍດາຍຄືກັນບໍ່? ໃນຊີວິດຈິງນັ້ນ ຄວາມສຳພັນທີ່ເປັນພິດ ຫຼື Toxic Relationship ທີ່ບັ່ນທອນທັງຄວາມຮູ້ສຶກ, ຄວາມສຸກໃນຊີວິດ...
ໃຜເຄີຍຕົກຢູ່ໃນຄວາມສຳພັນແບບນີ້ບໍ່? ເປັນຄວາມສຳພັນທີ່ກືນບໍ່ເຂົ້າຄາຍບໍ່ອອກ, ສາມາດເກີດຂຶ້ນໃນທັງຄວາມສຳພັນຮູບແບບຄົນຮັກ, ໝູ່ ແລະ ຄອບຄົວ. ບາງຄົນມີແຟນກໍຮູ້ສຶກຄືບໍ່ມີ. ຢາກເລີກກໍເລີກບໍ່ໄດ້ເພາະຕິດຄຳວ່າ “ຮັກ” ຄວາມສຳພັນແບບນີ້ເອີ້ນວ່າ Toxic Relationship, ມື້ນີ້ມ່ວນຈະພາທຸກຄົນມາຮູ້ຈັກຄວາມສຳພັນຮູບແບບນີ້ຜ່ານບົດຄວາມ. Toxic Relationship ແມ່ນຫຍັງ? ຄວາມສຳພັນທີ່ເປັນພິດ ຫຼື ທີ່ຮູ້ກັນດີໃນຄຳວ່າຄວາມສຳພັນແບບ Toxic ເປັນຄວາມສຳພັນທີ່ບໍ່ສ້າງຜົນດີໃຫ້ຝ່າຍໃດຝ່າຍໜຶ່ງ ຫຼື ບໍ່ສ້າງຜົນດີໃຫ້ທັງສອງຝ່າຍ,...